ເປີດຕົວໄປຢ່າງອະລັງການງານສ້າງ ສົມກັບທີ່ແຟນທົ່ວໂລກລໍຖ້າ ສຳລັບແຟຼຊັ່ນໂຊຂອງ Victoria’s Secret Fashion Show 2017 ແລະ ປີນີ້ທາງກໍໄດ້ຍົກເວທີໄປຈັດທີ່ ນະຄອນຊຽງໄຮ້ ປະເທດຈີນ ແລະ ກໍສ້າງສຽງຮືຮາໄດ້ບໍ່ແມ່ນໜ້ອຍ ໂດຍປີນີ້ມີນາງແບບຊື່ດັງມາຮ່ວມເດີນກວ່າ 55 ຄົນ ບອກໄດ້ເລີຍວ່ານາງແບບແຕ່ລະຄົນຂົນເອົາຄວາມງາມ ຄວາມໝັ້ນໃຈ ຄວາມເຊັກຊີ່ຕາມແບບສະບັບຂອງ Victoria’s Secret ມາຢ່າງເຕັມທີ່ແບບບໍ່ມີໃຜຍອມໃຜກັນເລີຍ. Victoria’s Secret Fashion Show 2017 ຈະມີການຖ່າຍທອດສົດໃນວັນທີ 28 ພະຈິກ 2017 ນີ້, ດັ່ງນັ້ນ ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳເອົາແຟຼຊັ່ນໂຊໃນເຊັດນີ້ມາຝາກເພື່ອໃຫ້ແຟນໆໄດ້ເບິ່ງກັນໄປກ່ອນ…
Read More »News
ສ່ອງ! ຄວາມງາມຂອງບັນດາສາວງາມຈາກທົ່ວໂລກທີ່ເຂົ້າປະກວດໃນເວທີ Miss Universe 2017
ໃກ້ເຂົ້າມາເລື້ອຍໆ ຕື່ນເຕັ້ນກັນເຂົ້າມາແລ້ວ… ສຳລັບການປະກວດ Miss Universe 2017 ທີ່ປີນີ້ຈັດຂຶ້ນທີ່ ລາດເວກັສ (USA) ແລະ ຈະຕັດສິນກັນໃນວັນທີ 26 ພະຈິກ 2017, ເຊິ່ງໃນປີນີ້ ປະເທດລາວ ຂອງເຮົາກໍມີໂອກາດໄດ້ສົ່ງຕົວແທນສາວງາມໄປປະກວດນັ້ນກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ທີ່ມີຄວາມງາມ ແລະ ຄວາມພຽບພ້ອມ ເພື່ອໄປປະຊັນຄວາມງາມ ຄວາມສາມາດກັບຕົວແທນສາວງາມຈາກທົ່ວໂລກເປັນປີທຳອິດ. ທາງກອງປະກວດ Miss Universe 2017 ກໍມີໂອກາດປ່ອຍຮູບພາບຕົວແທນສາວງາມຈາກທົ່ວໂລກໃຫ້ໄດ້ເຫັນກັນແດ່ແລ້ວ ແລະ ໃນມື້ນີ້ ທາງ Kuanjai Magazine ເຮົາກໍໄດ້ເກັບຕົກເອົາຮູບພາບສາວງາມຜູ້ທີ່ເຂົ້າແຂ່ງຂັນໃນເວທີ ນາງງາມຈັກກະວານ (Miss Universe 2017) ນີ້ມາຝາກແຟນໆໃຫ້ໄດ້ເບິ່ງ ໄດ້ແຍງ ບັນດາສາວງາມກັນແບບເຕັມໃຈ, ດັ້ງນັ້ນ ລອງມາເບິ່ງກັນເລີຍວ່າ ສາວງາມຈາກປະເທດໃດຈະງາມ ແລະ ເໝາະສົມທີ່ຈະໄດ້ມົງກຸດ Miss Universe ໃນປີນີ້ໄປຄອງ. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້ …
Read More »ສີມືລະດັບເທບ! ບິນລີ່ ສີອຳພັນ ນັກອອກແບບໝຸ່ມນ້ອຍ ຜູ້ທີ່ຢູ່ເບື້ອງຫຼັງຊຸດປະຈຳຊາດຂອງນາງງາມລາວ!!!
ມາຮູ້ຈັກກັບ ຄົນທີ່ຢູ່ເບື້ອງຫຼັງບັນດາຊຸດລາຕີ ແລະ ຊຸດປະຈຳຊາດລາວງາມໆທີ່ໄປປະກວດໃນເວທີລະດັບໂລກ ບໍ່ວ່າຈະເປັນຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017, ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss International 2017, ຊຸດປະຈຳຊາດຂອງ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ ຫຼື ບິນລີ່ ອາຍຸ 20 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ ປີທີ 2. ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe …
Read More »ນໍ້າຕາຊຶມ! ນຸ້ຍ ສຸພາພອນ ບອກເລົ່າເຖິງຄວາມປະທັບໃຈໃນເວທີ Miss Universe 2017
ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ມີໂອກາດບອກເລົ່າຄວາມປະທັບໃຈໃນເວທີການປະກວດ Miss Universe 2017 ເຊິ່ງ ນຸ້ຍ ສຸພາພອນ ສາວງາມຕົວແທນປະເທດລາວເຮົາກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍຊວນໃຫ້ນໍ້າຕາໄຫຼ ດ້ວຍຄວາມປິຕິຍິນດີ ແລະ ພູມໃຈໃນຄວາມເປັນລາວວ່າ: ໂດຍການໂພຂອງ ນຸ້ຍ ສຸພາພອນ ໃນເທື່ອນີ້ເຮັດໃຫ້ຄົນລາວຕ່າງກໍນໍ້າຕາຊຶມ ແລະ ພູມໃຈທີ່ຄົນລາວເຮົາຍັງເປັນທີ່ຍອມຮັບຂອງຊາວຕ່າງຊາດ. #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit
Read More »ນຸ້ຍ ສຸພາພອນ Miss Universe Laos ງາມສະຫງ່າໃນຮອບຊຸດລອຍນໍ້າ ຄູເຝິກເຖິງຂັ້ນອອກປາກຍ້ອງ!!!
ງາມຫຼາຍໆສາວລາວເຮົາທີ່ໄປຮ່ວມເສີດສາຍປະກວດໃນເວທີລະດັບໂລກເປັນປີທຳອິດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ງາມສະຫງ່າໃນຮອບຊຸດລອຍນໍ້າ ໃນການແຂ່ງຂັນໃນຮອບເບື້ອງຕົ້ນ (Preliminary) ໃນວັນທີ 21 ພະຈິກ 2017 ໃນການປະກວດ Miss Universe 2017 ທີ່ ລາສເວກັດ (USA), ເຊິ່ງ ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວຂອງເຮົາ ກໍຍ່າງໃນຮອບນີ້ໄດ້ດີ ແລະ ສະຫງ່າງາມຫຼາຍ ຈົນມີຄູເຝິກຊາວຕ່າງຊາດເຖິງຂັ້ນອອກປາກຍ້ອງກັນເລີຍ. ລອງມາເບິ່ງ ແລະ ຢ່າລືມເຂົ້າໄປຮ່ວມໂຫວດໃຫ້ Miss Universe Laos ເຮົາແດ່ເດີ້!!! ຕາມລິ້ງນີ້ເລີຍ Vote.MissUniverse.com #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit
Read More »