Breaking News

News

ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?

ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ”  ຂໍ້ມູນຈາກ: …

Read More »

ດວງປະຈຳວັນ ພຸດ, ວັນທີ 16 ພຶດສະພາ 2018

• ວັນອາທິດ ການເງິນ: ຈະຊອກເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ ແລະ ຈະຊື້ເຄື່ອງທີຢາກໄດ້ມາດົນເພື່ອມອບໃຫ້ເປັນລາງວັນຊີວິດຕົວເອງກໍເປັນໄດ້ ວຽກງານ: ຕ້ອງລະວັງເອກະສານສັນຍາທີ່ສົ່ງຜົນຕໍ່ຄວາມລ່າຊ້າ ແລະ ວຽກຕ່າງໆຍັງຄ້ອນຂ້າງຫຍຸ້ງຫຼາຍໃນໄລຍະນີ້ ແລະ ຍັງຕ້ອງໃຊ້ສາຍຕາຄ້ອນຂ້າງຫຼາຍນໍາອີກ ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວເລື່ອງຄວາມຮັກ ໄລຍະນີ້ມີໂອກາດພົບຄົນທີ່ຖືກໃຈ ເຂົາເປັນຄົນມີສະເໜ ມີຄວາມສາມາດ ມີຄວາມພຽບພ້ອມທຸກຢ່າງ • ວັນຈັນ ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາແບບບໍ່ຄາດຝັນ ໄດ້ເງິນເຂົ້າມາຈາກຄວາມຕັ້ງໃຈເຮັດວຽກ ແລະ ເມື່ອມີຄວາມກັງວົນໃຈແລ້ວຫຼັງຈາກນັ້ນຈະສາມາດຊອກເງິນເຂົ້າມາໄດ້ສະເໝີ ວຽກງານ: ການເຈລະຈາປະສານວຽກຈະປະສົບຜົນສໍາເລັດຂຶ້ນ ມີການປ່ຽນແປງພັດທະນາໄປໃນທິດທາງທີ່ດີຂຶ້ນ ແລະ ມີໂອກາດສ້າງຄວາມກ້າວໜ້າໃຫ້ກັບຕົນເອງໃນໄລຍະນີ້ ຄວາມຮັກ: ມີໂອກາດພົບຮັກ ພົບຄົນທີ່ຖືກໃຈ ຄົນທີ່ເຂົ້າມາໃນໄລຍະນີ້ອາຍຸຫຼາຍກວ່າ ເຂົາຈະນໍາໂຊກ ແລະ ຄວາມສຸກມາສູ່ເຈົ້າ • ວັນອັງຄານ ການເງິນ: ຊອກເຂົ້າມາໄດ້ກໍຕ້ອງຈ່າຍອອກໄປ ແຕ່ກໍ່ສາມາດຊອກເຂົ້າມາໄດ້ເພີ່ມຕຶ່ມທຸກຄັ້ງ ຫຼັງຈາກທີ່ໃຊ້ອອກໄປແລ້ວນັ້ນເອງ ວຽກງານ: ຮູ້ສຶກເບື່ອໆຢາກຈະປ່ຽນແປງໃນໄລຍະນີ້ ແຕ່ເມື່ອຕັ້ງໃຈທີ່ຈະເຮັດກໍ່ສໍາເລັດໄດ້່ນັ້ນເອງ ມີການເດີນທາງເລື່ອງວຽກຕະຫຼອດ ທັງໃນປະເທດ …

Read More »

ເລີ່ມແລ້ວ!  Laos Super Model 2018 ປີນີ້ຍິ່ງໃຫ່ຍອະລັງເວີ້!!!

ເບິ່ງກ້ອງ ໂພສທ່າ ຈິກຂາໄວໆ…ເລີ່ມແລ້ວເດີ້ໆໆໆ ສຳລັບໂຄງການ Laos Super Model 2018 ຜ່ານມາແບບສົດໆຮ້ອນໆໃນຊ່ວງທ້າຍອາທິດທີ່ຜ່ານມາ ກັບການຄັດເລືອກຜູ້ເຂົ້າແຂ່ງຂັນຈາກຫຼາຍຮ້ອຍຊີວິດໃຫ້ເຫຼືອພຽງ 60 ຄົນໃນວັນທີ 12 ພຶດສະພາ ແລະ ໃນວັນທີ 13 ພືດສະພາ ກໍ່ຄັດໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍ… ບອກເລີຍວ່ານ້ອງໆທີ່ເຂົ້າປະກວດໃນປີນີ້ແຕ່ລະຄົນເລີດໆ ມີຄວາມໝັ້ນໃຈ ອາລົມນາງແບບ-ນາຍແບບມາເຕັມສຸດໆ, ລອງມາເບິ່ງຮູບພາບບັນຍາກາດຂອງການຄັດເລືອກກັນເບິ່ງເດີ້ ບອກເລີຍໜ້າຕາດີ ສູງຍາວ ຄວາມສາມາດເດັ່ນ ກັນທັງນ້ານນນນນ!!! ຮູບພາບຈາກ: Laos Super Model

