ນັບວ່າເປັນອີກໜຶ່ງບາດກ້າວຂອງວົງການນາງງາມບ້ານເຮົາກ້າວໄກລະດັບໂລກ, ເພາະຫຼ້າສຸດ ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງຂອງລາວເຮົາ ບິນລັດຟ້າ ຮ່ວມຈັບມືກັບຄົນດັງ ນາຕາລີ ເກວໂບວາ Miss Universe 2005 ແລະ ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ເພື່ອຮ່ວມວາງມາດຕະຖານ ແລະ ຝຶກແອບສາວລາວຜູ້ເຂົ້າປະກວດ Miss Universe Laos 2018 ໃຫ້ມີບຸກຄະລິກກະພາບທີ່ດີ ມີຄວາມໝັ້ນໃຈຄົບຕາມຄຸນສົມບັດຂອງນາງງາມຈັກກະວານເພື່ອກຽມຄວາມພ້ອມສູ່ການປະກວດນາງງາມຈັກກະວານໃນລະດັບສາກົນ. (ວ້າວໆໆ! ເລີດໄດ້ອີກ) ນາຕາລີ ເກວໂບວາ Miss Universe 2005 ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ຮູບພາບ:FB/Miss Universe Laos ມີສຢູນີເວີຣສ ລາວ IG/natalieglebova . charm.th
Read More »News
ຊົມເຊີຍ! ໜຸ່ມກູ້ໄພຈາກລາວເຂົ້າຮ່ວມຄົ້ນຫາ 13 ຄົນທີ່ສູນຫາຍໃນຖໍ້າຫຼວງ ຈັງຫວັດ ຊຽງລາຍ!!!
ເປັນກະແສພຽງຊົ່ວຂ້າມຄືນ ເມື່ອມີໜຸ່ມກູ້ໄພຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍທີ່ ຖໍ້າຫຼວງ ຈັງຫວັດ ຊຽງລາຍ ປະເທດໄທ. ເຊິ່ງໜຸ່ມລາວຄົນນີ້ກໍ່ຍັງໄດ້ໂພດຜ່ານເຟສບຸກວ່າ: “ໄດ້ເປັນໂຕແທນຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ທີ່ໄດ້ຖຶກສົ່ງໂຕເຂົາມາຮ່ວມພາລະກິດ ເຂົ້າຊ່ວຍເຫຼືອໃນການຄົ້ນຫາຄົນ ທີ່ສູນຫາຍເຂົ້າໄປໃນ ວົນອຸທະຍານຖ້ໍາຫລວງ-ຂຸນນ້ຳນາງນອນ ເປັນຈຳນວນ 13 ຄົນ ທີ່ຈັງຫວັດ ຊຽງລາຍ” ເຮັດໃຫ້ມີຜູ້ຄົນເຂົ້າໄປຮ່ວມໃຫ້ກຳລັງໃຈ ແລະ ກົດໄລ້ ກົດແຊຣໂພສດັ່ງກ່າວ ເອົາໃຈຊ່ວຍ ແລະ ພາວະນາໃຫ້ຄົ້ນຫາເດັກນ້ອຍທັງ 13 ຄົນໃຫ້ເຫັນໂດຍໄວ. (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala
Read More »Oh! ວ້າວໆໆ…ສ່ອງສາວງາມຈາກ 3 ແຂວງ ປະເທດລາວ #ແຊຣໄປໃຫ້ໂລກຮູ້
Oh! ສາວລາວໃຜເຫັນຕ້ອງຮ້ອງ ວ້າວໆໆ… Hello ແຟນໆໃນມື້ນີ້ຈະພາມາສ່ອງນ້ອງໆໜ້າໃໝ່ໃນວົງການບັນເທີງບ້ານເຮົາຈາກ 3 ແຂວງ ປະເທດລາວເຊັ່ນ: ແກ້ວຕາ ພອນປະເສີດ ຈາກແຂວງ ສະຫວັນນະເຂດ, ຕານ້ອຍ ພອນສຸດາ ສີສົມບັດ ຈາກແຂວງ ຫຼວງພະບາງ ແລະ ປູເປ້ ລາຊາບຸດ ຈາກ ແຂວງ ຄຳມ່ວນ. ປູເປ້ ລາຊາບຸດ ຈາກ ແຂວງ ຄຳມ່ວນ, ສາວນ້ອຍໜ້າຮັກໜ້າຕາບ໋ອງແບ໋ວ ມີນໍ້າສຽງສຳນຽງ ທ່າແຂກ ອັນເປັນສະເໜ່ ມີເອກະລັກ ຜ່ານມານາງກໍ່ມີຜົນງານທັງເປັນ ພິທີກອນ, ດີເຈ ແລະ ນາງແບບ ຕານ້ອຍ ພອນສຸດາ ສີສົມບັດ ຈາກ ແຂວງ ຫຼວງພະບາງ, ສາວນ້ອຍໜ້າຫວານ ຜິວຂາວຜ່ອງ ຂວັນໃຈແຟນໆຫຼາຍໆຄົນ ມີສາຍາວ່າຄ້າຍຄືກັບ ຟ່ານປິງໆ ນັກສະແດງຊື່ດັງ ສປ.ຈີນ …
Read More »ແຊດຫຼຸດ! ກີ້ ພິດຕີ້ດັງ ຖືກໜຸ່ມໂຊລວຍຖາມຊື້ກາງເວັນແສກໆ !!!
