ຫຼັງຈາກທີ່ ປິຍະມາດ ພູນປະເສີດ (ບາບີ້) Miss International Laos 2018 ໄດ້ໂພສຜ່ານເຟສບຸກສ່ວນຕົວໃນວັນທີ 3 ຕຸລາ 2018 ທີ່ຜ່ານມາວ່າດ້ວຍເລື່ອງການລົງປະກວດໃນເວທີນາງງາມ ເພາະຢາກສານຕໍ່ຄວາມຝັນຂອງຕົນໃຫ້ປະສົບຜົນສຳເລັດ ໂດຍທີ່ບໍ່ສົນກັບສຽງວິພາກວິຈານ ກະແສດ້ານລົບ ແລະ ຄຳດ່າຂອງຄົນ. (ໂພສກ່ອນໜ້າຂອງ ບາບີ້ ປິຍະມາດ) ມາຮອດມື້ນີ້ ຜົນກໍປະກົດວ່າ ສິ່ງທີ່ນາງໄດ້ຕັດສິນໃຈລົງປະກວດນັ້ນ ເກີດຜົນແລ້ວ ເພາະນາງສາມາດຄວ້າລາງວັນຊະນະເລີດ ໄດ້ເປັນ Miss International Laos 2018 ແລະ ກໍມີຄຳຊື່ນຊົມ ແລະ ສະແດງຄວາມຍິນດີຈາກບັນດາແຟນຄລັບກັນຢ່າງຫຼວງຫຼາຍ. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ຫຼ້າສຸດ ບາບີ້ ປິຍະມາດ Miss International Laos 2018 ກໍໄດ້ໂພສຄວາມຮູ້ສຶກ ແລະ ຂອບໃຈທຸກໆຢ່າງທີ່ເຮັດໃຫ້ຕົນປະສົບຄວາມສຳເລັດດັ່ງນີ້: (ໂພສຫຼ້າສຸດຂອງ ບາບີ້ ປິຍະມາດ) ບາດນີ້!!! ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ພິສູດແລ້ວ ວ່າການເຮັດຕາມຄວາມຝັນບໍ່ແມ່ນເລື່ອງຜິດ …
Read More »News
ຕ້ອງການເພີ່ມກ້າມແມ່ນບໍ່? ມາຮູ້ຈັກກັບ ອາຫານສ້າງກ້າມຊີ້ນ!!!
3 ສຸດຍອດ ອາຫານສ້າງກ້າມຊີ້ນ ມີຫຍັງແດ່? ໜຸ່ມໆສາວໆຄົນໃດທີ່ຕ້ອງການຢາກສ້າງກ້າມຊີ້ນໃຫ້ຕົນເອງນັ້ນ ບໍ່ເປັນເລື່ອງຍາກອີກຕໍ່ໄປ ພຽງແຕ່ເລືອກກິນອາຫານຕາມນີ້ ຮັບຮອງໄດ້ເລີຍວ່າມີກ້າມຊີ້ນຢ່າງແນ່ນອນ ໄປເບິ່ງພ້ອມກັນເລີຍ… ອາຫານປະເພດໄຂ່ ເປັນທີ່ຮູ້ຈັກກັນດີແລ້ວວ່າ ໄຂ່ເປັນແຫຼ່ງ protein ຊັ້ນດີ ທີ່ສາມາດຫາຊື້ໄດ້ງ່າຍຕາມຕະຫຼາດ ແລະ ຍັງມີລາຄາຖືກອີກ ໄຂ່ 1 ໜ່ວຍ ຈະມີສ່ວນປະກອບຂອງ protein ປະມານ 6 ກຼາມ ປະກອບດ້ວຍໄຂ່ຂາວ 4 ກຼາມ ແລະໄຂ່ແດງ 2 ກຼາມ ນອກຈາກນີ້ ໃນໄຂ່ຍັງມີແຮ່ທາດ ແລະ ສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຢູ່ຫຼາຍ ມີທັງໄຂມັນທີ່ຈໍາເປັນ, vitaminD, vitaminB6, vitaminB12, ເຫຼັກ, calcium, phosphorus ແລະ potassium ເຊິ່ງສານອາຫານເຫຼົ່ານີ້ ລ້ວນແຕ່ຈໍາເປັນ ແລະມີປະໂຫຍດຕໍ່ຮ່າງກາຍ ແຕ່ຄົນທີ່ມີອາຍຸຂ້ອນຂ້າງຫຼາຍແລ້ວ ອາດຈະເນັ້ນກິນສະເພາະໄຂ່ຂາວເປັນຫຼັກ ເພາະໃນໄຂ່ແດງຈະມີ …
Read More »ປັບໄໝສູງສຸດເຖິງ 20ລ້ານກີບ! ແຈ້ງການຫ້າມນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ!!! (ພົບເຫັນສາມາດແຈ້ງເຈົ້າໜ້າທີ່)
ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລດທີ 424/ທຫລ ແລະ ແຈ້ງໃຫ້ຊາບວ່າໃນໄລຍະທີ່ຜ່ານມາຍັງມີບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ ໃນຮູບແບບຕ່າງໆເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸເຄື່ອງມີຄ່າ ແລະ ເຮັດເປັນຕົ້ນກາລະພຶກ ເພື່ອວາງຂາຍ ແລະ ອື່ນໆ, ເຊິ່ງການກະທຳດັ່ງກ່າວຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງ, ຂັດຕໍ່ການຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມຂອງກົດໝາຍຂອງທະນາຄານແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ສະນັັ້ນ!! ທະນະຄານແຫ່ງ ສປປ ລາວ ຈຶ່ງບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ …
Read More »ມາເບິ່ງ! ໂຄສະນາສະທ້ອນສັງຄົມ ເພື່ອກະຕຸ້ນໃຫ້ແມ່ຍິງໄດ້ເປັນໂຕຂອງໂຕເອງ!!!
