Breaking News

News

(ແຊຣໄປໃຫ້ໂລກຮູ້) ສາວລາວຄວ້າເຖິງ 2 ລາງວັນ ໃນການແຂ່ງຂັນ Thailand Muscle and Physiques Championship ມາຝາກຄົນລາວ

ນັບວ່າເປັນຂ່າວດີໃນຊ່ວງເດືອນ ກຸມພາ 2019 ນີ້ເລີຍກໍ່ວ່າໄດ້ ເພາະມີກະແສຮືຮາກັນອີກແລ້ວ ຫຼ້າສຸດ ພອນວິໄລ ສົງບັນດິດ  (ກຸ່ງກິ່ງ)  ອາຍຸ 31ປີ ທີ່ເດີນທາງໄປເປັນຕົວແທນລົງແຂ່ງໃນງານ Thailand Muscle and Physiques Championship ທີ່ພັດທະຍາ ປະເທດໄທ ແລະ ຍັງສາມາດຄວ້າລາງວັນ ຮອງອັນດັບ 1 ແລະ ອີກລາງວັນພິເສດ ຂວັນໃຈສື່ມວນຊົນ ລວມທັງໝົດເປັນ 2 ລາງວັນ ມາຝາກຄົນລາວເຮົາອີກດ້ວຍ (ຂໍສະແດງຄວາມຍິນດີ) ສຳລັບ ກຸ່ງກິ່ງ ພອນວິໄລ  ເສັ້ນທາງກ່ອນທີ່ຈະໄດ້ລາງວັນຂອງເພິ່ນກໍບໍ່ແມ່ນງ່າຍ ເລີ່ມຫຼິ້ນກິລາຕັ້ງແຕ່ ອາຍຸ 12 ປີ ກ່ອນໜ້ານີ້ແມ່ນເຄີຍເປັນອະດີດນັກກິລາທີມຊາດລາວ ປະເພດບານບ້ວງ (Basketball) ຕໍ່ມາເລີ່ມຫັນມາຫຼິ້ນກິລາເພາະກາຍໄດ້ປະມານ 2 ປີ ແລະ ກຽມລົງແຂ່ງໃນງານ  Thailand Muscle and Physiques Championship ທີ່ພັດທະຍາ ປະເທດໄທ ໄດ້ລົງສະໝັກແຂ່ງໃນລຸ້ນ Model Physique …

Read More »

ເຄີຍສົງໃສບໍ່! ກິນເຂົ້າສວາຍແລ້ວ ຮູ້ສຶກງ້ວງຢາກນອນປະຈຳ ເປັນຍ້ອນຫຍັງ….?

ເຄີຍສົງໃສແດ່ບໍ່ວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ້ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma  ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ້ວງ ຫຼື ຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ໄດ້ຮູ່ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບທີ່ ຊະນີIndy ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ  3 ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ຈາກທາງຮ້ານ Kaogee Cafe  ແຖມຊ່ວງນີ້ເພິ່ນຍັງມີໂປໂມຊັ່ນດີໆ ຫຼຸດພິເສດເຖິງ 50% ( ເລີ່ມ 18-24 ກຸມພາ 2019 …

Read More »

ເປັນກະແສອີກແລ້ວ! ຮູບເງົາສັ້ນເລື່ອງ “ຄົນສຸດທ້າຍ” ຈະເປັນແນວໃດມາເບິ່ງ…

ເປັນກະແສໃຫ້ໄດ້ເວົ້າໄດ້ລົມກັນອີກແລ້ວເດີ້ແຟນໆ ຫຼັງຈາກທີ່ມີການປ່ອຍ “ເພງຄົນສຸດທ້າຍ” ທີ່ຮ້ອງໂດຍ ຕ່າຍ & ມິ້ນ ຈົນມີກະແສຮືຮາ ມີຍອດວິວທະລຸ ເກືອບ 3ແສນກວ່າວິວແລ້ວໃນເວລານີ້…, ຫຼ້າສຸດກໍຍັງມີການອິນກັບກະແສເພງດັ່ງກ່າວກັນຕໍ່ເນື່ອງ ເພາະໃນວັນທີ 17 ກຸມພາ 2019 ທີ່ຜ່ານມາໄດ້ມີການປ່ອຍ ຮູບເງົາສັ້ນເລື່ອງ “ຄົນສຸດທ້າຍ” ທີ່ໄດ້ສະແດງໂດຍ ຕ່າຍ & ມິ້ນ ເຊິ່ງຮູບເງົາເລື່ອງດັ່ງກ່າວຈະເປັນແນວໃດມາເບິ່ງ… "ຄົນສຸດທ້າຍ " #ຢ່າລືມກົດHDມາແລ້ວໜັງລາວ ໜັງສັ້ນເລື່ອງ "ຄົນສຸດທ້າຍ ແຊຣຫຼືແທັກໃຫ້ກັບຄົນຮັກທີ່ທ່ານຢາກໃຫ້ເປັນຄົນສຸດທ້າຍ …. ຕິດຕາມນັກສະແດງ ?? F.B Min Mint & Taiy SingerPhongsyla Soukphaphone#ອາກາດເໝາະກັບການເບິ່ງໜັງ#ຕິດຕາມໜັງລາວໃດ້ແລ້ວທີ່ນີ້ ? Posted by MJ production on Saturday, February 16, 2019   ເປັນແນວໃດອິນບໍ່ແຟນໆ… …

Read More »

ໂຊຫວານອີກແລ້ວ! ບອກເລີຍງານນີ້ ແອັບເປີ້ນ-ຟຣຸກ ມີຄວາມລະມຸນລະດັບ…???

