Breaking News

News

ງາມຫຼາຍໆ! ກັບສາວງາມຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ!!!

  ເລີດເດີ້ໆໆໆ…ກັບສາວງາມ ຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ ຊື່ວ່າ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ  ລອງມາຮູ້ຈັກກັບສາວງາມຄົນນີ້ກັນລອງເບິ່ງເດີ້ ທັງງາມ ແລະ ໜ້າຮັກຫຼາຍ… ສະບາຍດີຊ່ວຍແນະນໍາຕົວເອງໃຫ້ຮູ້ຈັກແດ່? ສະບາຍດີ! ຊື່ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ຄະນະເສດຖະສາດບໍລິຫານທຸລະກິດ ສາຂາ ການຄ້າ ປີທີ 4 ກໍາລັງຊິຈົບແລ້ວ. ສ່ວນຕົວເປັນຄົນມັກກ່ຽວກັບການຄ້າລະຫວ່າງປະເທດ ແຕ່ຢູ່ບ້ານບໍ່ມີສາຂານີ້ກໍເລີຍຕ້ອງມາຮຽນຢູ່ວຽງ. ພື້ນຖານເປັນຄົນສະຫວັນນະເຂດ (ຍິ້ມ) ຄ້ອນຂ້າງຈະເປັນຄົນຂີ້ອາຍ, ເວົ້າບໍ່ເກັ່ງ (ຍິ້ມອາຍໆ) ຮູ້ຈັກໂຄງການປະກວດນາງສາວປະຕິທິນໄດ້ແນວໃດ? ຮູ້ຈັກຈາກທາງ Facebook ພໍດີເຫັນເພິ່ນປະກາດວ່າຢາກຄັດເລືອກເອົານາງແບບປະຕິທິນ ໃຫ້ຄອມເມັ້ນຢູ່ໃຕ້ໂພສ ຕອນນັ້ນບໍ່ທັນຕັດສິນໃຈຄອມເມັ້ນເທື່ອ ເພາະຕົວເອງເປັນຄົນຂີ້ອາຍບໍ່ໝັ້ນໃຈໃນຕົວເອງ …

Read More »

Like&Share ນາງງາມລາວຄົນໃດຈະໄດ້ຕຳແໜ່ງ ລາງວັນຂວັນໃຈປະຊາຊົນ “People’s Choice Award 2017”

ເຊີນຮ່ວມໂຫວດໃຫ້ຄະແນນ 6 ນາງສາວລາວ ຈາກ 6 ເວທີນາງງາມ ເພື່ອຮັບລາງວັນ “People’s Choice Award 2017” (ລາງວັນຂວັນໃຈປະຊາຊົນ 2017) ເຊິ່ງທ່ານທຸກຄົນສາມາດໂຫວດໃຫ້ຄະແນນ. ຜູ້ທີ່ໄດ້ຄະແນນສູງສຸດຈາກການໂຫວດຈະໄດ້ຮັບລາງວັນດັ່ງກ່າວ. ວິທີການໂຫວດ: ກົດ Like ໄດ້ 1 ຄະແນນ, ກົດ Share ໄດ້ 3 ຄະແນນ. ເລີ້ມໂຫວດແຕ່ດຽວນີ້ ຈົນຮອດເວລາ 22:00ມ ຂອງວັນທີ 24/12/2017. ແຟນໆສາມາດເຂົ້າໄປໂຫວດນາງງາມຈາກທັງ 6 ເວທີໄດ້ທີ່ເພສທາງການຂອງກອງປະກວດເຊັ່ນ: (Miss Universe Laos ມີສຢູນີເວີຣສ ລາວ) , (MISS GRAND LAOS ມີສແກຣນລາວ) ມັກໃຜເຊຍໃຜຢ່າລືມ Like&Share ໃຫ້ນາງງາມລາວໃນດວງໃຈຂອງທຸກໆຄົນກັນແດ່ເດີ້!!! ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 …

Read More »

ການເມີນເສີຍກໍແມ່ນຮູບການໜຶ່ງຂອງຄວາມຮຸນແຮງຕໍ່ແມ່ຍິງ

ຫຼາຍໆຄົນອາດເຂົ້າໃຈວ່າ ການກະທຳໃດໜຶ່ງທີ່ກໍໃຫ້ເກີດຄວາມເສຍຫາຍ ຕໍ່ຮ່າງກາຍ ຈິດໃຈ ທາງເພດ ແລະເສດຖະກິດ ຂອງແມ່ຍິງ ແລະເດັກ ເປັນຄວາມຮຸນແຮງແມ່ນບໍ່? ແຕ່ຍັງບໍ່ໝົດເທົ່ານັ້ນເດີ້ ເພາະການບໍ່ກະທຳ ກໍຄື ການເມີນເສີຍ ຫຼືລະເລີຍ ອັນພາໃຫ້ເກີດຄວາມເສຍຫາຍໃນດ້ານຕ່າງໆ ກໍໍຖືວ່າແມ່ນ ຄວາມຮຸນແຮງ ແລະຜິດກົດໝາຍເຊັ່ນກັນໃດ ອີງຕາມກົດໝາຍວ່າດ້ວຍ ການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (ປີ 2015) ມາດຕາ 4 ການອະທິບາຍສັບ ຂໍ້ທີ 8 ໄດ້ເວົ້າເຖິງ ການເມີນເສີຍ ຫຼື ລະເລີຍ ວ່າໝາຍເຖິງ: “ການບໍ່ເຮັດໃນສິ່ງທີ່ກົດໝາຍບອກໃຫ້ເຮັດ ຫຼື ໃນສິ່ງທີ່ສະມາຊິກໃນຄອບຄົວ ຄວນປະຕິບັດຕໍ່ກັນ ເຊິ່ງສ້າງຄວາມເສຍຫາຍຕໍ່ຮ່າງກາຍ, ຈິດໃຈ ຫຼືສຸຂະພາບຂອງແມ່ຍິງ ແລະເດັ ເປັນຕົ້ນ ການບໍ່ປະຕິບັດພັນທະຂອງຕົນ ໃນການເບິ່ງແຍງລ້ຽງດູລູກ ຫຼືເດັກທີ່ຢູ່ໃນການຄຸ້ມຄອງຂອງຕົນ, ການບໍ່ເບິ່ງແຍງດູແລ ສະມາຊິກໃນຄຄອບຄົວ ເວລາເຈັບເປັນ ຫຼືເສຍອົງຄະ” ເຊັ່ນ: ຜົວບໍ່ເອົາໃຈໃສ່ເມຍ, …

