Breaking News

News

ມາອີກແລ້ວວວ! King Of Catwalk ມາເທື່ອນີ້ຈັດໜັກ ໂພສທ່າຍາກທີ່ວັງວຽງ!

ຕິດອົກຕິດໃຈ ປະເທດ ລາວ ເຂົ້າແລ້ວ ສຳລັບ Sinon Loresca ເນັດໄອດໍ້ຄົນດັງຈາກ ປະເທດ ຟິລິປິນ ຫຼື ເຈົ້າຂອງ ສາຍາ (The King Of Catwalk), ຫຼ້າສຸດ ວັນທີ 30 ມິຖຸນາ 2018 ທີ່ຜ່ານມາ Sinon ໄດ້ເຊັກອິນທີ່ປະເທດລາວເປັນເທື່ອທີ 3 ແລ້ວ ແລະ ໃນເທື່ອນີ້ນາງໄດ້ເດີນທາງໄປ ທີ່ ສະຖານທີ່ ທ່ອງທ່ຽວຍອດຮິດທີ່ ມ.ວັງວຽງ  ແຂວງ ວຽງຈັນ ປະເທດລາວ, ເຊິ່ງການມາຂອງ Sinon ໃນເທື່ອນີ້ແມ່ນຍັງຄົງຄອນເຊັບເກົ່າ ສາມາດສ້າງສຽງຮືຮາ ແລະ ສຽງຫົວໃຫ້ແຟນໆຊາວລາວໄດ້ມີຄວາມສຸດເຕັມໄປດ້ວຍຮອຍຍິ້ມ ແຖມ Sinon ຍັງຈັດໜັກຈັດເຕັມໃສ່ເກີບສົ້ນສູງ (ບອກເລີຍວ່າສູງໆ) ໂພສທ່າຍາກທີ່ວັງວຽງ. ລອງມາເບິ່ງ! ບໍ່ເຮັດໃຫ້ແຟນໆຊາວລາວ ແລະ ແຟນໆທົ່ວໂລກຜິດຫວັງແທ້ໆ (Welcome to Laos …

Read More »

ປະມວນຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ)

ເຫັນຮູບພາບທີ່ຊາວເນັດກົດໄລ້ ກົດແຊຣ ຢ່າງຫຼວງຫຼາຍ ນັ້ນກໍ່ຄືຮູບພາບ ອ້າຍນ້ອງກູ້ໄພລາວ  ທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດຕິດຖ້າທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ຮ່ວມກັບອີກຫຼາຍໆຊາດທີ່ອາສາມາຮ່ວມຄົ້ນຫາ ທີມ ນັກເຕະບານ ໝູປ່າ- ອາຄາເດມີ, ເຊິ່ງກໍ່ຖືວ່າເປັນຄວາມພາກພູມໃຈຂອງຄົນລາວເຮົາ ທີ່ຢ່າງໜ້ອຍກໍ່ໄດ້ມີຕົວແທນ ນັ້ນກໍ່ຄື ທີມອ້າຍນ້ອງກູ້ໄພຈາກ ປະເທດລາວ ເຮົາ ໄປຮ່ວມເສີມທັບ ເປັນອີກໜື່ງກຳລັງທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດທີ່ຕິດຖໍ້າ ເຖິງຈະມີຄວາມຍາກລໍາບາກພຽງໃດ ພວກອ້າຍໆເພິ່ນກໍ່ສູ້ບໍ່ຖອຍ. #ແຊຣໄປເປັນກຳລັງໃຈໃຫ້ທີມກູ້ໄພຈາກປະເທດລາວ ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ)   (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala , Buk Q Sdl

Read More »

5 ວິທີໃຊ້ມືຖືຖ່າຍຮູບ ເວລາໄປທ່ອງທ່ຽວ ໃຫ້ງາມແບບມື Pro!!!