ກິ່ນຄວາມຮັກຍັງບໍ່ຈາງຫາຍ ຍັງຢູ່ໃນບັນຍາກາດ ວັນແຫ່ງຄວາມຮັກ (Valentine’s Day)  ແນ່ນອນວ່າບໍ່ເວົ້າເຖິງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກໄອດໍ້ ສາວລາວ-ບ່າວໄທ ຄູ່ນີ້ຄົງຈະບໍ່ໄດ້ເລີຍ ເພາະໃນຊ່ວງວັນແຫ່ງຄວາມຮັກທີ່ຜ່ານມາ ທັງສອງກໍຍັງຄົງເປັນອີກຄູ່ທີ່ມີຄວາມຫວານສະເໝີຕົ້ນສະເໝີປາຍ ແຖມໂພສຮູບຫວານໆ ແຄັບຊັ່ນຊວນໃຫ້ເບິ່ງແລ້ວຍິ້ມ ມາໃຫ້ບັນດາແຟນໆໄດ້ອັບເດດກັນເຊັ່ນເຄີຍ… ເຫັນແລ້ວກໍໜ້າຮັກຫຼາຍໆສຳລັບຄູ່ຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ບອກເລີຍງານນີ້ທັງສອງມີຄວາມລະມຸນລະດັບ 10  ໄປເລີຍ ຫວານ…ໄດ້ໃຈແຟນໆແທ້ໆ. ຢ່າງໃດກໍຂໍໃຫ້ທັງສອງຮັກກັນ ແລະ ມີພາບໜ້າຮັກໆແບບນີ້ມາຝາກແຟນໆກັນເລື້ອຍໆເລີຍໂລດເດີ້ ເບິ່ງແລ້ວກໍມີຄວາມສຸກໄປນຳວ່າບໍ່ແຟນໆ…!!! ຮູບພາບ: FB/Appleminiberry Story: ຊະນີIndy

Read More »

ຄວາມຮັກປີນີ້ເປັນແນວໃດ? ເກັບຕົກພາບຄວາມຫວານຂອງຄົນບັນເທີງໃນ Valentine’s Day ເຫັນແລ້ວຮູ້ສຶກແບບວ່າ…

ວັນແຫ່ງຄວາມຮັກໃນປີ 2019 ຂອງເຈົ້າເປັນແນວໃດ? ສະບາຍດີ! ແຟນໆທຸກໆຄົນຫາກໍ່ຜ່ານພົ້ນວັນແຫ່ງຄວາມຮັກ (Valentine’s Day)  ຜູ້ຄົນທົ່ວໂລກກໍໄດ້ອອກມາສະຫຼອງເທສະການວັນແຫ່ງຄວາມຮັກທັງມີໃນແບບສົມຫວັງ ແລະ ບໍ່ສົມຫວັງກໍ່ວ່າກັນໄປ ແຕ່ບໍ່ເປັນຫຍັງເນາະ ເພາະຄວາມຮັກງົດງາມສະເໝີ, ບໍ່ເວັ້ນແມ້ແຕ່ບັນດາຄົນບັນເທີງ ເນັດໄອດໍ້ ເຊເລັບຄົນດັງບ້ານເຮົາກໍມີໂມເມັ້ນດີໆໃນວັນແຫ່ງຄວາມຮັກໃນປີນີ້ເຊັ່ນດຽວກັນ ທັງມີຫອບດອກໄມ້ຊໍ່ໃຫ່ຍ ໂພສຮູບຄູ່ ຂຽນກາດບອກຄວາມຮູ້ສຶກ ແຖມຍັງໂພສຜ່ານໂຊຊ່ຽວໃຫ້ເຫຼົ່າແຟນຄລັບໄດ້ອັບເດດກັນລົວໆ ໂອ້ຍ!!! ເຫັນແລ້ວກໍ່ມີຄວາມສຸກໄປນຳ ລອງມາເບິ່ງກັນວ່າໃນວັນແຫ່ງຄວາມຮັກນີ້ຈະມີຄົນດັງຄົນໃດແດ່ທີ່ມີໂມເມັ້ນດີໆໃນຊ່ວງວາເລັນທາຍ…  ລູກນໍ້າ ທິດາລັດ ວົງສິລິ (ນັກສະແດງ/ນາງແບບ) ຈີຈີ້ ພອຍໄພລິນ ສີວິໄລ (ເນັດໄອດໍ້) ນູ່ນີ່ ກຸມພົນພັກດີ (ເນັດໄອດໍ້) ຫຼິງຫຼິງ ປິຍະດາ ອິນທະວົງ (ນັກສະແດງ/ນາງແບບ) ອະເລັກສັນ (ນັກຮ້ອງ/ພິທີກອນ) ປູເປ້ ລາສະບຸດ (ພິທີກອນ/ນາງແບບ) ມຸກ ວົງໄຊສະຫວາດ (Miss Supranational Laos 2017) ເຈ້ຍ ປາຊິຟິກ (ຜູ້ກຳກັບ/ນັກສະແດງ) …

Read More »