Breaking News

News

ມົງລົງແລ້ວວວ! Miss Universe Laos 2018 ໄດ້ຮັບມົງກຸດ ແລະ ສາຍສະພາຍປະຈຳຕໍາແໜ່ງຢ່າງເປັນທາງການ!

ເຫັນມີຫຼາຍຄົນກຳລັງງົງໆ ແລະ ຖາມກັນເຂົ້າມາຫຼາຍເລີຍວ່າ Miss Universe Laos 2018  ໃນປີນີ້ແມ່ນ ຮອງອັນດັບໜຶ່ງຂອງ Miss Universe Laos 2017 ຂອງປີກາຍ ແມ່ນແທ້ໆບໍ່? ດັ່ງນັ້ນເພື່ອເປັນການໄຂຄວາມສົງໃສ ໃນມື້ນີ້ ຊະນີIndy ເລີຍມີຂ່າວມາເລົ່າໃຫ້ແຟນໆຟັງວ່າ Miss Universe Laos 2018  ນັ້ນກໍ່ຄື ອອນອະນົງ ຫອມສົມບັດ ເຊິ່ງແຟນໆເຂົ້າໃຈຖືກຕ້ອງແລ້ວ ເພາະນາງເປັນ ຮອງອັນດັບ 1 ຂອງ Miss Universe Laos 2017 ແລະ ໄດ້ຮັບການແຕ່ງຕັ້ງຈາກກອງປະກວດ ໃຫ້ໄປເປັນຕົວແທນສາວງາມຈາກປະເທດລາວ ເພື່ອໄປຊິງມົງກຸດໃນເວທີ ນາງງາມຈັກກະວານໂລກ (Miss Universe 2018) ທີ່ຈະຈັດຂຶ້ນໃນວັນທີ 16 ທັນວາ 2018 ທີ່ປະເທດປະເທດໄທ. ແລະ ໃນວັນທີ 3 …

Read More »

ພາບປະທັບໃຈ! ພະເອກດັງສັນຊາດລາວ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ຢາກບອກວ່າ ຊະນີIndy ດີໃຈຫຼາຍທີ່ເຫັນການຊ່ວຍເຫຼືອຫຼັ່ງໄຫຼເຂົ້າມາເລື້ອຍໆ, ຫຼ້າສຸດ ທັນວາ ສຸລິຍະຈັກ ພະເອກສັນຊາດລາວທີ່ໄປໂດ່ງດັງໃນປະເທດເພື່ອນບ້ານ ກໍ່ໄດ້ລະດົມທຶນ ແລະ ນຳສິ່ງຂອງທີ່ຈຳເປັນເດີນທາງລົງມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ໃນວັນທີ 2-5 ສິງຫາ 2018 ທີ່ຜ່ານມາ. ເຊິ່ງບັນຍາກາດຂອງການມອບເຄື່ອງກໍ່ເຕັມໄປດ້ວຍຄວາມປິຕິຍິນດີ ໄດ້ເຫັນຮອຍຍິ້ມທີ່ສົດໃນຂອງພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນພາບທີ່ປະທັບໃຈຫຼາຍໆ. ສຳລັບ ທັນວາ ສຸລິຍະຈັກ ອາຍຸ 26 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ …

Read More »

