Breaking News

News

ຫ້າມພາດ! “Feb Festival 2019” ງານເທສະການດົນຕຣີທີ່ Chill ທີ່ສຸດໃນປະເທດລາວ

ຂໍຕ້ອນຮັບວັນແຫ່ງຄວາມຮັກ (Happy Valentine’s Day) ກັບຂ່າວສານດີໆທີ່ຈະນຳມາບອກເລົ່າສູ່ແຟນໆໃຫ້ໄດ້ຮັບຊາບກັນອີກແລ້ວ ກ່ອນອື່ນຕ້ອງຂໍຖາມວ່າໃນນີ້ມີໃຜເປັນສາຍຊິວ ສາຍຮັກດົນຕຣີ ສາຍແຟຊັ່ນ ສາຍຖ່າຍຮູບ ຫຼື ສາຍຮັກທຳມະຊາດກັນແດ່? ມາ…ມາໆມາລວມກັນໃນໂພສນີ້ເລີຍໄວໆ ຫຼ້າສຸດມີງານ “Feb Festival 2019” ຈະຈັດຂຶ້ນໃນວັນທີ 16 ກຸມພາ 2019 ທີ່ ສັງທອງ ງານນີ້ບອກກ່ອນເລີຍວ່າຈັດຂຶ້ນເອົາໃຈແຟນໆແທ້ໆ… ໃນເວລານີ້ Feb Festival 2  ມີການກະກຽມງານລໍຖ້າຮັບຕ້ອນແຟນໆ ໄດ້ມີການປະດັບປະດາ ຕົບແຕ່ງໃຫ້ເຂົ້າກັບບັນຍາກາດທ່າມກາງທຳມະຊາດ ມີຄວາມພ້ອມເກີນລ້ານເປີເຊັນແລ້ວໃນເວລານີ້… ພ້ອມນັ້ນຍັງມີກອງທັບນັກຮ້ອງສິລະປິນໃນດວງໃຈທັງພາຍໃນ ແລະ ຕ່າງປະເທດຫຼາກຫຼາຍວົງເຊັ່ນ: ວົງ Mild, CD the Rapper , Jojo Miracle , ວົງ Go Dunk , Temple Guys , Blackeyes, The …

Read More »

ແຟນໆລໍຖ້າເບິ່ງ! ລູກນໍ້າ ທິດາລັດ ສະແດງຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ຈາກທີມຜູ້ສ້າງຄົນລາວ

ວ້າວ ວ້າວ ວ້າວວວ! ເຫັນແລ້ວກໍອົດທີ່ຈະເກັບບອກມາເລົ່າຂ່າວສານກ່ຽວກັບຮູບເງົາລາວເຮົາບໍ່ໄດ້ ຫຼ້າສຸດມາອັບເດດຜົນງານຂອງ ລູກນໍ້າ ທິດາລັດ ວົງສິລິ ທີ່ກ່ອນໜ້ານີ້ນາງໄດ້ມີຜົນງານຮ່ວມສະແດງບໍ່ວ່າຈະເປັນລະຄອນ ຫຼື ຮູບເງົາຮ່ວມກັບປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ ບໍ່ພຽງແຕ່ນາງຈະມີຜົນງານກັບປະເທດເພື່ອນບ້ານເທົ່ານັ້ນ ແຕ່ນາງມາກັບຜົນງານໃໝ່ເພື່ອມາຝາກໃຫ້ແຟນໆໄດ້ຕິດຕາມ ເປັນຜົນງານການສະແດງຮູບເງົາລາວເລື່່ອງ ໄຂ່ຂວັນ (Expiration Date) ຮູບເງົາທີ່ມີທີມຜູ້ສ້າງເປັນຄົນລາວ. ສຳລັບ ຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ເປັນຮູບເງົາທີ່ມີນັກສະແດງ ແລະ ທີມຜູ້ສ້າງເປັນຄົນລາວ ແລະ ຖ່າຍທຳໃນຫຼາຍແຂວງຂອງປະເທດລາວເຮົາ ເອີ້ນໄດ້ວ່າເປັນຮູບເງົາທີ່ໜ້າຕິດຕາມ ແລະ ສະໜັບສະໜູນກັນສຸດໆ, ເຊິ່ງຮູບເງົາເລື່ອງ “ໄຂ່ຂວັນ” ເປັນອີກເລື່ອງໜຶ່ງທີ່ມີກະແສແຟນໆຕິດຕາມ ແລະ ໃຫ້ຄວາມສົນໃຈ ແລະ ກຳລັງກຽມເຂົ້າສາຍໄວໆນີ້… ເອົາເປັນວ່າແຟນໆອົດໃຈລໍກັນໄປກ່ອນ…, ສັນຍາເລີຍວ່າຈະມາອັບເດດຜົນງານທີ່ສາວ ລູກນໍ້າ ທິດາລັດ ໄດ້ຮ່ວມສະແດງຮູບເງົາລາວເລື່ອງດັ່ງກ່າວມາອັບເດດໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ, ຢ່າງໃດຄົນລາວເຮົາຢ່າລືມສະໜັບສະໜູນຜົນງານຄົນລາວນຳກັນເດີ້ແຟນໆ. (ຂໍຂອບໃຈສຳລັບຮູບພາບ) Story: ຊະນີIndy

