Breaking News

News

ເໝາະສົມກັບຕຳແໜ່ງທີ່ສຸດ! ນາງງາມຈາກ South Africa ຄວ້າມົງກຸດ Miss Universe 2017 (ມີຄລິບ)

ປະກາດຜົນກັນແບບສົດໆຮ້ອນໆ… ສຳລັບການປະກວດ ນາງງາມຈັກກະວານ (Miss Universe) ທີ່ໃນປີນີ້ມີສາວງາມຜູ້ເຂົ້າແຂ່ງຂັນຫຼາຍທີ່ສຸດເປັນປະຫວັດສາດເຖິງ 92 ປະເທດຈາກທົ່ວໂລກ ແລະ ນາທີທີ່ຄົນທົ່ວໂລກລໍຖ້າລຸ້ນ ລໍຖ້າເຊຍກໍມາຮອດ ເພາະຄົນທີ່ສາມາດຄວ້າມົງກຸດໃນປີນີ້ໄປໄດ້ນັ້ນກໍຄື Demi-Leigh Nel-Peters ເຊິ່ງເປັນສາວງາມຈາກ South Africa  ນັ້ນເອງ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ງາມ ແລະ ມີຄວາມສາມາດເໝາະສົມກັບຕຳແໜ່ງທີ່ສຸດ. Miss Universe: Demi-Leigh Nel-Peters Crowning Moment The new #MissUniverse is… Demi-Leigh Nel-Peters from South Africa! ? ?? Miss Universeさんの投稿 2017年11月26日(日)   ສຳລັບຕຳແໜ່ງຮອງອັນດັບ Miss Universe 2017 ມີດັ່ງນີ້: ຮອງອັນດັບ 1: …

Read More »

ເຮັດດີທີ່ສຸດແລ້ວ!!! ນຸ້ຍ ສຸພາພອນ ບໍ່ສາມາດຜ່ານເຂົ້າຮອບໃນ Miss Universe 2017

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ສາວງາມຕົວແທນຈາກປະເທດລາວທີ່ເດີນທາງໄປປະກວດໃນເວທີ ນາງງາມຈັກກະວານ Miss Universe 2017 ເປັນປີທຳອິດໃນປະຫວັດສາດຂອງລາວເຮົາ ແລະ ຫຼ້າສຸດໃນວັນທີ  26 ພະຈິກ 2017 ທີ່ ລາສເວກັດ USA (ຕາມເວລາທ້ອງຖິ່ນ)  ທາງກອງປະກວດກໍໄດ້ຕັດສິນໃນການແຂ່ງຂັນ Miss Universe 2017 ເປັນທີ່ຮຽບຮ້ອຍ ແຕ່ກໍໜ້າເສຍດາຍທີ່ ນ້ອງ ນຸ້ຍ ສຸພາພອນ Miss Universe Laos ບໍ່ສາມາດຜ່ານເຂົ້າຮອບໃດໆໃນການແຂ່ງຂັນໃນຄັ້ງນີ້. ແຕ່ເຖິງຢ່າງໃດ ນຸ້ຍ ສຸພາພອນ ສົມວິຈິດ ກໍເຮັດໄດ້ດີທີ່ສຸດແລ້ວ ຖືວ່າເປັນປະສົບການໃນປີທຳອິດຂອງ ປະເທດລາວເຮົາ ແລະ ຈົ່ງນຳປະສົບການນີ້ມາສອນນ້ອງໆໃນປີຕໍ່ໆໄປ… ຄົນລາວເຮົາພູມໃຈເປັນທີ່ສຸດທີ່ແມ່ຍິງລາວມີຄວາມກ້າຫານ ກ້າສະແດງອອກ ທຽບເທົ່າກັບເວທີສາກົນ. ຂໍຂອບໃຈສຳລັບຮູບພາບ

Read More »

ກິດຈະກຳພິເສດ ສ້າງໂລກໃຫ້ເປັນສີສົ້ມ (Orange the World)

ຂວັນໃຈຍັງເກາະກະແສວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ 25 ພະຈິກຢູ່ເດີ້ ເພາະໃນທົ່ວໂລກຍັງມີການຈັດກິດຈະກຳຂອງນັກເຄື່ອນໄຫວ ຕໍ່ເຖິງ 16 ວັນ ເພິ່ນເອີ້ນວ່າ  16 Days of Activism against Gender-based Violence ເຊິ່ງມີກິດຈະກຳພິເສດດັ່ງຕໍ່ໄປນີ້: ກິດຈະກຳພິເສດ ສ້າງໂລກໃຫ້ເປັນສີສົ້ມ (Orange the World) ໃນວັນຍຸດຕິຄວາມຮຸນແຮງຕໍ່ແມ່ຍິງສາກົນນັ້ນ ອົງການສະຫະປະຊາຊາດ ໄດ້ຈັດກິດຈະກຳປຸກລະດົມຊື່ວ່າ “ສ້າງໂລກໃຫ້ເປັນສີສົ້ມ” (Orange the World) ຂຶ້ນ ເພື່ອເຄື່ອນໄຫວກ່ຽວກັບປະເດັນດ່ັງກ່າວ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ໂດຍກິດຈະກຳຈະເຄື່ອນໄຫວຢູ່ໃນໄລຍະ 16 ວັນ (16 Days of Activism against Gender-based Violence) ເລີ່ມຈາກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກ ແລະສິ້ນສຸດລົງໃນວັນທີ 10 …

Read More »

