Wow wow wowww! ຮູ້ສຶກແປກຫູແປກຕາກັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss world lao 2017 ທີ່ຊ່ວງນີ້ກຳລັງຢູ່ໃນຊ່ວງກຽມຕົວ ກຽມຄວາມພ້ອມຢ່າງເຕັມທີ່ເພື່ອເດີນທາງໄປເປັນຕົວແທນປະເທດລາວ ເພື່ອໄປປະກວດໃນລະດັບເວທີສາກົນ Miss world 2017 ທີ່ ສປ ຈີນ ໃນວັນທີ 18 ພະຈິກ ທີ່ຈະມາເຖິງນີ້ ແລະ ກໍຂໍບອກເລີຍວ່າ ເຈນນີ່ ເບິ່ງແຍງຕົວເອງໄດ້ດີຫຼາຍຈົນງາມຂຶ້ນເປັນກອງ ຈົນເກືອບຈະບໍ່ຈື່ ຈາກທີ່ກ່ອນໜ້າກໍງາມຢູ່ແລ້ວ ດຽວນີ້ກໍຍິ່ງງາມ ໜ້າຕານາງມີຄວາມຄົມຂຶ້ນ ດັງນິເປັນສັນລຽວ ເບິ່ງແລ້ວງາມໆ ສົມແລ້ວທີ່ໄດ້ຮັບຕຳແໜ່ງອັນຊົງກຽດ Miss world lao 2017. ບໍ່ຮູ້ວ່າສາວ ເຈນນີ່ ໄປກິນຫຍັງມາ ຫຼື ໄປເຮັດຫຍັງມານໍຄືມາງາມຂຶ້ນແທ້? ຫວ່າງໆກໍຊ່ວຍມາບອກເຄັດລັບຄວາມງາມໃຫ້ກັບແຟນໆ ຂວັນໃຈ ແດ່ (ອິອິ)!!! ຮູບພາບຫຼ້າສຸດຂອງ ເຈນນີ່ (ໂອ້ຍຍຍ!!! ຊັງມາງາມແທ້ລູກ…) ຮູບພາບກ່ອນໜ້າ… ງາມໆອີ່ຫລີສາວລາວ…ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ …
Read More »News
ຫວານຊຶ້ງນໍ້າຕາແຕກ! ຟຣຸກ ຈິຣະ ໂຊຄວາມແມນຂໍ ແອັບເປີ້ນ ສີສະຫງຽນ ແຕ່ງດອງ!!! (ມີຄລິບ)
(Will you marry me? Yes…I do) ຫວານຊຶ້ງຕຶງໃຈນໍ້າຕາແຫ່ງຄວາມປິຕິຍິນດີແຕກໄປຕາມໆກັນ ຣ໋ອດຮິດບໍ່ມີໃຜບໍ່ເວົ້າເຖິງໄປບໍ່ໄດ້ເລີຍສຳລັບຄູ່ຮັກສາວລາວ-ບ່າວໄທ ວ່າທີ່ເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ທີ່ໂຊຄວາມຫວານຕັ້ງແຕ່ເລີ່ມຄົບກັນຈົນຜ່ານໄປເປັນ 10 ປີ ຄວາມຫວານນັ້ນກໍຍັງບໍ່ຈາງ ຫຼ້າສຸດ ໜຸ່ມ ຟຣຸກ ວ່າທີ່ເຂີຍລາວຈັດງານຂໍແຕ່ງດອງສາວ ແອັບເປີ້ນ ພ້ອມທັງເຊີນບັນດາອ້າຍນ້ອງ ແລະ ໝູ່ເພື່ອນມາຮ່ວມຍິນດີກັບທັງສອງໃນງານຢ່າງອົບອຸ່ນ. ສຳລັບ ແອັບເປີ້ນ ແລະ ຟຣຸກ ມີກຳນົດແຕ່ງດອງກັນໃນວັນທີ 3 ພະຈິກ 2017 ນີ້ ເຊິ່ງຂໍບອກວ່າຈັດໜັກຈັດເຕັມ ເພາະຈະມີພິທີແຕ່ງດອງໃນແບບປະເພນີ 3 ຊາດຄື ລາວ, ໄທ ແລະ ຈີນ. (ຂໍສະແດງຄວາມຍິນດີກັບ ແອັບເປີ້ນ ແລະ ຟຣຸກ ຫຼາຍໆເລີຍເດີ້) …
