Breaking News

News

ຢາກລວຍບໍ່? ມາເບິ່ງວິທີຄິດທີ່ຈະຊ່ວຍໃຫ້ກາຍເປັນເສດຖີມີເງິນຫຼາຍລ້ານກ່ອນ ອາຍຸ 30 ປີ!!!

ໃນປັດຈຸບັນມີຄົນຈຳນວນຫຼວງຫຼາຍທີ່ຄິດວ່າຄົນອາຍຸ 20-30ປີ ຈະເປັນຊ່ວງທີ່ທຸກທີ່ສຸດ ແຕ່ຮູ້ບໍ່ວ່າມັນບໍ່ໄດ້ໝາຍຄວາມແບບນັ້ນສະເໝີໄປ ເພາະມັນຍັງມີວິທີທີ່ເຮັດໃຫ້ຄົນເຮົານັ້ນປະສົບຜົນສຳເລັດໄດ້ໄວ, ລອງມາເບິ່ງວິທີຄິດທີ່ຈະຊ່ວຍໃຫ້ກາຍເປັນເສດຖີເງິນຫຼາຍລ້ານກ່ອນ ອາຍຸ 30 ປີ!!! ຢ່າສົນໃຈລະບົບການເຮັດວຽກແບບເກົ່າໆ ໃນເມື່ອກ່ອນມີຫຼາຍສາຂາອາຊີບທີ່ຕ້ອງໃຊ້ເວລາຮຽນ ແລະ ລົງທຶນໄປກັບການສຶກສາຢ່າງມະຫາສານ ຍິ່ງຖ້າຫາກໄດ້ເຮັດວຽກໃນລະບົບການຈ້າງງານແບບເກົ່າໆ ທີ່ໃຫ້ລາຍໄດ້ແບບພື້ນຖານຢ່າງຄົງທີ່ ຍິ່ງເປັນໄປໄດ້ຍາກທີ່ຈະພັດທະນາ ແລະ ກາຍເປັນເສດຖີກ່ອນອາຍຸ 30ປີ, ດັ່ງນັ້ນ!! ລອງເປີດໃຈ ລອງຊອກຫາອາຊີບໃໝ່ໆເຊັ່ນ ທຸລະກິດດ້ານອອນລາຍ ເຊິ່ງເປັນອາຊີບທີ່ບໍ່ຈຳເປັນຕ້ອງຮຽນສູງ ຂໍພຽງມີຄວາມສາມາດກໍສາມາດຫາລາຍໄດ້ຜ່ານຊ່ອງທາງນີ້ໄດ້ແນ່ນອນ 2. ຊອກຫາຄວາມຮູ້ໃໝ່ໆ ຕ້ອງສະແຫວງຫາຄວາມຮູ້ ແລະ ອ່ານໜັງສືໃຫ້ຫຼາຍທີ່ສຸດ ເພາະຄວາມໄດ້ປຽບເປັນຄວາມສຳຄັນຢ່າງຍິ່ງ ຫາກມີຄວາມຝັນວ່າຢາກເປັນນັກທຸລະກິດ ຫຼື ພະນັກງານທີ່ໄປໃສໃຜກໍອ້າແຂນຮັບ ແລະ ອັບເງິນເດືອນໄດ້ແບບສະບາຍໆນັ້ນ ວິທີການທີ່ຈະເຮັດໃຫ້ໄດ້ປຽບຫຼາຍທີ່ສຸດກໍຄືການມີຄວາມຮູ້ໃຫ້ຫຼາຍໆ ແລະ ຢ່າຢຸດທີ່ຈະພັດທະນາໂຕເອງ 3. ຢ່າລືມໃສ່ໃຈຄຸນພາບຂອງສິນຄ້າ ສຳລັບຄົນທີ່ເລີ່ມເຮັດທຸລະກິດ ແລະ ມີຜະລິດຕະພັນເປັນຂອງໂຕເອງ ຢ່າຫຼົງໄປໃສ່ໃຈວ່າຈະຫາເງິນຢ່າງດຽວ ຈະບໍ່ມື້ປະສົບຜົນສຳເລັດໄດ້ເທົ່າກັບການທີ່ເຮົາສົນໃຈເລື່ອງຂອງຄຸນນະພາບຂອງສິນຄ້າ ແລະ ດ້ານການບໍລິການ ເພາະຖ້າຫາກນຳສິນຄ້າ ແລະ …

