Breaking News

News

ຊ່ວງເຊົ້າມັນກໍຈະວຸ້ນໆແດ່! “ຕື່ນມາແລ້ວງາມເລີຍ” ມັນເປັນແບບນີ້ໆເອງ!!!

8 ເຄັດລັບທີ່ເຮັດໃຫ້ງາມ ປະຢັດເວລາໃນຕອນເຊົ້າ ເຖິງຈະຕື່ນສວາຍກໍໜ້າເປະ ຜົມງາມໄດ້ພ້ອມທີ່ຈະອອກນອກເຮຶອນໄດ້ຢ່າງໝັ້ນໃຈ ໃນຕອນເຊົ້າເປັນໄລຍະເວລາທີ່ຮີບດ່ວນ ໂດຍສະເພາະຢ່າງຍິ່ງກັບສາວໆທີ່ຕ້ອງແຕ່ງໜ້າ ແຕ່ງຕົວ ແລະ ເຮັດຜົມໃຫ້ຕົວເອງດູດີກ່ອນອອກຈາກເຮືອນ ແຖມຕ້ອງເພື່ອເວລາໃຫ້ກັບການຈາລະລາຈອນທີ່ຕິດຂັດອີກ ເຮັດໃຫ້ສາວໆຫຼາຍຄົນເລືອກທີ່ຈະຕື່ນແຕ່ເຊົ້່າ ແລະ ໃຊ້ເວລາເປັນຊົ່ວໂມງໃນການກຽມຕົວກ່ອນອອກຈາກເຮືອນ ດ້ວຍສາເຫດນີ້ເຮົາຈຶ່ງນໍາເອົາ 8 ເຄັດລັບທີ່ຈະຊ່ວຍປະຢັດເວລາສາວໆໃນຕອນເຊົ້າມາຝາກກັນ ຮັບຮອງເລີຍວ່າມັນຈະເຮັດໃຫ້ເວລາຂອງສາວໆເຫຼືອຫຼາຍ ໂດຍບໍ່ຕ້ອງຮີບດ່ວນໄປໃສເລີຍລະ!!! ໃຊ້ເວລານອນໃຫ້ເຕັມທີ່ ຖ້າສາວໆຢາກມີຜິວໜ້າທີ່ງາມສົດໄສຕ້ອນຮັບວັນໃໝ່ ແຕ່ຈະໃຫ້ທາຄຼີມບໍາລຸງໃນຕອນເຊົ້າກໍເບິ່ງຈະເປັນການເສຍເວລາໄປຫຼາຍພໍສົມຄວນ ດັ່ງນັ້ນສາວໆຄວນທາຄຼີມບໍາລຸງຕ່າງໆກ່ອນນອນ ເພາະເວລານອນເປັນໄລຍະພັກຜ່ອນຂອງຮ່າງກາຍ ສະພາບຜິວຂອງເຮົາຈະຟື້ນຟູສ້ອມແຊມສ່ວນທີ່ຫຼຸ້ຍຫ້ຽນ ຄຼີມຕ່າງໆຈະຊືມຊັບ ແລະ ເຮັດວຽກໄດ້ຢ່າງເຕັມປະສິດຕິພາບທີ່ສຸດໃນຊ່ວງທີ່ເຮົານອນ ເອົາໄດເປົ່າຜົມມາເປົ່າໃບໜ້າ ສາວໆທີ່ໃຊ້ຄຼີມບໍາລຸງມ້ອຍເຈີ້ໄຣເຊີ ຊະນິດເຂັ້ມຂຸ້ນກ່ອນນອນ ເຮັດໃຫ້ຕື່ນມາໜ້າເດັ້ງ ເບິ່ງມີນໍ້າມີນວນ ຈົນບໍ່ສາມາດລົງຮອງພື້ນ ຫຼື ກັນແດດເພື່ອແຕ່ງໜ້າໄດ້ ຖ້າເປັນແບບນັ້ນສາວໆລອງເອົາໄດເປົ່າຜົມມາເປົ່າໃຫ້ ມ້ອຍເຈີ້ໄຣເຊີ ເທິງໜ້າເຮົາແຫ້ງລອງເບິ່ງ ແຕ່ຢ່າລືມວ່າຕ້ອງໃຊ້ລົມເຢັນນໍາເດີ້ ບໍ່ດັ່ງນັ້ນຜິວໜ້າຂອງເຮົາອາດຈະແຫ້ງຈົນເກີນໄປ ຫຼຸດຂັ້ນຕອນການແຕ່ງໜ້າດ້ວຍ ບີບີ ຄຼີມ ບີບີຄຼີມຄືຄໍາຕອບຂອງການຫຼຸດຂັ້ນຕອນການແຕ່ງໜ້າ ແລະ ຊ່ວຍປະຢັດເວລາໄດ້ຢ່າງແທ້ຈິງ ເພາະບີບີຄຼີມຄືການຮວມຕົວຂອງຮອງພື້ນ ເມັກອັບເບສ ແລະ …

Read More »

ຈົນບໍ່ຈື່! ແພນດ້າ ຝົນນະພາ ດຽວນີ້ເຊັກຊີ້ຂຶ້ນເປັນກອງ!

