ແຕ້ວ ນັດຖະພອນ ເຕມີຣັກ ດາລາຊື່ດັງຈາກປະເທດເພື່ອນບ້ານ ຫຼື ທີ່ຮູ້ກັນໃນສາຍາ “ເຈົ້າແມ່ນາຄີ” ນາງກໍໄດ້ມີໂອກາດເດີນທາງມາປະເທດລາວ, ຫຼ້າສຸດວັນທີ 21 ມັງກອນ 2018 ແຕ້ວ ກໍໄດ້ມີໂອກາດໄປໄຫ້ວພຣະຂໍພອນພ້ອມກັບ ດີເຈ ມະຕູມ ຢູ່ທີ່ ວັດສີເມືອງ ເຊິ່ງເປັນສະຖານທີ່ສັກສິດຂອງປະເທດລາວຂອງເຮົາ ແລະ ຍັງໄດ້ຖ່າຍຮູບແລະໂພສລົງໃນອິນສະຕາແກຼມໃຫ້ບັນດາແຟນຄລັບທັງລາວ ແລະ ໄທ ໄດ້ເຂົ້າໄປຮ່ວມອະນຸໂມທະນາສາທຸກັນຢ່າງຫຼວງຫຼາຍ. #ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເຈົ້າແມ່ນາຄີເປັນຕາໜ້າຮັກຫຼາຍໆ ຮູບພາບບາງສ່ວນ: taewaew_natapohn
Read More »News
ມາສ່ອງ! ຄວາມງາມ ໜ້າຮັກ ສົດໃສຂອງພິທີກອນສາວຊື່ດັງ ນຸຖາ ລາດຊະວົງເລົາ
ເປັນອີກໜຶ່ງສາວທີ່ມີຄວາມໂດ່ງດັງ ນຸຖາ ລາດຊະວົງເລົາ ພິທີກອນ-ນາງແບບ ທີ່ກຳລັງມີຂ່າວຮ້ອນແຮງທີ່ສຸດໃນຕອນນີ້, ນຸຖາ ຖືວ່າເປັນອີກໜຶ່ງຄົນດັງຂອງວົງການບັນເທີງລາວທີ່ມີແຟນຄລັບໃຫ້ຄວາມສົນໃຈ ແລະ ຕິດຕາມກັນຢ່າງຫຼວງຫຼາຍ ເພາະສາວ ນຸຸຖາ ກໍນັບວ່າມີຍອດຄົນຕິດຕາມໃນເຟສບຸກເຖິງ ແສນກວ່າຄົນ ບໍ່ວ່າ ນຸຸຖາ ຈະໂພສຮູບ ຫຼື ອອກງານຕ່າງໆກໍຈະມີຄົນໃຫ້ຄວາມສົນໃຈກັນຢ່າງຫຼວງຫຼາຍ. ສຳລັບ ສາວ ນຸຖາ ລາດຊະວົງເລົາ ຈະມີ Look ແລະ Life Style ໂດດເດັ່ນໃນແບບຂອງຕົວເອງ ນອກຈາກຄວາມສາມາດໃນດ້ານການເຮັດວຽກແລ້ວ ຍັງເປັນອີກໜຶ່ງສາວທີ່ມີຄວາມງາມ ແລະ ເບິ່ງແລ້ວໜ້າຮັກສົດໃສໃນແບບຂອງນາງເອງ, ບໍ່ເຊື່ອລອງມາເບິ່ງຮູບພາບຂອງ ສາວ ນຸຖາ ລາດຊະວົງເລົາ ຄົນນີ້ກັນເບິ່ງເດີ້ ໃຫ້ແຟນໆຕັດສິນກັນເອົາເອງສະເນາະ. / ຮູບພາບ: Pj Nutha
Read More »ນາງເອກລາວ ບາບີ້ ປິຍະມາດ ພາໝູ່ນັກສະແດງຈາກຕ່າງຊາດທ່ອງທ່ຽວສະຖານທີ່ສັກສິດຂອງລາວ (ມີຄລິບ)
ເປັນຂ່າວດັງໄກເຖິງປະເທດເພື່ອນບ້ານເມື່ອໄລຍະທີ່ຜ່ານມາ ບາບີ ປິຍະມາດ ນາງແບບ-ນັກສະແດງສາວລາວ ໄດ້ພາໝູ່ເພື່ອນນັກສະແດງຕ່າງຊາດບໍ່ວ່າຈະເປັນ ໄທ, ກຳປູເຈຍ ແລະ ຫວຽດນາມ ມາທ່ອງທ່ຽວທີ່ ນະຄອນຫຼວງວຽງຈັນ ປະເທດລາວຂອງເຮົາ, ເຊິ່ງສະຖານທີ່ໆສາວ ບາບີ້ ໄດ້ພານັກສະແດງຈາກຕ່າງຊາດໄປນັ້ນກໍມີ ວັດສີເມືອງ, ພຣະທາດຫຼວງວຽງຈັນ ແລະ ປະຕູໄຊ. ບາບີ້ ພາທີມນັກສະແດງ ໜັງ ຄິດເຖິງທຸກປີ Memories of New Years ທ່ຽວວຽງຈັນ ບາບີ້ ພາທີມນັກສະແດງ ໜັງ ຄິດເຖິງທຸກປີ Memories of New Years ທ່ຽວວຽງຈັນ“บาร์บี้” พาเที่ยวลาว สถานที่ถ่ายหนัง “คิดถึงทุกปี Memories of New Years” Firstmodelinglaoさんの投稿 2018年1月17日(水) #ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ ທີ່ມາ: Firstmodelinglao
Read More »ຈີ່ຈີ່ ພອຍໄພລິນ ຈັດທິບທ່ອງທ່ຽວ ໃຊ້ຊີວິດ Slow Life ທີ່ເມືອງມໍລະດົກໂລກ
ເປັນອີກໜຶ່ງສາວທີ່ມີ Life Style ມັກການທ່ອງທ່ຽວເປັນຊີວິດຈິດໃຈ ຈີ່ຈີ່ ພອຍໄພລິນ ສີວີໄລ ເນັດໄອດໍ້ຄົນດັງ ຫຼ້າສຸດເດີນທາງກັບມາປະເທດລາວນາງກໍຈັດທິບທ່ອງທ່ຽວທີ່ແຂວງ ຫຼວງພະບາງ ໃຊ້ຊີວິດແນວ Slow Life ທີ່ເມືອງມໍລະດົກໂລກກັບແກ້ງໝູ່ຂອງນາງ ແລະ ຈີ່ຈີ່ ຍັງໄດ້ໂພສຮູບພາບງາມໆຕາມແບບ ຕາມສະຕາຍຂອງນາງມາຝາກແຟນໆ. ລອງມາເບິ່ງກັນເບິ່ງເດີ້ ແຕ່ລະຮູບຂອງນາງງາມໆ ເຫັນແລ້ວຈົນຢາກໄປທ່ຽວ ຫຼວງພະບາງ ຂຶ້ນມາທັນທີ ທັນໄດ໋ເລີຍລະ!!! “woke up in Luang Prabang” “my loved ones❤️” “if you’re brave enough to say goodbye, life will reward you with a new hello” “tum lpb?” “strolling around??” ແລະ …
Read More »“Bike for her 2018” ການແຂ່ງຂັນປັ່ນລົດຖີບເພື່ອການກຸສົນ ລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ
ວາລະສານ ຂວັນໃຈ ຮ່ວມກັບ ສະຫະພັນ ລົດຖີບ ນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດຍິງ ຂໍເຊີນບັນດານັກປັ່ນເຂົ້າຮ່ວມການແຂ່ງຂັນປັ່ນລົດຖີບ “Bike for her 2018” ເພື່ອຊິງຄວາມເປັນໜຶ່ງ ພ້ອມທັງຮ່ວມປະກາດຈຸດຢືນເພື່ອລົນນະລົງຢຸດການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ທັງລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ ເຊິ່ງເງິນບໍລິຈາກດັ່ງກ່າວນີ້ພວກເຮົາຈະມອບໃຫ້ກັບສູນໃຫ້ຄຳປຶກສາ 100% ເຊິ່ງຈະຈັດຂຶ້ນ ໃນວັນທີ 03 ມີນາ 2018 ສະຖານທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ. ເປີດຮັບສະໝັກແລ້ວເລີ່ມຕັ້ງແຕ່ວັນທີ 18 ມັງກອນ-13 ກຸມພາ 2018 ນີ້ເທົ່ານັ້ນ: ສະຖານທີ່ຮັບສະໝັກ: ຕຶກເຄແອນຊີ ຊັ້ນ4 ຫຼັງໂຮງຮຽນ ມສ ວຽງຈັນ ຂ້າງສຳນັກງານນາຍົກ, ໂທ: …
Read More »