Breaking News

News

ປະເທດລາວ ມີລະດັບຄວາມສາມາດ ໃນການໃຊ້ພາສາອັງກິດຕໍ່າທີ່ສຸດໃນອາຊຽນ!!!

ມັນຄືຄວາມຈິງ ?? ປະເທດລາວ ມີລະດັບຄວາມສາມາດ ໃນການໃຊ້ພາສາອັງກິດຕໍ່າທີ່ສຸດໃນອາຊຽນ ແລະ ຢູ່ອັນດັບ ທີ່ #80 ຂອງໂລກ ຈາກທັງໝົດ 80 ປະເທດ ທີ່ໄດ້ເຮັດການສໍາຫຼວດ, ໂດຍໄດ້ອີງຕາມການຈັດອັນດັບຂອງ @english.first ! World English Proficiency Ranking in ASEAN Countries 2018 based on @english.first #englishfirstEF ທີ່ມາ: target magazine/https://www.targetlaos.com/article/31785

Read More »

ແຮງງານຕ່າງດ້າວເຂົ້າມາຍາດອາຊີບຄົນລາວແທ້ບໍ?

ໃນຜ່ານມາ, ສຽງຈົ່ມ ວ່າຈາກສັງຄົມແມ່ນບໍ່ໜ້ອຍຕໍ່ ຄວາມເຂົ້າໃຈຂອງເຂົາວ່າ: ເປັນຫຍັງແຮງງານຕ່າງດ້າວຈຶ່ງ ເຂົ້າມາຍາດອາຊີບຄົນລາວ ເຮົາຫຼາຍແທ້? ເພາະຫຼຽວໄປ ທາງ ໃດກໍເຫັນແຕ່ຊາວຕ່າງ ດ້າວມາເລາະເຮັດວຽກ, ທໍາມາ ຄ້າຂາຍຢູ່ທົ່ວທຸກບ່ອນນັບແຕ່ ຊ່າງຕັດຫຍິບໄປຈົນຮອດຊ່າງ ເຮັດເຮືອນ, ກໍ່ສ້າງອາຄານ, ການລົງທຶນຂຸດຄົ້ນບໍ່ແຮ່, ເຮັດເຂື່ອນໄຟຟ້າ, ຊຸບເປີ້ມາເກັດ ຂະໜາດໃຫຍ່ໆ ແລະ ອື່ນໆ ເຊິ່ງທັງໝົດເຫຼົ່ານີ້ ລ້ວນແລ້ວ ແຕ່ເປັນອາຊີບທີ່ມີບາງຢ່າງ ຄົນລາວເຮົາບໍ່ຢາກສົນໃຈພໍ ເທົ່າໃດ ໂດຍອ້າງເຫດຜົນຕ່າງໆ ນາໆ, ກໍດັ່ງຄໍາວ່າ: ຢ້ານແຮງ ງານຕ່າງດ້າວເຂົ້າມາຍາດວຽກເຮັດງານທໍາ, ແຕ່ໃນຕົວຈິງມັນ ບໍ່ແມ່ນແນວນັ້ນ, ແມ່ນຍ້ອນ ກະໂຕເຮົາເອງຂາດຄວາມດຸໝັ່ນ, ຄວາມອົດທົນພະຍາຍາມ ໃນການຮຽນຮູ້ວິຊາຊີບ ຕ່າງໆນໍາມາພັດທະນາຕົນເອງເຊັ່ນ: ຊ່າງຕັດຜົມ, ຊ່າງຈອດຢາງລົດ ແລະ ຫຼາຍວຽກ ໂດຍງ່າຍກວ່ານີ້ກໍຍັງເຮັດບໍ່ໄດ້, ຖ້າວຽກໃຫຍ່ກວ່ານັ້ນ, ດັ່ງການສ້າງຖະໜົນຫົນທາງ, ໂຮງຈັກໂຮງງານ, ຕຶກອາຄານ ລະດັບໃຫຍ່ຕ່າງໆ ຖ້າບໍ່ມີແຮງ …

Read More »

