ຊຶ້ງນໍ້າຕາຈະໄຫຼ! ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ ໄດ້ມີໂອກາດຮ່ວມສະແດງເອັມວີເພງ “ຖ້າອ້າຍຄືນມາ” ເຊິ່ງເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ”, ຂໍບອກເລີຍວ່າທັງ ນູ່ນີ່ ແລະ ອ໊ອຟ ງັດສີມືການສະແດງມາໃຊ້ເຕັມທີ່ ສະແດງໄດ້ອາລົມສົມຈິງສຸດໆ ຈົນເຫຼົ່າແຟນຄລັບພາກັນອອກປາກວ່າທັງ 2 ສະແດງໄດ້ດີ ສົມຈິງຫຼາຍ. ສຳລັບເພງ “ຖ້າອ້າຍຄືນມາ” ຮ້ອງໂດຍ ນັນ ດາວພະອິນ ເຊິ່ງເປັນເພງທີ່ຮ້ອງໂຕ້ຕອບກັບເພງ “ບໍ່ແມ່ນບໍ່ຮັກ” ຂອງ ແຊ໋ກ ຊຸມພົນ ເຊິ່ງທັງ 2 ເພງດັ່ງກ່າວເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ” ທີ່ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ໄດ້ຮ່ວມສະແດງຮູບເງົາດ້ວຍກັນເປັນຄັ້ງທຳອິດ. ຄລິບ ແລະ ຮູບພາບ: KEETANAKORN CHANNAL , Yingyot Aoflaiprang Kanjananiyom , กุลธิดา แสนสบาย
Read More »News
ໂດດເດັ່ນ! ຕຸກຕາ ເພັດມະນີ ສາວລາວໜ້າລຸກອິນເຕີ ເປັນທັງນາງແບບ ແລະ ສາວທະນາຄານ!!!
ວ້າວວວໆໆໆ!!! ມາຮູ້ຈັກກັບອີກໜຶ່ງສາວໝັ້ນ ຕຸກຕາ ເພັດມະນີ ນາງແບບ-ສາວທະນາຄານ ຜູ້ມີສະຕາຍບໍ່ຄືໃຜ ມີຄວາມໂດດເດັ່ນ ສາວລາວຜູ້ທີ່ມີລຸກອິນເຕີ ພໍດີເຈິໂຕເປັນໆຂອງນາງ ຊະນີIndy ເລີຍບໍ່ພາດທີ່ຈະດຶງໂຕເພິ່ນມາສຳພາດ ອັບເດດ ແລະ ຖາມເຖິງເລື່ອງສະຖານະຫົວໃຈຂອງນາງມາຝາກແຟນໆ, ລອງມາຮູ້ຈັກກັບສາວ ຕຸກຕາ ເພັດມະນີ ຄົນນີ້ລອງເບິ່ງເນາະ!!! ສະບາຍດີ!!! ສາວຄົນງາມຊ່ວຍແນະນຳຕົວເອງໃຫ້ຮູ້ຈັກແດ່… ສະບາຍດີ … ນ້ອງມີຊື່ວ່່າ ເພັດມະນີ ພິລາຄົງ (ຕຸກຕາ) ອາຍຸ 21 ປີ ປັດຈຸບັນກຳລັງເຮັດວຽກຢູ່ທີ່ທະນາຄານຮ່ວມພັດທະນາລາວ (JDB) ກ່ອນໜ້ານີ້ຕຸກຕາຮຽນຈົບ ສະຖາບັນເສດຖະກິດການເງິນ ດົງຄໍາຊ້າງ ໄລຍະທີ່ເຮົາຮຽນແມ່ນ 2 ປີຈົບຊັ້ນສູງ ແລະ ກຳລັງຈະຮຽນຕໍ່ລະດັບປະລິນຍາຕີ (ຍິ້ມ) ຍິນດີທີ່ໄດ້ຮູ້ຈັກແຟນໆ ຂວັນໃຈ ໝົດທຸກຄົນເລີຍເດີ້ (ຍິ້ມຫວານ) ຜ່ານມາມີຜົນງານຫຍັງແດ່ນໍ ກ່ອນໜ້ານີ້ເຄີຍເປັນຜູ້ເຂົ້າປະກວດໃນງານ ລາວຊຸບເປີໂມເດວ 2014 ແລະໄດ້ຮັບຕຳແໜ່ງ ຂວັນໃຈຊ່າງພາບ, ແລະເຂົ້າປະກວດໃນງານ …
Read More »“Dynamic” ວົງດົນຕີນ້ອງໃໝ່ ປະກວດຊະນະມາໄດ້ຍ້ອນຄວາມສາມາດລ້ວນໆ!!!
