Breaking News

News

ເຊົານິດໄສແບບນີ້ໄດ້ແລ້ວ ຖ້າບໍ່ຢາກຖືກຖິ້ມ!!!

10 ນິດໄສທີ່ຄວນເຊົາໄດ້ແລ້ວ ຖ້າບໍ່ຢາກຖືກຖິ້ມ!! ເຄີຍບໍ່ເວລາທີ່ຄາດຫວັງແລ້ວບໍ່ໄດ້ດັ່ງໃຈທຸກເທື່ອ ສາເຫດອາດຈະມາຈາກຫຼາຍຢ່າງ ແຕ່ໜຶ່ງໃນນັ້ນກໍອາດຈະເກີດຈາກນິດໄສເຮົານີ້ແຫຼະ! ມາ Check ກັນດ່ວນວ່າເຮົາມີນິດໄສໜ້າລໍາຄານທີ່ຜູ້ຊາຍຢາກຈະເທຖິ້ມບໍ່? ໄປເບິ່ງເລີຍ ຖ້າໃຫ້ຜູ້ຊາຍເປັນຄົນທັກແຊດມາກ່ອນ ຍ້ອນຄວາມໝັ້ນໜ້າ, ໝັ້ນໃຈເກີນໄປອາດຈະເຮັດໃຫ້ເຮົາເສຍຜູ້ຊາຍດີໆໄປກໍໄດ້ ຄາດຫວັງຈະໄດ້ແນວນັ້ນແນວນີ້ຈາກເຂົາທັ້ງທີ່ເຮົາບໍ່ເຄີຍເຮັດຫຍັງໃຫ້ເຂົາ ໃຫ້ເຂົາເປັນຝ່າຍບອກຮັກເຮົາກ່ອນ ສະໄໝນີ້ຄໍາວ່າຮັກມັນເວົ້າງ່າຍ ຖ້າເຮົາຈະເວົ້າກ່ອນກໍບໍ່ໄດ້ເສຍຫາຍຫຍັງ ແລະ ສິ່ງສໍາຄັນຄືໃຫ້ເບິ່ງທີ່ການກະທໍາ ໃຫ້ເຂົາເປັນຝ່າຍຂໍໂທດເຮົາກ່ອນ ສັກສີມັນມີ ແຕ່ໃນເລື່ອງຂອງຄວາມຮັກມັນກໍມີຂີດຈໍາກັດຂອງມັນ ຖ້າເຮົາຜິດກໍຄວນຂໍໂທດຈະດີທີ່ສຸດ ຖືກທໍາຮ້າຍຈິດໃຈ ແຕ່ຊອກຂໍ້ແກ້ຕົວໃຫ້ເຂົາ ແບບນີ້ເຂົາເອີ້ນວ່າຮັກຈົນໜ້າມືດຕາມົວ ຍອມເຂົາໝົດທຸກຢ່າງ ຈົນສູນເສຍຄວາມເປັນຕົວເອງແບບບໍ່ມີເຫດຜົນ ມັນຈະເຮັດໃຫ້ເຮົາທົນບໍ່ໄດ້ດົນດອກ ບໍ່ຊື່ສັດຕໍ່ໃຈຕົວເອງ ເຊື່ອວ່າແມ່ຍິງທຸກຄົນມີສັນຍານທີ່ບົ່ງບອກວ່າຕົວເອງເໝາະ ຫຼືບໍ່ເໝາະກັບຫຍັງ ສະນັ້ນຢ່າຕົວະຕົວເອງຍ້ອນຄໍາວ່າຮັກ ຍອມຮັບໃນສິ່ງທີ່ບໍ່ຄວນໄດ້ຮັບ ແບບວ່າຍອມເປັນທຸກຢ່າງເພື່ອເຂົາ ຍອມເປັນຄົນຂັ້ນເວລາ ຈົນຕົວເອງໄຮ້ຄ່າ ບໍ່ຍອມຮັບຄວາມຈິງ ເຮັດຜິດຊໍ້າແລ້ວຊໍ້າອີກ ເມື່ອຖືກຈັບໄດ້ກໍບໍ່ຍອມຮັບຄວາມຈິງ ບໍ່ມີຜູ້ຊາຍດີໆຢູ່ໃສມາທົນໄດ້ດອກ ໝົດກໍາລັງໃຈ ຍຶດຕິດຢູ່ກັບອາດີດ ບໍ່ວ່າໃຜຈະມາປອບໃຈແນວໃດກໍບໍ່ສົນໃຈ  ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: Google

Read More »

ກຣີດໆໆໆ! ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ຝາກເຖິງແຟນໆຊາວລາວແບບນີ້…

ກຣີດໆໆໆ!!! ຢາກຈະກຣີດໆໆໆ ໃຫ້ເຈັບຄໍກັນໄປເລີຍ ຫຼ້າສຸດ ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ໄດ້ໂພສຮູບພາບ ແລະ ແຄັບຊັ່ນຜ່ານອິນສະຕາແກຣມບອກແຟນໆຊາວລາວເຮົາວ່າ: “ສປປ ລາວ ວຽງຈັນ ດຽວເຈິກັນ see ya vientiane”  View this post on Instagram สปป.ลาว เวียงจันทน์ เดียวเจอกันค้าบ ?? see ya vientiane ? A post shared by ken_phupoom (@ken_phupoom) on Oct 16, 2018 at 10:32pm PDT ງານນີ້ເຮັດເອົາເຫຼົ່າບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີ ແລະ ຍິນດີຕ້ອນຮັບພະເອກດັງເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ!!! ສຳລັບການເດີນທາງມາຂອງ ເຄນ …

Read More »

