ເຫດຜົນໃນການຄອງໂສດຂອງແມ່ຍິງແຕ່ລະຄົນ ອາດຈະແຕກຕ່າງກັນໄປ ບາງຄົນເລືອກທີ່ຈະໂສດ ບາງຄົນບໍ່ໄດ້ເລືອກແຕ່ມັນຈຳເປັນຕ້ອງໂສດ ບາງຄົນໂສດຍ້ອນເລື່ອງລາວໃນອາດີດ ໄດ້ສອນບົດຮຽນບາງຢ່າງ ສຳລັບສາວ ບິບີ່ ວິລິນທອນ ສັກລໍຄໍາ ອາຍຸ 35 ປີ ອາຊີບ ພະນັກງານອົງການສາກົນ ແລະ ຍັງເປັນນັກຮ້ອງນໍາ ວົງ Afternoon-Blossom ສາວຫວານ ໜ້າຮັກ ສຽງໃສໆ ນາງບອກວ່າໂສດຍ້ອນ “ບໍ່ໄວ້ໃຈສະຖາບັນການແຕ່ງງານ” ປະສົບການຄວາມຮັກ ເຮັດໃຫ້ເຮົາລະມັດລະວັງຫຼາຍຂຶ້ນ ບິບີ່ເປີດໃຈວ່າ ຕອນເຮົາຍັງນ້ອຍອາດເລືອກຜູ້ຊາຍ ຫຼືແຟນຈາກລັກສະນະພາຍນອກ ເຊັ່ນ: ຄວາມເທ່ ຄວາມຫຼໍ່ ບຸກຄະລິກທ່າທາງທີ່ດຶງດູດໃຈເຮົາ ແຕ່ເມື່ອເປັນຜູ້ໃຫຍ່ຂຶ້ນ ຄວາມຄິດເຮົາກໍປ່ຽນໄປ ການເລືອກໃຜຜູ້ໜຶ່ງມາເປັນຄູ່ ສິ່ງສຳຄັນຄື ຕ້ອງຢູ່ນຳແລ້ວສະບາຍໃຈ ການເຂົ້າກັນໄດ້ດີ ບໍ່ຈຳເປັນວ່າຈະຮັ່ງມີ ໜ້າຕາດີ ຫຼືບຸກຄະລິກດີກໍໄດ້ ອີກຢ່າງ ປະສົບການຄວາມຮັກຜ່ານມາຂອງບິບີ່ ບັນຫາຮ້າຍແຮງຂອງຄວາມສຳພັນ ມາຈາກຄວາມບໍ່ຊື່ສັດ ຝ່າຍຊາຍລົມຫຼາຍຄົນ ລັກສະນະການໃຊ້ຊີວິດ ແນວຄິດ ການເບິ່ງໂລກ ແຕກຕ່າງກັນ …
Read More »News
ກາລະແມ ໄດ້ກິນຕຳໝາກຫຸ່ງ ຫຼວງພະບາງ ແລ້ວຕິດໃຈ ແລະ ເວົ້າເຖິງແບບນີ້…
ຫຼັງຈາກທີ່ ກາລະແມ ພິທີກອນຊື່ດັງຈາກປະເທດເພື່ອນບ້ານ ໄດ້ມີໂອກາດມາທ່ອງທ່ຽວ ແຂວງ ຫຼວງພະບາງ ໃນຊ່ວງອາທິດທີ່ຜ່ານມາ ນາງກໍໄດ້ມີໂອກາດທ່ອງທ່ຽວ, ຂີ່ເຮືອລ່ອງແມ່ນໍ້າ, ໃສ່ບາດເຮັດບຸນ, ແລ່ນອອກກຳລັງກາຍຮັບອາກາດບໍລິສຸດໃນຍາມເຊົ້າ, ໄປທ່ຽວຕາດກວາງຊີ ແລະ ທີ່ສຳຄັນແມ່ນເພິ່ນໄດ້ມີໂອກາດກິນອາຫານພື້ນເມືອງລາວບໍ່ວ່າຈະເປັນ ເຝີ, ເຂົ້າຫຼາມ, ແກງໜໍ່ໄມ້ສົ້ມ, ລາບປາຕອງ ແລະ ຕຳໝາກຫຸ່ງ… ກາລະແມ ເຖິງຂັ້ນອອກປາກຍ້ອງອາຫານບ້ານເຮົາວ່າ: “ມື້ນີ້ແຊບຫຼາຍເດີ້!!! ນ້ອງໆລ້ຽງອາຫານພວກເຮົາ ຕຳໝາກຫຸ່ງແຊບຫຼາຍ!!! ລາບປາຕອງແຊບນົວ!!! #ຫຼວງພະບາງ” ແລະ ຍັງບໍ່ໝົດພຽງເທົ່ານັ້ນ ກາລະແມ ຍັງຕິດໃຈໃນຣົດຊາດຂອງ ຕຳໝາກຫຸ່ງ ຈຶ່ງໄດ້ມີໂອກາດໄປກິນອີກຮອບ ແລະ ຍັງໄດ້ໂພສຄລິບ ຕຳໝາກຫຸ່ງ ລົງໃນອິນສະຕາແກຼມແລະຂຽນຄຳອະທິບາຍວ່າ “ແຊບບບບຫຼາຍ!!! No ແປ້ງນົວ” ພໍແຕ່ໂພສຄລິບຕຳໝາກຫຸ່ງຈາກຫຼວງພະບາງລົງໄປເຮັດໃຫ້ມີໝູ່ເພື່ອນໃນວົງການ ແລະ ແຟນໆຂອງ ສາວ ກາລະແມ ເຂົ້າມາຄອມເມັ້ນກັນຢ່າງຫຼວງຫຼາຍເລີຍ. แซบมากกกกกกกกกก เชื่อพี่!! No แป้งนัว!! …
Read More »ຍິນດີຕ້ອນຮັບ! ກາລະແມ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ!!!
