Breaking News

News

ມາແຮງຫຼາຍ! ປ່ອຍແລ້ວເພງ “ຢາກກັບໄປວັນນັ້ນ” ບອກເລີຍ MV ບໍ່ທຳມະດາ

ຫຼ້າສຸດໄດ້ມີການປ່ອຍຜົນງານເພງ “ຢາກກັບໄປວັນນັ້ນ”  ຮ້ອງໂດຍ ວິນລີ້ ວິໄລວັນ (ນັກຮ້ອງ/ນັກສະແດງ) ເຊິ່ງງານນີ້ບອກເລີຍບໍ່ທຳມະດາເດີ້ ເພາະນອກຈາກເນື້ອຫາເພງຈະຊຶ້ງກິນໃຈແລ້ວ MV ເພງເພິ່ນກໍບໍ່ທຳມະດາອີຫລີ ເຊິ່ງໄດ້ນາງເອກ  ໝີພູ MISS GLOBAL LAOS 2018 ແລະ  ກ່າ ບຸນພິທັກ ພູນຜົນ LAOS SUPER MODEL 2018 ມາຮ່ວມສະແດງໃນ MV ເພງດັ່ງກ່າວ… (ມາເບິ່ງ  MV ເພງ “ຢາກກັບໄປວັນນັ້ນ”  ) ຫັ້ນແນ່!!! ມ່ວນ ຊຶ້ງ ເຂົ້າເຖິງອາລົມ ໄດ້ໃຈກັນສຸດໆເລີຍແມ່ນບໍ່, ເອົາເປັນວ່ານີ້ແມ່ນຜົນງານຂອງຄົນລາວເຮົາ ຝາກແຟນໆເປັນກຳລັງໃຈໃຫ້ສິລະປິນລາວກັນຫຼາຍໆເລີຍໂລດເດີ້!!! ຄລິບຈາກ: Willy Vilayvanh

Read More »

ອົກຫັກຂ້ອນປະເທດ! Mister United Asia 2018 ເຂົ້າພິທີໝັ້້ນກັບຫວານໃຈ ກຽມແຕ່ງທ້າຍປີນີ້ (ຂໍສະແດງຄວາມຍິນດີ)

Congratulations!!! ຂໍສະແດງຄວາມຍິນດີນຳຫຼາຍໆ ເຮັດເອົາສາວໆຂ້ອນປະເທດອົກຫັກກັນເປັນແຖບໆ ຫຼ້າສຸດມີຂ່າວດີຂອງ ບອຍ ໄຊຍະເວດ  ພັນປະເສີດ ເຈົ້າຂອງລາງວັນ Mister United Asia 2018 ໄດ້ເຂົ້າພິທີໝັ້ນກັບຫວານໃຈ ສາວ ມິນູ່ ທັນທະວົງ ເປັນທີ່ຮຽບຮ້ອຍ ແລະ ຈະມີພິທີແຕ່ງດອງໃນທ້າຍປີ 2019 ນີ້ອີກດ້ວຍ… (ວ້າວວວ ຂໍສະແດງຄວາມຍິນດີກັບທັງສອງຫຼາຍໆເລີຍເດີ້) ແລະ ຄູ່ຮັກຄູ່ນີ້ກໍໄດ້ອັບເດດໃຫ້ບັນດາແຟນໆ ແລະ ໝູ່ເພື່ອນຜ່ານເຟສບຸກ ທັງໂພສຮູບພິທີໝັ້ນ ທັງໂຊແຫວນທີ່ໃສ່ໃນນິ້ວນາງຂ້າງຊ້າຍຂອງທັງສອງ ແຖມ Tag ກັນໄປມາ ໃຫ້ແຟນໆໄດ້ອິດສາໃນຄວາມຫວານ ຄວາມໜ້າຮັກຂອງທັງສອງກັນແບບສຸດໆ ເບິ່ງແລ້ວເຂີນແທນ ໂອ້ຍຍຍ!!! ຫວານເວີ້. ບອກເລີຍງານນີ້ ສາວໆທີ່ແອບແຍງ ໜຸ່ມ ບອຍ ໄຊຍະເວດ Mister United Asia 2018 ມີອົກຫັກກັນເປັນແຖບເລີິຍເດີ້ (555) ເອົາເປັນວ່າຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງອີກຄັ້ງເນາະ ເປັນຄູ່ທີ່ໜ້າຮັກຫຼາຍໆ. ຮູບພາບ: fb/Boy Xayaveth.

Read More »

