Breaking News

News

ເຈາະເລິກ!!! ຊີວິດ ນັດ (ບົວສີ) ນາງເອກສາວຂວັນໃຈໄວລຸ້ນ “ເພາະການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ”

ເຈາະເລິກ!!! ຊີວິດ ກຸນລະນັດ ຟອງສະຫວັນ (ນັດ) ນາງເອກສາວຂວັນໃຈໄວລຸ້ນ ຄໍລໍາ: Entertainment Lao ສໍາພາດ ກຸນລະນັດ ຟອງສະຫວັນ (ນັດ)  ອາຊີບ ນັກຮຽນ ນັກສະແດງ ທີ່ຖືກຍົກໃຫ້ເປັນ ນາງເອກສາວຂວັນໃຈໄວລຸ້ນ ທີ່ຫຼາຍຄົນຮູ້ຈັກກັນດີໃນຊື່ຂອງ “ບົວສີ” ນາງເອກສາວນ້ອຍຈາກຮູບເງົາເລື່ອງ “ຮັກນີ້ສີບົວ” ນັ້ນເອງ! ເຊິ່ງນ້ອງນັດກໍໄດ້ມາເປີດໃຈເຖິງເລື່ອງລາວຊີວິດທີ່ແສນເສົ້າ ເພາະພໍ່ແມ່ແຍກທາງກັນຕັ້ງແຕ່ນັດຍັງນ້ອຍ ເຮັດໃຫ້ນັດຕ້ອງສູ້ຊີວິດຫາເງິນສົ່ງຕົວເອງມາແຕ່ຈື່ຄວາມໄດ້ ຈົນປັດຈຸບັນກໍໃກ້ຈະຈົບຊັ້ນມັດທະຍົມແລ້ວ!!! ໃນເລື່ອງຂອງການສະແດງນ້ອງນັດກໍໄດ້ມີຂໍ້ຄິດດີໆມາຕ້ອນສໍາລັບຄົນທີ່ຢາກຈະເປັນນັກສະແດງເກັ່ງໆແບບນ້ອງເພາະດ້ວຍຄວາມສາມາດທີ່ຕີບົດ “ບົວສີ” ໃນຮູບເງົາ “ຮັກນີ້ສີບົວ” ແບບແຕກກະຈຸຍກໍຍ້ອນວ່ານ້ອງນັດຄິດສະເໝີວ່າ “ການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ” ວ້າວໆໆໆ ໜ້າສົນໃຈຫຼາຍສໍາລັບສາວນ້ອຍຄົນນີ້! ແຕ່ເອົາເປັນວ່າພໍສໍ່ານີ້ສາກ່ອນເນາະ! ແຕ່ຖ້າໃຜທີ່ຢາກຈະຮູ້ຈັກກັບສາວນ້ອຍຄົນນີ້ແບບເຈາະເລິກກວ່ານີ້ ກໍສາມາດໄປທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂວັນໃຈ ສະບັບທີ 125 ປະຈໍາເດືອນ ທັນວາ 2017 ຕາມ U Express M Point Mart …

Read More »

ໝົດຍຸກເຊວຟີ່! 2018 ຄົນດັງແຫ່ໂພສຮູບແນວ “Plandids” ອາດໆ ບັງເອີນໆ ແບບບໍ່ໄດ້ຕັ້ງໃຈ ແຕ່ໄດ້ອາລົມສຸດໆ!!!

