ກາຍເປັນຄູ່ຮັກໄວລຸ້ນແຫ່ງວົງການບັນເທີງທີ່ມີຄົນຕິດຕາມຫຼາຍເລີຍ ສຳລັບຄູ່ຂອງ ເບລານ ສຸນິສາ ພັນທາວະດີ ແລະ ບອຍ ກິດສະນະ ຈຸນລະມຸນຕີ (ຄູ່ຮັກນາງແບບ-ນາຍແບບ) ທີ່ບໍ່ວ່າະໄປທາງໃດກໍຈະເຫັນທັງສອງໂຕຕິດກັນປານເຂົ້າໜົມຄູ່ , ຫຼ້າສຸດ ສາວ ເບລານ ກໍຈັດເຊີໄພ້ຫວານໃຈ ໜຸ່ມ ບອຍ ດ້ວຍການຫອບເຄັກວັນເກີດໄປເຊີໄພ້ເຖິງຂອບໂຕະສະໜຸກ ແຖມຍັງສະແດງຄວາມຮັກທີ່ໃຜເຫັນແລ້ວເປັນຕ້ອງຍ້ອງວ່າເປັນຄູ່ທີ່ມີຄວາມໜ້າຮັກຫຼາຍໆ… Happy birthday baby ?? @boykrissna #ວີດີໂອເຕັມຢູ່ເຟດບຸກ Em Larn A post shared by @ ich_belan on Jan 15, 2018 at 9:23pm PST ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ສາວ ເບລານ ເພິ່ນກໍຍັງໄດ້ປ່ອຍອີກໜຶ່ງຄລິບຜ່ານອິນສະຕາແກຼມຂອງເພິ່ນ ເປັນຄລິບທີ່ທັງສອງສະວີດຫວານກັນປານຈະກືນກິນ ທັງຮ້ອງເພງ ເບິ່ງຕາກັນໄປນຳ ທັງ Kiss ກັນ… …
Read More »News
ຊ໋ອກວົງການເພງ! “Dolores O’Riordan” ເຈົ້າຂອງເພງດັງ “Zombie” ເສຍຊີວິດແລ້ວ!!!
ໂດໂລເຣສ ໂອເຣຍແດນ ( Dolores O’Riordan) ນັກຮ້ອງນຳວົງ ເດິ ແຄນເບີຣີ່ (The Cranberries) ແນວເພງອັນເທີເນທີບຣ໊ອກຊື່ດັງ ໃນຍຸກ 90s ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 46 ປີ ໂດຍການລາຍງານຂອງສື່ອັງກິດວ່າ ໂດໂລເຣສ ກຳລັງເຂົ້າບັນທຶກສຽງຢູ່ທີ່ ລອນດອນ ປະເທດ ອັງກິດ ເຊິ່ງກ່ອນໜ້ານີ້ນາງໄດ້ມີການຍົກເລີກທົວຄອນເສີດຂອງວົງ ເນື່ອງຈາກບັນຫາດ້ານສຸຂະພາບ ໂດຍມີການລາຍງານອີກວ່າ ຄອບຄົວຂອງ ໂດໂລເຣສ ໂອເຣຍແດນ ກຳລັງຕົກຢູ່ໃນພາວະຊ໊ອກຢ່າງຮຸນແຮງ ແລະ ຍັງຮັບກັບການຈາກໄປຂອງນັກຮ້ອງດັງບໍ່ໄດ້ຫຼັງຈາກການຮູ້ຂ່າວການເສຍຊີວິດ ແລະ ໄດ້ຂໍຄວາມເປັນສ່ວນຕົວສຳລັບການທຳໃຈທີ່ແສນຍາກລຳບາກນີ້ ສ່ວນສາເຫດຂອງການເສຍຊີວິດຍັງບໍ່ໄດ້ປະກາດຢ່າງເປັນທາງການ. ຢ່າງໃດ! ກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງ Dolores O’Riordan ດ້ວຍ (RIP) ທີ່ມາ: https://news.mthai.com/world-news/611031.html
Read More »ໃຜມັກບັນຍາກາດບໍ່ຄືໃຜ ປ່ຽນໃໝ່ຕະຫຼອດ ມີເກມໃຫ້ຫຼິ້ນ ແຖມຍັງເປັນກັນເອງຕ້ອງ “TumMix Restaurant”
ຖ້າເພື່ອນໆ ຂວັນໃຈ ຈະຊອກຮ້ານອາຫານນັ່ງຫຼິ້ນນັ່ງຊຸມແຊວ ຫຼື ຕ້ອນຮັບໝູ່ເພື່ອນ ທີ່ມາຈາກຕ່າງແຂວງ ຫຼື ຕ່າງປະເທດ Kuanjai Delicious Guide ຂໍແນະນໍາເລີຍ! “ຮ້ານອາຫານຕໍາມິກ” ຮັບຮອງວ່າ ຕ້ອງເປັນອີກທາງເລືອກໜຶ່ງທີ່ຖືກໃຈສາຍຊຸມແຊວແນ່ນອນ ເພາະນອກຈາກເມນູອາຫານເດັດໆແລ້ວ ຮ້ານນີ້ມີວົງດົນຕີເສບສົດໆໃຫ້ໄດ້ຟັງຕະຫຼອດຄືນ ຕັ້ງແຕ່ເວລາ 20:30 ຈົນຮອດ 24:00 