Breaking News

News

ຂໍກຳລັງໃຈໃຫ້  ມາລີ ນົບພະລັດ ໃນການປະກວດເວທີລະດັບໂລກ Miss Grand International 2018 (ເຊຍລາວສຸດໃຈ)

ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວໃນການປະກວດໃນເວທີລະດັບໂລກ Miss Grand International 2018 ທີ່ປະເທດ ມຽນມ້າ ຕັ້ງແຕ່ວັນທີ 4 ຕຸລາ 2018 ທີ່ຜ່ານມາ ແລະ ໃນປັດຈຸບັນນີ້ນາງກຳລັງເຮັດໜ້າທີ່ ແລະ ຮ່ວມກິດຈະກຳກັບທາງກອງປະກວດ, ດັ່ງນັ້ນ ຄົນລາວເຮົາ ບໍ່ຄວນພາດທີ່ຈະສົ່ງແຮງເຊຍ ແຮງໃຈໄປໃຫ້ Miss Grand Laos 2018. ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ  ?? ?? ?? ຮູບພາບ: Miss Grand International

Read More »

ງົດງາມຫຼາຍ! ເດີນໂຊຊຸດປະຈຳແຂວງຂອງ Miss Tourism Queen Laos 2018

ເຫັນເປັນກະແສຄຶກຄັກຫຼັງຈາກທີ່ກ່ອນໜ້ານີ້ມີການຖະແຫຼງຂ່າວເປີດໂຕໂຄງການປະກວດ Miss Tourism Queen Laos  2018 ໃນຊ່ວງເດືອນກັນຍາ ແລະ ພໍມາຮອດວັນທີ 5 ຕຸລາ 2018 ທີ່ຜ່ານມາ ເພິ່ນກໍ່ມີການຈັດງານເປີດໂຕນາງງາມ ຜູ້ເຂົ້າປະກວດໂຄງການ Miss Tourism Queen Laos  2018 ແລະ ຈັດພິທີມອບສາຍສະພາຍ ພ້ອມມົງກຸດນາງງາມ ຮັບຕຳແໜ່ງ ທູດວັດທະນະທຳແຂວງ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນພາຍໃນງານຍັງມີການຈັດການການເດີນໂຊຊຸດປະຈຳແຂວງຂອງ 20ສາວງາມ ໃນພິທີມອບສາຍສະພາຍ ແລະ ມຸງກຸດທູດວັດທະນະທຳປະຈຳແຂວງ ໃຫ້ກັບ 20ສາວງາມຈາກ 18ແຂວງທົ່ວປະເທດ. ມີຮູບພາບບັນຍາກາດການເດີນແບບໂຊ ຊຸດປະຈຳແຂວງ ຂອງສາວງາມທັງ 20 ຄົນມາຝາກ, ບອກເລີຍແຕ່ລະຄົນງົດງາມ ແລະ ມີສະເໜ່ຫຼາຍໆ… ຢ່າງໃດກໍ່ຕາມ ຍັງຈະມີການຈັດກິດຈະກຳເວລາຫວ່າງ ກິດຈະກຳການທ່ອງທ່ຽວລາວ, ກິດຈະກຳ Roadshow ໃນເທສະການບຸນນະມັດສະການພຣະທາດຫຼວງ ເພື່ອໃຫ້ປະຊາຊົນ ແລະ ນາງງາມ …

Read More »

ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາ

ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນຊຶນາມິ ທີ່ເກີດຂຶ້ນໃນວັນທີ 28 ກັນຍາ 2018 ຢູ່ ແຂວງສຸລາເວຊີກາງ ອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ ຢູ່ເຂດດັ່ງກ່າວ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 1,500 ຄົນ, ບາດເຈັບ 1,000 ກວ່າຄົນ ແລະ ປະຊາຊົນ ຈຳນວນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ. ການປະກອບສ່ວນຊ່ວຍເຫຼືອແກ້ໄຂຜົນກະທົບຂອງໄພພິບັດດັ່ງກ່າວທີ່ເກີດຂຶ້ນ ຢູ່ ອິນໂດເນເຊຍ ຂອງລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງເຖິງນໍ້າໃຈ ແລະ ຄວາມສາມັກຄີ ຂອງລັດຖະບານ ກໍຄືປະຊາຊົນລາວ ທີ່ມີຕໍ່ລັດຖະບານ …

Read More »

ອາເລັກຊານດຼາ ຮ່ວມງານເທສະການເພງທີ່ປະເທດຍີ່ປຸ່ນ ພ້ອມໃສ່ຊຸດໄໝລາວເພື່ອເຜີຍແຜ່ວັດທະນາທໍາ!!!