ໃນປະເທດ ຍີ່ປຸ່ນ ບໍ່ວ່າຈະເປັງຫຍັງກໍເປັນ Uniform ໄປໝົດ ບໍ່ເວັ້ນແຕ່ເວລາໄປສະໝັກງານທີ່ແມ່ຍິງຕ້ອງໃສ່ສູດດຳ-ກະໂປ່ງຍາວ-ເກີບສົ້ນສູງ ແຖມຕ້ອງເຮັດຜົມຊົງຫາງມ້າ ພ້ອມໜ້າມ້າປາດຢ່າງເປັນລະບຽບຮຽບຮ້ອຍ, ດັ່ງນັ້ນ!!! Pantene ຈຶ່ງທົນບໍ່ໄຫວ ແລະ ເຮັດສື່ໂຄສະນາໃຫ້ສາວໆໄດ້ອອກມາປະກາດຈຸດຍືນ ແລະ ເປັນຕົວຂອງຕົວເອງ. ເລື່ອງມັນເລີ່ມທີ່ຢູ່ປະເທດ ຍີ່ປຸ່ນ ຈະມີຊ່ວງທີ່ຜູ້ຄົນຈະຊອກກາວຽກເຮັດ ແລະ ຈະມີເອີ້ນໄດ້ວ່າເປັນລະດູແຫ່ງການສະໝັກວຽກເລີຍກໍວ່າໄດ້ ເຮັດໃຫ້ເວລາຍ່າງໄປໃສໃນປະເທດດັ່ງກ່າວກໍຈະພົບເຈິແຕ່ຄົນທີ່ແຕ່ງຕົວຄ້າຍໆກັນໄປໝົດ ໂດຍສະເພາະນັກສຶກສາຍິງຈົບໃໝ່ທີ່ຕ້ອງມາພ້ອມກັບສູດສີດຳ ແລະ ກະໂປງສີດຳ ໃສ່ຖົງຕີນ ກັບເກີບສົ້ນສູງ ແຕ່ທີ່ຂາດບໍ່ໄດ້ເລີຍຄືທົງຜົມລວບຫາງມ້າ ພ້ອມກັບໜ້າມ້າປາດ ເຮັດໃຫ້ Pantene ປະເທດ ຍີ່ປຸ່ນ ຕັດສິນໃຈເຮັດແບບສຳຫຼວດກັບແມ່ຍິງທີ່ກຳລັງຊອກວຽກກວ່າ 1,000 ຄົນ ແລະ ພົບວ່າພວກນາງຕ່າງກໍພາກັນຢາກມີອິດສະຫຼະໃນການແຕ່ງກາຍ ເວລາທີ່ໄປສະມັກວຽກຫຼາຍຂຶ້ນ ໂດຍສະເພາະເລື່ອງຊົງຜົມ ແຕ່ທຸກໆຄົນກໍເຂົ້າໃຈເຖິງຄວາມຍາກທີ່ຈະປ່ຽນແປງ, ດັ່ງນັ້ນ Pantene ຈຶ່ງ Tweet ຮູບພາບເພື່ອສະແດງໃຫ້ເຫັນວ່າແມ່ຍິງທຸກຄົນສາມາດເຮັດເລື່ອງນີ້ໄດ້ ນອກຈາກນີ້ຍັງຊື້ໂຄສະນາໜັງສືພິມການເງິນຢ່າງNikkei ແບບເຕັມໜ້າ ເພື່ອສະແດງຮູບພາບ ແລະ ຂໍ້ຄວາມດຽວທີ່ໃຊ້ໃນTwitterດ້ວຍ ເຊິ່ງປະໂຫຍກກໍຄົງບໍ່ພົ້ນ …
Read More »ສະແດງຄວາມຍິນດີ! ໄດ້ແລ້ວ Miss international laos 2018 ຄົນໃໝ່ ຈະໄດ້ເປັນຕົວແທນປະເທດລາວໄປປະກວດທີ່ຍີ່ປຸ່ນ ພະຈິກນີ້!!!
ແວະວຽນມາອີກໜຶ່ງເວທີປະກວດນາງງາມ Miss international laos 2018 ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 14 ຕຸລາ 2018 ແລະ ເຮົາກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື ປິຍະມາດ ພູນປະເສີດ (ບາບີ້) ໄດ້ເປັນ Miss international laos 2018 ແລະ ຈະໄດ້ເປັນຕົວແທນສາວງາມຈາກປະເທດລາວ ໄປປະກວດ Miss international 2018 ທີ່ປະເທດຍີ່ປຸ່ນ ໃນວັນທີ 9 ພະຈິກ 2018 ນີ້. (ຂໍສະແດງຄວາມຍິນດີນຳຫຼາຍໆ) ສ່ວນຕຳແໜ່ງຮອງ Miss international laos 2018 ມີດັ່ງນີ້: ຮອງອັນດັບ1 ນາງ ຢາດຟ້າ ພົມມະວົງໄຊ ຮອງອັນດັບ2 ນາງ ຄຸນນະສິນ ພິມພາ ຢ່າງໃດກໍ່ຂໍສະແດງຄວາມຍິນດີກັບບັນດານ້ອງໆສາວງາມທີ່ໄດ້ຮັບຕຳແໜ່ງ ແລະ ກຳລັງຈະໄດ້ເປັນສາວງາມຕົວແທນປະເທດລາວ ໄປປະກວດໃນເວທີລະດັບໂລກ ແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ. …
Read More »