Breaking News

News

ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ມາລີ ນົບພະລັດ  ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss Grand International 2018.

ຫຼັງຈາກທີ່ມີການປ່ອຍຮູບພາບສະເກັດຂອງການອອກແບບ ຊຸດປະຈຳຊາດ ຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss Grand International 2018 ທີ່ຈະຈັດຂຶ້ນທີ່ ປະເທດ ມຽນມ້າ ໃນວັນທີ 25.10.2018. ຫຼ້າສຸດກໍມີການປ່ອຍຮູບພາບທີ່ແຟນໆລໍຖ້າເບິ່ງເປັນທີ່ຮຽບຮ້ອຍ ເຊິ່ງເປັນຮູບທີ່ ນ້ອງ ມາລີ ນົບພະລັດ Miss Grand Laos 2018 ຂອງເຮົາໄດ້ສວມໃສ່ຊຸດປະຈຳຊາດ ເຊິ່ງຊດດັ່ງກ່າວມີຊື່ວ່າ: “ຊຸດນາງສັງຂານລາວ “ ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ. ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ. ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ …

Read More »

ຟ່ານ ປິງປິງ ອອກມາໂພສຈົດໝາຍບອກປະເທດຊາດ ສັງຄົມ ແລະ ແຟນໆຈາກກົ້ນບຶ້ງຫົວໃຈແບບນີ້…

ຫຼັງຈາກທີ່ສຳນັກຂ່າວຈີນ ຊິນຫວາ ອອກຂ່າວຕັດສິນໂທດ ຊຸບເປີສະຕາ ຟ່ານ ປິງປິງ ເປັນເງິນເຖິງ 892 ລ້ານຢວນ ໃນຖານຄວາມຜິດທີ່ຫຼົບລ່ຽງພາສີ ແລະ ຄວາມຜິດອື່ນໆ. ດັ່ງທີ່ທຸກໆຄົນອາດຈະໄດ້ຕິດຕາມຂ່າວກັນມາແດ່ແລ້ວວ່າ ຟ່ານ ປິງປິງ ໄດ້ຫາຍຕົວໄປເປັນເດືອນໆ ທ່າມກາງຂ່າວລືທີ່ວ່າຖືກກັກໂຕສອບຂໍ້ຫາໂກງພາສີ ແລະ ໃນຊ່ວງບ່າຍ ຂອງວັນທີ 3 ຕຸລາ 2018 ຟ່ານ ປິງປິງ ກໍ່ໄດ້ໂພສຈົດໝາຍເພື່ອ “ຂໍໂທດ”  ໃນ ເວປົ໋ວ. (ເວປົ໋ວ ເປັນສື່ໂຊຊ່ຽວມີເດຍຂອງ ສປ ຈີນ ຄ້າຍກັບທະວິດເຕີ້) ໃນຈົດໝາຍຂອງ ຟ່ານ ປິງປິງ ມີເນື້ອຫາດັ່ງນີ້: “ຂ້ອຍໄດ້ພົບກັບຄວາມເຈັບປວດຢ່າງບໍ່ເຄີບພົບເຈິມາກ່ອນໃນຊີວິດ ຊ່ວງທີ່ຜ່ານມາໄດ້ຄິດທົບທວນກັບສິ່ງທີ່ຕົວເອງໄດ້ເຮັດລົງໄປແລ້ວຮູ້ສຶກລະອາຍໃຈ ແລະ ຢາກຂໍໂທດທຸກໆຄົນຢ່າງຈິງໃຈແທ້ໆ” “ຫຼາຍປີມານີ້ ຂ້ອຍບໍ່ໄດ້ຄຳນຶງເຖິງຜົນປະໂຫຍດຂອງປະເທດຊາດ ສັງຄົມ ເອົາແຕ່ຜົນປະໂຫຍດຂອງຕົວເອງເປັນຫຼັກ ໂດຍໃຊ້ເລ່ອຸບາຍແບ່ງແຍກສັຍຍາຄ່າຈ້າງລາຍໄດ້ ເພື່ອຫຼີກລ່ຽງພາສີ ຊ່ວງທີ່ຜ່ານມາເຈົ້າໜ້າທີ່ສັນພາກອນໄດ້ກວດສອບຂ້ອຍ ແລະ …

Read More »

