Breaking News

News

ເບິ່ງຮູບພາບເຕັມໆຂອງ Liza Soberano ສາວທີ່ມີໜ້າງາມທີ່ສຸດໃນໂລກ 2017

Liza Soberano ສາວໜ້າງາມທີ່ສຸດໃນໂລກ 2017 ນອກຈາກຈະມີຄວາມງາມ ແລະ ຍັງມີສະຕາຍການແຕ່ງໂຕທີ່ເປັນແບບຂອງຕົວເອງອີກດ້ວຍ!!! ກ້າວເຂົ້າສູ່ປີໃໝ່ກໍຈະມີການຈັດອັນດັບຕ່າງໆມາໃຫ້ອັບເດດກັນ ເຊິ່ງໜຶ່ງໃນການຈັດອັນດັບທີ່ໄດ້ຮັບການໃຫ້ຄວາມສົນໃຈໃນທຸກໆປີກໍຄົງຈະແມ່ນການຈັດອັນດັບ ສາວທີ່ມີຮູບໜ້າງາມທີ່ສຸດໃນໂລກ ຫຼື The 100 Most Beautiful Faces ໂດຍ TC Candler ເຊິ່ງໃນປີ 2017 ກໍໄດ້ມີການຈັດອັນດັບກັນເປັນທີ່ຮຽບຮ້ອຍແລ້ວ ໂດຍຜົນຈາກ 100 ຄົນທີ່ໄດ້ຮັບຕຳແໜ່ງ The 100 Most Beautiful Faces ຫຼື ສາວທີ່ມີຮູບໜ້າງາມທີ່ສຸດໃນໂລກກໍຄື Liza Soberano ນັກຮ້ອງ-ນາງແບບ-ນັກສະແດງຈາກ ປະເທດ ຟິລິປິນ ນັ້ນເອງ ສຳລັບ Liza Soberano ຕ້ອງບອກເລີຍວ່າເປັນຄົນທີ່ມີຮູບໜ້າຄົມ ແຕ່ແອບແຝງໄປດ້ວຍຄວາມງາມ ຫວານ ທຸກສັດສ່ວນຂອງໜ້າ ຕາ ຫູ ດັງ ປາກ ເອີ້ນໄດ້ວ່າສົມສ່ວນໄປໝົດ ເບິ່ງແລ້ວເປັນຄົນທີ່ງາມ ມີສະເໜ່ ແລະ ດ້ວຍຄວາມງົດງາມນີ້ຈຶ່ງເຮັດໃຫ້ນາງຖືກຈັດອັນດັບເປັນ …

Read More »

ອົບອຸ່ນ! ມອສ ປະຕິພານ ນັກຮ້ອງ-ນັກສະແດງຈາກເພື່ອນບ້ານ ພາຄອບຄົວທ່ອງທ່ຽວ-ຂີ່ຊ້າງທີ່ເມືອງມໍລະດົກໂລກ

ຊ່ວງໄລຍະສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ແບບນີ້ ທຸກໆຄົນກໍໄດ້ໄປຫຼິ້ນໄປທ່ອງທ່ຽວພັກຜ່ອນຢ່ອນອາລົມກັນຕາມອັດທະຍາໃສ ແບບດຽວກັບ ມອສ ປະຕິພານ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກໍໄດ້ເດີນທາງພາຄອບຄົວມາສະຫຼອງປີໃໝ່ ຕ້ອນຮັບປີ 2018 ທີ່ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ແລະ ຍັງໄດ້ໂພສຮູບພາບຄວາມອົບອຸ່ນລະຫວ່າງຄອບຄົວທີ່ໄດ້ມາທ່ອງທ່ຽວລາວໃຫ້ແຟນຄລັບ ແລະ ໝູ່ເພື່ອນຮ່ວມວົງການໄດ້ເຫັນ, ເຊິ່ງແຕ່ລະຮູບພາບກໍເຕັມໄປດ້ວຍຄວາມອົບອຸ່ນ ມີຄວາມໜ້າຮັກຂອງລູກສາວທັງສອງກໍຄື ນ້ອງ ສະໂນ ແລະ ນ້ອງ ສະຫວັນ ທີ່ໄດ້ມາສຳຜັດກັບທຳມະຊາດ ແລະ ວັດທະນະທຳທີ່ຫາໃສບໍ່ໄດ້ ສຳລັບການເດີນທາງຂອງຄອບຄົວ ມອສ ປະຕິພານ ໃນເທື່ອນີ້ ອ້າຍ ມອສ ເພິ່ນກໍໄດ້ພາລູກ ແລະ ເມຍຂອງເພິ່ນເຮັດບຸນໃສ່ບາດ ເລາະເຮັດບຸນຕາມສະຖານທີ່ສັກສິດໃນຫຼວງພະບາງ ແລະ ນອກຈາກນັ້ນຍັງມາຄອບຄົວໄປຫຼິ້ນຕາດ ກວາງຊີ ແລະ ຍັງໄປຂີ່ຊ້າງ ຢູ່ທີ່ ຕາດແສ້ ອີກດ້ວຍ ເບິ່ງແລ້ວເປັນຮູບພາບຄອບຄົວທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນຫຼາຍໆ. ຮູບພາບ: mospatiparn