ສະໄໝນີ້ເວົ້າບໍ່ໄດ້ອີກຕໍ່ໄປວ່າການຖ່າຍຮູບເປັນເລື່ອງໄຮ້ສາລະ ເພາະບໍ່ວ່າຈະໄປທາງໃດ ໄປທ່ຽວ ໄປກິນເຂົ້າ ຫຼື ເຮັດກິດຈະກຳຕ່າງໆກໍຈະຕ້ອງໄດ້ຖ່າຍຮູບອັບໂຊຊ່ຽວ ອັບເດດຄວາມເຄື່ອນໄຫວໃນໂລກອອນລາຍ ໃຫ້ໝູ່ເພື່ອນຄົນຮູ້ຈັກໄດ້ເຫັນກັນເປັນວ່າຫຼິ້ນ, ກ່ອນໜ້ານີ້ໝູ່ເພື່ອນຫຼາຍຄົນຄົງຄຸ້ນເຄີຍກັນດີກັບຄຳວ່າ ເຊວຟີ່ (selfie) ທີ່ເປັນການຢື່ນແຂນອອກໄປກວ້າງໆແລ້ວຖ່າຍຮູບຕົວເອງ ຖືວ່າຮິດເຖິງຂັ້ນຮິດສຸດ ເຖິງຂັ້ນມີໄມ້ເຊວຟີ່ອອກມາວາງຂາຍ ແຕ່ຕໍ່ມາໂລກເຮົາກໍມີການພັດທະນາໝູນວຽນປ່ຽນໄປເລື້ອຍໆ ເທຼນການຖ່າຍຮູບກໍເຊັ່ນດຽວກັນປີ 2018 ແລ້ວ ໄດ້ເລີ່ມປ່ຽນໄປຕອນນີ້ບັນດາຄົນທົ່ວໂລກລວມທັງຄົນດັງໃນບ້ານເຮົາກໍບໍ່ພາດທີ່ຈະຖ່າຍຮູບແນວ “Plandids” ຫຼື ຈະເວົ້າງ່າຍໆວ່າເປັນການຖ່າຍຮູບແນວບັງເອີນ ແບບບໍ່ໄດ້ຕັ້ງໃຈ ມີຄວາມ Art  ແຕ່ເບິ່ງແລ້ວມີຄວາມເປັນທຳມະຊາດ ແລະ ເຂົ້າເຖິງອາລົມຂອງຮູບພາບສຸດໆ ມາໆ…ມາ ລອງມາເບິ່ງຕົວຢ່າງການຖ່າຍຮູບພາບຂອງເຫຼົ່າຄົນບັນເທີງບ້ານເຮົາບໍ່ວ່າຈະເປັນ ຫຼິງຫຼິງ ປິຍະດາ ອິນທະວົງ, ຈີ່ຈີ່ ພອຍໄພລິນ ສີວິໄລ, ບາບີ້ ປິຍະມາດ, ແກ້ວຕາ ພອນປະເສີດ, ຕ໋ອດ ລີນ່າ ແລະ ອີກຫຼາຍໆຄົນທີ່ພວກເຂົາຖ່າຍຮູບແນວ ແພຣນດິດ ໄດ້ອອກມາງາມ ແລະ ມີສະຕາຍຫຼາຍໆ ເພື່ອໃຫ້ແຟນໆໄດ້ເບິ່ງ ແລະ ເກັບໄປເປັນໄອເດຍຖ່າຍຮູບ ເພື່ອເວລາອັບຮູບພາບລົງໃນໂລກອອນລາຍຈະໄດ້ບໍ່ຕົກເທຼນ …

Read More »

ມາຮູ້ຈັກ! ກຸ້ງ ເປນີ ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນ!!!

ມາຮູ້ຈັກ! ເປນີ ລາດພູມີ (ກຸ້ງ)  ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນຂວັນໃຈຫຼາຍໆຄົນ ນາງແບບໜ້າໃໝ່  ເຊິ່ງສາວ ກຸ້ງ ຄົນນີ້ກໍເອີ້ນໄດ້ວ່າມີຄົນຕິດຕາມທາງເຟສບຸກບໍ່ແມ່ນໜ້ອຍ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ ບໍ່ເວົ້າໃຫ້ຍືດຍາວລອງມາຮູ້ຈັກກັບສາວ ກຸ້ງ ເປນີ ຄົນນີ້ລອງເບິ່ງຮັບຮອງ ຕ້ອງຕົກຫຼຸມຮັກນາງແນ່ນອນ!!! ສະບາຍດີ ຊ່ວຍແນະນຳຕົວເອງໃຫ້ແຟນໆ ຂວັນໃຈ ຮູ້ຈັກແດ່? ສະບາຍດີຊື່ ເປນີ ລາດພູມີ (ກຸ້ງ) ອາຍຸ 27 ປີ ເດີ້ ຮຽນຈົບແພດຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສາຂາທັນຕະແພດ ນິດໃສສ່ວນຕົວຂອງ ກຸ້ງ ເປັນແນວໃດ? ກຸ້ງຈະເປັນຄົນທີ່ມັກຍິ້ມ ຫຼັກໆເລີຍ ປະມານວ່າມັກຫົວມັກຍິ້ມ ເປັນຄົນອາລົມດີ ແຕ່ກໍເປັນຄົນຄຽດງ່າຍໜ້ອຍໜຶ່ງ ແລະ ເຊົາໄວ ແຕ່ກໍບໍ່ມີຫຍັງດອກຕາມແບບນິດໃສແມ່ຍິງທົ່ວໄປ (ຫົວ) ຄິດວ່າຈຸດເດັ່ນ ແລະ ພອນສະຫວັນຂອງຕົວເອງແມ່ນຫຍັງ? ຈຸດອ່ອນເດມີບໍ່? ຈຸດເດັ່ນໃນຕົວກຸ້ງຫວາ …

