Breaking News

News

ລູກນໍ້າ ທິດາລັດ ນາງງາມລຸ້ນເອື້ອຍອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ Miss Universe Laos!!!

ລູກນໍ້າ ທິດາລັດ ວົງສິຣິ ອະດີດນາງສາວລາວ ໄດ້ອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ສາວງາມຕົວແທນປະເທດລາວທີ່ກຳລັງເຮັດໜ້າທີ່ປະກວດໃນເວທີລະດັບໂລກ Miss Universe 2017 ທີ່ USA, ເຊິ່ງໃນວັນທີ 21 ພະຈິກ 2017 ລູກນໍ້າ ທິດາລັດ ກໍໄດ້ອອກມາໂພສຜ່ານເຟສບຸກຂອງນາງເອງວ່າ: “ນ້ຳເຄີຍໄປຮ່ວມງານຢູ່ຫລາຍປະເທດ ຕັ້ງແຕ່ນ້ຳໄດ້ຮັບຕຳແໜ່ງ ໄດ້ເຈິຄົນຈາກຫລາຍໆປະເທດຮ່ວມງານນຳຫລືຢ່າງຜ່ານໆກາມີ ແຕ່ມີຄົນຕ່າງປະເທດບາງຄົນຖາມນ້ຳວ່າ: where are you from ນ້ຳບອກວ່າ: I am from Laos ແລ້ວເຂົາຖາມກັບຄືນມາວ່າ: Where is Laos? ໂອ້ ຄວາມຮູ້ສຶກນ້ຳຕອນນັ້ນ ໂຄດເຈັບປວດເລີຍ ພຽງແຕ່ຄຳຖາມສັ້ນໆທໍ່ນີ້…. ນ້ຳຢາກໃຫ້ຄົນລາວທຸກຄົນຊ່ວຍສົ່ງກຳລັງໃຈໄປໃຫ້ຄົນລາວທີ່ເຂົາເຮັດໜ້າທີ່ໂປໂໝດປະເທດເຮົາ. ທີ່ລາວທັງແບກຮັບພາລະ ຄວາມຮູ້ສຶກ ສິ່ງຕ່າງໆໄວ້ໃນໂຕຜູ້ຍິງນ້ອຍໆຄົນນັ້ນ.. ນ້ຳໃນຖານະຄົນລາວຄົນ 1 …

Read More »

ຊົມເຊີຍ! ສາວລາວໄປແຂ່ງຂັນກິລາໃນລຸ້ນ (Angel model) ສາມາດຍາດລາງວັນມາຝາກຄົນລາວໄດ້ສຳເລັດ!!! #ແຊຣໄປໃຫ້ໂລກຮູ້

ຕ້ອງຂໍບອກວ່າຄົນລາວ ແມ່ຍິງລາວ ເກັ່ງບໍ່ແພ້ຊາດໃດໃນໂລກ ນາງ ພອຍໄພລິນ ພັນທະລີ  ນັກກິລາຕົວແທນຈາກປະເທດລາວ ເດີນທາງໄປແຂ່ງຂັນກິລາເພາະກາຍ ໃນລຸ້ນ Angel model ທີ່ ປະເທດໄທ ໃນລະຫວ່າງວັນທີ 17-19 ພະຈິກ 2017 ທີ່ຜ່ານມາ ແລະ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະສາມາດເອົາລາງວັນມາຝາກຄົນລາວໄດ້ສຳເລັດ, ໂດຍ  ພອຍໄພລິນ ໄດ້ຮັບລາງວັນທີ 4 ຈາກນັກກິລາທັງໝົດ 30 ຄົນທີ່ເຂົ້າແຂ່ງຂັນ. (ວ້າວວ!!! ເກັ່ງຫຼາຍ ຂໍຊົມເຊີຍເດີ້) ທີ່ມາ: ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF , Irishka Smolyaninova

Read More »

Miss Universe Laos ຮ່ວມເສີດສາຍເທິງເວທີໂລກ ຊຸດປະຈຳຊາດລາວເປີດໂຕແບບສະຫງ່າງາມ (ມີຄລິບ)