Read More »

ແຊຣໄປໃຫ້ໂລກຮູ້! ໝີພູ ຄວ້າລາງວັນ…ໃນເວທີ Miss Global ທີ່ປະເທດ ຟີລິບປິນ ມາຝາກຄົນລາວ (ຂໍສະແດງຄວາມຍິນດີ)

ເປັນຂ່າວດີສຸດໆໃນເວລານີ້ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ໄດ້ເດີນທາງໄປເປັນສາວງາມຕົວແທນປະເທດລາວໃນເວທີການປະກວດສາວງາມລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ  ເຊິ່ງໄດ້ມີຮອບຕັດສິນໄປແບບສົດໆຮ້ອນໆໃນວັນທີ 11 ກຸມພາ 2019 ທີ່ຜ່ານມາ ແລະ ນາງງາມຕົວແທນປະເທດລາວຄົນນີ້ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ Miss Fashion ຈາກເວທີ Miss Global  ມາໄດ້ຢ່າງໜ້າຊື່ນຊົມ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບລາງວັນ Miss Global  ໃນປີນີ້ສາວງາມທີ່ຄວ້າລາງວັນໄປໄດ້ແມ່ນ Sophia Ng Miss Global Hong Kong (ຂໍສະແດງຄວາມຍິນດີ) ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Miss Global Laos

Read More »