Read More »

ເປີດເຜີຍຊີວິດຈິງຂອງແມ່ລ້ຽງດ່ຽວສຸດແນວ ນັກອອກແບບຕົບແຕ່ງພາຍໃນ Single Mom ສາຍ Art

“ສິ່ງທີ່ເຮັດໃຫ້ຂ້າມຜ່ານບັນຫາມາໄດ້ ກໍຄືຢ່າຄິດລົບ ຢ່າຄິດກັບໄປກັບມາ ເພາະການໃຊ້ທັດສະນະຄະຕິໃນແງ່ລົບຫຼາຍເກີນໄປ ຈະເຮັດໃຫ້ເຮົາເປັນທຸກ” ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ມາໆ… ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ຄົນດຽວທີ່ກຳລັງພົບເຈິບັນຫາຢູ່ ເຮົາຂໍສະເໜີເລື່ອງລາວຂອງ ນັກອອກແບບຕົບແຕ່ງພາຍໃນສາວ (Interior) ຫຼື Single Mom ສາຍ Art ຂອງເຮົາ ນາງຊື່ວ່າ ຕຸ່ງຕິ່ງ ແສງສະຖຽນ ແລະລູກຊາຍ ເຄເຄ ອາຍຸ 2 ປີ ທີ່ເລືອກຫັນຫຼັງໃຫ້ບັນຫາຄອບຄົວ ດ້ວຍການຢ່າຮ້າງ ເພາະນາງຄິດວ່າຊີວິດເຮົາຄູ່ຄວນຢູ່ກັບສິ່ງທີ່ດີໆ ແລະເຮັດໃຫ້ເຮົາສົດຊື່ນ ສະນັ້ນ ເມື່ອຄົນສອງຄົນຢູ່ນຳກັນແລ້ວບໍ່ເຂົ້າໃຈກັນ ທຳຮ້າຍຈິດໃຈກັນ ເຮົາກໍຄວນແຍກທາງກັນ ເພື່ອຄວາມສະບາຍໃຈ ແຕ່ກໍຍັງຮ່ວມກັນປະຕິບັດໜ້າທີ່ພໍ່ແມ່ທີ່ດີຂອງລູກ ເຮັດໃຫ້ລູກມີຄວາມສຸກໄດ້ ສະຕິຕ້ອງມາ ປັນຍາຈຶ່ງເກີດ  ແມ່ຍິງເຮົາເມື່ອພົບກັບມໍລະສຸມຊີວິດ ທີ່ຊັດເຂົ້າມາພ້ອມກັນທຸກທິດທາງ ໃນຈຸດນັ້ນ ແນ່ນອນວ່າຄວາມທໍ້ຖອຍ ທຸກໃຈ ໂສກເສົ້າ ມັນຕ້ອງມາເປັນ Package ຕຸ່ງຕິ່ງ ກໍເຊັ່ນກັນໃນສະຖານະການທີ່ບັນຫາເຂົ້າມາພ້ອມໆກັນ …

Read More »

ຮູ້ສຶກອືດ ຮູ້ສຶກຄ້ານແມ່ນບໍ່? (ແຊຣກັບໄວ້ເລີຍ) ວິທີປຸກໂຕເອງໃຫ້ລຸກມາອອກກຳລັງກາຍແບບໄດ້ຜົນແທ້!!!

