Breaking News

News

Gigi Hadid ນາງແບບຄົນດັງລະດັບໂລກ ໃຫ້ທຶນເພື່ອຊ່ວຍເຫຼືອສ້າງໂຮງຮຽນໃຫ້ແກ່ເດັກນ້ອຍລາວ!!!

ເປັນກະແສກັນໄປທົ່ວໂລກ!!! ເມື່ອວັນທີ 17 ພະຈິກ 2017 ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ໄດ້ໂພສຮູບພາບຜ່ານ ອິນສະຕາແກຼມ ເຖິງການໄດ້ຊ່ວຍເຫຼືອເດັກນ້ອຍລາວ ຢູ່ທີ່ ແຂວງ ຫຼວງພະບາງ ໂດຍການຊ່ວຍເຫຼືອຂອງ ຈີ່ຈີ່ ຮາດິດ ໃນເທື່ອນີ້ເປັນການຊ່ວຍເຫຼືອເພື່ອໃຫ້ທຶນໃນການສ້າງໂຮງຮຽນອະນຸບານ ແລະ ປະຖົມ ໃຫ້ເດັກນ້ອຍໃນເຂດຊົນນະບົດ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາທີ່ດີ, ແລະ ຍັງໄດ້ໂພສຮູບພາບເດັກນ້ອຍລາວ ຮອຍຍິ້ມຂອງເດັກນ້ອຍລາວ ໃຫ້ແກ່ຊາວໂລກໄດ້ຮັບຮູ້ນຳອີກ. ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ອາຍຸ 22 ປີ ລວງສູງ 179 ຊັງຕີແມັດ, ປັດຈຸບັນມີອາຊີບ ເປັນນາງແບບທີ່ມີຊື່ສຽງ ແລະ ກຳລັງມາແຮງທີ່ສຸດໃນວົງການນາງແບບ, ມີຜົນງານເດີນແບບໃນເວທີໃຫ່ຍໆມາແລ້ວທົ່ວໂລກ, ຖ່າຍແບບຕາມວາລະສານດັງລະດັບໂລກ, ເປັນພີເຊັນເຕີ້ໃຫ້ກັບເຄື່ອງສຳອາງດັງ ແລະ ຍັງມີໂອກາດສະແດງເອັມວີເພງອີກດ້ວຍ. …

Read More »

ແຟນໆມັກແບບໃດ? ລະຫວ່າງຊຸດປະຈຳຊາດ ແບບເກົ່າ ແລະ ແບບໃໝ່ ຂອງ Miss Universe Laos!!! (ຄອມເມັ້ນບອກແດ່)

ດັ່ງທີ່ຮູ້ກັນແລ້ວວ່າ ທາງກອງປະກວດ ມີສຢູນີເວີຣສ ລາວ ເພິ່ນໄດ້ອອກມາປະກາດປ່ຽນຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ເພາະມີຫາງສຽງຈາກແຟນໆສ່ວນຫຼາຍວ່າຊຸດປະຈຳຊາດແບບເກົ່າບໍ່ເໝາະສົມທີ່ຈະໃຊ້ເຂົ້າປະກວດເຖິງເວທີລະດັບໂລກ, ແຕ່ເຖິງຢ່າງໃດກໍຕາມ ແຕ່ລະຊຸດທີ່ນັກອອກແບບໄດ້ອອກແບບ ໂດຍຜ່ານການສວມໃສ່ຈາກນາງສາວລາວກໍມີຄວາມງາມ ມີເອກະລັກທີ່ແຕກຕ່າງກັນໄປ. ແຟນໆມັກແບບໃດ? ລະຫວ່າງຊຸດປະຈຳຊາດ ແບບເກົ່າ ແລະ ແບບໃໝ່ ຂອງ Miss Universe Laos!!! (ຄອມເມັ້ນບອກແດ່) 1. ຊຸດລາວຫຼວງພະບາງປະຍຸກ (ແບບເກົ່າ)  ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນ. 2. ຊຸດທີດາພັນສາເຮືອງມາລາ (ແບບໃໝ່) ທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ຢ່າງເປັນທາງການ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , …

Read More »

ປ່ຽນແລ້ວເດີ້! ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017)