Read More »ມາເອົາໃຈວ່າທີ່ເຈົ້າສາວໂດຍສະເພາະ
ມື້ນີ້ຂໍເອົາໃຈສາວໆທີ່ໃກ້ຈະເຂົ້າພິທີວິວາເນາະ ໃກ້ໆເຂົ້າມາແລ້ວກັບເທສະການງານແຕ່ງ ອີກບໍ່ພໍເທົ່າໃດມື້ກໍອອກພັນສາແລ້ວ ຫຼັງຈາກອອກພັນສາຄູ່ຮັກຫຼາຍໆກໍເລີ່ມຫ້າງຫາກະກຽມມື້ພິເສດໆສໍາລັບຄູ່ຮັກ ຫຼື ເລືອກມື້ງາມຍາມດີໄວ້ແລ້ວເນາະ…ມື້ນີ້ແອັດກໍເລີຍຈະມາເອົາໃຈສາວເປັນພິເສດ ສາວໆຄົນໃດທີ່ຍັງບໍ່ຮູ້ວ່າຈະໃສ່ຊຸດເຈົ້າສາວສີໃດໃຫ້ເຂົ້າກັບຕົນເອງ ເພື່ອໃຫ້ຕົນເອງໂດດເດັ່ນ ແລະ ງາມທີ່ສຸດໆໆໃນມື້ສໍາຄັນ…ມາເບິ່ງທາງນີ້ເລີຍ ເພາະແອັດໄດ້ນໍາເອົາສີສັນຊຸດເຈົ້າສາວມາໃຫ້ສາວໆໄດ້ເລືອກ ບໍ່ຊັກຊ້າເສຍເວລາໄປເລືອກພ້ອມກັນເລີຍ!! ຮູບພາບ: ສະບາຍດີງານແຕ່ງ
Read More »ດ່ວນ! ມິສແກຼນ ມຽນມ້າ ອອກເຄື່ອນໄຫວແລ້ວຫຼັງຈາກທີ່ຖືກສັ່ງປົດຕຳແໜ່ງ ຖານປະພຶດຕົວບໍ່ເໝາະສົມ!!!
ເປັນຂ່າວດັງໄປທົ່ວໂລກກໍລະນີທີ່ Shwe Eain Si ອາຍຸ 19 ປີ ມິສແກຼນ ມຽນມ້າ 2017 ຖືກສັ່ງໃຫ້ປົດອອກຈາກຕຳແໜ່ງກ່ອນການເດີນທາງໄປປະກວດ Miss Grand International 2017 ທີ່ ປະເທດ ຫວຽດນາມ ຖານເຮັດຜິດກົດ ແລະ ປະພຶດຕົວບໍ່ເໝາະສົມ ເຊິ່ງຫຼາຍຄົນກໍຊອກສາເຫດການປົດຕຳແໜ່ງຂອງ Shwe Eain Si ວ່າອາດເປັນຍ້ອນທີ່ນາງໄດ້ໂພສຄລິບວິດີໂອຄວາມຮຸນແຮງໃນ ລັດ ຍະໄຂ່ ພ້ອມຂຽນຂໍ້ຄວາມປະນາມ. ຫຼ້າສຸດໃນວັນທີ 3 ຕຸລາ Shwe Eain Si ກໍໄດ້ອອກເຄື່ອນໄຫວແລ້ວ ໂດຍການໂພສຖະແຫຼງການຜ່ານເຟສບຸກ ຊີ້ໃຫ້ເຫັນວ່າສາເຫດການຖືກປົດຕຳແໜ່ງກ່ຽວຂ້ອງກັບການອອກມາວິຈານສະຖານະການຄວາມຮຸນແຮງໃນມຽນມ້າ ໂດຍລະບຸວ່າ: “ຖືເປັນເລື່ອງຈຳເປັນໃນຖານະປະຊາຊົນຄົນໜຶ່ງທີ່ຈະໃຊ້ຊື່ສຽງໃນການເວົ້າຄວາມຈິງເພຶ່ອປະເທດຊາດ” Shwe Eain Si's Response to the Revocation Announcement …………….1.Since 2013, Hello Madam Media …
Read More »ເຜີຍໂສມໜ້າຂອງບັນດານາງຟ້າ Victoria’s Secret ມາເບິ່ງກັນວ່າປີນີ້ຈະມີໃຜແດ່?
