ອ໊າຍຍ!!! ເອີ້ນໄດ້ວ່າຫ່າງພຽງກາຍແຕ່ຫົວໃຈຍັງໃກ້ກັນດັ່ງເກົ່າ ສຳລັບຄູ່ອ້າຍນ້ອງຄົນສະນິດ ຢ່າຢ່າ ອຸຣັດສະຍາ ແລະ ນະເດດ ຄຸກິມິຍະ 2 ຊຸບຕາຄົນດັງຂອງປະເທດເພື່ອນບ້ານ ເຖິງແມ່ນວ່າຊ່ວງປີໃໝ່ຈະບໍ່ໄດ້ຈັດທິບທ່ອງທ່ຽວດ້ວຍກັນ 2 ຄອບຄົວ ເພາະທາງ ສາວ ຢ່າຢ່າ ກໍໄດ້ເດີນທາງມາ ແຂວງ ຫຼວງພະບາງ ປະເທດລາວເຮົາ ຕັ້ງແຕ່ວັນທີ 25 ທັນວາ 2017 ທີ່ຜ່ານມາ ເພື່ອພາຄອບຄົວມາທ່ຽວພັກຜ່ອນໃນຊ່ວງວັນພັກທ້າຍປີ ແລະ ສ່ວນ ນະເດດ ກໍພາພໍ່ແລະ ແມ່ກັບບ້ານເກີດທີ່ຂອນແກ່ນເພື່ອໄປສະຫຼອງໃນເທສະການວັນ ຄຣິດມາດ ກ່ອນທີ່ຈະເດີນທາງໄປທ່ຽວຮີມຝັ່ງຂອງທີ່ ຊຽງຄານ ຈັງຫວັດ ເລີຍ (ປະເທດໄທ), ແຕ່ໆຂາເມົ້າ ແລະ ບັນດາແຟນຄລັບກໍມີເລື່ອງໃຫ້ ເມົ້າ ແລະ ລຸ້ນຈິກໝອນຂາດໄປຕາມໆກັນ ເພາະບໍ່ຮູ້ວ່າເປັນເລື່ອງບັງເອີນ ຫຼື ຕັ້ງໃຈນໍ້? ເພາະຮູບພາບທີ່ 2 ຊຸບຕາໂພສໃນ ອິນສະຕາແກຼມ ດັນອອກມາຄ້າຍໆກັນ …
Read More »News
So cute! ຢ່າຢ່າ ອຸຣັດສະຍາ ໂພສ ແລະ ເວົ້າເຖິງສະຖານທີ່ໃນ ຫຼວງພະບາງ ແບບນີ້!!!
ຫຼັງຈາກມີຂ່າວຂອງສາວ ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງສາວແຖວໜ້າຂອງປະເທດເພື່ອນບ້ານ ໄດ້ມີໂອກາດເດີນທາງມາຢ້ຽມຢາມ ແຂວງ ຫຼວງພະບາງ ປະເທດລາວຂອງ ເຮົາໃນຊ່ວງເທດສະການຄຣິດມາດ ແລະ ປີໃໝ່ ພ້ອມຄອບຄົວ, ຫຼ້າສຸດ ຢ່າຢ່າ ກໍໄດ້ໂພສຮູບພາບເພື່ອບອກໃຫ້ອ້າຍ ເອື້ອຍ ນ້ອງຮ່ວມວົງການ ແລະ ແຟນໆຂອງນາງວ່າ: “ມາຫຼວງພະບາງຕ້ອງມາຖ່າຍທີ່ນີ່!! ຕາມຮອຍພີ່ດາກັບພີ່ແໝ່ມ ? #xiengtongtemple” ເຊິ່ງສະຖານທີ່ດັ່ງກ່າວທີ່ ຢ່າຢ່າ ເວົ້າເຖິງກໍຄື “ວັດຊຽງທອງ” ເຮັດໃຫ້ມີແຟນຄລັບທັງລາວ ແລະ ໄທ ເຂົ້າມາສະແດງຄວາມຄິດເຫັນຮູບພາບນີ້ເປັນຈຳນວນຫຼວງຫຼາຍ… มาหลวงพระบางต้องมาถ่ายที่นี่คะ!! ตามรอยพี่ดากับพี่แหม่มค่ะ ? #xiengtongtemple A post shared by Urassaya Sperbund (@urassayas) on Dec 26, 2017 at 9:11pm PST ຢ່າງໃດກໍຂໍໃຫ້ເປັນທິບທ່ອງທ່ຽວທີ່ມ່ວນ ແລະ ເຕັມໄປດ້ວຍຄວາມປະທັບເດີ້ ຢ່າຢ່າ!!! #ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ …
Read More »ງາມຫຼາຍ! ໃສ່ສິ້ນໄໝບ່ຽງແພປານສາວລາວ ຢ່າຢ່າ ອຸຣັດສະຍາ ດາລາໄທ ນຸ່ງຊຸດໄໝລາວໃສ່ບາດທີ່ ຫຼວງພະບາງ
ງາມຫຼາຍໆເດ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງແຖວໜ້າຂອງປະເທດເພື່ອນບ້ານ ທີ່ເດີນທາງມາທ່ອງທ່ຽວ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ພ້ອມດ້ວຍຄອບຄົວ ເນື່ອງໃນໂອກາດວັນພັກຊ່ວງ ຄຣິດມາດ ແລະ ປີໃໝ່ ແລະ ຫຼ້າສຸດ ໃນວັນທີ 27 ທັນວາ 2017 ໃນອິນສະຕາແກຼມຂອງ ຢ່າຢ່າ ກໍໄດ້ໂພສຮູຸບພາບນຸ່ງສິ້ນໄໝ ບ່ຽງແພ ແບບປະເພນີລາວ ເພື່ອຮ່ວມເຮັດບຸນໃສ່ບາດຕ້ອນຮັບປີໃໝ່ ແລະ ກໍເປັນທຳນຽມທີ່ມາເມືອງມໍລະດົກໂລກກໍຕ້ອງໄດ້ເຮັດບຸນໃສ່ບາດເພື່ອຕ້ອນຮັບສິ່ງດີໆ ແລະ ນຳເອົາສິ່ງດີໆກັບໄປປະເທດຂອງຄົນທີ່ໄດ້ມາທ່ອງທ່ຽວເມືອງມໍລະດົກໂລກ (ຢ່າຢ່າ ແລະ ເອື້ອຍ ຂອງນາງ ມາແບບສະຕາຍສາວລາວ ແຖມຍັງໃສ່ເກີບແຕະສະບາຍໆອີ່ຫລີ) ເບິ່ງເຜີນໆຄິດວ່າແມ່ນສາວລາວ ແຕ່ເບິ່ງໄປເບິ່ງມາແມ່ນ ຢ່າຢ່າ ອຸຣັດສະຍາ ສະເປີເບີນ ຕົວນິ (555) ຂໍບອກເລີຍວ່າມີຄວາມໜ້າຮັກ ແລະ ງາມຫຼາຍໆເດີ້, ຢ່າງໃດກໍຂໍໃຫ້ເປັນທິບທ່ອງທ່ຽວທີ່ມ່ວນ ແລະ ເຕັມໄປດ້ວຍຄວາມປະທັບເດີ້ ຢ່າຢ່າ!!! #ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ …
Read More »ຢາກໄດ້ໄປເຄົ້າດາວນຳເດ້! ຊ່າງມາດີຕໍ່ໃຈ ມາຮູ້ຈັກອ້າຍບ່າວຕ້ອນຮັບເທິງຍົນສຸດ Hot ໂດ່ງດັງໄກເຖິງເພສດັງປະເທດເພື່ອນບ້ານ!!!