ອາເລັກຊານດຼາ ບຸນຊ່ວຍ ມີໂອກາດໄດ້ເດີນທາງໄປເປັນຕົວແທນສິລະປິນປະເທດລາວ ເພື່ອຮ່ວມໃນງານ ASEAN Japan Music Festival 2018 ທີ່ຈັດຂຶ້ນໃນເມືອງ ຊິບູຍ່າ ກຣຸງ ໂຕກຽວ. ພ້ອມກັນນັ້ນ ອາເລັກຊານດຼາ ຍັງໄດ້ພົບກັບທູດໄມຕີຈິດປະຈໍາໂຄງການ ທ່ານ.​ຣິວທາໂຣ​ ຊູງິ​ ພ້ອມສິລະປິນທັງ 10ປະເທດອາຊຽນ ເພື່ອຟັງຄວາມຄິດເຫັນກ່ຽວກັບການມາ ປະເທດ ຍິປຸ່ນ ໃນຄັ້ງນີ້. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ສາວ ອາເລັກຊານດຼາ ກໍ່ບໍ່ພາດທີ່ຈະສວມໃສ່ຊຸດໄໝລາວງາມໆ ເພື່ອເຜີຍແຜ່ວັດທະນະທຳໃຫ້ຄົນທີ່ໄປຮ່ວມໃນງານ ອີກທັງຊາວໂລກ ໃຫ້ໄດ້ຮູ້ເຖິງ ວັດທະນະທຳ ຮີດຄອງອັນດີ ແລະ ຄວາມງົດງາມຂອງຊຸດໄໝລາວອີກດ້ວຍ. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ບໍ່ສົນຄຳຄົນເວົ້າ! ບາບີ້ ປິຍາມາດ ເດີນໜ້າຕາມຄວາມຝັນ ລົງປະກວດນາງງາມເວທີດັງ ພ້ອມໂພສບອກແບບນີ້…

ຊ່ວງນີ້ວົງການບັນເທີງບ້ານເຮົາຖືວ່າຄຶກຄື້ນ ຄຶກຄັກເປັນພິເສດ ຫຼ້າສຸດກໍ່ມີກະແສຮືຮາມາໃຫ້ໄດ້ເວົ້າເມົ້າມອຍກັນອີກແລ້ວ ເພາະກຳລັງເປັນກະແສຮືຮາທົ່ວວົງການ ກ່ອນໜ້ານີ້ກໍ່ເຫັນຄົນດັງທີ່ມີຜົນງານມາໃຫ້ໄດ້ຊື່ນຊົມກັນລົງປະກວດໃນເວທີນາງງາມຕ່າງໆ ບໍ່ເວັ້ນແມ່ແຕ່ ບາບີ້ ປິຍາະມາດ ທີ່ຫຼ້າສຸດຕັດສິນໃຈລົງປະກວດໃນເວທີ Miss International Laos 2018 ພ້ອມກັບຂຽນລະບາຍສິ່ງທີ່ອັດອັ້ນຕັນໃຈ ໃນຊ່ວງໄລຍະ 5 ປີທີ່ຜ່ານມາ ຜ່ານເຟສບຸກສ່ວນຕົວວ່າ… ແມ່ນແລ້ວ…ທຸກໆຄົນລ້ວນມີຄວາມຝັນ ແລະ ກໍຢາກຄວ້າຝັນຂອງຕົນເອງໃຫ້ປະສົບຜົນສຳເລັດ ແຕ່ເຖິງວ່າສິ່ງທີ່ເຮົາເຮັດໄປຜົນຈະອອກມາແນວໃດກໍ່ບໍ່ສຳຄັນ ເພາະຍັງຖືວ່າເຮົາໄດ້ລຸກຂຶ້ນມາ ແລະ ເຮັດສິ່ງນັ້ນແລ້ວ ບໍ່ໄດ້ເປັນພຽງແຕ່ຄວາມຝັນແບບລົມໆ ທີ່ພຽງແຕ່ຄິດແຕ່ບໍ່ເຮັດຫຍັງເລີຍ, ເອົ້າ!!! ເປັນຢ່າງໃດກໍ່ຢ່າລືມຝາກເປັນກຳລັງໃຈໃຫ້ ສາວ ບາບີ້ ປິຍະມາດ ໝາຍເລກ 3 ໜຶ່ງໃນຜູ້ປະກວດໃນເວທີ Miss International Laos 2018 ກັນແດ່ເດີ້ແຟນໆ ແລະ ຖ້າໃຜທີ່ມີຄວາມຝັນແບບສາວ ບາບີ້ ກໍ່ຢ່າລືມລຸກຂຶ້ນມາເຮັດ ແລະ ພິຊິດຝັນຂອງຕົວເອງໃຫ້ໄດ້ເດີ້…ສູ້ ໆໆໆ ຮູບພາບ: FB/ B’Bie Piyamarth

Read More »