Breaking News

ແຟນໆທົ່ວໂລກສົ່ງກຳລັງໃຈ! Justin Bieber ເດີນໜ້າບຳບັດອາການຊຶມເສົ້າ

ແບ່ງປັນ

ເຊື່ອວ່າແຟນໆຄົງຮູ້ຈັກ ເປັນແຟນຄລັບ ແລະ ມັກໃນຜົນງານຂອງ ຈັສຕິນ ບີເບີ (Justin Bieber) ເຮົາມັກຈະເຫັນໜຸ່ມຄົນນີ້ຍິ້ມ ມ່ວນຊື່ນ ທັກທາຍແຟນຄລັບ ຫຼື ມີໂມເມັ້ນຫວານໆກັບ ເຮລີ່ ບາສວິນ (Hailey Baldwin) ພັນລະຍາສະເໝີ, ແຕ່ຮູ້ບໍ່ວ່າທີ່ຈິງແລ້ວໜຸ່ມຄົນນີ້ບໍ່ໄດ້ Happy ສະເໝີໄປ ເພາະເຂົາກຳລັງພົບກັບ ໂຣກຊຶມເສົ້າ ທີ່ຕ້ອງການໆບຳບັດ ແລະ ເບິ່ງແຍງຢ່າງໃກ້ຊິດ ແລະ ໃນປັດຈຸບັນນີ້ ຈັສຕິນ ບີເບີ ນັກຮ້ອງຂວັນໃຈແຟນໆທົ່ວໂລກຄົນນີ້ ກຳລັງຢູ່ໃນຊ່ວງແກ້ໄຂບັນຫານີ້ດ້ວຍຕົວເອງ ຢ່າງຄ່ອຍເປັນຄ່ອຍໄປ…

ໄດ້ມີການເປີດເຜີຍຈາກແຫຼ່ງຂ່າວ People” ເຊິ່ງໄດ້ເຜີຍຂໍ້ມູນເບື້ອງຕົ້ນວ່າ ຕອນນີ້ ຈັສຕິນ ມີອາການຂອງໂຣກຊຶມເສົ້າ  ລາວມີອາການຫົດຫູ່ໃຈ ແລະ ບໍ່ໄດ້ມີສາເຫດມາຈາກການແຕ່ງງານ ເພາະລາວມີຄວາມສຸກກັບການໃຊ້ຊີວິດຄູ່ເປັນຢ່າງດີ ແລະ ຕອນນີ້ຄົນອ້ອມຂ້າງກໍເລີ່ມຮັບຮູ້ ແລະ ສົ່ງກຳລັງໃຈ ອີກທັງໃນເວລານີ້ ຈັສຕິນ ກໍໄດ້ຮັບການຮັກສາທີ່ຖືກຕ້ອງ ຈົນເລີ່ມກັບມາມີຄວາມໝັ້ນໃຈໃນຕົວເອງອີກຄັ້ງ

ສຳລັບສາເຫດອາການໂຣກຊຶມເສົ້າຂອງ ຈັສຕິນ ບີເບີ ນັ້ນເກີດມາຈາກການຢູ່ທ່າມກາງແສງສະປອດໄລ້ຂອງຄົນດັງ ມັກຖືກຕິດຕາມຈາກແຟນໆ ແລະ ມີຊ່າງພາບມາຖ່າຍຮູບ ຈົນບໍ່ມີເວລາສ່ວນຕົວ ແລະ ກ່ອນໜ້ານີ້ຍັງມີພາບຂອງຈັສຕິນຮ້ອງໃຫ້ຢູ່ເທີງລົດໂດຍມີ ເຮລີ່ ບາສວິນ ພັນລະຍາຂອງເຂົາຊ່ວຍເປັນກຳລັງໃຈ ແລະ ປອບໃຈຢູ່ຂ້າງໆ ເຮັດໃຫ້ແຟນໆທົ່ວໂລກຕ່າງກໍ່ສົງໄສວ່າເກີດຫຍັງຂຶ້ນກັບລາວກັນແທ້…