ອະລັງການ! ສິງກະໂປ ເປີດໂຕນໍ້າຕົກໃນຮົ່ມທີ່ສູງທີ່ສຸດໃນໂລກ

ອີງ​ຕາມ ສຳນັກ​ຂ່າວຣອຍ​ເຕີ,​ເມື່ອ​ບໍ່​ດົນ​ມາ​ນີ້ ສິງກະ​ໂປ ​ເປີດ​​​ໃຫ້​ບໍລິການ​ນ້ຳຕົກ​ ໃນ​ຮົ່ມ​ສູງ​ທີ່​ສຸດ ໃນ​ໂລກ 40 ​ແມັດ ຢູ່​ໃນ​ຮ້ານ​ຄ້າ​ໃຫຍ່ ທີ່ມີຊື່​ວ່າ ຈີ​ເວລ ຄອມ​​ເພ​ລັກ ໃນມູນ​ຄ່າ​ ການ​ກໍ່ສ້າງ 1,3 ຕື້​ໂດ​ລາ​ສະຫະລັດ ​ໃນ​ຂະໜາດ​ພື້ນ​ທີ່ 135.700 ຕາ​ແມັດ​ ຢູ່ສະໜາມ​ບິນສາກົນ ​ຊາງ​ງີ ​ເພື່ອ​ດຶງ​ດູດ ນັກ​ທ່ອງ​ທ່ຽວ ​ໂດຍ​ສະ​ເພາະ ໃນ​ອຸດສາຫະກຳ​ ການບິນ ​ແລະ ຈັດ​ຫາ​ສິ່ງ ​ອຳນວຍ​ຄວາມ​ສະດວກ ທີ່​ຫລາກ​ຫລາຍ ​ເພື່ອ​ໃຫ້​ຜູ້​ໂດຍສານ ທີ່​ເດີນທາງ​ມາ​ກັບ ​ເຮືອບິນ ສາມາດ​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ ​ໃນ​ລະຫວ່າງ​ ການ​ຕໍ່​ເຮືອບິນ ​ໃນ​ສະໜາມ​ບິນ​ສາກົນ ຊາງ​ງີ ທີ່​ໄດ້​ຮັບ​ຄະ​ແນນ​ສຽງ ​ໃຫ້​ເປັນ​ສາຍ​ການບິນ ທີ່​ດີ​ທີ່​ສຸດ​ໃນ​ໂລກ 7 ປີຕິ​ດຕໍ່​ກັນ ​ແລະ ປີ​ກາຍ​ນີ້ ຮັບຮອງ​ຜູ້​ໂດຍສານ 65,5 ລ້ານ​ເທື່ອ​ຄົນ. ທີ່ມາ: ຂປລ

Read More »

ປະຊັນຄວາມງາມ! ລູກນໍ້າ ແລະ ຄຣິດຕິນາ ໃນລຸກແມ່ຍິງລາວ (ຈະງາມຊໍ່າໃດມາເບິ່ງ!!!)

ງົດງາມຫຼາຍໆ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ ແລະ ຄຣິດຕິນາ ລາຊະສິມມາ ກໍໄດ້ຖ່າຍແບບຕ້ອນຮັບຊ່ວງປີໃໝ່ລາວທີ່ຜ່ານມາ ແນ່ນອນເລີຍວ່າທັງສອງມາໃນລຸກແມ່ຍິງລາວ ເຊິ່ງເບິ່ງແລ້ວງົດງາມຫຼາຍໆ ກິນກັນບໍ່ລົງກັນເລີຍເດີ້… (ລອງມາເບິ່ງຮູບພາບທັງສອງສາວກັນແບບເຕັມໆ) ລູກນໍ້າ ທິດາລັດ ວົງສິຣິ ຄຣິດຕິນາ ລາຊະສິມມາ ເປັນແນວໃດກັນແດ່? ງົດງາມ ອ່ອນຊ້ອຍ ອ່ອນຫວານ ແຖມຍັງ ອະນຸລັກຮັກສາຮີດຄອງ-ປະເພນີລາວ ໂດຍການນຸ່ງຖືຕາມແບບສະບັບແມ່ຍິງລາວ ບໍ່ໃຫ້ເທຄະແນນໃຫ້ສາວໆທັງສອງກໍບໍ່ຮູ້ຈະວ່າແນວໃດແລ້ວວ່າບໍ່ແຟນໆ, ເປັນແບບນີ້ອົດບໍ່ໄດ້ທີ່ຈະຮ້ອງອອກໄປດັງໆເລີຍວ່າ “ສາວລາວງາມຫຼາຍ” #ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ ຮູບພາບຈາກ: fb/Lee Una   

Read More »

ໂຕແມ່ທັງນັ້ນ! ສ່ອງ ນາງທຸງສະເທວີ (ນາງສັງຂານ) ເວີຊັ່ນຄົນດັງປະເທດເພື່ອນບ້ານ ມີໃຜແດ່ມາເບິ່ງ…

ເຫັນແລ້ວອົດທີ່ຈະເກັບມາເວົ້າບໍ່ໄດ້ ກະແສປີໃໝ່ຍັງບໍ່ໝົດ ຍັງມີມາໃຫ້ໄດ້ສ່ອງກັນເລື້ອຍໆ ນອກຈາກນາງສັງຂານປະເທດລາວເຮົາທີ່ງົດງາມ ອ່ອນຫວານ ດັ່ງນາງໃນວັນນະຄະດີແລ້ວ, ໃນມື້ນີ້ກໍຈະພາແຟນໆມາສ່ອງ ນາງທຸງສະເທວີ (ນາງສັງຂານ) ປະເທດໄທ ໃນເວີຊັ່ນຄົນດັງຫຼາຍທ່ານ ຂໍບອກວ່າແຕ່ລະນາງງົດງາມຫຼາຍໆ ໂຕແມ່ທັງນັ້ນ!!! (ລອງມາເບິ່ງກັນວ່າມີໃຜແດ່???) ອໍ້າ ພັດສະຣາພາ ໄຊເຊື້ອ  ນຸ່ນ ວໍລະນຸດ ກ້ອຍ ຣັດສະວິນ ນາວ ຖິສານາດ ມິ້ນ ຊາຣິດາ ແພຣນເຄັກ ເຂັມມິນິດ ປຣາງ ກັນນະຣັນ ແຕ້ວ ນະຖະພອນ ແອນ ທອງປະສົມ ໂບ ເມວຣະດາ ໃບເຟີນ ພິມສະນົກ ເບວລ່າ ຣານີ ແຄມເປນ ວ້າວວວ!! ນາງທຸງສະເທວີ (ນາງສັງຂານ) ໃນເວີຊັ່ນຂອງຄົນດັງປະເທດໄທ ກໍຕ້ອງຍອມຮັບເລີຍວ່າງາມຫຼາຍໆ ແລ້ວແຟນໆເດຄິດຄືກັນບໍ່? (ຂໍຂອບໃຈຮູບພາບ)

Read More »