ຮູ້ຫຼືບໍ່ວ່າການຕື່ນຂຶ້ນມາອອກກຳລັງກາຍໃນຍາມເຊົ້າມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະຊ່ວຍໃນເລື່ອງສຸຂະພາບທີ່ແຂງແຮງແລ້ວ ມັນຍັງຊ່ວຍໃຫ້ຈະເລີນອາຫານ, ດັ່ງນັ້ນຖ້າກຳລັງຫາວິທີໃຫ້ຕົນເອງລຸກຂື້ນມາອອກກຳລັງກາຍໃນຕອນເຊົ້າ ມື້ນີ້ທາງ Kuanjai Magazine ເຮົາຈຶ່ງຊອກເອົາເຄັດລັບດີໆມາຝາກທຸກຄົນດັ່ງຕໍ່ໄປນີ້: ຈັດກຽມເສື້ອຜ້າອອກກຳລັງກາຍໄວ້: ເພື່ອຕື່ນມາຈະບໍ່ໄດ້ເສີຍເວລາ ຢ່ານອນເດິກ: ເພາະຈະເຮັດໃຫ້ຮູ້ສຶກບໍ່ມີແຮງ ທາງທີ່ດີຄວນປັບປ່ຽນພຶດຕິກໍາການນອນ ພະຍາຍາມນອນໃຫ້ຄົບ 8 ຊົ່ວໂມງ ຕັ້ງເປົ້າໝາຍ: ເພື່ອເປັນການສ້າງແຮງຈູງໃຈໃຫ້ກັບໂຕເອງໃນການລຸກມາອອກກຳລັງກາຍແຕ່ເຊົ້າ ແນະນຳໃຫ້ຂຽນເປົ້າໝາຍໄວ້ເຊັ່ນ: ເພື່ອສຸຂະພາບທີ່ແຂງແຮງປາສະຈາກພະຍາດມາບຽດບຽນ ຫຼື ຫຼຸດຄວາມຕຸ້ຍ ຫຼື ເພື່ອຄວາມຝັນທີ່ຢາກມີຮູບຮ່າງທີ່ງາມ ໃສ່ເສື້ອຜ້າກໍດູດີ ຕັ້ງເປົ້າເລີຍແລ້ວເຮັດໃຫ້ໄດ້ ໂມງປຸກ: ແນະນຳໃຫ້ວາງໄວ້ໄກໆຈາກໂຕແດ່ ເພາະຈະບໍ່ສາມາດເອື້ອມມືໄປປິດໂມງປຸກໄດ້ ແຕ່ກໍຕ້ອງຢູ່ໃນໄລຍະທີ່ໄດ້ຍິນດີ ລ້າງໜ້າ: ຕອນເຊົ້າດ້ວຍນ້ຳເຢັນເພື່ອຄວາມສົດຊື່ນ ກາແຟ: ແນະນໍາໃຫ້ດື່ມກ່ອນອອກກໍາລັງເຄິ່ງຊົ່ວໂມງ ເພາະຈະຊ່ວຍເພີ່ມພະລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ ແລະ ກາເຟຍັງຊ່ວຍກະຕຸ້ນລະບົບເຜົາຜານໄດ້ດີອີກດ້ວຍ ເພງ: ການສ້າງບັນຍາກາດໃຫ້ກັບເຮົາເອງ ເປັນໂຕກະຕຸ້ນທີ່ເຮັດໃຫ້ອອກກຳລັງກາຍໄດ້ ດົນຂຶ້ນ ແລະ ບໍ່ຮູ້ສຶກເບື່ອໜ່າຍ ຄ່ອຍໆອອກກຳລັງກາຍແບບຄ່ອຍເປັນຄ່ອຍໄປ: ສໍາລັບຄົນໃດທີ່ບໍ່ເຄີຍຕື່ນມາອອກກໍາລັງກາຍໃນຍາມເຊົ້າ ແນະນຳໃຫ້ອອກກຳລັງກາຍແບບຄ່ອຍໆເທື່ອລະໜ້ອຍໄປກ່ອນ ຈາກນັ້ນ ເມື່ອຮ່າງກາຍເຮົາລື້ງເຄີຍແລ້ວຄ່ອຍໆເພີ່ມຂຶ້ນເລື້ອຍໆກໍໄດ້ເດີ້ ປັບໂປແກຼມການອອກກຳລັງກາຍທຸກ 2-3 ອາທິດ: …

Read More »