ຢາກໄດ້ໄປເຄົ້າດາວນຳເດ້! ຊ່າງມາດີຕໍ່ໃຈ (555) ມາຮູ້ຈັກອ້າຍບ່າວສຸດ Hot…ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼື ສະຈວດຂອງສາຍການບິນດັງ ໝຸ່ມລາວທີ່ໄປໂດ່ງດັງໄກເຖິງເພສດັງປະເທດເພື່ອນບ້ານ, ໃນຊ່ວງຕົ້ນເດືອນທີ່ຜ່ານມາມີເພສດັງຂອງປະເທດເພື່ອນບ້ານ ໄດ້ໂພສຮູບພາບໜຸ່ມສະຈວດລາວທີ່ມີໜ້າຕາ ຮູບຮ່າງ ສຸດເຈົ້າຊູ້ ຈົນເກີດເປັນກະແສໂດ່ງດັງເຮັດໃຫ້ຫຼາຍຄົນສົງໃສວ່າ ໜຸ່ມຄົນນີ້ແມ່ນໃຜນໍ້… ຊະນີIndy ຂໍຈັດໃຫ້ເອົາໃຈສາວໆ ທັງສາວແທ້ສາວທຽມ ມາຮູ້ຈັກກັບໜຸ່ມສະຈວດສຸດເຈົ້າຊູ້ຄົນນີ້ກັນເລີຍ ແຖມຍັງເຈາະເລິກສະເປັກສາວຂອງທ້າວມາຝາກ ແລະ ທ້າວຍັງບອກວ່າເປັນຄົນທີ່ມັກຖືກສາວຫັກອົກຕະຫຼອດວ່າຊັ້ນເດ້ (ໂອ້ຍ!!! ດູຕົນເດ້) ອ໊າຍຍຍ… ຢາກຮູ້ເລື່ອງລາວຂອງໜຸ່ມຄົນນີ້ແລ້ວແມ່ນບໍ່ ມາໆ…ນຳມາຕິດໆເລີຍໄວໆ!!! ອ້າຍບ່າວສະຈວດ ອານົນສິດ ຈຸນລະມຸນຕີ ຫຼື ເບັນ ເຈົ້າຂອງຕໍາແໜ່ງໜຸ່ມບຸກຄະລິກດີຈາກເວທີ Lao Super Model 2016. ສາວໆເຫັນແລ້ວໃຈລະລາຍພຸ້ນແຫຼະ ເພາະເບິ່ງແລ້ວເຍົ້າຍວນໃຈຈົນຢາກນອນຊົບເອິກເພິ່ນເລີຍ 555. ສະນັ້ນ, ກ່ອນອື່ນຂໍແນະນຳໃຫ້ທຸກໆຄົນໄດ້ຮູ້ຈັກກັບອ້າຍບ່າວຄົນນີ້ ພ້ອມທັງໜ້າທີ່ວຽກງານຂອງເພິ່ນ ເພາະໜຸ່ມ ເບັນ ໄດ້ມາເປີດໃຈໃຫ້ສຳພາດແບບເຈາະເລິກເລີຍ ເພາະເຮົາຮູ້ວ່າ …
Read More »ວ້າວວວວ! ເຊັກຊີ່ແທ້ນໍ້ຜູ້ສາວ ຈັດໄປກັບຄວາມເຊັກຊີ່ທ້າລົມໜາວຂອງສາວໆເນັດໄອດໍ້ລາວ!!!
ໃສໆມີໃຜວ່າໜາວແດ່? ຈັດໄປກັບຄວາມເຊັກຊີ່ທ້າລົມໜາວຂອງສາວ ເບລານ ສຸນິສາ ພັນທາວະດີ (ນາງແບບ-ນັກສະແດງ) ທີ່ເດີນທາງທ່ອງທ່ຽວ ປະເທດ ສິງກະໂປ ກັບກຸ່ມໝູ່ສະໜິດ ແຖມຍັງຈັດທິບທ່ອງທ່ຽວທະເລ ເພາະໃນຊ່ວງນີ້ຖືວ່າອາກາດທີ່ກຳລັງດີ ແລະ ຍັງໄດ້ໂຊຄວາມເຊັກຊີ່ແບບເບົາໆກັບຊຸດລອຍນໍ້າ ແຖມຍັງໂພສທາງເຟສບຸກ ແລະ ອິນສະຕາແກຼມ ເຮັດໃຫ້ມີບັນດາແຟນຄລັບຂອງນາງເຂົ້າມາກົດໄລ້ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ… ແລະ ຍັງມີອີກຫຼາຍໆຮູບພາບຂອງສາວໆກຸ່ມນີ້ມາຝາກນໍາເດີ້… ຮູບພາບ: Em Larn , Leena Misavath
Read More »