ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ ຫຼາຍຄົນກໍເລືອກທີ່ຈະແຕ້ມ Eyeliner ໃຫ້ເຂັ້ມຂຶ້ນ ຈົນເຮັດຕາເບິ່ງຮ້າຍຢູ່ຕະຫຼອດ ຫຼືເສຍເວລາຕິດສະກ໊ອດໃສ່ຊັ້ນຕາເບື້ອງໃດໜຶ່ງ ເພື່ອໃຫ້ຕາທັງສອງເບື້ອງເທົ່າກັນ ເຮັດໃຫ້ສາວໆຫຼາຍຄົນເກີດຄວາມຂີ້ຄ້ານ ແລະ ຢາກຈະເຮັດສັນຍະກໍາໃຫ້ມັນແລ້ວໆໄປພຽງຄັ້ງດຽວກໍຈົບເລີຍ ຈາກຂໍ້ມູນຂອງວອນຈິນ ໂຮງໝໍສັນຍະກໍາປະເທດເກົາຫຼີລະບຸວ່າ ອະໄວຍະວະທີ່ດາຣາເກົາຫຼີນິຍົມເຮັດສັນຍະກໍາຫຼາຍທີ່ສຸດກໍຄື ການສັນຍະກໍາດວງຕາ ບໍ່ວ່າຈະເປັນການສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂກ້າມເນື້ອຕາ ຕັ້ງແຕ່ກ່ອນທີ່ດາຣາເຫຼົ່ານີ້ຈະເຂົ້າວົງການອີກ ເນື່ອງຈາກ ຕາມີຄວາມສໍາພັນກັບຄວາມສົດໃສ ຊ່ວຍໃຫ້ອ່ອນໄວລົງ ແຖມລາຄາກໍບໍ່ສູງ ແລະ ບໍ່ຕ້ອງພັກຟື້ນດົນ ໃນຂະນະທີ່ສາວອາຍຸເຂົ້າເລກ 3 ກໍຍັງມາເຮັດສັນຍະກໍາເພີ່ມຂຶ້ນເລື້ອຍໆ ເພາະຍິ່ງອາຍຸຫຼາຍຂຶ້ນ ກໍຕ້ອງປະເຊີນກັບບັນຫາ ໜັງຕາຕົກ ຫຼືຫາງຕາຍານຄວບຄູ່ກັນໄປ. ຜູ້ຊ່ຽວຊານດ້ານການສັນຍະກໍາ ລະບຸວ່າ ເປັນເລື່ອງທໍາມະດາທີ່ເຮົາຈະມີຕາຊ້າຍ ແລະຕາຂວາ ຂະໜາດບໍ່ເທົ່າກັນ ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ: ກ້າມເນື້ອທີ່ໃຊ້ໃນການມືນຕາອ່ອນແຮງ ສາມາດເປັນຕັ້ງແຕ່ກໍາເນີດ ຫຼືເມື່ອອາຍຸຫຼາຍຂຶ້ນ ກ້າມເນື້ອອ່ອນລ້າຕາມໄວ ເຮັດໃຫ້ຕາທັງສອງຂ້າງເປີດບໍ່ເທົ່າກັນ. ອີກສາເຫດໜຶ່ງຄື ປະລິມານໄຂມັນທີ່ດວງຕາທັງສອງຂ້າງບໍ່ເທົ່າກັນ ເຮັດໃຫ້ໜັງຕາອູມ ເບື້ອງໜຶ່ງມີລັກສະນະຕາສອງຊັ້ນ ອີກເບື້ອງໜຶ່ງເປັນຕາຊັ້ນດຽວ ການຮູ້ສາເຫດຈະເຮັດໃຫ້ສາມາດເລືອກວິທີແກ້ໄຂໃຫ້ຕົງຈຸດ, ງາມ …
Read More »News
“Too Good At Goodbyes” ບົດເພງໃໝ່ຊຶ້ງກິນໃຈຈາກ Sam Smith!!!
ອັບເດດເພງແນວ Inter ກັນແດ່ ມື້ນີ້ ຊະນີIndy ເອົາໃຈແຟນໆທີ່ມັກຟັງບົດເພງຮັກ ແນວເພງຊຶ້ງໆ ນໍ້າຕາແຕກໄຫຼເປັນສາຍທາງ…(555) ເປັນບົດເພງຂອງໜຸ່ມຕານໍ້າເຂົ້າ ແຫ່ງເມືອງຜຸ້ດີ ປະເທດ ອັງກິດ Sam Smith ນັກຮ້ອງສຽງດີ ເຈົ້າຂອງບົດເພງຮັກ ບົດເພງຊຶ້ງຫຼາຍບົດເພງເຊັ່ນ: Stay With Me, Lay Me Down, I’m not the only one ແລະ ຫຼ້າສຸດ Sam Smith ກໍໄດ້ປ່ອຍບົດເພງໃໝ່ “Too Good At Goodbyes” ເປັບບົດເພງທີ່ມີຄວາມໝາຍເຖິງການບອກລາ ແຕ່ໃນການບອກລານັ້ນມັນຍິ່ງເຮັດໃຫ້ຄົນທີ່ຖືກບອກລາມີຄວາມເຂັ້ມແຂງ ບໍ່ໄດ້ຫວັ່ນ ຫຼື ອ່ອນແອຕໍ່ຄຳທີ່ຄົນເຄີຍຮັກທີ່ຕ້ອງການຈະລາຈາກເຮົາເລີຍ…ເດະໆ ຊະນີIndy ເກິ່ນຄຣາວໆແບບນີ້ຮູ້ສຶກອິນ ຮູ້ສຶກຢາກຟັງກັນແດ່ບໍ່? ບໍ່ຊ້າເດີ້ລອງມາຟັງກັນເບິ່ງ ມ່ວນບໍ່ມ່ວນແນວໃດຄອມເມັ້ນບອກກັນແດ່.
