Breaking News

ຮູ້ສຶກອືດ ຮູ້ສຶກຄ້ານແມ່ນບໍ່? (ແຊຣກັບໄວ້ເລີຍ) ວິທີປຸກໂຕເອງໃຫ້ລຸກມາອອກກຳລັງກາຍແບບໄດ້ຜົນແທ້!!!

ແບ່ງປັນ

ຮູ້ຫຼືບໍ່ວ່າການຕື່ນຂຶ້ນມາອອກກຳລັງກາຍໃນຍາມເຊົ້າມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະຊ່ວຍໃນເລື່ອງສຸຂະພາບທີ່ແຂງແຮງແລ້ວ ມັນຍັງຊ່ວຍໃຫ້ຈະເລີນອາຫານ, ດັ່ງນັ້ນຖ້າກຳລັງຫາວິທີໃຫ້ຕົນເອງລຸກຂື້ນມາອອກກຳລັງກາຍໃນຕອນເຊົ້າ ມື້ນີ້ທາງ Kuanjai Magazine ເຮົາຈຶ່ງຊອກເອົາເຄັດລັບດີໆມາຝາກທຸກຄົນດັ່ງຕໍ່ໄປນີ້:

  • ຈັດກຽມເສື້ອຜ້າອອກກຳລັງກາຍໄວ້: ເພື່ອຕື່ນມາຈະບໍ່ໄດ້ເສີຍເວລາ
  • ຢ່ານອນເດິກ: ເພາະຈະເຮັດໃຫ້ຮູ້ສຶກບໍ່ມີແຮງ ທາງທີ່ດີຄວນປັບປ່ຽນພຶດຕິກໍາການນອນ ພະຍາຍາມນອນໃຫ້ຄົບ 8 ຊົ່ວໂມງ
  • ຕັ້ງເປົ້າໝາຍ: ເພື່ອເປັນການສ້າງແຮງຈູງໃຈໃຫ້ກັບໂຕເອງໃນການລຸກມາອອກກຳລັງກາຍແຕ່ເຊົ້າ ແນະນຳໃຫ້ຂຽນເປົ້າໝາຍໄວ້ເຊັ່ນ: ເພື່ອສຸຂະພາບທີ່ແຂງແຮງປາສະຈາກພະຍາດມາບຽດບຽນ ຫຼື ຫຼຸດຄວາມຕຸ້ຍ ຫຼື ເພື່ອຄວາມຝັນທີ່ຢາກມີຮູບຮ່າງທີ່ງາມ ໃສ່ເສື້ອຜ້າກໍດູດີ ຕັ້ງເປົ້າເລີຍແລ້ວເຮັດໃຫ້ໄດ້
  • ໂມງປຸກ: ແນະນຳໃຫ້ວາງໄວ້ໄກໆຈາກໂຕແດ່ ເພາະຈະບໍ່ສາມາດເອື້ອມມືໄປປິດໂມງປຸກໄດ້ ແຕ່ກໍຕ້ອງຢູ່ໃນໄລຍະທີ່ໄດ້ຍິນດີ
  • ລ້າງໜ້າ: ຕອນເຊົ້າດ້ວຍນ້ຳເຢັນເພື່ອຄວາມສົດຊື່ນ
  • ກາແຟ: ແນະນໍາໃຫ້ດື່ມກ່ອນອອກກໍາລັງເຄິ່ງຊົ່ວໂມງ ເພາະຈະຊ່ວຍເພີ່ມພະລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ ແລະ ກາເຟຍັງຊ່ວຍກະຕຸ້ນລະບົບເຜົາຜານໄດ້ດີອີກດ້ວຍ
  • ເພງ: ການສ້າງບັນຍາກາດໃຫ້ກັບເຮົາເອງ ເປັນໂຕກະຕຸ້ນທີ່ເຮັດໃຫ້ອອກກຳລັງກາຍໄດ້ ດົນຂຶ້ນ ແລະ ບໍ່ຮູ້ສຶກເບື່ອໜ່າຍ
  • ຄ່ອຍໆອອກກຳລັງກາຍແບບຄ່ອຍເປັນຄ່ອຍໄປ: ສໍາລັບຄົນໃດທີ່ບໍ່ເຄີຍຕື່ນມາອອກກໍາລັງກາຍໃນຍາມເຊົ້າ ແນະນຳໃຫ້ອອກກຳລັງກາຍແບບຄ່ອຍໆເທື່ອລະໜ້ອຍໄປກ່ອນ ຈາກນັ້ນ ເມື່ອຮ່າງກາຍເຮົາລື້ງເຄີຍແລ້ວຄ່ອຍໆເພີ່ມຂຶ້ນເລື້ອຍໆກໍໄດ້ເດີ້

  • ປັບໂປແກຼມການອອກກຳລັງກາຍທຸກ 2-3 ອາທິດ: ຖ້າແລ່ນແລ້ວຮູ້ສຶກເບື່ອ ທາງທີ່ດີຄວນປ່ຽນການອອກກຳລັງກາຍເຊັ່ນ: ຂີ່ລົດຖີບ, ລອຍນ້ຳ, ເຕັ້ນເຊືອກ ແລະ ອື່ນໆກໍບໍ່ວ່າກັນ ເພາະຈະເຮັດໃຫ້ເຮົາບໍ່ຮູ້ສຶກເບື່ອ ແລະ ອອກກຳລັງກາຍໄດ້ດົນຂຶ້ນ

  • ຊວນຄົນໃນຄອບຄົວ ຫຼື ໝູ່ມາອອກກຳລັງກາຍນຳ: ເພາະບາງຄົນຮູ້ສຶກວ່າການອອກພຽງຄົນດຽວຮູ້ສຶກເບື່ອໆ ດັ່ງນັ້ນຊວນໃຜກໍໄດ້ມາອອກເປັນໝູ່ເພື່ອທ່ານຈະໄດ້ມີໝູ່ລົມ ແລະ ເຮັດໃຫ້ອອກກຳລັງກາຍໄດ້ດົນຂຶ້ນ.

ຂໍ້ມູນຈາກ: eatthis.com

ແບ່ງປັນ