ເປັນກະແສດຣ່າມ່າໃຫ້ໄດ້ປູສາດລົມກັນອີກແລ້ວ!!! ເພາະຫຼ້າສຸດ ໜຸ່ມ ເອ ຜູ້ຊະນະເລີດລາຍການດັງ The Featuring ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ໃນວັນທີ 10 ຕຸລາ 2018 ເຊິ່ງໃຈຄວາມກໍ່ຄື ຍັງບໍ່ໄດ້ເງິນລາງວັນຄ່າຕົວທີ່ຕົນໄດ້ຊະນະເລີດໃນລາຍການດັ່ງກ່າວ, ພໍແຕ່ໂພສນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນ ແລະ ກົດໄລ້ ກົດແຊຣກັນແບບລົວໆ. ສ່ວນເລື່ອງລາວຈະເປັນຢ່າງໃດຕໍ່ໄປ ກໍ່ຄົງໄດ້ຕິດຕາມກັນຕໍ່ໄປ, ເອົາເປັນວ່າຂໍເປັນກຳລັງໃຈໃຫ້ທັງສອງຝ່າຍກໍແລ້ວກັນເນາະ!!! ທີ່ມາ: Ae MX
Read More »News
ຈັດໄປແບບເຜັດໆໆໆ!!! ບາບີ້ ປິຍະມາດ ມາໃນລຸກສາວອິນເຕີ (ຜິວແທນ)
ເຫັນແລ້ວ ວ້າວວວວວວ ແບບຍາວໆກັນເລີຍ ບາບີ້ ປິຍະມາດ ຫຼັງຈາກທີ່ໄດ້ອອກມາໂພສກ່ຽວກັບການຕັດສິນໃຈລົງປະກວດເວທີນາງງາມຈົນເປັນກະແສດຣ່າມ່າຮືຮາມາໄລຍະໜຶ່ງ, ຫຼ້າສຸດນາງກໍ່ມາໃນລຸກໃໝ່ ຈັດໄປ!!! ແບບເຜັດເວີ້ໆໆໆ ເຊິ່ງງານນີ້ ບາບີ້ ມາໃນລຸກສາວອິນເຕີ ຜິວສີແທນ ຈາກທີ່ເຄີຍເປັນສາວໝວຍ ຜິວຂາວນຽນ ພໍມາໃນລຸກນີ້ກໍ່ຖືວ່ານາງຜ່ານຢູ່ເດີ້… ສຳລັບ ບາບີ້ ປິຍະມາດ ແຟນໆກໍ່ຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະມີຜົນງານທັງການສະແດງ ເດີນແບບ ຖ່າຍແບບ ແລະ ອື່ນໆ, ປັດຈຸບັນນາງເປັນໜຶ່ງໃນຜູ້ເຂົ້າປະກວດ Miss International Laos 2018 ໃຜທີ່ເປັນແຟນຄລັບນາງກໍ່ຢ່າລຶມເຊຍນາງກັນໄດ້ ຈະມີຮອບຕັດສິນໃນວັນທີ 14 ຕຸລາ 2018 ນີ້. Story: ຊະນີIndy ຮູບພາບ: Alick Sumoonthong, B’Bie Piyamarth.