ເໜືອນາງງາມຍັງມີນາງຟ້າ ເລື່ອງລາວດີໆທີ່ເກີດຂຶ້ນຕ້ອນຮັບປີໃໝ່ 2018

ເປັນເລື່ອງລາວດີໆທີ່ເກີດຂຶ້ນແບບສົດໆຮ້ອນໆກັບ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ເຊິ່ງໃນວັນທີ 2 ມັງກອນ 2017 ສາວນຸ້ຍກໍໄດ້ເດີນທາງໄປສົ່ງພີ່ນ້ອງຢູ່ທີ່ສະໜາມບິນວັດໄຕ ແຕ່ດັນລືມໂທລະສັບໄວ້ທີ່ຫ້ອງນໍ້າ ທຳອິດ ນຸ້ຍ ຄິດວ່າໂທລະສັບຂອງຕົນຕ້ອງເສຍແລ້ວແນ່ນອນ ແຕ່ຍັງໂຊກດີທີ່ມີແມ່ບ້ານພາຍໃນສະນາມບິນເກັບຮັກສາໄວ້ໃຫ້ ແລະ ສົ່ງມອບຄືນໃຫ້ໂດຍບໍ່ຫວັງສິ່ງຕອບແທນ. “ມື້ນີ້ໂຊກດີປີໃໝ່ອີຫຼີ ນຸ້ຍມາສະໜາມບິນວັດໄຕກຳລັງຊິກັບໄດ້ໄປເຂົ້າຫ້ອງນໍ້າໃນຝາກເບື້ອງຂາອອກ ແລ້ວຍ່າງມາຈ່າຍເງິນຄ່າຝາກລົດຢູ່ຝາກເບື້ອງຂາເຂົ້າ ເລີຍຈົກກະເປົ່າເບິ່ງຄິດພໍ້ວ່າລືມໂທລະສັບກະແລ່ນນນນນນນ ດ້ວຍຄວາມໄວວາ ? ຄິດໃນໃຈບໍ່ເຫັນລະແຫຼະຄົນເຂົ້າອອກຕະຫຼອດ ?ເຂົ້າໄປໃນຫ້ອງນຳ້ບໍ່ເຫັນ ? ບໍ່ມີໃຜເລີຍ ແລ້ວຍ່າງອອກມາບອກໝູ່ໂທເຂົ້າເບິ່ງດຸ ພໍດີມີຜູ້ຍິງຄົນໜຶ່ງເປັນພະນັກງານຢູ່ສາຍການບິນລາວໄດ້ຍິນແລ້ວເວົ້າຂຶ້ນວ່າ “ຊອກໂທລະສັບຫວາ” “ໂດຍ”“ຢູ່ກັບແມ່ບ້ານເດີ້ລາວກວດເດີນຢູ່ນອກ” ໜ້າມີຄວາມຫວັງຂຶ້ນມາ ? ແລ່ນອອກໄປເຫັນເພິ່ນກວດເດີ່ນຢູ່ພໍດີເລີຍຍ່າງເຂົ້າໄປຖາມ “ສະບາຍດີເອື້ອຍເຫັນໂທລະສັບເຮົາຢູ່ຫ້ອງນຳ້ບໍ່”  “ໂອແມ່ນຂອງເຈົ້າຫວາ ຈົກອອກມາໃຫ້” “ໂດຍແມ່ນແລ້ວ” “ໂອຊອກຫາເຈົ້າຂອງຢູ່” ນຸ້ຍເລີຍເອົານໍ້າໃຈໃຫ້ລາວເລັກນ້ອຍເພື່ອເປັນການຕອບແທນຄຳຂອບໃຈ ແຕ່ລາວບໍ່ເອົາເຮັດແນວໃດກະບໍ່ຍອມເອົາ ແລ້ວບອກກັບນຸ້ຍວ່າ “ບໍ່ເປັນຫຍັງນີ້ເປັນໜ້າທີ່ເຮົາຢູ່ແລ້ວ” ໄດ້ຍິນຄຳນິຮູ້ສຶກປື້ມໃຈແລະຊາບຊຶ້ງໃນໂຕລາວຫຼາຍ ປື້ມໃຈທີ່ຄົນເຮົາມີນຳ້ໃຈຕໍ່ກັນ ປື້ມໃຈທີ່ເອື້ອຍລາວເຮັດວຽກແບບຊື່ສັດ ຂອບໃຈຫຼາຍໆ ?? ໂອ້ຍຍຍຍຍ ດີໃຈໂຊກດີປີໃໝ່ ? ປລ: …

Read More »