Read More »

ຢາກເບິ່ງແລ້ວ! ນາງງາມລາວດັງໄກໄປສະແດງຮູບເງົາຮ່ວມກັບນັກສະແດງຊື່ດັງຫຼາຍທ່ານຂອງປະເທດໄທ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ!!! ມາອັບເດດຜົນງານຂອງ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ) ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ), ເຈເນັດ ຂຽວ (ນັກຮ້ອງຊື່ດັງປະເທດເພື່ອນບ້ານ), ເຈ້ຍ ປາຊີຟິກ (ຜູ້ກຳກັບ/ນັກສະແດງ) ແລະ ນັກສະແດງຊື່ດັງອີກຢ່າງຫຼວງຫຼາຍ, ສຳລັບຮູບເງົາເລື່ອງ “ຜາດຳ ຄຳໄອ” ໄດ້ມີພິທີບວງສວງໄປຕັ້ງແຕ່ວັນທີ 6 ກຸມພາ ທີ່ຜ່ານມາ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມມ່ວນຊື່ນ ເຮຮາ… ພຽງເຫັນແຕ່ພິທີບວງສວງຂອງຮູບເງົາເລື່ອງ “ຜາດຳ ຄຳໄອ” ແລ້ວຮູ້ສຶກຢາກເບິ່ງຂຶ້ນມາທັນທີ, ເອົາເປັນວ່າຢ່າລືມຕິດຕາມ ເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາຫຼາຍໆເລີຍເດີ້ແຟນໆ!!! (ເບິ່ງຄລິບສຳພາດນັກສະແດງຈາກຮູບເງົາເລື່ອງດັ່ງກ່າວ) …

Read More »

ມາຮູ້ຈັກ! ທີ່ມາຂອງ ບໍລິສັດ ຕັນຈົງ ມໍເຕີ້ ລາວຈຳກັດ ຜູ້ຈັດຈໍາໜ່າຍລົດ Nissan ແຕ່ພຽງຜູ້ດຽວໃນປະເທດລາວ

ບໍລິສັດ ຕັນຈົງກຣຸບ TAN CHONG GROUP ບໍລິສັດຕັນຈົງ ມໍເຕີ້ ໂຫດດີງສ໌ ເບີຫັດTan Chong Motor Holdings Berhad (TCMH)ໄດ້ຖືກສ້າງຕັ້ງຂື້ນຢູ່ປະເທດມາເລເຊຍໃນວັນທີ 14ເດືອນຕຸລາປີ1972.ຈຸດເລີ່ມຕົ້ນຂອງ (TCMH) ແມ່ນເປັນຜູ້ຈໍາຫນ່າຍລົດຍົນຂະຫນາດນ້ອຍເມື່ອຢ້ອນເວລາກັບໄປໃນປີ 1950, ໃນປະຈຸບັນTCMH Groupໄດ້ກາຍເປັນບໍລິສັດທີ່ໃຫຍ່ທີ່ສຸດໃນປະເທດ ແລະ ໄດ້ດຳເນີນກິດຈະການຫຼາຍຢ່າງເຊັ່ນ ການປະກອບລົດຍົນ, ການວາງຂາຍລົດຍົນໃນຕະຫຼາດ, ການຜະລິດຊີ້ນສ່ວນລົດຍົນ ການພັດທະນາຄຸນະພາບຂອງລົດຍົນ,ການຊື້ຂາຍເຄື່ອງກົນຈັກຫນັກ, ໄປຈົນເຖີງການພັດທະນາອຸປະກອນທາງອຸດສາຫະກໍາແລະການຜະລິດຕະພັນຕ່າງໆເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກທັງໃນແລະຕ່າງປະເທດ. ເມື່ອລວມກັບນະວັດຕະກຳທີ່ມີມາຍາວນານກວ່າ 80ປີຂອງນິສສັນNissan ແລະ ຄວາມຮູ້ໃນການຜະລິດລົດຍົນຄວາມໄວສູງ, ລົດຍົນທີ່ຂັບເຄື່ອນດ້ວຍໄຟຟ້າ, ລົດກະບະ ໄປຈົນເຖີງລົດໂດຍສານ, ລົດຕູ້ອະເນກປະສົງ ແລະ ລົດສະພອດທ໌ເຊັ່ນ SUV. ນິສສັນ Nissan ໄດ້ຄິດຄົ້ນຜະລິດຕະພັນເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດ ເຊີ່ງເຮັດໃຫ້ຕັນຈົງມໍເຕີ້Tan Chong Motorມີຄວາມພາກພູມໃຈທີ່ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນNissanແຕ່ພຽງຜູ້ດງວ. ໃນປີ 2010,ບໍລິສັດຕັນຈົງມໍເຕີ້ລາວຈຳກັດTan Chong Motor (Lao) Sole …