ປ່ຽນແລ້ວໆ… ຫຼັງຈາກທີ່ມີກະແສດຣ່າມ່າເຖິງຄວາມບໍ່ເໝາະສົມກັນມາໄລຍະໜຶ່ງກັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA), ຫຼ້າສຸດ ທາງເພສກອງປະກວດ ມີສຢູນີເວີຣສ ລາວ ກໍໄດ້ປ່ອຍຮູບພາບຊຸດປະຈຳຊາດຊຸດໃໝ່ທີ່ ນຸ້ຍ ສຸພາພອນ ສົມວິຈິດ ຈະໃຊ້ເຂົ້າໃນການປະກວດ ໃນວັນທີ 26 ພະຈິກ 2017 ນີ້, ເຊິ່ງຊຸດປະຈຳຊາດຊຸດໃໝ່ຂອງ ມີສຢູນີເວີຣສ ລາວ ນີ້ແມ່ນໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບແມ່ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະທີ່ຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນານາຊະນິດ ເຊິ່ງເຮົາກໍໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງ ຈຶ່ງໄດ້ມາເປັນ ຊຸດທີ່ມີຊື່ວ່າ ”ທີດາພັນສາເຮືອງມາລາ“   #ແຊຣໄປໃຫ້ໂລກຮູ້  ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ທີ່ມາ: Miss Universe Laos ມີສຢູນີເວີຣສ ລາວ , Nui Soupphaphone Somvichit

Read More »

ເປີດໂຕຕຶກອາຄານ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍບໍລິສັດ ບອດສ (BOSCH)

ວຽງຈັນ, ປະເທດລາວ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ບໍລິສັດ ບອດສ (BOSCH), ຜູ້ຕອບສະໜອງເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ ຮ່ວມກັບພາກວິຊາວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຕົວອາຄານຮຽນຮູ້ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍ ບໍລິສັດ ບອດສ (BOSCH) ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”, ໃຫ້ກຽດເປັນປະທານງານໂດຍ ທ່ານ ດຣ. ສົມສີ ຍໍພັນໄຊ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອັນດຣິວ ເດ ຈອງ, ຜູ້ອຳນວຍການໃຫ່ຍ ບໍລິສັດບອດສ ປະເທດລາວ, ກຳປູເຈຍ ແລະ ພະມ້າ. ໂຄງການ “ນັກສ້າງສັນວັນໃໝ່”  ແມ່ນໂຄງການລິເລີ່ມທໍາອິດ ແລະ ໄດ້ຮັບການນໍາສະເໜີຂອງ ບໍລິສັດ ບອດສ ປະເທດລາວເທົ່ານັ້ນ, …

Read More »

ຍິ່ງໃຫ່ຍສົມການລໍຖ້າ! ທັງມ່ວນ ທັງມັນແນ່ນອນທາງຜູ້ຈັດ Confirm ງານ ວັງວຽງ ເຟສ 2017 ປີນີ້ມີ 4 ເວທີໃຫ່ຍສຸດອະລັງການ!!!

ວັງວຽງ ເຟສ (Vang Vieng Fest 2017) ງານໃຫ່ຍລະດັບປະເທດປານນີ້ມີຫວາທີ່ຈະບໍ່ໄປຊ໋ອກແຊ໋ກເລື່ອງລາວມາຝາກທຸກໆຄົນ ໂດຍ ຊະນີIndy ມີໂອກາດໄດ້ເຈິຕົວຂອງ ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ ແລະ ບໍລິສັດ ສາມາດ ອໍແກໄນ້ເຊີ້ ເລີຍດຶງໂຕເພິ່ນມາສຳພາດເຈາະເລິກເອົາເລື່ອງລາວມາຝາກແຟນໆ ເພື່ອໃຫ້ຮູ້ເຖິງຄວາມເຄື່ອນໄຫວຂອງຄວາມມັນ ຄວາມມ່ວນ ທີ່ຈະເກີດຂຶ້ນໃນງານ ວັງວຽງ ເຟສ 2017 ໃນລະຫວ່າງວັນທີ 15-16 ທັນວາ 2017 ນີ້. ເຫັນໝູ່ເພື່ອນຫຼາຍຄົນພາກັນເວົ້າເຖິງງານເທສະການດົນຕີ ວັງວຽງ ເຟສ (Vang Vieng Fest 2017)  ເຊິ່ງເປັນງານເທສະການດົນຕີທີ່ທຸກຄົນລໍຖ້າ, ຊະນີIndy ເລີຍອົດບໍ່ໄດ້ທີ່ຈະໄປອັບເດດຄວາມເຄື່ອນໄຫວຂອງງານນີ້ມາຝາກແຟນໆ ເພື່ອອັບເດດຂໍ້ມູນໃນເວທີວັງວຽງເຟສ ມາຝາກທຸກໆຄົນ…ຈາກການສຳພາດ ອ້າຍ ເປັດ ຜູ້ອຳນວຍການສ້າງງານຍິ່ງໃຫ່ຍນີ້… ສະບາຍດີ …

Read More »