Breaking News

News

ຄວາມຈິງຂອງຄວາມຮຸນແຮງຕໍ່ແມ່ຍິງລາວ

ເຄີຍຮູ້ບໍ່ວ່າແມ່ຍິງ ແລະ ເດັກນ້ອຍລາວຈຳນວນຫຼາຍຍັງຖືກກົດຂີ່ ຖືກໃຊ້ຮຸນແຮງ ບໍ່ວ່າຈະເປັນການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ຈິດໃຈ, ວາຈາ, ຊັບສິນ ແລະ ຄວາມຮຸນແຮງທາງເພດ. ຕໍ່ໄປນີ້ແມ່ນບາງຂໍ້ມູນຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ ລາວ ອີງຕາມຜົນສຳຫຼວດຂອງບົດສຳຫຼວດ ການສຳຫຼວດລະດັບຊາດກ່ຽວກັບ ສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງໃນ ສປປ ລາວ 2014 ທີ່ສຳຫຼວດໂດຍອົງການ UNFPA UN Women & WHO ໂດຍສຳຫຼວດຈາກແມ່ຍິງຈຳນວນ 3,000 ຄົນໃນທົ່ວປະເທດ ພົບວ່າ: 11.6% ຖືກໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ 7.2% ຖືກໃຊ້ຄວາມຮຸນແຮງທາງເພດ 34.9% ຖືກໃຊ້ຄວາມຮຸນແຮງທາງເພດຕັ້ງແຕ່ອາຍຸ 15 ປີ 58.1% ຢູ່ເຂດຊົນນະບົດ 81.6% ແຕ່ງງານແລ້ວ 17.8% ອາຍຸລະຫວ່າງ 30-34 ປີ 17.8% ບໍ່ເຄີຍເຂົ້າໂຮງຮຽນ …

Read More »

ເປັນປະຫວັດສາດ! ເພສທາງການຂອງ Miss Universe ປ່ອຍວິດີໂອແນະນຳຕົວຂອງ ນຸ້ຍ ສຸພາພອນ!!! (ມີຄລິບ)

ເປັນປະຫວັດສາດຂອງວົງການນາງງາມລາວ ເພສຕົ້ນສັງກັດຂອງກອງປະກວດ Miss Universe ເຊິ່ງເປັນເວທີປະກວດນາງງາມຈັກກະວານໄດ້ມີໂອກາດປ່ອຍວິດີໂອແນະນຳຕົວຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໃນວັນທີ 24 ພະຈິກ 2017. ເຊິ່ງເປັນທີ່ຍິນດີຂອງຄົນລາວທຸກໆຄົນທີ່ເຫັນອີກບາດກ້າວໜຶ່ງຂອງແມ່ຍິງລາວກ້າວຂຶ້ນສູ່ເວທີສາກົນ. Miss Universe Laos #MissUniverse Laos volunteers at programs that aim to help people who are visually impaired. Get to know more about her here: http://bit.ly/2iAQMK6 Miss Universeさんの投稿 2017年11月23日(木)   ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້ #ຮັກລາວເຊຍລາວ  ?? ທີ່ມາຄລີບ: Miss Universe

Read More »

ຂໍພະລັງຄົນລາວ! ໂຄ້ງສຸດທ້າຍແລ້ວ ມາຮ່ວມໂຫວດໃຫ້ ນຸ້ຍ ສຸພາພອນ Miss Universe Laos ກັນແດ່ໄວໆ!!!

ໂຄ້ງສຸດທ້າຍແລ້ວ!!! ຂໍພະລັງຄົນລາວມາຮ່ວມໂຫວດໃຫ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໃນການປະກວດ ນາງງາມຈັກກະວານ (Miss Universe 2017) ກັນແດ່ໄວໆ, ຄົນລາວທຸກຄົນສາມາດເຂົ້າໄປໂຫວດໃຫ້ Miss Universe Laos ລາວໄດ້ທີ່ຕາມລິ້ງນີ້ເລີຍ vote.missuniverse.com ສາມາດໂຫວດໄດ້ 10 ເທື່ອຕໍ່ມື້ ແລະ ຍັງມີອີກຊ່ອງທາງ twitter ພິມ #MissUniverse#laos #MissUniversrlaos ຕາມນີ້ເລີຍ, ຄະແນນທີ່ທຸກຄົນໂຫວດຖ້າໄດ້ຫຼາຍຈະຊ່ວຍສົ່ງໃຫ້ ນຸ້ຍ ສຸພາພອນ ເຂົ້າຮອບໃນການແຂ່ງຂັນໂດຍອັດຕະໂນມັດ.  ໃນວັນທີ 25 ພະຈິກ 2017 ຈະເປັນມື້ທີ່ສີ້ນສຸດການໂຫວດແລ້ວ ແລະ ຈະມີການປະກວດຮອບຕັດສິນຢ່າງເປັນທາງການ ໃນວັນທີ 26 ພະຈິກ 2017 ນີ້, ດັ່ງນັ້ນ ທາງ Kuanjai Magazine ເຮົາຈຶ່ງຢາກຂໍໃຫ້ແຟນເພສ ຫຼື ຄົນລາວທຸກໆມາຮ່ວມໂຫວດ ຮ່ວມເຊຍ ໃຫ້ສາວງາມຕົວແທນປະເທດລາວຂອງເຮົາດ້ວຍ. ຂໍຂອບໃຈສຳລັບຮູບພາບ