Read More »

ໂອະ ໂອ່ຍ…ຫວານແທ້ເດ້! ບາບີ້ ປິຍະມາດ- ອາເລັກ (LOG) ຈັດທິບພັກຜ່ອນຍ້ອນຫຼັງປີໃໝ່ທີ່ ຊຽງຄານ

ອີກໜຶ່ງຄູ່ຮັກວົງການບັນເທີງ ບາບີ້ ປິຍະມາດ ແລະ ອາເລັກ (LOG) ທີ່ວຸ້ນໆວຽກໃນຊ່ວງທ້າຍປີ 2017 ແດ່, ພໍເຄຍວຽກໄດ້ກໍຈັດທິບທ່ອງທ່ຽງທີ່ ຊຽງຄານ ຈັງຫວັດ ເລີຍ (ປະເທດໄທ) ຍ້ອນຫຼັງປີໃໝ່, ຂໍບອກເລີຍເດີ້ ວ່າຄົນທີ່ຍັງໂສດພໍໄດ້ເຫັນກໍຈະມີເຄືອງໆກັນແດ່ຈັກໜ້ອຍ ເພາະທັງສອງຫຼິ້ນອອກແນວຫວານຜ່ານສື່ ທັງໂພສຜ່ານສື່ອອນລາຍ ທັງຖ່າຍຮູບໃຫ້ກັນ ທັງຖ່າຍຮູບຄູ່ກັນອີກ ແຖມແຄັບຊັ່ນມາໃນທຳນອງຫວານໆ ເບິ່ງແລ້ວມີຄວາມໜ້າຮັກຕາມສະຕາຍຂອງທັງສອງ ໂອະ ໂອ່ຍ…ຊ່າງມາຫວານແທ້ເດ້! (ອີຕົນຄົນໂສດແດ່ເດີ້ ອິອິ) “ຖະໜົນຄົນຍ່າງ ພາລິງມາຍ່າງເລາະ ເລີ້ມເລາະກ່ອນເລີ້ມລຸຍວຽກ ^^” “ໂຫມດຜັກຜ່ອນໄດ້ປິດລົງ? ✨ເລີ່ມເປີດໂຫມດເຮັດວຽກເຕັມທີ່ ເຂົ້າມາຫຼາຍໆເດີ້ວຽກເອີ້ຍຍຍ??✨ ?:ແຟນໂຕດຳ Aleqs Log ?” “ເດັກດອຍໃຈດີ” “ເຂົາຢູ່ນິເດີ້” @ຊຽງຄານ “ຮູບຄັບເວີ້ 2 ປີປ່ຽນເທື່ອໜຶ່ງ ປະໄວ້ດົນຈົນຖືກດ່າ ຮາຮາຮາ” ເປັນຄູ່ຮັກທີ່ຫວານ ແລະ ໜ້າຮັກຫຼາຍ, ຢ່າງໃດກໍຂໍໃຫ້ເລິບໆກັນໄປດົນໆ ເພາະຄວາມຮັກງົດງາມສະເໝີເນາະ  ແລະ ຍັງມີຮູບໜ້າຮັກໆຂອງຄູ່ນີ້ມາຝາກອີກເດີ້!!! ຮູບພາບ: Aleqs Log , B’Bie …

Read More »

​ຮູ້ໄດ້ແນວໃດ ວ່າຜູ້ຊາຍຄົນນີ້ “ແມ່ນ” ສໍາລັບເຮົາ?

