ເປັນກະແສ ດຮ່າມ່າ ຮ້ອນແຮງກັນອີ່ຫລີ ເມື່ອຄູ່ຮັກມາລາທອນ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ (ແຟນສາວ) ໄດ້ອອກມາໂພສທາງ ເຟສບຸກ ຂອງທັງສອງພ້ອມໆກັນວ່າ ທັງ ເຈ້ຍ ແລະ ໄຊ ໄດ້ເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ ແລະ ພ້ອມທີ່ຈະເປີດຮັບຄົນໃໝ່ເຂົ້າມາໃນຊີວິດ ຈົນເຮັດໃຫ້ມີກະແສ ຮ້ອນແຮງ ບາງຄົນກໍຍັງງົງໆວ່າແມ່ນເລື່ອງແທ້ຫຼືບໍ່? ເພາະວ່າທັງສອງຄົບຫາເບິ່ງໃຈກັນເປັນເວລາເຖິງ 16 ປີແລ້ວ ຈົນເຮັດໃຫ້ເລື່ອງນີ້ຖືກເວົ້າເຖິງຈາກຄົນໃນວົງການບັນເທິງ ແລະ ແຟນຄລັບຢ່າງຫຼວງຫຼາຍ. ໂດຍ ອ້າຍ ເຈ້ຍ ປາຊີຟິກ ເອງກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍວ່າ: “ເຈ້ຍ ກັບ ໄຊ ຕໍ່ໄປນີ້ ເຮົາເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈພວກເຮົາຕົກລົງເຫັນດີ ແຍກທາງກັນ ບໍ່ແມ່ນຍ້ອນເຮົາ 2 ຄົນຜິດກັນ …
Read More »News
2 ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ຫຼວງພະບາງ ແຖມນຸ່ງຊຸດໄໝລາວ ງາມຫຼາຍ!!!
ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງອີກດ້ວຍ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ແລະ ນອກຈາກນັ້ນ ພວກເຂົາຍັງໄດ້ຖ່າຍຮູບ ແລະ ຍັງໄດ້ໂພສລົງໃນ ອິນສະຕາແກຼມ ແຖມຍັງຂຽນອະທິບາຍວ່າ “ເມືອງ ຫຼວງພະບາງຊ່າງດີ ມີວັດຢ່າງຫຼວງຫຼາຍ ໄຫ້ວພະແບບສະບາຍໃຈ ດ້ວຍເຄື່ອງແຕ່ງກາຍແບບຊາວລາວ” เมืองหลวงพระบางช่างดี มีวัดมากมาย ไหว้พระใจสบาย ด้วยเครื่องแต่งกายแบบชาวลาว #รู้เลยว่าชุดเข้ากะผม #ไม่ต้องมีใครชมก็มั่นใจ @preawpak_ch3 …
Read More »ຮືຮາກັນສຸດໆ! ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວເຂົ້າເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 (ມີຄລິບ)
ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ…!!! ເປັນກະແສຮືຮາ ຮ້ອນແຮງ ກັນສຸດໆເມື່ອ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ແລະ ຕັດສິນກັນໃນວັນທີ 14 ພະຈິກ 2017 ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວທຸກຄົນຜິດຫວັງເລີຍ ເພາະ ມິມີ່ ພູນຊັບ ສາມາດເຂົ້າໄປເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 ຈົນສ້າງກະແສຄວາມຮືຮາທັງຄົນລາວ ແລະ ຄົນຕ່າງຊາດໄດ້ເປັນຢ່າງດີ ເພາະວ່າໃນປີນີ້ປະເທດລາວຂອງເຮົາເປັນປີທຳອິດທີ່ສົ່ງຕົວແທນນາງງາມໄປປະກວດໃນເວທີລະດັບໂລກ ແລະ ກໍຍັງສາມາດເຂົ້າໄປໄດ້ເຖິງຮອບເລິກ ຖືວ່າເປັນຂ່າວດີຂອງຄົນລາວເຮົາທຸກຄົນກັນເລີຍ (ຊົມເຊີຍເດີ້). ລວມຜົນງານ ມິມີ່ ພູນຊັບ ພົນໂຍທາ Miss International …
Read More »ຄວາມງົດງາມໃນຊຸດຜ້າໄໝ ງາມແບບສາວລາວ
ໃນໄລຍະນີ້ກໍຄືດັ່ງທີ່ເຮົາຮູ້ກັນດີເນາະວ່າ ເປັນເທສະການແຫ່ງງານແຕ່ງນັ້ນເອງ ແລະ ມື້ນີ້ແອັດກໍເລີຍຮວບຮວມເອົາພາບບັນຍາກາດຂອງສາວໆມາຝາກ ເຊິ່ງແຕ່ລະຄົນນັ້ນມີສະເໜ່ມີຄວາມງົດງາມໃນແບບລາວ ງາມແບບເບິ່ງບໍ່ຮູ້ເບື່ອ…ແຕ່ລະຄົນຈະງາມແທ້ ຫຼື ບໍນັ້ນເຮົາໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: IGLAO
Read More »ນຸ້ຍ ສຸພາພອນ ເດີນທາງຮອດ USA ແລ້ວ ພ້ອມເຂົ້າຮ່ວມເຮັດກິດຈະກຳກັບກອງປະກວດ Miss Universe 2017 ມື້ທຳອິດ!!!
ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas (USA) ຕັ້ງແຕ່ວັນທີ 11 ພະຈິກ 2017 ປັດຈຸບັນແມ່ນເຖິງທີ່ໝາຍແລ້ວ ດ້ວຍຄວາມປອດໄພ ແລະ ຍັງມີຄວາມພ້ອມເລີ່ມເຮັດກິດຈະກຳກັບກອງປະກວດ ນາງງາມຈັກກະວານ ເປັນທີ່ຮຽບຮ້ອຍ. ນອກຈາກນັ້ນ ນຸ້ຍ ສຸພາພອນ Miss Universe Laos ຍັງໄດ້ມີການໂພສຮູບພາບກັບບັນດາສາວງາມຈາກຫຼາກຫຼາຍປະເທດທີ່ເຂົ້າປະກວດດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ (ສູ້ສູ້…ເດີ້ Miss Universe Laos) #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit , Miss Universe Laos ມີສຢູນີເວີຣສ ລາວ
Read More »