Breaking News

(ແຊຣໄປໃຫ້ໂລກຮູ້) ສາວລາວຄວ້າເຖິງ 2 ລາງວັນ ໃນການແຂ່ງຂັນ Thailand Muscle and Physiques Championship ມາຝາກຄົນລາວ

ແບ່ງປັນ

ນັບວ່າເປັນຂ່າວດີໃນຊ່ວງເດືອນ ກຸມພາ 2019 ນີ້ເລີຍກໍ່ວ່າໄດ້ ເພາະມີກະແສຮືຮາກັນອີກແລ້ວ ຫຼ້າສຸດ ພອນວິໄລ ສົງບັນດິດ  (ກຸ່ງກິ່ງ)  ອາຍຸ 31ປີ ທີ່ເດີນທາງໄປເປັນຕົວແທນລົງແຂ່ງໃນງານ Thailand Muscle and Physiques Championship ທີ່ພັດທະຍາ ປະເທດໄທ ແລະ ຍັງສາມາດຄວ້າລາງວັນ ຮອງອັນດັບ 1 ແລະ ອີກລາງວັນພິເສດ ຂວັນໃຈສື່ມວນຊົນ ລວມທັງໝົດເປັນ 2 ລາງວັນ ມາຝາກຄົນລາວເຮົາອີກດ້ວຍ (ຂໍສະແດງຄວາມຍິນດີ)

ສຳລັບ ກຸ່ງກິ່ງ ພອນວິໄລ  ເສັ້ນທາງກ່ອນທີ່ຈະໄດ້ລາງວັນຂອງເພິ່ນກໍບໍ່ແມ່ນງ່າຍ ເລີ່ມຫຼິ້ນກິລາຕັ້ງແຕ່ ອາຍຸ 12 ປີ ກ່ອນໜ້ານີ້ແມ່ນເຄີຍເປັນອະດີດນັກກິລາທີມຊາດລາວ ປະເພດບານບ້ວງ (Basketball)

ຕໍ່ມາເລີ່ມຫັນມາຫຼິ້ນກິລາເພາະກາຍໄດ້ປະມານ 2 ປີ ແລະ ກຽມລົງແຂ່ງໃນງານ  Thailand Muscle and Physiques Championship ທີ່ພັດທະຍາ ປະເທດໄທ ໄດ້ລົງສະໝັກແຂ່ງໃນລຸ້ນ Model Physique Over 164cm ຈົນສາມາດຄວ້າມາໄດ້ເຖິງ 2 ລາງວັນໃນເວທີດັ່ງກ່າວ.  (ຂໍຊົມເຊີຍ! ເກັ່ງຫຼາຍໆ)

ເຫັນແລ້ວກໍມີຄວາມດີໃຈ ແລະ ຂໍຊົມເຊີຍ ເພາະສາມາດສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາໃຫ້ຕ່າງຊາດໄດ້ຮັບຮູ້.

#ແຊຣໄປໃຫ້ໂລກຮູ້ ??????

Story: ຊະນີIndy

ຮູບພາບ: FB/Songbundith King

ແບ່ງປັນ