ມາສ່ອງ! ສາວ ແພນດ້າ ຝົນນະພາ ໄຕມະນີ ເນັດໄອດໍ້ສາວລາວອີກໜຶ່ງຄົນ ສາວລາວທີ່ໄດ້ສາຍາວ່າມີສະຕາຍຄ້າຍກັບສາວເກົາຫລີທັງໜ້າຕາ ແລະ ຜິວພັນ, ດຽວນີ້ ແພນດ້າ ມີຄວາມເຊັກຊີ່ຂຶ້ນຕາມໄວອາຍຸ ສັງເກດໄດ້ຕາມອິນສະຕາແກຼມຂອງນາງ ຫຼ້າສຸດ ແພນດ້າ ໄປທ່ອງທ່ຽວທີ່ ພູເກັດ (ປະເທດໄທ) ແຖມນຸ່ງຊຸດລອຍນໍ້າ ໂຊຜິວພັນ ແລະ ຮູບຮ່າງທີ່ງາມຂອງນາງ ເບິ່ງແລ້ວໜ້າຮັກ ແລະ ເຊັກຊີ່ຫຼາຍໆ… ສຳລັບ ແພນດ້າ ຝົນນະພາ ອາຍຸ 22 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ ສ.ເກົາຫລີ ດ້ານການອອກແບບສື່ສິ່ງພິມ ແລະ ແພນດ້າ ຍັງມີຍອດຟໍໂລ່ໃນອິນສະຕາແກຼມເປັນຈຳນວນຫຼາຍ ເພາະນາງມີຄວາມໜ້າຮັກ ໄລ້ສະຕາຍ ການຖ່າຍຮູບທີ່ບໍ່ຄືໃຜ, ຜ່ານມາ ແພນດ້າ ກໍມີຜົນງານໃນວົງການບັນເທີງເຮົາທັງຖ່າຍປະຕິທິນ ຖ່າຍແບບວາລະສານ ແຕ່ດ້ວຍແພນດ້າຕ້ອງໄປສຶກສາຕໍ່ຈຶ່ງຫ່າງຫາຍວຽກໃນວົງການບັນເທີງໄປກ່ອນ. ຮູບພາບ: panda_f5

Read More »

ລູກນໍ້າ ທິດາລັດ ກັບມາແລ້ວຫຼັງຈາກໄປປະຕິບັດທຳ ພ້ອມຫອບຂອງຂວັນອວຍພອນປີໃໝ່!!!

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງ ກັບມາແລ້ວຫຼັງຈາກໂພສປະກາດທາງເຟສບຸກສ່ວນຕົວວ່ານາງຈະເດີນທາງໄປປະຕິບັດທຳ ຕັ້ງແຕ່ວັນທີ 27 ທັນວາ 2017  ແລະ ງົດສື່ໂຊຊ່ຽວທຸກຊ່ອງ ເປັນເວລາ 10 ມື້ ເພື່ອຖືສິນ 8, ຫຼ້າສຸດ ລູກນໍ້າ ທິດາລັດ ນາງກັບມາແລ້ວ ພ້ອມໂພສທຳນອງ ເອົາບຸນມາຝາກມາຕ້ອນທຸກໆຄົນ ແລະ ຍັງເດີນສາຍຫອບຂອງຂວັນອວຍພອນປີໃໝ່ແກ່ຜູ້ໃຫ່ຍໃນວົງການ ທີ່ໃຫ້ການສະໜັບສະໜູນນາງ. ເອົ້າໆ… ສາວ ລູກນໍ້າ ທິດາລັດ ໜ້າຮັກ ໃຈບຸນ ແຖມກະຕັນຍູແບບນີ້ ບໍ່ໃຫ້ຜູ້ໃຫ່ຍ ແລະ ແຟນໆຮັກໄດ້ແນວໃດວ່າບໍ່? (ອິອິ)  #ໜ້າຮັກປານນີ້ແຊຣໄປເປັນກຳລັງໃຈໃຫ້ສາວລູກນໍ້າແດ່ໄວໆ ຮູບພາບ: Louknum Vongsili  

Read More »

ເປັນຫຍັງ? ປູ ໄປຍາ ຈຶ່ງກ້າວຂຶ້ນມາເປັນດາລາໄອດໍ້ຂອງໃຜຫຼາຍໆຄົນ (ມີຄຳຕອບ)