Read More »

ເປີດເຜີຍແລ້ວ! ຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ຕົວແທນປະເທດລາວໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ

ເປີດເຜີຍໃຫ້ໄດ້ເຫັນກັນແບບສົດໆຮ້ອນໆ ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ພັນປະເສີດ Mister Ocean Laos 2017 ເຊິ່ງເປັນໜຸ່ມຫຼໍ່ຕົວແທນປະເທດລາວທີ່ໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ, ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ນີ້ແມ່ນໄດ້ນຳເອົາຊຸດຂອງຊົນເຜົ່າກືມມຸ (Khamu) ຈາກພາກໃຕ້ຂອງລາວໄປໂຊໃນເວທີໂລກ ເປັນຊຸດໂທນແດງ ເບິ່ງແລ້ວເທ່ສຸດໆ. ສຳລັບການປະກວດ Mister Ocean 2017 ທີ່ ໄຕ້ຫວັນ ຈະຕັດສິນກັນໃຫ້ໄດ້ຮູ້ໃນມື້ນີ້ ວັນທີ 24 ພະຈິກ 2017, ດັ່ງນັ້ນ ແຟນໆຢ່າລືມຕິດຕາມເຊຍ ໜຸ່ມຫຼໍ່ຕົວແທນປະເທດລາວເຮົາແດ່ເດີ້, ໂດຍສາມາດຕິດຕາມຊົມຖ່າຍທອດສົດໄດ້ທີ່ເພສ  https://www.facebook.com/GoldenMisterOcean/ ເລີ່ມແຕ່ເວລາ 4 ໂມງແລງເປັນຕົ້ນໄປ. #ຮັກລາວເຊຍລາວ ?? ທີ່ມາ: Firstmodelinglao

Read More »

ມາຮ່ວມເຊຍ! ໃຜຈະໄດ້ເປັນ ນາງສາວງາມເຜົ່າມົ້ງລາວ (Miss Hmong Laos) ປະຈຳປີ 2017-2018

ມາອີກແລ້ວກັບການປະກວດສາວງາມລາວອີກໜຶ່ງເວທີນັ້ນກໍຄືການປະກວດ ນາງສາວງາມເຜົ່າມົ້ງ (Miss Hmong Laos) ປະຈຳປີ 2017-2018 ເຊິ່ງປັດຈຸບັນທາງກອງປະກວດເພິ່ນກໍໄດ້ເປີດເຜີຍບັນດາສາວງາມທີ່ເຂົ້າຮອບ 20 ສຸດທ້າຍ ໃຫ້ໄດ້ເຫັນກັນແລ້ວ ຂໍບອກເລີຍວ່າບັນດາສາວງາມເຜົ່າມົ້ງນັ້ນງາມຫຼາຍ ແລະ ການປະກວດດັ່ງກ່າວກໍຈະໄດ້ຈັດຂຶ້ນທີ່ບ້ານ ຊຳເກດ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃນວັນທີ 27-28 ພະຈິກ 2017 ນີ້. ດັ່ງນັ້ນ, ແຟນໆຊ່ວຍເປັນກຳລັງໃຈ ຊ່ວຍລຸ້ນ ຊ່ວຍເຊຍ ໃຫ້ບັນດານ້ອງໆນາງສາວງາມທີ່ເຂົ້າປະກວດທັງ 20 ຄົນກັນແດ່ເດີ້ (ເຊຍຜູ້ເຂົ້າປະກວດໝາຍເລກໃດ ຄອມເມັ້ນບອກກັນແດ່) ທີ່ມາ: Miss Hmong Laos  

Read More »