ສຸດຍອດ! ປະເທດລາວຈະມີພະພຸດທະຮູບສູງ 108 ແມັດ ພ້ອມສວນພຶກສາຊາດໃຫຍ່ທີ່ສຸດໃນອາຊຽນ!!! (#ແຊຣໄປໃຫ້ໂລກຮູ້)

ອາທິດຜ່ານມານີ້, ອໍານາດການປົກຄອງເມືອງປາກຊ່ອງ ແຂວງຈໍາປາສັກຢືນຢັນວ່າຈະເນລະມິດເມືອງປາກຊ່ອງໃຫ້ກາຍເປັນແຫລ່ງທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາໂດ່ງດັງຢູ່ແຖວໜ້າຂອງອາຊຽນ ຂະນະທີ່ແຜນພັດທະນາເບື້ອງຕົ້ນຈະສ້າງເປັນສວນພຶກສາຊາດນາໆຊະນິດ ແລະ ສ້າງພະພຸດທະຮູບໃຫຍ່ທີ່ສຸດດ້ວຍຄວາມສູງ 108 ແມັດ. ຫລ້າສຸດ ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນອາທິດຜ່ານມານີ້ວ່າ: ເມືອງປາກຊ່ອງທີ່ຂຶ້ນຊື່ວ່າຜືນແຜ່ນດິນຄໍານັ້ນໄດ້ຮັບການພິຈາລະນາ ແລະ ວາງແຜນພັດທະນາຂະຫຍາຍໃຫຍ່ທີ່ກວມເອົາການສ້າງພະພຸດທະຮູບອົງໃຫຍ່ສູງ 108 ແມັດ, ສ້າງສວນພຶດສາຊາດເຕັມໄປດ້ວຍດອກໄມ້ ແລະ ພັນໄມ້ນາໆຊະນິດສ້າງເປັນແຫລ່ງທ່ອງທ່ຽວກະສິກໍາຕິດພັນກັບແຫລ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ເຊິ່ງທັງໝົດທີ່ກ່າວມານັ້ນແມ່ນຄວາມພະຍາຍາມຂອງລັດຖະບານກໍຄືອໍານາດການປົກຄອງແຂວງດັ່ງກ່າວເພື່ອດຶງດູດການທ່ອງທ່ຽວ ແລະ ການພັດທະນາສີຂຽວແບບຍືນຍົງ. ທ່ານ ເຈົ້າເມືອງຍັງຊີ້ແຈງວ່າ: ເມືອງປາກຊ່ອງກາຍເປັນດິນແດນທີ່ໜ້າສົນໃຈ ແລະ ຫອມຫວານຂອງນັກລົງທຶນທັງພາຍໃນ-ຕ່າງປະເທດ ປັດຈຸບັນນີ້ມີ 74 ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງດັ່ງກ່າວ ໃນນັ້ນ 45.000 ເຮັກຕາແມ່ນເນື້ອທີ່ປູກກາເຟ ອີກ 1.700 ເຮັກຕາແມ່ນປູກພືດຜັກ ແລະ ຍັງອີກດິນຈໍານວນໜຶ່ງແມ່ນໄດ້ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວ ລວມທັງວຽກບຸລິມະສິດຂອງເມືອງ; ປີ 2017 …

Read More »

ງົດງາມ! ເຜີຍແລ້ວຊຸດປະຈຳຊາດລາວຂອງ ບາບີ້ ປິຍະມາດ ​ທີ່ຈະໃຊ້ເຂົ້າໃນການປະກວດ Miss​ International​ 2018​ ທີ່ປະເທດຍີ່ປຸ່ນ!!!

ເຜີຍແລ້ວ!!! ຫຼັງຈາກທີ່ເຮົາໄດ້ຮູ້ ແລະ ໄດ້ເຫັນໜ້າຕາຂອງ Miss​ International​ Laos 2018​ ນັ້ນກໍຄື ບາບີ້ ປິຍາມາດ ພູນປະເສີດ ກັນແລ້ວ ແລະ ຫຼ້າສຸດກໍຈັດໃຫ້ເອົາໃຈແຟນໆນາງງາມຊາວລາວ ເພາະເພິ່ນມີການເປີດເຜີຍຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນກເວທີ Miss​ International​ 2018​ ໃນເດືອນ ພະຈິກ ນີ້… ທີ່ປະເທດຍີ່ປຸ່ນ. ເປັນແນວໃດກັນແດ່ເບິ່ງແລ້ວງົດງາມ ອ່ອນຫວານ ມີເອກະລັກຄວາມເປັນລາວ ແລະ ບົ່ງບອກເຖິງການນຸ່ງຖືຂອງແມ່ຍິງລາວກັນແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ

Read More »

ໄວໜຸ່ມລາວ! ເຂົ້າຮ່ວມແລກປ່ຽນດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດທີ່ປະເທດຍີ່ປຸ່ນ

ໃນວັນທີ 15 ຕຸລາ 2018 ທີ່ຜ່ານມາ, ໄວໜຸ່ມລາວ ໂດຍມີນັກຮຽນມັດທະຍົມຕອນປາຍ 8 ຄົນ, ນັກສຶກສາມະຫາວິທະຍາໄລ 8 ຄົນ ແລະ ລັດຖະກອນ 1 ທ່ານໄດ້ເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມ “ການແລກປ່ຽນທາງດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 16 ເຖິງ 23 ຕຸລາ 2018. ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະ ໄພພິບັດຢູ່ຍີ່ປຸ່ນ. ນັກສຶກສາທັງ 16 ຄົນນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຫລາຍກວ່າ 370 ກວ່າຄົນໂດຍຄະນະກໍາມະການຂັດເລືອກເຊິ່ງປະກອບດ້ວຍຕົວແທນຈາກສູນກາງຊາວໜຸ່ມລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ. ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

Read More »