ໂມງ. ເໝາະກັບໄວລຸ້ນຂາເລາະ ຫຼື ພະນັກງານທີ່ເມື່ອຍກັບວຽກຫ້ອງການໝົດມື້ແລ້ວ ຢາກນັ່ງຟັງເພງເພື່ອຜ່ອນຄາຍຄວາມຕຶງຄຽດ ຈິບເບຍເຢັນໆ ພ້ອມເມນູຕຳທີ່ຫຼາກຫຼາຍໄວ້ພ້ອມເສີບ ການຕົບແຕ່ງຂອງຮ້ານ ຕໍາມິກ ຈະບໍ່ເນັ້ນມີ Style ແບບໃດແບບໜຶ່ງ ແຕ່ເນັ້ນເອົາໄມ້ພາເລດ (Pallet) ມາຕົບແຕ່ງເປັນໂຕະ, ຕັ່ງ, ເວທີ ແລະ ເຄົາເຕີ້ (Counter) ໃຫ້ເປັນແບບແນວຢ້ອນຍຸກເກົ່າໆ ເບິ່ງແລ້ວຮູ້ສຶກເປັນກັນເອງ ສາວຫຼ້ານ້ອຍເຈົ້າຂອງຮ້ານເພິ່ນກໍໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະຕົບແຕ່ງຮ້ານ ກໍໄດ້ລົມກັນກັບສາມີ ແລະໝູ່ຄູ່ ແຕ່ລະຄົນກໍລະດົມຄວາມຄິດ ຈາກປະສົບການທີ່ໄດ້ໄປເຫັນຮ້ານອື່ນໆ …
Read More »ຕ້າ ເອແພັກສ໌ ສິລະປິນລາວຄົນທຳອິດທີ່ຖືກເລືອກໃຫ້ເປັນ Presenter ໃຫ້ກັບ ອົງການ JICA ປະຈຳ ສ.ປ.ປ.ລາວ
ຕ້າ ເອແພັກສ໌ ສິລະປິນນັກຮ້ອງຊື່ດັງ ໄດ້ຮ່ວມເຊັນສັນຍາເປັນ Official Supporter ຫຼື Presenter ໃຫ້ກັບ ອົງການ JICA (Japan International Cooperation Agency) ປະຈຳ ສ.ປ.ປ.ລາວ , ເຊິ່ງຈະໄດ້ເຮັດໜ້າທີ່ເປັນຕົວແທນເຜີຍແຜ່ວຽກງານຂອງອົງການ JICA ປະຈຳປະເທດລາວເປັນໄລຍະເວລາ 1 ປີເຕັມ ທັງເປັນສິລະປິນລາວຄົນທຳອິດ ທີ່ໄດ້ຮັບໜ້າທີ່ອັນຊົງກຽດນີ້. ນອກຈາກນັ້ນ ຕ້າ ເອແພັກສ໌ ຍັງໄດ້ແຕ່ງເພງໃຫ້ກັບອົງການ JICA ປະຈຳປະເທດລາວນຳດ້ວຍ ເຊິ່ງເພງດັ່ງກ່າວມີຊື່ວ່າ “ຫົວໃຈດຽວກັນ Love is all around” ທີ່ໄດ້ແຕ່ງ ເນື້ອຮ້ອງ ແລະ ທຳນອງ ເອງ, ແລະພິເສດໄປກວ່ານັ້ນ ເພງດັ່ງກ່າວ ເປັນເພງສອງພາສາ ລາວ ແລະ ຍີ່ປຸ່ນ ເຊິ່ງໜຸ່ມຕ້າ ເອແພັກສ໌ …
Read More »ໂອະ ໂອ້ຍ! ເຈົ້າຊູ້ສົມກັບຕຳແໜ່ງ ເປ່ເລ້ ອະດີດນັກກິລາເທຄວັນໂດ້ທີມຊາດ ໄດ້ຮັບຕຳແໜ່ງ “100 Mr & Ms SUPER MODEL 2018”
ຮູ້ຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ “100 Mr & Ms SUPER MODEL” ຮອບຊິງຊະນະເລີດ ໃນວັນອາທິດ ວັນທີ 14 ມັງກອນ 2018 ທີ່ຜ່ານມາທີ່ ວຽງຈັນເຊັນເຕີ ເຊິ່ງມີ ນາຍແບບ ນາງແບບ ໜ້າໃໝ່ເຂົ້າປະກວດກັນເຖິງ 100 ຄົນ ແລະ ສຳລັບລາງງວັນໜຸ່ມທີ່ຊະນະເລີດກໍແມ່ນ ດວງສິວິໄລ ພິມມະສອນ (ເປ່ເລ້) ອາຍຸ 23 ປີ ໝຸ່ມສຸດເຈົ້າຊູ້ ຜູ້ມີບຸກຂະລິກດີ ອະດີດນັກກິລາທີມຊາດ ປະເພດ ເທຂວັນໂດ້ ໄດ້ຮັບຕຳແໜ່ງ ແລະ ເງິນລາງວັນໄປເຖິງ 3 ລ້ານກີບ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້) ສໍາລັບ ເປ່ເລ້ ດວງສີວິໄລ ຂໍຮັບປະກັນວ່າບໍ່ໄດ້ມີດີແຕ່ໜ້າຕາ ເພາະເປັນເຖິງອະດີດນັກກິລາເທຄວັນໂດ້ ທີມຊາດລາວ ກວາດລາງວັນໃນລະດັບສາກົນມາແລ້ວຫຼາຍລາງວັນ ບໍ່ວ່າຈະເປັນ ຫຼຽນເງິນ, ຫຼຽນຄໍາ, …
Read More »