Read More »

ລູກນໍ້າ ທິດາລັດ ມາໃນລຸກສາວໝວຍ ຈະເປັນແນວໃດ…ມາເບິ່ງ!!!

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງຊື່ດັງ ກໍໄດ້ອອກມາໂພສຮູບພາບ ພ້ອມແຄັບຊັ່ນອວຍພອນປີໃໝ່ແຟນໆຜ່ານເຟສບຸກສ່ວນຕົວ ພ້ອມຫອບເອົາຄວາມສົດໃສ ພ້ອມມາໃນລຸກສາວໝວຍ ນຸ່ງຊຸດປະເພນີຈີນມາຝາກແຟນໆໃຫ້ໄດ້ອັບເດດ… ?? 新年快乐 Happy Chinese New Year. ເຮັງໆ ລ້ຳລວຍ ລ້ຳລວຍ ສົມຫວັງທຸກປະການເດີ້ ??? Posted by Louknum Vongsili on Monday, February 4, 2019   ເຊິ່ງເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ໃຫ້ ລູກນໍ້າ ທິດາລັດ ແລະ ຍັງບອກເປັນສຽງດຽວກັນອີກວ່ານາງໜ້າຮັກຫຼາຍໆໃນຊຸດປະເພນີຈີນ. ໜ້າຮັກແບບນີ້ເອົາໃຈແຟນໆ 10 10 10 ໄປເລີຍ…!!! (ຂໍຂອບໃຈຮູບພາບ)

Read More »

ມາເບິ່ງ! ແຟຊັ່ນຊຸດປະເພນີ ຈີນ ແລະ ຫວຽດນາມ ຈາກເຫຼົ່າຄົນບັນເທີງລາວ ຮ່ວມສະເຫຼີມສະຫຼອງເທສະການປີໃໝ່ 2019

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຄົນບັນເທີງບ້ານເຮົາກໍບໍ່ພາດທີ່ຈະອອກມາໂພສຮູບພາບການແຕ່ງກາຍຊຸດປະເພນີ ຈີນ ແລະ ຫວຽດນາມ ໃຫ້ແຟນໆໄດ້ອັບເດດ ກົດໄລ້ ກົດແຊຣກັນລົວໆ ເຊິ່ງແຕ່ລະຄົນບອກເລີຍວ່າບໍ່ທຳມະດາ ມາແບບຈັດເຕັມ, ດັ່ງນັ້ນ! ລອງມາເບິ່ງກັນວ່າຈະມີໃຜແດ່… ບາບີ້ ປິຍະມາດ Miss International Laos 2018 ຢຸ້ຍ ສັນທະນີ Miss Supranational laos 2018 ມິມີ່ ພູນຊັບ ພົນໂຍທາ (Miss International Laos 2018) ປູເປ້ ລາຊະບຸດ (ພິທີກອນ/ນາງແບບ) ບີ່ບີ່ (Miss Tourism Laos 2018) ມຸກ ວົງໄຊສະຫວາດ Miss Supranational laos 2017 …

Read More »