ປະເທດລາວສວຍງາມ ບໍ່ວ່າໃຜໆກໍຕ້ອງຢາກມາຢ້ຽມຢາມ ຫຼ້າສຸດວັນທີ 10 ມັງກອນ 2018 ທີ່ຜ່ານມາ ກາລະແມ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ກໍໄດ້ເດີນທາງ ແລະ ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ. ขึ้นไปให้สุด หยุดตรงน้ำตกใหญ่ #หลวงพระบาง ? @nattaboon A post shared by kalamare (@kalamare) on Jan 11, 2018 at 5:53am PST ການເດີນທາງມາ ແຂວງ ຫຼວງພະບາງ ກາລະແມ ກໍໄດ້ມີໂອກາດທ່ຽວຊົມຕາມສະຖານທີ່ສັກສິດ, ໃສ່ບາດເຮັດບຸນ, ຂີ່ລົດຖີບຫຼິ້ນໃນຕົວເມືອງ, ແລ່ນອອກກຳລັງກາຍໃນຊ່ວງເຊົ້າແຖມຍັງຍ້ອງວ່າອາກາດດີຫຼາຍ, ກິນອາຫານພື້ນບ້ານຂອງຫຼວງພະບາງ ແລະ ນາງຍັງຍ້ອງວ່າແຊບຫຼາຍໆ ນອກຈາກນັ້ນ ກາລະແມ ຍັງໄດ້ໄປທ່ອງທ່ຽວນໍ້າຕົກຕາດທີ່ຂຶ້ນຊື່ໃນ ແຂວງ ຫຼວງພະບາງ ພ້ອມກັບໂພສຮູບພາບ …
Read More »ວູດດີ້ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຄວງສາມີສະວີດຫວານທີ່ ຫຼວງພະບາງ
ວ້າວວວໆໆໆ!!! ວູດດີ້ ມິລິນທະຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ມີໂອກາດເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 10 ມັງກອນ 2017 ທີ່ຜ່ານມາ, ພໍແຕ່ມາຮອດ ໜຸ່ມ ວູດດີ້ ກໍມີໂອກາດໄດ້ໄປຢ້ຽມຢາມຮ້ານຕໍາໝາກຮຸ່ງຊື່ດັງພາຍໃນຕົວເມືອງ ຫຼວງພະບາງ, ທ່ອງທ່ຽວລ່ອງເຮືອ ແລະ ຍັງມີໂອກາດໄດ້ໄປນໍ້າຕົກຕາດ ກວາງຊີ ແລະ ຍັງໄດ້ຖ່າຍຮູບບັນຍາກາດທຳມະຊາດ ໂຊຄວາມຫວານ ຄວາມໜ້າຮັກກັບສາມີ ແລະ ຍັງໄດ້ໂພສຜ່ານອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກົດແຊຣກັນລົວໆ. ປັດຈຸບັນ ອ້າຍ ວູດດີ້ ກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍແລ້ວ, ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ ອ້າຍ ວູດດີ້!!! กลับมาหลวงพระบาง สิ่งแรกที่ทำหลังจากเครื่องลงคือ ต้องแวะมาหาเจ๊ติ๋ม ส้มตำของเจ๊ติ๋มคือที่สุด วันนี้หน้าผมเจ๊ก็สุดไม่แพ้ส้มตำ ❤️ A post shared by WOODY (@woodytalk) on Jan 10, …
Read More »ງາມໆທັງນັ້ນ! ສ່ອງ Idea ເລີດໆຂອງເຫຼົ່າຄົນບັນເທີງກັບການແຕ່ງຊຸດໄໝລາວອອກງານ
ງາມໆທັງນັ້ນ! ສ່ອງ Idea ການແຕ່ງຊຸດໄໝລາວອອກງານຂອງເຫຼົ່າຄົນບັນເທີງເຊັ່ນ: ລູກນໍ້າ ທິດາລັດ ວົງສິຣິ, ຫຼິງຫຼິງ ປິຍະດາ ອິນທະວົງ, ສຽວຜິງ ໄຊຍະລິນ, ນຸຖາ ລາດຊະວົງເລົາ, ບາບີ້ ປິຍະມາດ ແລະ ແອນນິຕ້າ ທິວາພອນທີ່ພວກເຂົານຸ່ງຊຸດໄໝລາວອອກງານໄດ້ງາມ ແລະ ມີສະຕາຍຂອງໃຜລາວ ລອງມາເບິ່ງກັນເບິ່ງເນາະ, ສຳລັບແຟນໆທ່ານໃດຖ້າຍັງບໍ່ມີ Idea ໃນການເລືອກຊຸດ, ສີ ຫຼື ຍັງຄິດບໍ່ອອກວ່າຈະໃສ່ຊຸດໄໝລາວແບບໃດອອກງານ ກໍລອງເບິ່ງແບບທີ່ຄົນບັນເທີງເຫຼົ່ານີ້ໄດ້ສວມໃສ່ລອງເບິ່ງເດີ້ ຮັບຮອງໄດ້ໄອເດຍໃໝ່ໆໃນການຕັດຊຸດ ແລະ ເຂົ້າກັບຕົນເອງແນ່ນອນ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງ A post shared by Louknum Thidalat Vongsili (@louknumthidalat) on Dec 4, 2017 at 10:34pm PST …
Read More »