25 ພະຈິກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ

ຫຼາຍໆຄົນອາດຈະຮູ້ແລ້ວວ່າ ຄວາມຮຸນແຮງຕໍ່ແມ່ຍິງ ມີສາເຫດມາຈາກ ການກຳນົດບົດບາດຍິງຊາຍໃຫ້ແຕກຕ່າງກັນມາແຕ່ບູຮານ ໂດຍຍົກໃຫ້ເພດຊາຍທີ່ມີກຳລັງຫຼາຍກວ່າເປັນຜູ້ນຳ ເປັນຜູ້ຕັດສິນໃຈ ແລະເປັນຜູ້ຄວບຄຸມຊັບພະຍາກອນ ສ່ວນເພດຍິງເປັນຜູ້ຍອມຕາມ ແລະບໍ່ມີອຳນາດຕໍ່ລອງ ເມື່ອໃດທີ່ແມ່ຍິງຮຽກຮ້ອງສິດສະເໝີພາບໃຫ້ຕົນເອງ ຄວາມຮຸນແຮງກໍມັກເກີດຂຶ້ນ ຫຼືຫຼາຍໆຄັ້ງ ເພດຊາຍກໍມັກຄິດວ່າ ຕົນມີອຳນາດເໜືອກວ່າແມ່ຍິງ ຈຶ່ງມັກສະແດງອຳນາດ ຫຼືໃຊ້ຄວາມຮຸນແຮງ ເພື່ອຄວບຄຸມແມ່ຍິງໄວ້ ຄວາມຮຸນແຮງຕໍ່ແມ່ຍິງ ຈຶ່ງເປັນບັນຫາຊຳເຮື້ອ ທີ່ຝັງເລິກຢູ່ໃນຄວາມເຊື່ອທີ່ບໍ່ເທົ່າທຽມ ແຝງຢູ່ໃນຮີດຄອງປະເພນີ ສາດສະໜາ ຫຼືແມ້ແຕ່ກົດໝາຍ ໃນທຸກໆສັງຄົມ ແລະມີແມ່ຍິງທີ່ຖືກທຳຮ້າຍ ຫຼືໃຊ້ຄວາມຮຸນແຮງເກີດຂຶ້ນທຸກໆນາທີໃນທົ່ວໂລກ ດັ່ງນັ້ນ ໃນປີ 1999 ອົງການສະຫະປະຊາຊາດຈຶ່ງໄດ້ຮັບຮອງໃຫ້ ວັນທີ 25 ພະຈິກ ຂອງທຸກໆປີ ແມ່ນວັນຍຸດຕິວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ສາກົນ (International Day for the Elimination of Violence against Women) ເພື່ອໃຫ້ຄົນທົ່ວໂລກໄດ້ຫັນມາໃຫ້ຄວາມສຳຄັນ ຮ່ວມມືກັນ ເຮັດໃຫ້ການທຳຮ້າຍແລະເອົາປຽບແມ່ຍິງ ຫາຍໄປຈາກໂລກນີ້ …

Read More »

ຄວາມຮຸຸນແຮງຕໍ່ແມ່ຍິງແມ່ນຫຍັງ?

ຫຼາຍໆຄົນອາດເຄີຍໄດ້ຍິນຄຳວ່າ “ຄວາມຮຸນແຮງຕໍ່ແມ່ຍິງ” ຜ່ານຫູຢູ່ເລື້ອຍໆ ແລະຫຼ້າສຸດ ປີ 2015 ສະພາແຫ່ງຊາດ ກໍໄດ້ປະກາດໃຊ້ ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ເຊິ່ງໝາຍຄວາມວ່າ ປະເດັນນີ້ແມ່ນເປັນບູລິມະສິດໜຶ່ງ ທີ່ພາກລັດຖະບານເພິ່ນເອົາໃຈໃສ່ ແລະຕ້ອງການແກ້ໄຂບັນຫາແມ່ຍິງໃຫ້ໝົດໄປ ເວົ້າງ່າຍໆກໍຄື ຄວາມຮຸນແຮງຕໍ່ແມ່ຍິງ ທຸກປະເພດຜິດກົດໝາຍ ແລະຜູ້ກະທຳຄວາມຮຸນແຮງມີໂທດທາງອາຍາຫັ້ນນ່າ ໂອ້ຍຍຍ ເວົ້າແບບນີ້ຄືວ່່າໄກຕົວແມ່ນບໍ່?? ແຕ່ສາວໆເອີ້ຍ ທີ່ຈິງແລ້ວ ຄວາມຮຸນແຮງຕໍ່ແມ່ຍິງນີ້ ເປັນສິ່ງທີ່ໃກ້ຕົວເຮົາກວ່າທີ່ຄິດ ມັນແຝງຢູ່ໃນທຸກລົມຫາຍໃຈ ແລະທຸກບາດຍ່າງໃນຊີວິດປະຈຳວັນຂອງພວກເຮົາເລີຍກໍວ່າໄດ້ ແຕ່ພວກເຮົາເອງຫັ້ນແຫຼະ ທີ່ບໍ່ຮູ້ຕົວເອົງວ່າກຳລັງຕົກເປັນ “ເຫຍື່ອ” ຫຼື “ພວມຢູ່ໃນສະຖານະການ” ຄວາມຮຸນແຮງຕໍ່ແມ່ຍິງ ດັ່ງນັັ້ນ, ເພື່ອໃຫ້ແມ່ຍິງເຮົາສາມາດພິຈາລະນາສະຖານະການໄດ້ດ້ວຍຕົນເອງ ເຮົາມາທຳຄວາມເຂົ້າໃຈ ນິຍາມຂອງຄວາມຮຸນແຮງຕໍ່ແມ່ຍິງ ໂດຍອີງຕາມສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (The Convention on the Elimination of all Forms of Discrimination Against Women – …

Read More »