แ

ກ່ອນໜ້ານີ້ ຈັສຕິນ ບີເບີ  ໄດ້ໃຫ້ສຳພາດກັບ Vogue ແລະ ເວົ້າລົມເຖິງອາການຕິດ Sex ໃນອະດີດ ເຮັດໃຫ້ເປັນສາເຫດໜຶ່ງທີ່ເປັນເຫດຜົນທີ່ເຮັດ ຈັສຕິນ ແລະ  ເຮລີ່ ບໍ່ມີຫຍັງລ່ວງເກີນກັນກ່ອນແຕ່ງດອງ ຊຶ່ງອາການຊຶມເສົ້າກໍເປັນຜົນຂ້າງຄຽງຂອງອາການຕິດ Sex ອີກດ້ວຍ ເປັນເຫດຜົນໃຫ້ ຈັສຕິນ ໃຊ້ຍາ Xanax ຊຶ່ງເປັນຢາຮັກສາພາວະວິຕົກກັງວົນເພື່ອຮັກສາອາການຕົວເອງອີກດ້ວຍ

เฮลีย์ - จัสติน

(ຄຳສຳພາດຂອງ ຈັສຕິນ ບີເບີ)

“ຂ້ອຍມາຮູ້ວ່າຕົວເອງເຮັດໃນສິ່ງທີ່ໜ້າລະອາຍ ເປັນພຶດຕິກຳທາງເພດ ຂ້ອຍໃຊ້ Xanax ເພາະຮູ້ສຶກລະອາຍໃຈຕົວເອງ ແມ່ຂອງຂ້ອຍເຄີຍບອກສະເໝີວ່າຄວນໃຫ້ກຽດ ແມ່ຍິງ ສຳລັບຂ້ອຍແລ້ວຄຳເວົ້າຂອງແມ່ມັກຈະວົນວຽນໃນຫົວຕະຫຼອດເວລາທີ່ເຮັດໂຕໜ້າລະອາຍແບບນີ້ ຂ້ອຍບໍ່ເຄີຍມີຄວາມສຸກກັບມັນເລີຍ”

“ການໃຊ້ຢາມັນຢູ່ລະຫວ່າງຕົວເອງກັບສິ່ງທີ່ຂ້ອຍກຳລັງເຮັດຢູ່ ຂ້ອຍເຂົ້າສູ່ດ້ານມືດ ແລະ ຄິດວ່າມັນຕ້ອງມີເວລາທີ່ຂ້ອຍຈະໄດ້ປົກປ້ອງຕົວເອງ”

ແລະ ໃນປີ 2017 ທີ່ຜ່ານມາ ຈັສຕິນ ບີເບີ ໄດ້ຍົກເລີກຄອນເສີດທັງໝົດ 14 ຄອນເສີດແບບກະທັນຫັນ ຕໍ່ຈາກນັ້ນກໍໄດ້ມີຂ່າວອອກມາວ່າໜຸ່ມຈັສຕິນກຳລັງປະສົບບັນຫາທາງສຸຂະພາບຈິດຢ່າງຮຸນແຮງ ແລະ ລາວກໍໄດ້ອອກມາໃຫ້ສຳພາດວ່າ:

จัสติน บีเบอร์

(ຄຳສຳພາດຂອງ ຈັສຕິນ ບີເບີ)

“ຂ້ອຍອອກທົວຄອນເສີດດ້ວຍຄວາມຫົດຫູ່ໃຈ ແລະ ບໍ່ເຄີຍບອກຄວາມໃນໃຈ ແລະ ເວົ້າເຖິງເລື່ອງນີ້ເລີຍ ເພາະຍັງບໍ່ສາມາດເວົ້າເຖິງມັນໃນຊ່ວງນັ້ນໄດ້ ມັນໂດດດ່ຽວ ເລີຍຕ້ອງການເວລາເພື່ອທຳໃຈກັນແດ່”

ໃນເວລານີ້ ຈັສຕິນ ບີເບີ ກຳລັງເດີນໜ້າບຳບັດຕົວເອງຈາກອາການໂຣກຊຶມເສົ້າຢ່າງເຕັມຕົວ ໂດຍມີກຳລັງໃຈຈາກຄົນອ້ອມຂ້າງ ແລະ ແຟນໆທົ່ວໂລກ, ຢ່າງໃດກໍຕາມທາງເຮົາກໍຂໍເປັນກຳລັງໃຈ ແລະ ສົ່ງກຳລັງໃຈໃຫ້ ຈັສຕິນ ບີເບີ ໃຫ້ອາການດີຂຶ້ນ ແລະ ຫາຍຈາກອາການດັ່ງກ່າວໄວໆເລີຍເດີ້. (ສູ້..ສູຸ້)

ທີ່ມາ: https://gossipstar.mthai.com/hollywood/inter/73890

ແບ່ງປັນ