ຮ້ອນລະອຸທົ່ວໂລກໂຊຊ່ຽວ ເມື່ອ ສາວ ກີ້ ລາມາງກຸນ ພິດຕີ້ເງິນລ້ານຊື່ດັງ ອອກມາໂພສແສຜ່ານເຟສບຸກສ່ວນຕົວ ແຄັບຂໍ້ຄວາມໃຫ້ເຫັນກັນຈະໆວ່າມີໜຸ່ມໂຊລວຍອວດອ້າງວ່າຂາຍລົດສະປອດຢູ່ເຂດພະຂາວ ໂດຍໃນແຊດມີເນື້ອຫາປະມານວ່າ ໝຸ່ມໂຊລວຍປິດສະໜາຄົນນີ້ມີຄວາມສະເໜ່ຫາ ສາວ ກີ້ ເຖິງຂັ້ນສຸດ ເລີຍຕ້ອງການທີ່ຈະຊັກຊວນສາວພິດຕີ້ຄົນນີ້ໄປກິນເຂົ້າ ພ້ອມທັງສະເໜີເງິນໃຫ້ຈຳນວນຫຼາຍ… ເຫັນແບບນີ້ແລ້ວເປັນທີ່ໜ້າເຫັນໃຈສາວ ກີ້ ເປັນທີ່ສຸດ, ແລ້ວຖ້າທ່ານເຈິກັບກໍລະນີແບບນີ້ ທ່ານຈະເຮັດແນວໃດ? #ຢ່າລຶມແຊຣໄປໃຫ້ອ້າຍໂລກຈິດໂຊລວຍເພິ່ນເຫັນກັນແດ່ ຮູບພາບ: KY Ramangkoun
Read More »ຫວານເວີ້! ມິມີ່ ບິນສະຫວີດສະຫຼອງຄົບຮອບ 5 ປີທີ່ Australia!!! (ຄົນໂສດໃຈບໍ່ແຂງຫ້າມເບິ່ງ)
ມົດຕອມຍົກຮັງ!!! ແນ່…ແນ່ໆ ບໍ່ໃຫ້ມົດຕອມໄດ້ແນວໃດແຟນໆ ຫຼ້າສຸດ ສາວ ມິມີ່ ວິລະພອນ ຮອງອັນດັບສອງ ນາງສາວລາວ 2017 ບິນລັດຟ້າຄວງຫວານໃຈ ໜຸ່ມ ເຈສັນ ໄປສະຫຼອງຄວາມຮັກທີ່ເຕັມໄປດ້ວຍໂລກແຫ່ງສີບົວ ສະຫຼອງຄົບຮອບ 5 ປີ ຄວາມຮັກ2ເຮົາ ໄກເຖິງ ປະເທດ ອອສເຕຣເລຍ (Australia) ແຖມຍັງໂພສຮູບສຸດສະຫວີດຈັບມືໄປ ດິນເນີ້ໄປ ຂຽນກາດໃຫ້ກັນດ້ວຍຂໍ້ຄວາມຫວານໆຊຶ້ງໆ ພ້ອມຂອງຂວັນທັງແຫວນແດ່ ສາຍຄໍແດ່ (ຄົນໂສດໃຈບໍ່ແຂງຫ້າມເບິ່ງ555) ແຖມຍັງຂຽນແຄັບຊັ່ນຫວານໆ ຜ່ານອິນສະຕາແກຼມໃຫ້ແຟນໆໄດ້ຈິກໝອນ ໃຫ້ຄົນໂສດໄດ້ອິດສາກັນເປັນແຖບ… ໂອ້ຍຍຍ!!! ເບິ່ງໄປ ຈິກໜອນໄປ ເປັນຄູ່ຮັກທີ່ໜ້າຮັກເໝາະສົມກັນສຸດໆ, ມີຂ່າວດີມື້ໃດຢ່າລືມມາເລົ່າຂ່າວ ຊະນີIndy ກັບແຟນໆຢ່າງດ່ວນເລີຍໂລດເດີ້ ສາວ ມິມີ່ ໜຸ່ມ ເຈສັນ. ຮູບພາບ: ig/onlymiimiiee
Read More »