ສະດຸດຫູສະດຸດຕາ… ມີຄວາມຢາກນຳສະເໜີໃຫ້ຮູ້ຈັກກັບ 5 ໜຸ່ມສຸດເຈົ້າຊູ້ ຈາກວົງດົນຕີ “ໄດນາມິກ” (Dynamic Band) ເປັນວົງດົນຕີທີ່ໄດ້ຮັບລາງວັນຊະນະເລີດຈາກໂຄງການປະກວດວົງດົນຕີເບຍລາວ ຄັ້ງທີ 2 (Beerlao Band Challenge Season 2) ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ 2017 ທີ່ຜ່ານມາ ແລະ ນີ້ແມ່ນຄັ້ງທໍາອິດທີ່ໜຸ່ມໆທັງ 5 ຄົນ ໄດ້ແກ່: ທ້າວສິດທິພອນ ແກ່ນບັນດິດ (ອ້າຍ) ມືເບດ, ທ້າວສິດທິເດດ ປະໄພຊາດ (ຕ້າ) ນັກຮ້ອງນຳ, ທ້າວຖະໜອມສັກ ພູວົງຄຳຈັນ (ຕ່າ) ມືກີຕ້າຂອດ, ທ້າວສຸວິໄຂ ແສງອາລຸນ (ອ໊ອດ) ມືກອງ ແລະ ທ້າວປັນຍາ ດວງບຸດດີ (ເອັ້ນ) ມືກີຕ້າໂຊໂລ້ ຈະມາເປີດໃຈເລົ່າຄວາມເປັນມາ ໃຫ້ສາວໆຂວັນໃຈໄດ້ຮູ້ກ່ອນໃຜ ຖ້າບໍ່ຢາກຕົກຂ່າວ ຕົກກະແສບັນເທີງບ້ານເຮົາ ກໍໄປຮູ້ຈັກພວກເຂົາພ້ອມໆກັນເລີຍ …
Read More »ຕ້ອນຮັບປີທ່ອງທ່ຽວລາວ 2018 “ພາທ່ຽວ ແລະ ສຳຜັດມົນສະເໜ່ເມືອງເກົ່າ ແຂວງ ສະຫວັນນະເຂດ”
“ສຳຜັດມົນສະເໜ່ເມືອງເກົ່າ ວິຖີຊີວິດຕາມລ້ອງແມ່ນໍ້າຂອງ ທີ່ເມືອງ ໄກສອນ ພົມວິຫານ” ການທ່ອງທ່ຽວຖືວ່າເປັນອີກທາງເລືອກໜຶ່ງໃນການພັກຜ່ອນສຳລັບຄົນໃນຍຸກປັດຈຸບັນ ໃນຍຸກທີ່ການນຳໃຊ້ໂລກໂຊຊ້ຽວເປັນສື່ກາງອັນດັບຕົ້ນໆ ແລະ ສິ່ງທີ່ຂາດບໍ່ໄດ້ຄືການຖ່າຍຮູບເພື່ອອັບຂື້ນໂລກໂຊຊ້ຽວບໍ່ວ່າເປັນ Facebook ແລະ Instagram ແລະອື່ນໆ ສະແດງເຖິງ life style ຂອງແຕ່ລະຄົນເພື່ອຖ່າຍທອດເລື່ອງລາວຜ່ານຮູບຖ່າຍ. ຂວັນໃຈ ຈະພາທຸກຄົນໄປຄົ້ນພົບມຸມມອງໃໝ່ໆທີ່ແປກຕາ ແລະ ມົນສະເໜ່ຂອງເມືອງເກົ່າ, ອາຫານທ້ອງຖິ່ນຕາມລ່ອງແມ່ນ້ຳຂອງທີ່ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ. ຄວາມຮຸ່ງເຮືອງໃນອະດີດ “ຖ້າຢາກຮູ້ເລື່ອງລາວໃນອະດີດຂອງແຕ່ລະຍຸກ ແຕ່ລະສະໄໝ ໃຫ້ເບິ່ງຈາກເຮືອນຊານບ້ານຊ່ອງ ເຄື່ອງໃຊ້ຂອງຊ້ອຍ” ຄວາມໂດດເດັ່ນຂອງຕົວເມືອງໄກສອນພົມວິຫານ ໃນອີກມຸມໜຶ່ງທີ່ຫຼາຍໆຄົນອາດຈະຍັງບໍ່ຄ່ອຍຮູ້ແມ່ນຄວາມງົດງາມທາງດ້ານສະຖາປັດຕະຍະກຳແບບຕາເວັນຕົກແບບ “Colonial” ໃນສະໃໝທີ່ຝຮັ່ງປົກຄອງ ເຊິ່ງອາຄານຕ່າງໆເຫຼົ່ານີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງວັນເວລາທີ່ລ່ວງເລີຍມາເທົ່ານັ້ນ ຫາກແຕ່ຍັງໃຫ້ເຫັນເຖິງຄວາມສີວິໄລ ແລະ ຈະເລີນຮຸ່ງເຮືອງໃນອະດີດອີກດ້ວຍ. ສຳລັບເຮືອນເກົ່າທີ່ເບິ່ງແລ້ວສະດຸຕາສຸດໆກໍ່ຄົງຈະເປັນຮ້ານ Souksavan cafe & Brito ເປັນຮ້ານນ້ອຍໆ ໜ້າຮັກຕົກແຕ່ງດ້ວຍເຄື່ອງໃຊ້ຂອງສອຍໃນອາດີດເຂົ້າກັບບັນຍາກາດຕຶກເກົ່າຂອງຮ້ານ ທີ່ໂດດເດັ່ນເລີຍຄືຝາພະຫນັງຂອງຮ້ານທີ່ເປັນກຳແພງປູກແຕກລະແຫງຈົນເຫັນດິນຈີ່ທາງໃນ ຖືວ່າເປັນຈຸດແລນມາກເລີຍກໍ່ວ່າໄດ້ທີ່ໃຜມາກໍ່ຕ້ອງມາຖ່າຍຮູບຫີບສະເຕີຢູ່ຝານີ້ ຕະຫຼາດລາຕີ ຈຸດນັດພົບຍາມຄ່ຳຄືນ ຫຼັງຈາກຂັບລົດເລາະເບິ່ງຕາເວັນຕົກແຄມຂອງແລ້ວກິດຈະກຳຍອດຮິດ ຂອງຄົນເມືອງໄກສອນອີກໜຶ່ງຢ່າງກໍ່ຄືການນັດພົບກັນທີ່ຕະຫລາດລາຕີ …
Read More »(ເຖິງເວລາທີ່ສັງຄົມຕ້ອງຍອມຮັບ Single Mom ແລ້ວ) ເປີດເຜີຍຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!!
“ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ” ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ ເມື່ອຈຳເປັນຕ້ອງເປັນ “ແມ່” …
Read More »