ເຈນນີ່ Miss world lao ໂພສແຄັບຊັ່ນຫວານໃຫ້ກຳລັງໃຈເອກ ທີ່ປະສົບອຸບັດຕິເຫດໃນຂະນະຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ໜ້າຮັກຫຼາຍໆສຳລັບຄູ່ຮັກຄົນດັງ ເຈນນີ່ Miss world lao 2017 ແລະ ເອກ ໂອເວີ້ແດ້ນ ທີ່ເດີນທາງລົງຊ່ວຍເຫຼືອຜູ້ປະສົບໄພ ເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ຍັງບໍ່ໝົດເພາະພວກເຂົາຍັງໄດ້ຊ່ວຍເຫຼືອຜູ້ປະສົບນໍ້າຖ້ວມຢ່າງໜັກທີ່ ແຂວງ ຄຳມ່ວນ, ແຕ່ການຊ່ວຍເຫຼືອໃນເທື່ອນີ້  ເອກ ໄດ້ປະສົບອຸບັດຕິເຫດ ເອັນຂາພິກ ຈຶ່ງເຮັດໃຫ້ແຟນໆໄດ້ເຫັນໂມເມັ້ນຫວານໆລະຫວ່າງທັງສອງ. ເຊິ່ງ ເຈນນີ່ ກໍ່ໄດ້ໂພສຮູບ ແລະ ແຄັບຊັ່ນຫວານຂ້າຄົນໂສດ ມົດຕາຍໝົດຮັງທີ່ວ່າ: “ເປັນທັງອ້າຍ ເປັນທັງຫມູ່ ເປັນທັງແຟນ❤️ ຂອບໃຈທຸກຢ່າງ ທີ່ຢູ່ຄຽງຂ້າງກັນ❤️ #ເຊົາໄວໆເດີ້” ເຫັນແລ້ວຍິ້ມໄປນຳເລີຍ…ຫວານສຸດໆ ຫວັງວ່າຈະໄດ້ຍິນຂ່າວດີຂອງທັງສອງໄວໆ, ຢ່າງໃດ ກໍ່ຂໍໃຫ້ ອ້າຍ ເອກ ໂອເວີ້ແດ້ນ ເຊົາໄວໆ ແລະ ຢ່າລືມເກັບພາບໜ້າຮັກ ແຄັບຊັ່ນຫວານໆແບບນີ້ມາຝາກແຟນໆອີກແດ່ເດີ້. ຮູບພາບ:Tonkham Phonchanheuang ,Eck Playmaster

Read More »

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ຕັ້ງໃຈແລ່ນເພື່ອລະດົມທຶນຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພຊາວລາວ 

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ຫຼ້າສຸດ ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງປັດຈຸບັນ ໃນວັນທີ 3 ສິງຫາ 2018 ຍອດເງິນບໍລິຈາກຢູ່ທີ່  77,516 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງີນປະມານ 19 ລ້ານກວ່າກີບ,ເຊິ່ງ ຈະຕຸລົງ ໂພທາລາມກໍ່ໄດ້ໂພສເປີດໃຈ ໃນວັນທີ 1 ສິງຫາ 2018 ທີ່ຜ່ານມາວ່າ: “ເປັນຫຍັງຕ້ອງຊ່ວຍພີ່ນ້ອງລາວ? ຖ້າຄິດໃນແງ່ລົບ ຂອງຄົນເຫັນແກ່ຕົວຫຼືບໍ່ແມ່ນວຽກຫຍັງ ກໍ່ຈະປະມານນີ້…ບ້ານເົຮາກໍ່ມີຄົນເດືອດຮ້ອນຫຼາຍ ຊ່ວຍບ້ານເົຮາກ່ອນດີບໍ່ ຫຼື ຈະເອົາເລື່ອງາ່ສວນຕົວຕອນທີ່ໄປລາວນັ້ນນີ້ມາບວກເລີຍເຮັດໃຫ້ບໍ່ຢາກຊ່ວຍພວກເຂົາ ແຕ່ ລຸງ ລົງ ບໍ່ຄິດແບບນັ້ນ ລຸງຄິດວ່າເຮົາຄືເຜົ່າພັນດຽວກັນ ເວົ້າພາສາດຽວກັນ ໜ້າຄືກັນ …

Read More »

ຂວັນໃຈແຟນໆ! Si-won ແຫ່ງວົງ “Super Junior” ຈະເດີນທາງລົງພື້ນທີ່ແຂວງອັດຕະປື ເພື່ອຊ່ວຍເຫຼືອຜູ້ປະສົບໄພ (ຂອບໃຈຫຼາຍໆເດີ້)

ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ . ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ …

Read More »