Breaking News

News

ຄືນນີ້ມາລຸ້ນກັນ! ແພັດ ເພັດດາວອນ ຈະສາມາດຄວ້າ 1 ລ້ານບາດ ໄປໄດ້ຫຼືບໍ່? (ມາຮ່ວມເປັນສັກຂີພະຍານໃນສຶກປະຫວັດສາດເທື່ອນີ້ໄປນຳກັນ)

ເດີນທາງມາຮອດຈຸດຈົບຂອງການແຂ່ງຂັນ ແລະ ຈະຕັດສິນໃຫ້ໄດ້ຮູ້ຜົນການແຂ່ງຂັນໃນຄໍ່າຄືນວັນທີ 24 ເມສາ 2018 ນີ້ແລ້ວ,  ແພັດ ເພັດດາວອນ ຄຳມະນີວົງ ສາວລາວສຽງດີຈາກພາກໃຕ້ ທີ່ກຳລັງໂດ່ງດັງໄປທົ່ວບ້ານທົ່ວເມືອງ ເພາະນາງເດີນທາງຕາມຫາຝັນຢາກເປັນນັກຮ້ອງ ແລະ  ຝັນຢາກເອົາເງິນລາງວັນ 1 ລ້ານບາດ ມາປຸກບ້ານໃຫ້ແມ່ ໂດຍການໄປແຂ່ງຂັນເພງໃນລາຍການ ສຶກວັນດວນເພງ ຂອງປະເທດເພື່ອນບ້ານ. ໃນວັນທີ 23 ເມສາ 2018 ທີ່ຜ່ານມາ ສາວ ແພັດ ເພິ່ນກໍ່ຫາກໍ່ປ້ອງກັນແຊ້ມໃນສະໄໝທີ 20 ໄດ້ແບບສົດໆຮ້ອນໆ ແລະ ໃນມື້ນີ້ມາຮ່ວມລຸ້ນ ຮ່ວມເຊຍເປັນສັກຂີພະຍານໄປພ້ອມໆກັນວ່າສາວລາວຄົນນີ້ຈະສາມາດຊິງເອົາເງິນລາງວັນ 1 ລ້ານບາດ ຫຼື ປະມານ 265,000,000 ລ້ານກີບ ໄປໄດ້ ຫຼື ບໍ່? ໃນເວລາ 18:20 ນາທີ ທາງຊ່ອງ 31 (ປະເທດເພື່ອນບ້ານ) ຢ່າພາດເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້. …

Read More »