ເປັນກະແສຮືຮາໂດ່ງດັງກັນເລີຍ ສຳລັບການຮ່ວມງານເປີດໂຕຊຸດປະຈຳຊາດລາວ ທີ່ໄດ້ເປີດຕົວໃນງານ Miss Universe 2017  ທີ່ Las Vegas (USA), ເຊິ່ງງານນີ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ຕົວແທນສາວງາມຈາກລາວເຮົາ ກໍເສີດສາຍໃນຮອບເປີດໂຕຊຸດປະຈຳຊາດໄດ້ຢ່າງສະຫງ່າງາມ ຈົນເອີ້ນສຽງຕົບມືຈາກແຂກທີ່ໄປຮ່ວມງານໄດ້ເປັນຢ່າງດີ. ลอยกระทง #MissUniverse #Laos National Costume ลอยกระทง #MissUniverse #Laos National Costume BeautyQueenさんの投稿 2017年11月18日(土)   ສຳລັບຊຸດປະຈຳຊາດລາວ ທີ່ ນຸ້ຍ ສຸພາພອນ Miss Universe Laos ໄດ້ສວມໃສ່ນີ້ມີຊື່ວ່າ ຊຸດທີດາພັນສາເຮືອງມາລາ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ …

Read More »

ງາມຫຼາຍ! ສະແດງຄວາມຍິນດີ ດວງພະໄທ ເມກສີທອງ ML13 ຄວ້າຕຳແໜ່ງ ນາງສາວລາວ 2017

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດນາງງາມໃນເວທີ ນາງສາວລາວ (MISS LAOS 2017) ເຊິ່ງປີນີ້ກໍເປັນອີກປີໜຶ່ງທີ່ມີແມ່ຍິງລາວເຂົ້າປະກວດກັນຢ່າງຫຼວງຫຼາຍ ແລະ ທາງກອງປະກວດເພິ່ນກໍໄດ້ຄັດເລືອກໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍຈາກທົ່ວປະເທດ ເພື່ອເຂົ້າຊິງໃນມື້ຕັດສິນ ໃນວັນທີ 18 ພະຈິກ ທີ່ຜ່ານມາ ແລະ ແຟນໆຫຼາຍໆທ່ານກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າຄົນທີ່ຄວ້າມົງກຸດອັນຊົງກຽດໃນເວທີ MISS LAOS 2017 ນັ້ນກໍຄື ນາງ ດວງພະໄທ ເມກສີທອງ  ML13 ອາຍຸ 19 ປີ ລວງສູງ 170 ຈາກນະຄອນຫຼວງວຽງຈັນ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ນອກຈາກນັ້ນສາວງາມທີ່ໄດ້ຕຳແໜ່ງຮອງມີດັ່ງນີ້: ຮອງອັນດັບ 1: ML15 ຈັນປະເສີດ ສິດທິພັນ   ຮອງອັນດັບ2: ML19 ວິລະພອນ ຂັນແກ້ວ   ຮອງອັນດັບ3: ML9 ສຸດາວອນ ອິນທະວົງ   …

Read More »

ຄວາມເຈົ້າຊູ້ມີສູສີ! ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກລາວ-ໄທ ຖ່າຍຮູບຮ່ວມກັນ ງານນີ້ແຟນຄລັບກຣີດໆໆຢ່າງໜັກ!!!

ຈະເກີດຫຍັງຂຶ້ນເມື່ອ ນ້ອງ ທົດສະພອນ ປະທະ ກັບ ອ້າຍ ທົດສະພົນ (555) ແຟນຄລັບກຣີດໆໆໆ…ຢ່າງໜັກ ເມື່ອ ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກ ລາວ ແລະ ໄທ ຖ່າຍຮູບຮ່ວມກັນ ງານນີ້ຂໍບອກເລີຍວ່າຄວາມເຈົ້າຊູ້ ຄວາມຫຼໍ່ ແບບວ່າມີສູສີ ບໍ່ມີໃຜຍອມໃຜກັນເລີຍ ໂດຍຮູບພາບດັ່ງກ່າວຖືກໂພສຈາກ ອຸງ ທົດສະພອນ ນັກສະແດງ-ນາຍແບບ ຂອງລາວເຮົາ ໂດຍຍັງຂຽນແຄັບຊັ່ນຢ່າງຮາວ່າ: “ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ ອ້າຍທົດສະພົນ (ອ້າຍແທ້ໆ ທີ່ພັດພາກ ບໍ່ໄດເຈີກັນ ເປັນ20 ປີ) ເລື່ອງຄວາມ ຫຼໍ່ ນ້ອງຂໍຍອມແພ້”  ເຮັດໃຫ້ມີເຫຼົ່າແຟນຄລັບເຂົ້າໄປສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍເລີຍ. ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ …

Read More »