ປ່ຽນແປງໂຕເອງໃນທາງທີ່ດີຂຶ້ນ ດ້ວຍວິທີດັ່ງຕໍ່ໄປນີ້…

ຢາກມີສຸຂະພາບທີ່ດີບໍ່ແມ່ນເລື່ອງຍາກ ພຽງແຕ່ຕ້ອງປ່ຽນແປງພຶດຕິກຳໃນແບບເກົ່າໆທີ່ອາດຈະສົ່ງຜົນເສຍຕໍ່ສຸຂະພາບເຮົາໄປຕະຫຼອດຊີວິດ ແລະ ຍັງສົ່ງຜົນໃຫ້ເກີດພະຍາດຕ່າງໆໄດ້ງ່າຍໆ, ດັ່ງນັ້ນ! ມາປ່ຽນແປງໂຕເອງໃນທາງທີ່ດີຂຶ້ນ ເພື່ອໃຫ້ມີສຸຂະພາບທີ່ດີ ຮ່າງກາຍສົມບູນແຂງແຮງ ປາສະຈາກພະຍາດ ຫຼື ໂລກໄພໄຂ້ເຈັບຕ່າງໆກັນດີກວ່າ!!! ດື່ມນໍ້າໃຫ້ພຽງພໍ ຄວນດື່ມນໍ້າມື້ລະ 2ລິດປະມານມື້ລະ 8-10ຈອກ ແຕ່ຖ້າຫາກວ່າໝູ່ເພື່ອນເປັນຄົນທີ່ເຮັດວຽກກາງແຈ້ງ ແລະ ເສຍເຫື່ອຫຼາຍ ກໍຄວນດື່ມນໍ້າເພີ່ມຂຶ້ນອີກ ເພາະນໍ້າຈະຊ່ວຍລ້າງສິ່ງເປິເປື້ອນ ແລະ ຂັບສານພິດໃຫ້ອອກໄປຈາກຮ່າງກາຍ ແລະ ຍັງຄວບຄຸມອຸນຫະພູມໃນຮ່າງກາຍໃຫ້ເປັນປົກກະຕິອີກດ້ວຍ 2. ກິນເຂົ້າເຊົ້າ ໃນຍາມເຊົ້າເປັນຍາມທີ່ທຸກໆຄົນຟ້າວຟັ່ງ ບາງຄົນບໍ່ມັກກິນເຂົ້າເຊົ້າ ກິນພຽງແຕ່ກາເຟຈອກດຽວ ເຊິ່ງອາດເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ຈຶ່ງເຮັດໃຫ້ຮູ້ສຶກເມື່ອຍ ອ່ອນເພຍ ດັ່ງນັ້ນຈຳເປັນທີ່ສຸດທີ່ຮ່າງກາຍຈະຕ້ອງໄດ້ຮັບອາຫານເຊົ້າ ແລະ ອາຫານທີ່ຄົບ 5ໝູ່ ເພື່ອເຮັດໃຫ້ຮ່າງກາຍ ແລະ ສະໝອງໄດ້ຮັບສານອາຫານທີ່ພຽງພໍແລະມີປະສິດທິພາບໃນການເຮັດວຽກຢ່າງເຕັມທີ່ 3. ກິນເຂົ້າໃຫ້ຖືກເວລາ ຄວນກິນອາຫານໃຫ້ເປັນໂມງ ຕົງກັບເວລາ ເພາະລະບົບເຜົາຜານເຮັດວຽກໄດ້ດີທີ່ສຸດໃນຊ່ວງເຊົ້າ ຈຶ່ງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິ ການກິນອາການບໍ່ຕົງຕໍ່ເວລາຍັງເຮັດໃຫ້ລະບົບທາງເດິນອາຫານເັຮດວຽກຜິດປົກກະຕິ ຈຶ່ງເຮັດໃຫ້ຕຸ້ຍງ່າຍ ແລະ ຍັງສ່ຽງຕໍ່ການເປັນພະຍາດກະເພາະອັກເສບອີກດ້ວຍ 4. …

Read More »

ມື້ນີ້ແລ້ວ! ມາຮ່ວມເປັນກຳລັງໃຈໃຫ້ນາງງາມລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ (ຮັກລາວເຊຍລາວ)

ຄົນລາວເຮົາທົ່ວປະເທດກໍໄດ້ຮູ້ກັນແລ້ວວ່າ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ໄດ້ເດີນທາງໄປຕົວແທນສາວງາມປະເທດລາວໄປປະກວດໃນເວທີລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ ແລະ ໃນວັນທີ 11 ກຸມພາ 2019 ນີ້ແລ້ວທີ່ເປັນມື້ຕັດສິນວ່າສາວງາມຈາກປະເທດໃດຈະສາມາດຄວ້າມົງກຸດອັນຊົງກຽດ Miss Global 2019 ນີ້ໄປໄດ້… ດັ່ງນັ້ນ! ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ  ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ Miss Global Organization ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ…   #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv

Read More »