ລູກຫຼານລາວຄວນຮູ້ໄວ້! ຮີດຄອງປະເພນີການບາສີໃນວັນຂຶ້ນປີໃໝ່ລາວ

ການບາສີໃນວັນຂຶ້ນປີໃໝ່ລາວ ເຊິ່ງແມ່ນຮີດຄອງປະເພນີລາວທີ່ມີມາແຕ່ບູຮານນະການ ການບາສີແມ່ນການມັດແຂນດ້ວຍຝ້າຍສີຂາວບໍລິສຸດ ເປັນການອວຍພອນເພື່ອໃຫ້ເປັນສິລິມຸງຄຸນແກ່ຜູ້ທີ່ຖືກອວຍພອນ ໄດ້ບັນລຸຈຸດປະສົງຕາມທີ່ປາດຖະໜາ ແລະ ອື່ນໆ. ຕາມປະເພນີລາວ ການບາສີ ບໍ່ໄດ້ມີແຕ່ການບາສີໃນວັນຂຶ້ນປີໃໝ່ລາວເທົ່ານັ້ນ ຍັງໃຊ້ໃນຫຼາຍກໍລະນີທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວເປັນຕົ້ນ: ການບາສີຂຶ້ນເຮືອນໃໝ່, ການບາສີແຕ່ງດອງ, ການບາສີໃນໂອກາດແຂກມາຢ້ຽມຢາມ ແລະ ອື່ນໆເປັນຕົ້ນ. ການບາສີເພິ່ນຈະມີພາຂວັນທີ່ປະກອບດ້ວຍຂັນໝາກເບັງເຮັດຈາກໃບຕອງ ທີ່ພັບເປັນຈວຍສິລະປະງົດງາມ ເອ້ຢ້ອງດ້ວຍດອກໄມ້ສົດທີ່ຊອກຫາມາໄດ້ຕາມທ້ອງຖິ່ນ ເຊິ່ງສ່ວນໃຫຍ່ເພິ່ນນິຍົມໃສ່ດອກດາວເຮືອງເພາະມີຄວາມເຊື່ອວ່າຈະຮຸ່ງເຮືອງ. ນອກນັ້ນຍັງມີຝ້າຍຜູກແຂນສີຂາວບໍລິສຸດສອດໃສ່ໄມ້ສຽບສັບຫວ່າງກັບດອກໄມ້ ເປັນອົງປະກອບທີ່ຂາດບໍ່ໄດ້ເມື່ອມີງານບາສີຕ່າງໆ ຍ້ອນວ່າຝ້າຍຜູກແຂນແມ່ນ ເຄື່ອງຕ້ອນຮັບພະລັງມະຫັດສະຈັນ ທີ່ມາຈາກນອກຕົວຂອງພວກເຮົາ ແລະ ເພື່ອໃຫ້ພະລັງແຮງດັ່ງກ່າວ ຄົງຕົວຢູ່ໃນຝ້າຍຜູກແຂນ ເພີ່ນຈຶ່ງໄດ້ເຮັດຂອດເອົາໄວ້ທາງກາງສອງຂອດ ແລະ ກໍແມ່ນພະລັງແຮງອັນ ມະຫັດສະຈັນນີ້ເອງທີ່ໄດ້ນໍາຄວາມໝາຍ ແລະ ຄຸນຄ່າມາໃຫ້ຝ້າຍຜູກແຂນທີ່ໝົດທຸກຄົນທີ່ເຂົ້າຮ່ວມໃນພິທີບາສີຮັບຮູ້ນັບຖືພ້ອມທັງເຂົ້າໃຈດີເຖີງຄວາມໝາຍ ແລະ ຄວາມສໍາຄັນຂອງ ຝ້າຍຜູກແຂນ ດັ່ງກ່າວນໍາ ອີກດ້ວຍ. ຝ້າຍຜູກແຂນສີຂາວແມ່ນ ສັນຍາລັກຂອງຄວາມບໍລິສຸດຄວາມຖືກຕ້ອງປອງດອງ ແລະ ຮັກແພງ, ຫມາຍເຖິງສັນຕິພາບ, ໂຊກລາບ, ການຢູ່ດີມີແຮງແລະ ຄວາມອົບອຸ່ນໃນ ຄອບຄົວ ແລະ ສັງຄົມ …

Read More »

ວີນລີ່ ນັກສະແດງຮູບເງົາດັງລາບວດ ໝູ່ເພື່ອນໃນວົງການຮ່ວມອະນຸໂມທະນາສາທຸ!!!