Read More »ຢາກເບິ່ງໄວໆແລ້ວວວ! ບວງສວງຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ນຳທີມໂດຍຄູ່ພະນາງລາວ-ໄທ ບາບີ້-ຊາຄຣິດ!!!
ເຂົ້າສູ່ຍຸກ AEC ທັງທີ ວົງການຮູບເງົາກໍບໍ່ພາດທີ່ຈະມີຮູບເງົາດີໆເຊັ່ນ “ຄິດເຖິງ…ທຸກປີ” (Memories of New Years) ເຊິ່ງເປັນຮູບເງົາແນວຄວາມຮັກຂອງໄວໜຸ່ມສາວ ແລະ ຮູບເງົາເລື່ອງນີ້ກໍບໍ່ທຳມະດາ ເພາະຂົນເອົາກອງທັບນັກສະແດງຈາກຫຼາຍປະເທດ ຫຼາຍສັນຊາດເຊັ່ນ ລາວ,ໄທ, ຫວຽດນາມ ແລະ ກຳປູເຈຍ ມາຮ່ວມສະແດງກັນຢ່າງໜາແໜ້ນ. ຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ໄດ້ເລີ່ມບວງສວງແລ້ວຕັ້ງແຕ່ວັນທີ 3 ຕຸລາ 2017 ທີ່ຜ່ານມາ ນຳທີມໂດຍ ຊາຄຣິດ ແຍ້ມນາມ ພະເອກດັງຫຼາກຫຼາຍຄວາມສາມາດ (ໄທ), ບາບີ້ ປິຍະມາດ ນັກສະແດງສາວຈາກລາວ, ໄວ ຮັງ ຈາກ (ກຳປູເຈຍ), ຊັນ ໂກ່ງ ເຊື່ອງ ຈາກ (ຫວຽດນາມ) ແລະ ນອກຈາກນັ້ນຍັງມີນັກສະແດງມາກຄວາມສາມາດອີກຫຼາຍຄົນເຊັ່ນ: ແພ ນັດຖະທິດາ, ກັສຈັງ ຈິຣ່າ …
Read More »ໃຫ້ໂລກຮູ້ໄປເລີຍ!!! ຟ້າໃສ ຈິນນາລີ Miss Grand Laos ອາສາຂຶ້ນໂຊຄວາມສາມາດພິເສດໃນງານລ້ຽງຕ້ອນຮັບ Miss Grand International 2017
ມີຄວາມໂດດເດັ່ນອີ່ຫລີສຳລັບ ຈິນນາລີ ນໍລະສິງ ຫຼື (ຟ້າໃສ ) Miss Grand Laos 2017 ທີ່ໃນເວລານີ້ໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ, ຟ້າໃສ ເປັນທີ່ຈັບຕາເບິ່ງຂອງສື່ມວນຊົນຫຼາຍປະເທດເພາະມີຄວາມງາມ ແລະໂດດເດັ່ນໃນຕົວ, ຫຼ້າສຸດ ກໍຍິ່ງເປັນທີ່ຈັບຕາເບິ່ງເຂົ້າໄປອີກ ເພາະໃນຄໍ່າຄືນຂອງວັນທີ 8 ຕຸລາ 2017 ຟ້າໃສ ໄດ້ສະແດງຄວາມສາມາດ ແລະ ກ້າຫານ ສະໝັກຂຶ້ນຮ້ອງເພັງ “Someone like you” ໃນງານລ້ຽງຕ້ອນຮັບ Miss Grand International 2017 ທີ່ປະເທດຫວຽດນາມ. (ເກັ່ງໆ…ຂໍສຽງຕົບມືໃຫ້ນ້ອງ ຟ້າໃສ ແດ່) ຈິນນາລີ ນໍລະສິງ Miss Grand Laos ຮ້ອງເພງ Laos ?? ??? …
Read More »ສາທຸ ສາທຸ! ພະອາຈານຜູ້ສະແຫວງ 108 ອົງ ເດີນທາງຜ່ານລາວ ເປັນບຸນຕາແກ່ຜູ້ທີ່ພົບເຫັນ!
ນັບເປັນບຸນຕາແກ່ຜູ້ຄົນທີ່ພົບເຫັນ ໃນວັນທີ 7 ຕຸລາ 2017 ໄດ້ເກີດປະກົດການທີ່ບໍ່ຄ່ອຍຈະໄດ້ພົບເຫັນເລື້ອຍໆ ພະອາຈານຜູ້ສະແຫວງບຸນຊາວພຸດຈີນຈາກ ປະເທດ ອິນເດຍ 108 ອົງ ເດີນທາງຈາກ ປະເທດ ອິນເດຍ ຜ່ານ ສປ ຈີນ ຕອນນີ້ຍ່າງຮອດລາວແລ້ວ ເຊິ່ງຄາດວ່າຈະຍ່າງຜ່ານຫຼາຍແຂວງໃນ ປະເທດລາວ. ເຊີນຊວນຊາວພຸດນອ້ມຮັບບຸນຮ່ວມກັນ ອີກບໍ່ເທົ່າໃດວັນກໍຈະຮອດ ແຂວງ ຫຼວງພະບາງ ນະຄອນຫຼວງວຽງຈັນ ຈຳປາສັກ, ສາທຸ ສາທຸ ເອົາບຸນນຳກັນເດີ້ແຟນໆ. #ແຊຣໄປສິ່ງດີໆຈະເກີດແກ່ຕົວທ່ານ ທີ່ມາຈາກ: Vannaly Kongmanivong
Read More »