ສະບາຍດີສາວໆຂວັນໃຈ ແລະ ເພື່ອນໆທຸກຄົນ ມື້ວານນີ້!!! ແອັດ ໄດ້ຖືກເຊີນໄປຮ່ວມເປີດງານ ເທສະການ “LBC Oktoberfest 2018” ເລີຍໄດ້ເກັບພາບບັນຍາກາດ ແລະ ເອົາຮູ້ສຶກທີ່ໄດ້ໄປງານນີ້ມາເລົ່າໃຫ້ທຸກຄົນໄດ້ຮູ້ ເພື່ອຫຼາຍຄົນຍັງບໍ່ຮູ້ ແລະ ກຽມຕົວໄປຮ່ວມມ່ວນຊື່ນນຳກັນ. ບໍລິສັດເບຍລາວ ໄດ້ນໍາເອົາງານນີ້ມາຈັດໃນລາວປີນີ້ເປັນປີທີ 2 ແລ້ວ ເພື່ອໃຫ້ຄົນລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ລາວ ໄດ້ສໍາຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ. ແອັດໄປຮ່ວມງານມື້ວານນີ້ ເລີ່ມຕັ້ງແຕ່ເຂົ້າໜ້າງານກະກໍເລີ່ມມ່ວນກັບການຖ່າຍຮູບຢູ່ມູມຕ່າງໆຂອງໜ້າງານ ພ້ອມມີສາວໆໃສ່ຊຸດພື້ນເມືອງຊາວເຢຍລະມັນ ມາຕ້ອນຮັບ ເມື່ອເຂົ້າໄປງານຍິ່ງຮູ້ສຶກວ່າຕົນເອງຢູ່ໃນຢູ່ທ່າມກາງເທສະການ Oktoberfest ຢູ່ເອີຣົບພຸ້ນແຫຼະ ມີຜູ້ຄົນມັກມ່ວນເຂົ້າຮ່ວມງານຢ່າງຫຼວງຫຼາຍຈົນເຕັມງານທັງຄົນລາວ ແລະ ຄົນຕ່າງປະເທດ, ພາກັນທັງແຕ່ງຕົວແບບຊາວພື້ນເມືອງປະເທດເຢຍລະມັນດັ່ງເດີມທາຮ່ວມງານ ຄືເປັນບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈ ເປັນຕາຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ ແລະ ໂພສລົງເຟສບຸກຊວນໝູ່ມາຮ່ວມມ່ວນນຳກັນ. ໃນງານທຸກຄົນຈະໄດ້ພົບກັບສິລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອີຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, …
Read More »News
ແຈ້ງການ! ຫ້າມນຳເຂົ້າ, ບໍລິການ-ຂາຍ, ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດ… (ເບິ່ງລາຍລະອຽດເພີ່ມຕື່ມ)
ອີງຕາມແຈ້ງການສະບັບເລກທີ395/ປກສ.ນວ, ລົງວັນທີ 15 ຕຸລາ 2018 ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561. ຂໍ້ຫ້າມຕ່າງໆມີລາຍລະອຽດດັ່ງລຸ່ມນີ້: 1. ເຂົ້າຮ່ວມປະຕິບັດກົດລະບຽບຂອງພະແນກອຸດສະຫະກຳ-ການຄ້າ ນະຄອນຫລວງວຽງຈັນ, ກ່ຽວກັບການຫ້າມນຳເຂົ້າ, ບໍລິການ-ຂາຍ, ຈູດໂຄມໄຟລອຍຟ້າ, ຈູດໝາກກະໂພກທຸກຊະນິດ, ທຸກລະດັບ 2. ຫ້າມນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບຈິດ, ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ 3. ຫ້າມຖືອາວຸດທຸກຊະນິດເຂົ້າໄປໃນງານບຸນ ຍົກເວັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທີ່ກຳລັງປະຕິບັດໜ້າທີ່ໃນການປ້ອງກັນງານບຸນດັ່ງກ່າວ 4. ບຸກຄົນໃດຢູ່ໃນສະພາບມຶນເມົາຫ້າມຂັບຂີ່ລົດສັນຈອນຕາມເສັ້ນທາງຫຼວງ, ຫ້າມຂີ່ລົດເປັນພຶງເປັນແພ,ຂີ່ລົດແຂ່ງກັນ, ຂີ່ລົດກວນເມືອງ, ຂັບຂີ່ລົດທີ່ເປັນພຶດຕິກຳລະເມີດກົດລະບຽບການສັນຈອນຕາມເສັ້ນທາງຫຼວງ 5. ຫ້າມກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບ ໃນບຸນເດັດຂາດ 6. ຫ້າມຈອດລົດຊະຊາຍຕາມຖະໜົນຫົນທາງຕ່າງໆເຊັ່ນ: ຖະໜົນສຸພານຸວົງ ນັບແຕ່ໄຟແດງບ້ານອາກາດ …
Read More »ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກສາວລາວບ່າວໄທ ຕື່ນເຕັ້ນກຽມລຸ້ນ…ຂ່າວດີເລື່ອງລູກ!!!
ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກໄອດໍ້ສາວລາວບ່າວໄທ ທີ່ຫຼ້າສຸດໂພສຜ່ານ ອິນສະຕາແກຣມ ໃຫ້ແຟນໆໄດ້ອັບເດດກັນອີກຄັ້ງວ່າ ກຳລັງຈະມີການລຸ້ນຂ່າວດີເລື່ອງທາຍາດຂອງທັງສອງ. (ເບິ່ງຄລິບ) View this post on Instagram เจ็บนะแต่ไม่แสดงออก ไม่ให้รู้หรอก ??? สู้ๆ ฉีดไข่วนไป บางฟองโตขึ้นนิดนึง บางฟองเล็กลงไปอีก ? ใกล้จะถึงวันทำแล้ว ทั้งกลัว ทั้ง ตื่นเต้นสุดๆ ❤️❤️❤️❤️ ขอบคุณสามี ฉีดให้ทุกวันเลย บางวันมือเบา บางวันมือหนัก หึ ? @fluke_jira ขอกำลังใจหน่อยยยยย #flukeapple #flukeapplebaby ใจไม่แข็งอย่าดู มีเข็ม ??? A post shared by Appleminiberry ? (@appleminiberry) on …
Read More »ມາເບິ່ງ! ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss International (2017-2018) #ແຊຣໄປໃຫ້ໂລກຮູ້
ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss International ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ບາບີ້ ປິຍາມາດ ພູນປະເສີດ Miss International Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ສຳຄັນ… ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ …
Read More »ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss International 2018 ໄວໆນີ້…
ຫຼັງຈາກທີ່ມີການປ່ອຍຮູບພາບຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss International Laos 2018 ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss International 2018 ໃນເດືອນ ພະຈິກ ນີ້… ທີ່ປະເທດຍີ່ປຸ່ນ. ໃນມື້ນີ້ຈະພາແຟນໆມາເບິ່ງ ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss International Laos 2018 ກັນອີກຄັ້ງ ລອງມາເບິ່ງກັນເລີຍເນາະ!!! ເປັນແນວໃດກັນແດ່ເບິ່ງແລ້ວງົດງາມ ອ່ອນຫວານ ມີເອກະລັກຄວາມເປັນລາວ ແລະ ບົ່ງບອກເຖິງການນຸ່ງຖືຂອງແມ່ຍິງລາວ ແລະ ພໍທີ່ຈະແຂ່ງກັບປະເທດອື່ນໄດ້ແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: fb/B’Bie Piyamarth
Read More »