ລາບວດຕ້ອນຮັບປີໃໝ່ລາວ ສຳລັບ ບຸນຊຽນ ວິໄລວັນ (ວິນລີ່) ນາຍແບບ-ນັກສະແດງໜຸ່ມສຸດຫຼໍ່ຈາກຮູບເງົາ ຫົງຫາມເຕົ່າ ທີ່ໄດ້ຂໍລາບວດເພື່ອຮຽນສຶກສາພະທຳ ແລະ ເຝິກສະມາທິ ພ້ອມທັງຕອບບຸນແທນຄຸນບິດາ-ມານດາ ແລະ ຜູ້ທີ່ມີພະຄຸນ ແລະ ເນື່ອງໃນວັນເກີດຂອງ ວິນລີ່ ທີ່ຈະມາເຖິງໃນວັນທີ 11 ເມສາ ນີ້ອີກດ້ວຍ ແລະ ງານນີ້ກໍຍັງມີໝູ່ເພື່ອນຮ່ວມວົງການເຊັ່ນ ສາວ ລູກນໍ້າ ທິດາລັດ ວົງສິຣິ, ແຟນຄລັບ ແລະ ຍາດພີ່ນ້ອງຂອງ ວິນລີ່ໄປຮ່ວມ ອະນຸໂມທະນາສາທຸ ຈົນແໜ້ນວັດ, ຢ່າງໃດ ຂວັນໃຈ ເຮົາກໍ່ຂໍອະນຸໂມທະນາສາທຸຮ່ວມກັບໜຸ່ມ ວິນລີ່ ເຊັ່ນກັນເດີ້…ສາທຸ ສາທຸ ສຳລັບພິທີບວດຂອງ ວິນລີ່ ມີເລີກງາມຍາມດີໃນວັນທີ 9 ເມສາ 2018 ເປັນພິທີຮັບຂວັນນາກ-ປົງຜົມນາກ ແລະ ໃນວັນທີ 10 ເມສາ 2018 ເປັນພິທີອຸບປະສົມບົດບວດເປັນພຣະ, …

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ…

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ ໃນຕອນເຊົ້າວັນທີ 6 ເມສາ 2018 ຢູ່ທີ່ ສູນເຝີກອົບຮົມແມ່ຍິງລາວ, ສະມາຄົມນັກທຸລະກິດແມ່ຍິງລາວ ( ສທຍລ) ໄດ້ຈັດງານ ສະຫຼຸບວຽກງານປະຈຳປີ 2017 ພ້ອມ ກັບວາງແຜນວຽກງານຕໍ່ໜ້າໃນປີ 2018. ນອກນີ້, ຍັງໄດ້ຈັດມີພິທີບາສີສູ່ຂວັນ ເພື່ອເປັນສິຣິມຸງຄຸນໃນບຸນປີໃໝ່ທີ່ຈະມາເຖິງນີ້.  ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານກິດຕິມະສັກຂອງ ສທຍລ, ທ່ານ ນາງ ແສງມະນີ ວິຍາເກດ ປະທານ ທີ່ປຶກສາ ສທຍລ, ພ້ອມດ້ວຍສະມາຊິກໃໝ່ ແລະ ເກົ່າເຂົ້າຮ່ວມ. ຈຸດປະສົງໃນການຈັດງານຄັ້ງນີ້, ກໍເພື່ອເປັນການເຕົ້າໂຮມສາມັກຄີບັນດາສະມາຊິກຂອງ ສຍລ ແລະ …

Read More »

ຜົນການແຂ່ງຂັນ Carlsberg Golf Classic 2018…

ຜົນການແຂ່ງຂັນ Carlsberg Golf Classic 2018… ການແຂ່ງຂັນກ໊ອຟ ລາຍການ ຄາລສະເບີກ ກ໊ອຟ ຄລາສຊິກ 2018 (Carlsberg Golf Classic 2018) ທີ່ ສປປ ລາວ ເປັນຄັ້ງທໍາອິດ ເມື່ອວັນເສົາ 7 ເມສາ 2018 ນີ້ ທີ່ສະໜາມກ໊ອຟ ລ໋ອງວຽນ ນະຄອນຫຼວງວຽງຈັນ ເຊິ່ງເປັນການແຂ່ງຂັນຂອງນັກກ໊ອຟສະໝັກຫຼິ້ນ ໄດ້ປິດສາກລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍແຊັມສາຍທົ່ວໄປ (Gross ranking) ຕົກເປັນຂອງ ທ່ານ Mr. Jang Heung Soo, ສ່ວນສາຍ Net Ranking ຕົກເປັນຂອງ ທ່ານ ວິໄລສັກ ເພັດທະສາ.    ກ່ອນໜ້ານີ້ ທ່ານ ເຮັນຣິກ ຈູ …

Read More »