ທ້າຍອາທິດເປັນວັນພັກຜ່ອນຂອງແຟນໆ ແຕ່ ຊະນີIndy ບໍ່ພັກ ບໍ່ຫຼັບ ບໍ່ນອນເດີ້ ແນວຄົນມັກສາລະແນ…ເອີ້ຍ ບໍ່ແມ່ນ… ແນວຄົນມັກອັບເດດຂໍ້ມູນຂ່າວສານໃນວົງການບັນເທີງ ເພື່ອຈະໄດ້ເກັບມາຝາກແຟນໆທຸກໆຄົນ, ມາສ່ອງຄວາມຫວານຂອງເຫຼົ່າຄູ່ຮັກຄົນດັງຂອງວົງການບັນເທີງບ້ານເຮົາຫຼາຍຕໍ່ຫຼາຍຄູ່ ມີທັງຄູ່ທີ່ຍັງຄົບຫາເບິ່ງໃຈເປັນແຟນອອກໜ້າອອກຕາ ຄູ່ທີ່ກຳລັງກຸກກິກອິນເລີບ ຫຼື ຄູ່ທີ່ແຕ່ງດອງເປັນຝັ່ງເປັນຝາ ທີ່ພວກເຂົາໜັ່ນໂຊຄວາມຫວານມາຂ້າຄົນໂສດໃຫ້ເຫັນເປັນໄລຍະໆ, ເດະ…ເວົ້າໄປກໍຢາກຮູ້ແລ້ວແມ່ນບໍ່ວ່າມີຄູ່ໃດແດ່ ມາໆມາ ລອງມາເບິ່ງກັນໄວໆວ່າມີຄູ່ໄດແດ່!!! ນູ່ນີ່ ກຸມພົນພັກດີ ແລະ ອ໊ອບ ລາຍພາງ ຄູ່ຮັກຫວານນໍ້າຕານຍັງອາຍ ໄປໃສມາໃສໂຕຕິດກັນຕະຫຼອດເລີຍ ເປັນຄູ່ຮັກທີ່ມີ FC ຕິດຕາມລໍຖ້າລຸ້ນຟັງຂ່າວດີກັນຫຼາຍສຸດເລີຍຄູ່ນີ້ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ແລະ ເອກ Overdance ຄູ່ນີ້ເຖິງຊ່ວງນີ້ຈະບໍ່ຄ່ອຍໂພສຮູບຄູ່ ແຕ່ຄືຮູ້ໆກັນວ່າທັງສອງຮັກກັນຫວານຊື່ນ ໄປໃສມາໃສ ດິນເນີກັນເລື້ອຍໆ ຢຸດຂ່າວລືທີ່ວ່າທັງສອງເລີກກັນໄດ້ແບບສະບາຍໆ ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກແບບເລື້ອຍໆ …
Read More »News
ດ່ວນນນນ! ກວດພົບແປ້ງນົວປອມລະບາດຈຳນວນຫຼາຍ…(ແນວນີ້ກະໄດ້ຫວ໋າ?)
ກວດພົບແປ້ງນົວປອມຈຳນວນຫລາຍ ຢູ່ຕະຫລາດປາກຊັນ ໃນຕອນເຊົ້າວັນທີ 28 ມິຖຸນາ 2018 ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ພະແນກການທີ່ກ່ຽວຂ້ອງລົງກວດແລ້ວພົບ ແປ້ງນົວຍີ່ຫໍ້ດັງ ເປັນຂອງປອມວາງຂາຍຕາມທ້ອງຕະຫລາດຈຳນວນຫລາຍ ເຊິ່ງແປ້ງນົວປອມດັ່ງກ່າວເປັນສິນຄ້າທີ່ນຳເຂົ້າໂດຍລະເມີດລິຂະສິດທີ່ເຂດຕະຫຼາດປາກຊັນ ມ.ປາກຊັນ ແຂວງ ບໍລິໄຊ. (ເຫັນແບບນີ້ແລ້ວຮູ້ສຶກເປັນຫ່ວງພໍ່ແມ່ພີ່ນ້ອງແທ້ໆ ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພີ່ນ້ອງຊາວລາວ) ຂໍ້ມູນ: target magazine ຮູບພາບ: ຈົດຫມາຍຂ່າວ
Read More »ໄປຫຼິ້ນຕ່າງປະເທດທັງທີ ໂພສທ່າແນວໃດໃຫ້ເບິ່ງແພງ???