ການ​ທີ່​ຈະ​ຮູ້ ຫຼື​ ແນ່​ໃຈ​ວ່າ​ຄົນ​ທີ່​ຄົບ​ນຳ​ຢູ່​ນັ້ນ​ເປັນ​ຄົນ​ທີ່ “​ແມ່ນ“ ​ແທ້ໆ ຫຼື ​ບໍ່​ ​ເປັນ​ເລື່ອງ​ທີ່​ຍາກຄື​ກັນ ດັ່ງ​ນັ້ນ​ຈຶ່ງ​ບໍ່​ແປກ​ເລີຍ​ທີ່​ສາວໆ ທັງຫລາຍ​ຍັງ​ຄົງ​ຄິດ​ໜັກ​ກັນ​ຢູ່ ​ເພາະສະ​ນັ້ນ ​ເຮົາຈຶ່ງ​ຂໍ​ນຳ​ສະ​ເໜີ​ສັນຍານ​ທີ່​ບົ່ງ​ບອກ​ວ່າ ​ເຂົາ​ຄົນ​ນັ້ນ​ເປັນ​ຄົນ​ທີ່ “​ແມ່ນ“ ສຳລັບ​ເຮົາ​ ຫຼື​ບໍ່? ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ: ການ​ໃຫ້​ຄວາມ​ເຄົາລົບ​ຊຶ່ງ​ກັນແລະ​ກັນ ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ການ​ໃຊ້​ຊີວິດ​ຄູ່ ອີກ​ທັງ​ຍັງ​ເປັນ​ສິ່ງ​ທຳ​ອິດ​ທີ່​ຕ້ອງ​ຄຳນຶງ​ເຖິງ​ເລີຍ ຖ້າ​ມີ​ຄວາມ​ຮູ້​ສຶ​ກ​ເຊັ່ນ​ນີ້​ຕໍ່​ກັນ ກໍ​ພໍ​ຈະ​ເວົ້າ​ໄດ້​ວ່າ​ເຂົາ​ເປັນ​ຄົນ​ທີ່​ແມ່ນ​ສຳລັບສາວໆ ​ຫາກ​ຊີວິດ​ຄູ່​ບໍ່​ມີ​ຮາກ​ຖານ​ຂອງ​ການ​ເຄົາລົບ ຊຶ່ງ​ກັນແລະ​ກັນ​ແລ້ວ ຈະ​ນຳ​ໄປ​ສູ່​ການ​ຜິດ​ຖຽງ​ກັນ​ໄດ້​ງ່າຍ​ ລອງ​ມາ​ເບິ່ງ​ກັນ​ດີກ​ວ່າ​​ມີ​ສັນຍານ​ຫຍັງ​ແດ່ ທີ່​ບົ່ງ​ບອກ​ເຖິງຄວາມ​​ເຄົາລົບກັນ: ​ເຂົາ​​ເຕັມ​ໃຈ​ ຫຼື ​ພະຍາຍາມ ທີ່​ຈະ​ປັບ​ທັດສະນະ​ຄະຕິ​ເຂົ້າ​ຫາເຮົາ ​ເມື່ອ​ຄວາມ​ຄິດ​ເຫັນ​ບໍ່​ກົງກັນ. ​ເຂົາ​ຮັບ​ຟັງ​ຄວາມ​ຄິດ​ເຫັນ ​ແລະ ​ເປັນ​ທີ່​ລະບາຍ​ເມື່ອ​ຍາມທີ່ເຮົາ​ທຸກ​ໃຈ​ ຫຼື ​ສຸກ​ໃຈ. ​ເຂົາ​ສາມາດ​ສຳ​ຜັດ​ໄດ້​ເຖິງຄວາມ​ຜິດ​ປົກກະຕິ​ບາງ​ຢ່າງ​ໃນ​ຕົວ​ເຮົາ ​ເຊັ່ນ​ບາງ​ມື້​ທີ່ເຮົາ​ງຽບໆບໍ່​ຄ່ອຍ​ເວົ້າ ​ເໜືອ​ນມີ​ເລື່ອງ​ຫຍັງ​ໃນ​ໃຈ. ​ເຂົາ​ໃຫ້​ຄວາມ​ສຳຄັນ ​ແລະ ​ຮັບ​ຟັງ​ທັດສະນະ​ຄະຕິ​ຂອງ​ເຮົາ ​ເຂົາ​ຄຳ​ນຶງ​ເຖິງຄຸນຄ່າ​ໃນ​ຕົວເຮົາ. ​ເຂົາ​ດີ​ໃຈ​ຫຼື​ມີ​ຄວາມສຸກ​ໄປ​ກັບ​ເຮົາ ​ເມື່ອ​ປະສົບ​ຄວາມ​ສຳ​ເລັດ. ຖ້າ​ຂາດ​ຂໍ້​ໃດ​ຂໍ້​ໜຶ່ງ​ໄປ ສະ​ແດງ​ວ່າ​ເຂົາ​ບໍ່​ເຄົາລົບ​ໃນ​ຕົວ​ເຮົາ ນີ້​ຄຶ​ສິ່ງ​ທີ່​ບົ່ງ​ບອກ​ວ່າ​ເຂົາ​ອາດ​ຈະ​ຍັງ​ບໍ່ “​ແມ່ນ“ …

Read More »