Read More »

ມາດຕະການປົກປ້ອງ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ໃນລະຫວ່າງການດຳເນີນຄະດີ ຫຼືທຸກໄລຍະໃນການແກ້ໄຂ ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ຜູ້ຖືກເຄາະຮ້າຍ ຕ້ອງໄດ້ຮັບການປົກປ້ອງແນວໃດແດ່? ອີງຕາມກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ມາດຕາ 42 ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ ພ້ອມໆກັນວ່າມີຫຍັງແດ່: ບໍ່ໃຫ້ຜູ້ໃຊ້ຄວາມຮຸນແຮງ ມີເງື່ອນໄຂໃຊ້ຄວາມຮຸນແຮງຕໍ່ຜູ້ຖືກເຄາະຮ້າຍຕື່ມອີກ; ໃຫ້ຜູ້ໃຊ້ຄວາມຮຸນແຮງ ຍຸດຕິ ການນາບຂູ່ ກໍ່ກວນຜູ້ຖືກເຄາະຮ້າຍ ຫຼືສະມາຊິກໃນຄອບຄົວຂອງຜູ້ກ່ຽວ; ໃຫ້ຜູ້ໃຊ້ຄວາມຮຸນແຮງ ຕອບສະໜອງດ້ານການເງິນ ແກ່ຜູ້ຖືກເຄາະຮ້າຍ ລວມທັງການນຳໃຊ້ພາຫານະ ແລະຊັບສິ່ງຂອງທີ່ຈຳເປັນ; ບໍ່ໃຫ້ຂາຍ, ໂອນ, ທຳລາຍ ຊັບສິນທີ່ເປັນກຳມະສິດຮ່ວມ ຫຼືສິນສົມສ້າງ; ໃຫ້ຜູ້ໃຊ້ຄວາມຮຸນແຮງ ເຂົ້າບຳບັດ ຖ້າເຫັນວ່າຜູ້ກ່ຽວຫາກ ຕິດເຄື່ອງດື່ມທີ່ມີທາດເຫຼົ້າ, ຕິດຢາເສບຕິດ; ກັກຕົວ, ຈັບຕົວ ຫຼືກັກຂັງ ຜູ້ໃຊ້ຄວາມຮຸນແຮງ ແລ້ວດຳເນີນຄະດີຕາມກົດໝາຍ; ໃຫ້ການຊ່ວຍເຫຼືອ ທີ່ພັກເຊົາທີ່ປອດໄພ, ດ້ານການແພດ, ດ້ານກົດໝາຍ, ການຝຶກອົບຮົມວິຊາຊີບ ແລະການສຶກສາ, ການກັບຄືນສູ່ຄອບຄົວ ແລະສັງຄົມແກ່ຜູ້ຖືກເຄາະຮ້າຍ ຕາມແຕ່ລະກໍລະນີ; …

Read More »

ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່?

ສິດຂອງຜູ້ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ  ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່? ຢາກຮູ້ແລ້ວແມ່ນບໍ່? ເຮົາໄປເບິ່ງຈາກ ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ທີ່ໄດ້ກ່າວເຖິງ 10 ສິດ ຂອງຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງໄວ້ດັ່ງນີ້: ມີສິດຮ້ອງຂໍ ຫຼືໄດ້ຮັບການຊ່ວຍເຫຼືອຈາກສະມາຊິກໃນຄອບຄົວ, ບຸກຄົນທີ່ຢູ່ໃກ້ຄຽງ, ອົງການປົກຄອງບ້ນ, ການຈັດຕັ້ງບ່ອນຕົນ ຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່, ສະຫະພັນແມ່ຍິງ, ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ, ເຈົ້າໜ້າທີ່ຕຳຫຼວດ ຫຼື ອົງການອື່ນທີ່ມີສິດອຳນາດ; ມີສິດໄດ້ຮັບການເຄົາລົບສິດ, ຖືກປະຕິບັດດ້ວຍຄວາມເອົາໃຈໃສ່ ແລະວິທີການທີ່ເປັນມິດ; ມີສິດແຈ້ງກ່ຽວກັບການໃຊ້ຄວາມຮຸນແຮງ ໃຫ້ອົງການປົກຄອງບ້ານ, ເຈົ້າໜ້າທີ່ຕຳຫຼວດ, ສະຫະພັນແມ່ຍິງ ຫຼື ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກ ເພື່ອໃຫ້ການປົກປ້ອງ ແລະຊ່ວຍເຫຼືອ ຫຼືດຳເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ; ມີສິດເລືອກຮູບການແກ້ໄຂການໃຊ້ຄວາມຮຸນແຮງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 47 ຂອງກົດໝາຍສະບັບນີ້; …

Read More »