ຫຼາຍໆຄົນເວລາໄປທ່ອງທ່ຽວ ສິ່ງທີເຮົາຢາກເຮັດຢາກໜຶ່ງກໍຄື ການຖ່າຍຮູບງາມໆມາໃຫ້ຄົນທີ່ບໍ່ໄດ້ໄປໄດ້ເບິ່ງ ແລະ ຢາກໄປນໍາ ແລະ ນີ້ຄື 5 ວິທີທີ່ຈະເຮັດໃຫ້ສາວໆມີຮູບງາມໆມາອ້າງໝູ່ທຸກ Trip. 1. ຖ່າຍຮູບລະຫວ່າງການເດີນທາງ ທຸກໆຄັ້ງທີ່ເຮົາອອກເດີນທາງໄປທ່ອງທ່ຽວຢູ່ໃສ ຈະໄປນໍາລົດ, ນໍາເຮືອ, ເຮືອບິນ ຫຼື ແມ່ນຫຍັງກໍແລ້ວແຕ່ ການທີ່ຄົນບໍ່ໄດ້ໄປນໍາມາເຫັນຮູບສາວໆ ກໍາລັງເດີນທາງຄືພະລັງໃນການອ້າງລະດັບ 3 ດາວເລີຍແຫຼະສາວໆ 2. ເປີດໂໝດ HDR ແລ້ວຍ້ອນແສງ ຊ່ວງເວລາຕາເວັນຂຶ້ນ ຫຼື ຕົກ ຫຼາຍຄົນຈັບຈ້ອງຈະໄດ້ຮູບແສງສີທອງເຫຼົ່ານີ້ມາອ້າງໝູ່ຢູ່ແລ້ວແມ່ນບໍ່? ແຕ່ເພື່ອໃຫ້ຮູບໄດ້ລາຍລະອຽດຫຼາຍຂຶ້ນ ບໍ່ດໍາມືດເກີນໄປ ທຸກຄັ້ງທີ່ຖ່າຍຍ້ອນແສງ ຢ່າລືມເປີດໂໝດ HDR ແດ່ເດີ່! ຮັບຮອງວ່າງາມແນ່ນອນຈ່າ. ພະລັງໃນການອ້າງລະດັບ 3 ດາວ. 3. ຮູບມຸມ Top ຂອງອາຫານຈານເດັດ ໄປທ່ຽວທັ່ງທີ່ ອາຫານຕ້ອງເດັດບໍ່ນ້ອຍໜ້າສະຖານທີ່ຈ່າ ທຸກຄັ້ງ ທຸກຄາບ ຖ່າຍໄປເລີຍ ໂດຍສະເພາະມຸມ …

Read More »

ງົດງາມ! ເມື່ອ 3 ສາວ Miss Universe Thailand ປີກ່ອນໆແຕ່ງກາຍດ້ວຍຊຸດອາພອນໄທ

ວ້າວໆໆໆ! ເຫັນແລ້ວກໍ່ອົດທີ່ຈະເກັບມາຝາກແຟນໆບໍ່ໄດ້ ເມື່ອ Miss Universe Thailand ໃນປີກ່ອນໆບໍ່ວ່າຈະເປັນ ມາເຣຍ ມາລີຍາ Miss Universe Thailand 2017, ນໍ້າຕານ ຊາລິຕາ Miss Universe Thailand 2016 , ແນັດ ອານິພອນ Miss Universe Thailand 2015 ໄດ້ສວມໃສ່ຊຸດໄໝໄທ ໃນເວທີການປະກວດ Miss Universe Thailand 2018 ໃນວັນທີ 30 ມິຖຸນາ 2018 ທີ່ຜ່ານມາ. ແນັດ ອານິພອນ Miss Universe Thailand 2015 ນໍ້າຕານ ຊາລິຕາ Miss Universe Thailand 2016 ມາເຣຍ ມາລີຍາ Miss Universe Thailand 2017 ເບິ່ງແລ້ວງົດງາມ ອ່ອນຊ້ອຍແທ້ໆ!!! ຂໍຂອບໃຈຮູບພາບຈາກ: Miss …

Read More »

ມົງລົງ! ງາມ ໂປຟາຍເລີດ ເໝາະສົມຕຳແໜ່ງ Miss Universe Thailand 2018 

ແວະວຽນໄປເວທີ Miss Universe Thailand 2018 ທີ່ຫາແຕ່ປະກວດກັນໄປແບບສົດຮ້ອນໆໃນວັນທີ 30 ມິຖຸນາ 2018 ທີ່ຜ່ານມາ ແລະ ເຮົາກໍ່ໄດ້ຮູ້ກັນແດ່ແລ້ວວ່າສາວງາມທີ່ຄວ້າມົງກຸດ Miss Universe Thailand 2018 ໃນປີນີ້ກໍ່ຄື ໝາຍເລກ 20 ໂສພິດາ ການຈະນະລິນ (ນິ້ງ) ອາຍຸ 23 ປີ ລວງສູງ 169 ຊັງຕີແມັດ ສຳລັບ ນິ້ງ ໂສພິດາ Miss Universe Thailand 2018  ເປັນເຖິງສາວງາມດີກຼີນັກຮຽນນອກ ຈົບການສຶກສາລະດັບປະລິນຍາຕີຈາກຄະນະ Business administration  ສາຂາ Finance ຈາກ University of Nevada, Las Vegas ດ້ວຍກຽດນິຍົມອັນດັບ 2 ແຖມຍັງໄດ້ຮັບລາງວັນໃນຖານະນັກຮຽນດີເດັ່ນ ຈາກ ອະດີດປະທານນາທິບໍດີ ບາຣັກ ໂອບາມາ, …

Read More »