ອະລັງການ! ມາສ່ອງຊຸດປະຈຳຊາດຂອງ Miss Universe Thailand 2018  

ຈະພາແຟນໆມາສ່ອງ ຊຸດປະຈຳຊາດຂອງ ນິ້ງ ໂສພິດາ Miss Universe Thailand 2018 ທີ່ຫຼ້າສຸດທາງກອງປະກວດກໍ່ໄດ້ເປີດເຜີຍຊຸດປະຈຳຊາດທີ່ຈະໃຊ້ເຂົ້າໃນການປະກວດທີ່ໃນປີນີ້ ເຊິ່ງເປັນປີທີ່ພິເສດເພາະ ປະເທດໄທ ຈະໄດ້ເປັນເຈົ້າພາບຈັດການປະກວດ ນາງງາມຈັກກະວານ (Miss Universe 2018) ອີກດ້ວຍ. ເຊິ່ງແຕ່ລະປີ ປະເທດໄທ ເພິ່ນກໍ່ຖືໄດ້ວ່າ ຊຸດປະຈຳຊາດຂອງ Miss Universe Thailand ໃນແຕ່ລະປີກໍ່ຈະມີຄວາມອະລັງການບໍ່ແພ້ປະເທດອື່ນໃນໂລກ ແລະ ໃນປີນີ້ກໍ່ເຊັ່ນກັນ ເຊິ່ງໄດ້ມີການຈັດການປະກວດໃຫ້ນັກອອກແບບທົ່ວປະເທດໄດ້ອອກແບບ ແລະ ຊຸດທີ່ເອົາຊະນະໃຈກຳມະການກໍ່ຄືຊຸດ (Chang The Icon of Siam) ເຊິ່ງມີແຮງບັນດານໃຈມາຈາກ ຊ້າງ ຈຶ່ງໄດ້ອອກແບບ ແລະ ຄິດສ້າງສັນມາເປັນຊຸດປະຈຳຊາດໃນຮູບແບບທີ່ຮ່ວມສະໄໝ ແຕ່ບໍ່ຖິ້ມເອກະລັກໄທ ຊຸດດັ່ງກ່າວສື່ໃຫ້ເຫັນເຖິງຄວາມເຂັ້ມແຂງ ງົດງາມ ອ່ອນຫວານ ແລະ ທັນສະໄໝ ການອອກແບບຈຶ່ງນຳໂຄງສ້າງຊ້າງມາເປັນອົງປະກອບຫຼັກໃນການສ້າງຊຸດຊ້າງຄູ່ແຜ່ນດິນ ໂດຍປະສົມປະສານລະຫວ່າງຄວາມເປັນໄທ ແລະ ສາກົນເຂົ້າໃສ່ກັນ ໃນຊຸດມີການເກັບລາຍລະອຽດໂດຍການປັກລາຍໄທແບບ …

Read More »

ມາເບິ່ງວ່າ… Miss Grand Laos 2018 ແນະນຳຕົວໃຫ້ຊາວໂລກຮູ້ຈັກແນວໃດ???

ມາອັບເດດການປະກວດ ມິສແກຣນ ທີ່ຈະຈັດຂຶ້ນໃນໄວໆນີ້ ເຊິ່ງຫຼ້າສຸດ ເພສຫຼັກ Miss Grand International ກໍ່ໄດ້ປ່ອຍຄລິບວິດີໂອແນະນຳຕົວຂອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ໃຫ້ຄົນທົ່ວໂລກໄດ້ເຫັນ… ມາເບິ່ງກັນ…ວ່າ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ແນະນຳຕົວໃຫ້ຊາວໂລກໄດ້ຮູ້ຈັກແນວໃດ… Introductory VDO of #MissGrandLaos2018#NobphalatSikaiphak#MGI #MissGrandInternational #Top3beautypageantoftheworld #RoadtoMissGrandInternational2018#MissGrandLaos Posted by Miss Grand International on Tuesday, September 25, 2018 ເຊິ່ງວິດີໂອຖືກປ່ອຍບໍ່ພໍຂ້າມຄືນ ກໍ່ເຮັດົໃຫ້ມີຄົນສົນໃຈມີຜູ້ຄົນເຂົ້າໄປເບິ່ງ ກົດໄລ້ ກົດແຊຣ ວິດີໂອດັ່ງກ່າວຢ່າງຫຼວງຫຼາຍ. ອີກບໍ່ດົນນີ້ຄົນລາວເຮົາກໍ່ຈະໄດ້ລຸ້ນ ໄດ້ເຊຍການປະກວດລະດັບໂລກ  Miss Grand International  2018 …

Read More »

ບໍ່ທຳມະດາ! ເຈນນີ້ ຕົ້ນຄຳ ຖືກເຊີນໄປເດີນແບບ ໃນຖານະນາງແບບອາຊີ ທີ່ປະເທດ ອິນໂດເນເຊຍ!!!

ຫຼັງຈາກອຳລາຕຳແໜ່ງຈາກ Miss World Laos 2017 ໄປແລ້ວ ຫຼ້າສຸດກໍ່ເອີ້້ນສຽງຮືຮາ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ໄດ້ອອກມາໂພສໃຫ້ແຟນຄລັບໄດ້ຮູ້ວ່ານາງໄດ້ເດີນທາງໄປເປັນໜຶ່ງໃນງານເດີນແບບ Surabaya ທີ່ ປະເທດ ອິນໂດເນເຊຍ ເຊິ່ງງານນນີ້ ເຈນນີ້ ໄດ້ຖືກເຊີນໄປເດີນແບບ ໃນຖານະນາງແບບເອເຊຍ ຂອງປະເທດລາວ. (ໂອ້ວ້າວວວວ ບໍ່ທຳມະດາກັນເລີຍ!!!) ເມື່ອບໍ່ດົນມານີ້ ເຈນນີ້ ຫາກໍ່ຜ່ານພົ້ນຊ່ວງອຳລາຕຳແໜ່ງຈາກ Miss World Laos 2017 ແລະ ກໍ່ ໄດ້ສົ່ງຕໍ່ຕຳແໜ່ງອັນຊົງກຽດໃຫ້ ຕິກນໍ້າ ກະດຸມເພັດ Miss World Laos 2018 ຄົນໃໝ່. ຢ່າງໃດ!!! ກໍ່ຝາກເປັນເປັນກຳລັງໃຈໃຫ້ ສາວ ເຈນນີ້ ຕົ້ນຄຳພົນຈັນເຮືອງ Miss World Laos 2017 ກັນແດ່ເດີ້ແຟນໆ. ຮູບພາບ: Tonkham Phonchanheuang

Read More »