ແຊະ ແຊະ ແຊະ…ສຽງດັງຂອງກ້ອງຖ່າຍຮູບມັນກໍ່ຈະດັງລົວໆ ສະບາຍດີແຟນໆ ເຫັນຫຼາຍຄົນອິນບ໋ອກມາຖາມ ຊະນີIndy ຫຼາຍເລີຍວ່າຊ່ວງນີ້ເຫັນຫຼາຍຄົນຮິດໄປຫຼິ້ນຕ່າງປະເທດ ໄປພັກຜ່ອນ ແບບວິຖີຄົນມີເງິນ (555) ກຽມຕົວແພັກກະເປົ໋າ ຕິດກ້ອງຖ່າຍຮູບລຽບລ້ອຍ ແຕ່ຂາດຢ່າງດຽວຄືຄວາມໝັ້ນໃຈໃນເວລາໂພສທ່າຖ່າຍຮູບ. ແຟນໆຂໍມາມີຫວາທີ່ ຊະນີIndy ຈະນິ້ງນອນໃຈ ເລີຍໄປຊອກສັນຫາທ່າໂພສງາມໆມາຝາກແຟນໆ ໂດຍເປັນທ່າໂພສຈາກ ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ1ຂອງລາວ ໃນເມືອງ ມິລານ ປະເທດ ອີຕາລີ ແຖມນາງຍັງຈັດໜັກຈັດເຕັມນຳຮູບງາມໆໃນ ເມືອງ ມິລານ ມາຝາກແຟນໆແບບເຕັມທີ່… ດັ່ງນັ້ນ ລອງມາເບິ່ງກັນເບິ່ງເນາະແຟນໆ ແລະ ຖ້າໃຜຢາກເອົາທ່າໂພສຂອງ ສາວ ຫຼິງຫຼິງ ໄປໃຊ້ກໍ່ໄດ້ເດີ້ ບອກເລີຍວ່າ ເລີດ…ເບິ່ງແພງເວີ້!!! ເບິ່ງແລ້ວເພີນຕາດີສຸດໆເລີຍເນາະວ່າບໍ່ ຖ້າຈະອອກທຣິບໄປທ່ຽວແບບ ສາວ ຫຼິງຫຼິງ ກໍ່ຢ່າລືມໂພສທ່າງາມໆມາຝາກ ຊະນີIndy ນຳແດ່ເດີ້ແຟນໆ!!! ຂໍຂອບໃນຮູບພາບຈາກ: Pitadar Lingling Inthavong
Read More »ໂງ່ຕັ້ງດົນ! ແຊຣເກັບໄວ້ເບິ່ງເລີຍ ວິທີໄປເຮັດ Passport ງ່າຍໆດ້ວຍຕົວເອງ ມາເບິ່ງວິທີດ່ວນນນ!!!
ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ກ່ອນອື່ນຕ້ອງຂໍບອກວ່າ ຊະນີIndy ຄິດຢາກໄປຕ່າງໄປຕ່າງປະເທດຄືກັບໝູ່ຄົນອື່ນ ເລີຍຄິດຢາກເຮັດ Passport ແລະ ດຽວນີ້ກໍ່ມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້: ຂໍເຮັດໜັງສືຜ່ານແດນຫົວໃໝ່ – ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ) – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ – ຮູບ 4×6 ໃສ່ສູດ ແບບສາກົນ 1 …
Read More »ຮ່ວມສົ່ງກຳລັງໃຈໃຫ້ອາສາກູ້ໄພລາວໃນການເຂົ້າຊ່ວຍ 13 ຊີວິດທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ປະເທດໄທ!
ເປັນຂ່າວໂດ່ງດັງໄປທົ່ວໂລກ ໃນກໍລະນີມີເຫດການ ນ້ອງໆນັກເຕະບານ ທີມໝູປ່າ ອາຍຸ 11-16 ປີ ພ້ອມດ້ວຍໂຄສຜູ້ເຝິກສອນ ອາຍຸ 25 ປີ ອີກໜຶ່ງຄົນ ລວມເປັນ 13 ຊີວິດ ທີ່ຕິດຢູ່ໃນຖໍ້າ ອຸທະຍານຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ແລະ ເພື່ອຊ່ວຍເຫຼືອເພື່ອນມະນຸດນຳກັນ ປະເທດລາວ ເຮົາກໍ່ບໍ່ນິ້ງນອນໃຈມີອາສາກູ້ໄພ ຈາກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍໃນຄັ້ງນີ້ຮ່ວມກັບທີມນັກຄົ້ນຫາທົ່ວໂລກ. ການເດີນທາງໄປຂອງໜ່ວຍກູ້ໄພລາວກໍ່ໄດ້ມີການອັບເດດບອກພີ່ນ້ອງຊາວລາວຜ່ານເຟສບຸກຂອງ Yen Visoudala ເປັນໄລຍະ ແລະ ພາລະກິດຍັງຄົງດຳເນີນຕໍ່ໄປ: “ສຳລັບມື້ນີ້ກໍ່ເປັນມື້ທີ່ 2 ຂອງເຮົາທີ່ເຂົ້າຮ່ວມໃນການຄົ້ນຫາ ນ້ອງ13 ຄົນ ທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ແຫ່ງນີ້ ຍັງສືບຕໍ່ການຄົ້ນຫາ ດ້ວຍຫລາຍວິທີ ເພາະຍັງມີ ອຸປະສັກຫລາຍຢ່າງ ດ້ານສິ່ງແວດລ້ອມ ສິ່ງທີ່ສຳຄັນທີ່ສຸດ ແມ່ນທາງຂັ້ນເທິງ ແລະ …
Read More »