ຖ້າຈະເວົ້າເຖິງງານແຟຼຊັ່ນໂຊທີ່ຄົນທົ່ວໂລກໃຫ້ຄວາມສົນໃຈ ແລະ ຕ່າງລຸ້ນ ຕ່າງລໍຖ້າເພື່ອທີ່ຈະໄດ້ເບິ່ງບັນດາເຫຼົ່ານາງແບບງາມໆ ເຊັກຊີ່ໆ ຄົງຈະບໍ່ມີໃຜບໍ່ນຶກເຖິງ Victoria’s Secret Fashion Show ຢ່າງແນ່ນອນ ເພາະນອກຈາກບັນດາສາວໆຈະໄດ້ເບິ່ງຄໍເລັກຊັ່ນໃໝ່ໆທີ່ສຸດແສນຈະອະລັງການແລ້ວ ບັນດາໜຸ່ມໆກໍຍັງຈະໄດ້ເພີດເພີນຕາໄປກັບສາວໆນາງຟ້າວິກຕໍເລຍທີ່ມາຮ່ວມເດີນແບບອວດຫຸ່ນງາມໆ. ໂດຍງານໃນປີນີ້ຈະຈັດຂຶ້ນໃນວັນທີ 28 ພະຈິກ 2017 ທີ່ນະຄອນຫຼວງ ຊຽງໄຮ້ ປະເທດ ຈີນ ເຊິ່ງທາງວິກຕໍເລຍ ຊີເຄຣັດ ກໍໄດ້ເປີດເຜີຍລາຍຊື່ບັນດານາງແບບທີ່ໄດ້ຮັບການຍືນຍັນອອກມາແລ້ວວ່າຈະໄດ້ເດີນແບບໃນ ວິກຕໍເລຍ ຊີເຄຣັດ ແຟຼຊັ່ນໂຊ 2017ເປັນທີ່ຮຽບຮ້ອຍກວ່າ 50 ຄົນ, ໃນມື້ນີ້ ຂວັນໃຈ ເຮົາຈຶ່ງຂໍນຳເອົາຮູບພາບຂອງນາງຟ້າວິກຕໍເລຍ ມາໃຫ້ເບິ່ງເປັນນໍ້າຈິ້ມໄປກ່ອນ ເຊິ່ງຂໍບອກເລີຍເດີ້ວ່ານາງແບບແຕ່ລະຄົນນັ້ນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ມາເດີນແບບໃນເວທີນີ້ ຕ້ອງຄັດແລ້ວຄັດອີກ ກວ່າຈະໄດ້ສາວໆທີ່ມີຄວາມງາມ ຄວາມເຊັກຊີ່ ມີເອກະລັກສະເພາະຕົວ ລອງມາເບິ່ງກັນເລີຍວ່າຈະມີໃຜແດ່… ອະເດີຍນ່າ ລິມ່າ (Adriana Lima) ອະເລັກຊຣານດຣ້າ ອຳໂບຊິໂອ (Alessandra Ambrosio) ເບຮາຕິ ພຣິ້ນລູ (Behati …
Read More »