Read More »ຜ່ານບໍ່??? ໝໍແນ່ງ ຈັນດາລີ ມາໃນລຸກສາວລາວໂບຮານ…
ເຫັນແລ້ວຜ່ານຕາບໍ່ໄດ້ເລີຍ ຫຼ້າສຸດ ຈັນດາລີ ສິດພະໄຊ (ໝໍ ແນ່ງ) ກໍ່ໄດ້ອັບເດດຮູບພາບຫຼ້າສຸດ ເຊິ່ງມາໃນລຸກສາວລາວໂບຮານ ເກົ້າຜົມບ່ຽງແພ ແບບແມ່ຍິງລາວດັ້ງເດີມ ເບິ່ງແລ້ວງົດງາມ ອ່ອນຊ້ອຍ ຈົນບໍ່ຢາກລະສາຍຕາໄປໃສ… ເຫັນແລ້ວ ສຳລັບ ຊະນີIndy ໃຫ້ຄະແນນ ໝໍແນ່ງ ທີ່ມາໃນລຸກແມ່ຍິງລາວໂບຮານນີ້ ເອົາໄປ 10 10 10 ກັນເລີຍເດີ້ ແລ້ວແຟນໆເດວ່າແນວໃດ ໃຫ້ ໝໍແນ່ງໃນລຸກນີ້ຜ່ານແດ່ບໍ່??? (ຄອມເມັ້ນບອກກັນແດ່) ຮູບພາບ: Chandaly Ningnang Sitpraxay
Read More »Update! ຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍໃນ Miss International Laos 2018
ຊ່ວງນີ້ ປະເທດລາວ ເຮົາເຕັມໄປດ້ວຍເວທີການປະກວດ ແລະ ຫຼ້າສຸດຈະພາແຟນໆມາອັບເດດ (Update) ເວທີນາງງາມ Miss International Laos 2018 ທີ່ຫຼ້າສຸດໄດ້ປ່ອຍພາບສາວງາມຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ເຊິ່ງແຕ່ລະຄົນນັ້ນບອກເລີຍ ບໍໍ່ທຳມະດາເດີ້ ຈະມີໃຜກັນແດ່ນັ້ນໄປເບິ່ງກັນ… ສຳລັບກນປະກວດ Miss International Laos 2018 ໃນຮອບຕັດສິນ ຈະຈັດຂຶ້ນໃນວັນທີ 14 ຕຸລາ 2018 ນີ້, ຢ່າລືມເປັນກຳລັງໃຈໃຫ້ນ້ອງໆທັງ 20 ຄົນກັນແດ່ເດີ້ແຟນໆ ແລະ ສາວງາມທີ່ໄດ້ມົງກຸດອັນຊົງກຽດ Miss International Laos 2018 ໃນປີນີ້ ກໍຈະໄດ້ເປັນຕົວແທນສາວງາມໄປປະກວດຕໍ່ໃນເວທີສາກົນ Miss International 2018 ທີ່ ປະເທດ ຍີ່ປຸ່ນ ອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ ?????? ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ
Read More »ນະຄອນຫລວງວຽງຈັນ ຕິດໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ!!!
ປັດຈຸບັນ, ນະຄອນຫລວງວຽງຈັນ ມີໜີ້ຄ່າໄຟຟ້າເຍືອງທາງທີ່ຕິດຄ້າງຈ່າຍໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ, ໃນຂະນະທີ່ ຟຟລ ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮ່ວມກັນປຶກສາຫາລືເພື່ອຫາວິທີແກ້ໄຂໃຫ້ໄດ້ໂດຍໄວ.ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໄຟຟ້າເຍືອງທາງໃນນະຄອນຫລວງວຽງຈັນ ເລີ່ມນໍາໃຊ້ນັບແຕ່ປີ 2002 ເປັນຕົ້ນມາ. ໃນເບື້ອງຕົ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ. ມາຮອດປີ 2012, ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ມອບໃຫ້ ຟຟລ ຄຸ້ມຄອງບໍາລຸງຮັກສາ ເນື່ອງຈາກມີເຄື່ອງມືອຸປະກອນຄົບຊຸດ ແລະ ຮູ້ຈັກລະບົບເຕັກນິກລະບົບ ໄຟຟ້າດີກ່ວາພາກສ່ວນອື່ນ. ຕະຫລອດໄລຍະ 7 ປີຫລັງມານີ້, ລະບົບໄຟຟ້າເຍືອງທາງຢູ່ເສັ້ນທາງໃຫຍ່ທີ່ ຟຟລ ຄຸ້ມ ຄອງມີ 45 ເສັ້ນທາງ ແລະ ທາງຊອຍ 41 ເສັ້ນທາງ …
Read More »