ປູ ໄປຍາ ລຸ້ນເບີຣກ  ດາລາສາວຈາກປະເທດເພື່ອນບ້ານ ອາຍຸ 28 ປີ ລູກຊອດ ໄທ-ສະວີເດັນ ເລີ່ມກ້າວເຂົ້າວົງການບັນເທີງໂດຍໄດ້ຮັບບົດນາງເອກ ແລະ ຈະມີເອກະລັກເຊິ່ງເປັນຄົນທີ່ເວົ້າບໍ່ຂອດ ແລະ ຫຼາຍໆຄົນກໍຈະຈື່ລຸກຂອງນາງນັ້ນກໍຄືເປັນຄົນແຮງ ຄົນກົງໄປກົງມາ ໂດຍສະເພາະການໃຫ້ສຳພາດກັບນັກຂ່າວ ບອກເລີຍວ່າແຮງຊັດຈັດເຕັມ ລວມໄປເຖິງຂ່າວທັງດີ ແລະ ບໍ່ດີຕ່າງໆ ເຮັດໃຫ້ເກີດກະແສເອັນຕີ້ ປູ ໄປຍາ ຢູ່ໄລຍະໜຶ່ງ ຕໍ່ຈາກນັ້ນເຮັດໃຫ້ນາງເດີນທາງໄປຮຽນຕໍ່ທີ່ ປະເທດ ອັງກິດ ແຕ່ກໍຍັງມີໂອກາດບິນກັບມາຮັບງານໃນວົງການຢູ່ເປັນບາງເວລາ ຈຸດປ່ຽນທີ່ເຮັດໃຫ້ດາລາສາວຄົນນີ້ຕ້ອງຫັນກັບມາຄິດທົບທວນກັບຕົວນາງເອງຢ່າງຈິງຈັງ ເກີດຂຶ້ນຫຼັງຈາກທີ່ນາງກັບໄປເບິ່ງຄລິບສຳພາດກັບນັກຂ່າວໃນເລື່ອງຕ່າງໆໃນໄລຍະທີ່ຜ່ານມາ ຈົນເຮັດໃຫ້ຮູ້ສຶກບໍ່ດີ ແລະ ກັບມາຄິດວ່າເປັນຫຍັງຈຶ່ງຕອບຄຳຖາມກັບສື່ໄປແບບນັ້ນ ແລະ ຍັງບໍ່ພຽງແຕ່ເລື່ອງການສຳພາດເທົ່ານັ້ນ ສາວປູຍັງເບິ່ງເຫັນຂໍ້ບົກພ່ອງຂອງຕົວເອງກໍຄືການບໍ່ເບິ່ງແຍງຕົວເອງ ປ່ອຍໃຫ້ຕົວເອງຕຸ້ຍ ແລະ ຮ່າງກາຍຊຸດໂຊມຢ່າງໜັກ ເມື່ອຄິດໄດ້ແບບນັ້ນ ປູຈຶ່ງບໍ່ລໍຖ້າທີ່ຈະລຸກຂຶ້ນມາຈັດການກັບຊີວິດ ດ້ວຍການຫັນມາເບິ່ງແຍງສຸຂະພາບ ຮູບຮ່າງ ຈົນເປັນທີ່ຮືຮາເພາະນາງເຮັດໄດ້  ແຖມມີຊິກແພກງາມໆຢູ່ໜ້າທ້ອງຂອງນາງ ລວມໄປເຖິງການປ່ຽນແປງທັດສະນະຄະຕິ ຖິ້ມຄວາມຄິດດ້ານລົບອອກໄປ ເປັນປູຄົນໃໝ່ທີ່ມີທັດສະນະຄະຕິຕໍ່ໂລກທີ່ດີ (ຄິດບວກ) ທັງໝົດນີ້ເກີດຂຶ້ນຈາກໄວອາຍຸ …

Read More »

ເຕືອນໄພ! ກຽມຮັບມືກັບສະພາບອາກາດໜາວເຢັນອີກຄັ້ງ ເລີ່ມວັນທີ 9-14 ມັງກອນ 2018 #ແຊຣບອກຕໍ່ໆກັນໄປ

“ເຕືອນໄພອາກາດໜາວ” ອີງຕາມການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໃນວັນທີ 8 ມັງກອນ 2018 ວ່າ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ ຕັ້ງແຕ່ວັນທີ 9 ຫາ 14 ມັງກອນ 2018 ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜຶອ, ແຂວງ ໄຊສົມບູນ, ເມືອງ ດາກຈຶງ ແັລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ. #ຢ່າລືມແຊຣບອກຕໍ່ໆກັນໄປ, ຢ່າລືມຮັກສາສຸຂະພາບແດ່ເດີ້ພໍ່ແມ່ພີ່ນ້ອງ!!!

Read More »