Breaking News

ໂກອິນເຕີ! ນັກສະແດງລາວໄປສ້າງຊື່ໄກ ກຳລັງມີກະແສໂດ່ງດັງທີ່ຕ່າງປະເທດ (ມີໃຜແດ່ມາເບິ່ງ?)

ແບ່ງປັນ

ເປັນກະແສໂດ່ງດັງໄປສຸດໆໃນເວລານີ້ ກັບສາວໆໃນວົງການບັນເທີງລາວທີ່ກຳລັງມີກະແສໂດ່ງດັງທີ່ຕ່າງປະເທດ ເພາະໄດ້ມີການທາບທາມ ນັກສະແດງ/ນັກຮ້ອງ ຫຼາຍທ່ານໄປສະແດງສີມື ໂຊຄວາມສາມາດຢູ່ທີ່ຕ່າງປະເທດເຊັ່ນ:

ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017)

ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ)

ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ) ອີກດ້ວຍ.

ນໍ້າຝົນ ອິນທະວົງ (ຫຼື ນໍ້າຝົນ Indee) ນັກຮ້ອງສາວຈາກປະເທດລາວ

ບໍ່ເວັ້ນແມ້ແຕ່ ນໍ້າຝົນ ອິນທະວົງ ນັກຮ້ອງສາວລາວເຮົາ ຈາກຄ້າຍເພງ Indee Records ໄດ້ເດີນໜ້າໂກອິນເຕີຮ່ວມສະແດງຮູບເງົາ “FRIEND ZONE ລະວັງສິ້ນສຸດທາງເພື່ອນ” ຮູບເງົາໄວໜຸ່ມທີ່ກຳລັງເປັນກະແສໂດ່ງດັງທີ່ປະເທດເພື່ອນບ້ານ, ເຊິ່ງງານນີ້ຖືວ່າບໍ່ທຳມະດາກັນເລີຍເດີ້ ເພາະນາງໄດ້ຮ່ວມສະແດງກັບ ນາຍ ນະພັດ ແລະ ໃບເຟີນ ພິມຊະນົກ ເຊິ່ງທັງ 2 ເປັນອີກໜຶ່ງນັກສະແດງຂອງປະເທດເພື່ອນບ້ານທີ່ມີຄວາມສາມາດ ແລະ ກຳລັງມາແຮງທີ່ສຸດໃນເວລານີ້ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ  ນໍ້າຝົນ ອິນທະວົງ ຍັງໄດ້ຮ່ວມຮ້ອງເພງປະກອບຮູບເງົາເລື່ອງດັ່ງກ່າວຮ່ວມກັບ ປາມມີ່ ນັກຮ້ອງສາວແຖວໜ້າຂອງໄທ ພ້ອມທັງໄດ້ລວມລວມເອົາສິລະປິນສາວຊື່ດັງຈາກ 9 ປະເທດ ເນື້ອເພງກໍເປັນ 9ພາສາ ລວມທັງພາສາລາວເຮົານຳເດີ້ແຟນໆ ແລະ ງານນີ້ພາສາລາວເຮົາຍັງໄດ້ເປັນຊາດທຳອິດທີ່ຮ້ອງອີກດ້ວຍ…

ໜໍແນ່ງ ຈັນດາລີ ສິດພະໄຊ (ທ່ານ ໝໍ/ນັກສະແດງ)