ກົດໝາຍຄວນຮູ້! ຜົວຂົ່ມຂືນເມຍຕົນເອງ ກໍມີຄວາມຜິດ

ນອກຈາກມາດຕະການລົງໂທດ ຜູ້ຂົ່ມຂືນ ໃນກົດໝາຍອາຍາແລ້ວ ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຍັງໄດ້ລະບຸໂທດໃນກໍລະນີ ຜົວທີ່ບັງຄັບຮ່ວມເພດກັບເມຍຕົນເອງ ແລະຜູ້ທີ່ຮ່ວມເພດກັບເດັກຍິງຫຼືຊາຍ ທີ່ອາຍຸຕ່ຳກວ່າ 18 ປີ ເຖິງວ່າເດັກນັ້ນຈະຍິນຍອມ ກໍຖືວ່າມີຄວາມຜິດ ແລະເປັນຄວາມຮຸນແຮງ ດັ່ງເນື້ອໃນລຸ່ມນີ້: ບຸກຄົນທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຫຼືເດັກ ທີ່ເປັນການກະທຳຜິດທາງອາຍາ ຈະຖືກດຳເນີນຄະດີ ແລະລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ (ມາດຕາ 128-129). ນອກຈາກນັ້ນ ຜູ້ໃຊ້ຄວາມຮຸນແຮງລຸ່ມນີ້ ກໍຈະຖືກລົງໂທດ ດັ່ງນີ້: 1.   ບຸກຄົນຜູ້ເປັນຜົວ ທີ່ໄດ້ບັງຄັບຮ່ວມເພດກັບເມຍຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 ກີບ ຫາ 1,000,000 ກີບ. …

Read More »

ເລີດໆໆໆ! ນາງງາມລາວອອກງານຮ່ວມກັບສິລະປິນດັງຫຼາຍຫຼາຍທ່ານຂອງປະເທດເພື່ອນບ້ານ

ໄດ້ຮັບຕຳແໜ່ງກັນໄປແບບຍັງສົດໆຮ້ອນໆ ແລະ ເມື່ອບໍ່ດົນມານີ້ ກະດູມເພັດ ໄຊຍະວົງ Miss World Laos 2018, ສັນທະນີ ໄຊມະນີ Miss supranational Laos 2018, ສຸນີຕ້າ ໄຊຊະນະ Miss Tourism Laos 2018 ກໍ່ໄດ້ອອກງານ Even Fit Fest ຮ່ວມກັບດາລາດັງຈາກປະເທດເພື່ອນບ້ານຫລາຍທ່ານເຊັ່ນ ຕູນ ບໍດີສະແລມ ,ວູດດີ້ ກະລາແມ, ກ້ອຍ ລັດສະວິນ ແລະ ເຊີລີ່ ເທນເນີ້ອອກກຳລັງກາຍ. ເຊິ່ງງານນີ້ ສາວໆນາງງາມທັງ 3 ຕຳແໜ່ງກໍ່ໄດ້ຮ່ວມເຮັດກິດຈະກຳ ພ້ອມທັງຍັງໄດ້ຖ່າຍຮູບກັບສິລະປິນ ດາລາຈາກປະເທດເພື່ອນບ້ານ ມາຝາກແຟນໆອີກດ້ວຍ. ທີ່ມາ: Miss Laos World ມີສລາວ ເວີຣ

Read More »

ເປີດໂອກາດໃຫ້ນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ຮ່ວມໂຄງການທີ່ປະເທດ ຍີ່ປຸ່ນ!!!

ເປີດຮັບສະຫມັກແລ້ວ ! ຂໍເຊີນນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ສະຫມັກເຂົ້າຮ່ວມໂຄງການ ສື່ສານເດັກນ້ອຍ (Children Communication on Earth, CCE) ຢູ່ປະເທດຍີ່ປຸ່ນ ເປັນເວລາ 10 ມື້, ປິດຮັບສະຫມັກ ວັນສຸກ ທີ່ 5/10/2018 ເວລາ 16:00 ໂດຍພໍ່ແມ່ຜູ້ປົກຄອງ ສາມາດມາລົງທະບຽນສະຫມັກ ໃຫ້ລູກຫຼານ ເພື່ອເຂົ້າສອບເສັງສໍາພາດໄດ້ ລົງທະບຽນໄດ້ທີ່ຫ້ອງການພັນຕ່າງປະເທດ ສູນກາງຊາວ ຫນຸ່ມປະຊາຊົນປະຕິວັດລາວ ໃນຊົ່ວໂມງລັດຖະການ. ລາຍລະອຽດເພີ່ມຕື່ມ ສາມາດອ່ານໄດ້ ຕາມແຈ້ງການຂ້າງລຸ່ມນີ້… ທີ່ມາ: Lao Youth Radio FM 90.0 Mhz    

Read More »