ຈັນດາລີ ສິດພະໄຊ (ຫຼື ໝໍ ແນ່ງ) ມີຂ່າວສານມາໃຫ້ແຟນໆໄດ້ອັບເດດຜົນງານກັນເລຶ້ອຍໆ, ກ່ອນໜ້ານີ້ກໍໄດ້ມີການເປີດເຜີຍໃຫ້ຮູ້ກັນໄປວ່ານາງໄດ້ໄປຮ່ວມສະແດງຮູບເງົາເລື່ອງ “ດອກຈຳປາບານ”ເຊິ່ງເປັນຮູບເງົາສານສຳພັນລະຫວ່າງ ລາວ-ຈີນ ຮ່ວມກັບທີມງານ ແລະ ຜູ້ສ້າງຈາກປະເທດຈີນ ຈົນເອີ້ນສຽງຮືຮາຈາກແຟນໆມາແລ້ວ ແລະ ນອກຈາກນັ້ນຍັງມີຮູບເງົາເລື່ອງ ສະບາຍດີ ປະເທດລາວ (Hello Laos) ເຊິ່ງເລື່ອງນີ້ໄດ້ນັກສະແດງນຳກໍຄື ໝໍ ແນ່ງ ຈັນດາລີ ສິດພະໄຊ ແລະ ຕ່າຍ ອາກາດ ມາປະຊັນສີມືການສະແດງໃນຮູບເງົາເລື່ອງດັ່ງກ່າວ ຮ່ວມກັບທີມຜູ້ສ້າງຈາກ ສປ ຈີນ ນັ້ນເອງ.

(ຮູບເງົາເລື່ອງ  ດອກຈຳປາບານ)

(ຮູບເງົາເລື່ອງ ສະບາຍດີ ປະເທດລາວ)

 

ລູກນໍ້າ ທິດາລັດ ວົງສິລິ (ນັກສະແດງຊື່ດັງ) 

ເຊື່ອວ່າເວົ້າເຖິງ ສາວ ລູກນໍ້າ ທິດາລັດ ແຟນໆຫຼາຍທ່ານຄົງຮູ້ຈັກ ເພາະນາງມີຜົນງານທັງການເປັນນາງງາມ ການເດີນແບບ ຖ່າຍແບບ ສະແດງເອັມວີ ສະແດງຮູບເງົາ ແລະ ລະຄອນ ແຖມນາງຍັງມີຜົນງານການສະແດງຮູບເງົາແລະ ລະຄອນໃນປະເທດໄທຫຼາຍຕໍ່ຫຼາຍເລື່ອງ ບໍ່ວ່າຈະເປັນລະຄອນເລື່ອງ ສິ້ນລາຍຫົງ, ແລະ ທີ່ກຳລັງເປັນກະແສ ແລະ ຢູ່ໃນຊ່ວງຖ່າຍທຳກໍຄື ລະຄອນເລື່ອງ ດອກຄູນສຽງແຄນ ທີ່ສາວລູກນໍ້າເພິ່ນໄດ້ສະແດງເປັນນາງເອກຄູ່ກັບ ຕູມຕາມ ຍຸດທະນາ ພະເອກຊື່ດັງປະເທດເພື່ອນບ້ານ ເອີ້ນໄດ້ວ່າໃນເວລານີ້ ລູກນໍ້າ ທິດາລັດ ມີກະແສໂດ່ງດັງ ເປັນທີ່ຮູ້ຈັກ ແລະ ມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ.

(ຮູບເງົາເລື່ອງ ບັງເອີນຮັກ ຂ້ອຍຮັກເຈົ້າ)

(ຮູບເງົາເລື່ອງ ສິ້ນລາຍຫົງ)

(ຮູບເງົາເລື່ອງ ດອກຄູນສຽງແຄນ)

ວ້າວວວວ! ຫຼາຍຄົນຈົນເກັບມາຝາກແຟນໆບໍ່ໄຫວກັນເລີຍ ເອົາເປັນວ່າພໍຫອມປາກຫອມຄໍແຕ່ພຽງເທົ່ານີ້ກ່ອນເນາະ, ເຫັນແລ້ວກໍມີຄວາມດີໃຈ ແລະ ຂໍຊົມເຊີຍ ນັກສະແດງ/ສິລະປິນລາວ ເຮົາທຸກໆຄົນ ນອກຈາກຈະໄປໂຊຄວາມສາມາດແລ້ວ ຍັງສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາອີກດ້ວຍ.(ຂໍຊົມເຊີຍ! ເກັ່ງຫຼາຍໆ)

Story: ຊະນີIndy

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ)

ແບ່ງປັນ