Read More »

ເຜັດໆໆໆ!  ຊິນດີ້ ສິຣິນຍາ ໂຕແມ່ວົງການນາງແບບປະເທດເພື່ອນບ້ານ ຮ່ວມເປັນໂຄສໃນ Lao Super Model 2018

ຄຶກຄັກ ຄຶກຄຶ້ນ ເປັນກະແສມາແຮງອີຫລີເດີ້ໆໆໆ ສຳລັບການປະກວດ Laos Super Model 2018 ທີ່ປີນີ້ເປັນປີພິເສດທີ່ມີ ຊິນດີ້ ສິຣິນຍາ ບິຊອຟ ນາງແບບ-ນັກສະແດງໂຕແມ່ອີກໜຶ່ງຄົນຂອງວົງການບັນເທີງປະເທດເພື່ອນບ້ານ ມາເປັນ ໂຄສ ພິເສດຮັບເຊີນ ຮ່ວມກັບ ໂຄສ ຈາກລາວເຮົາອີກ 3 ທ່ານນັ້ນກໍຄື ວິລຸນາ ເພັດມະນີ (ຕ໋ອດ ລິນ່າ), ໂຄສ ສຸລິສັກ ວົງດວງດີ (ໂຕ້) ແລະ ໂຄສ ພະຈັນຄຳ ວົງໄຊ (ປ້ອງ), ເຊິ່ງໃນວັນທີ 12 ແລະ 13 ພຶດສະພາ ທີ່ຜ່ານມາກໍ່ມີການເປີດຕົວໂຄງການ ແລະ ຄັດເລືອກກັນໄປແບບອະລັງການ… ສຳລັບ ຊິນດີ້ ສິຣິນຍາ ເປັນໂຕແມ່ແຖວໜ້າຂອງວົງການບັນເທີງ ມີຜົນງານມາແລ້ວຫຼາກຫຼາຍຢ່າງທັງເດີນແບບ ສະແດງລະຄອນ ພິທີກອນ, ແຈ້ງເກີດໃນວົງການບັງເທີງດ້ວຍການປະກວດນາງງາມ ໄດ້ຮັບຕຳແໜ່ງ Miss …

Read More »

ດວງປະຈຳວັນ ຈັນ, ວັນທີ 14 ພຶດສະພາ 2018

• ວັນອາທິດ ການເງິນ: ມີຄວາມສະບາຍໃຈຂຶ້ນທາງດ້ານການເງິນ ມີຄວາມໝັ້ນຄົງຂຶ້ນ ຫຼື ຈະໄດ້ຂອງຝາກ ເຄື່ອງທີ່ຖືກໃຈເຂົາມາແບບບໍ່ທັນຕັ້ງຕົວ ວຽກງານ: ການຕິດຕໍ່ເຈລະຈາ ແລະການໃຊ້ວາທະສິນເປັນເລື່ອງສໍາຄັນ ມີຄວາມພະຍາຍາມທີ່ຈະສ້່າງໂອກາດ ຫຼືຄວາມສໍາເລັດທີ່ດີສົ່ງຜົນດີ ແຕ່ກໍ່ຕ້ອງຝ່າຟັນອຸປະສັກອີກຫຼາຍຂັ້ນຕອນ ຄວາມຮັກ: ຄວາມສໍາພັນດ້ານຄວາມຮັກຢູ່ໃນສະຖານະການທີ່ດີ ຫຼືຖືກພັດທະນາໄປໃນທາງທີ່ເລິກເຊິ່ງຫຼາຍຂຶ້ນ • ວັນຈັນ ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ຫຼືຕ້ອງລົງທຶນກ່ຽວກັບທຸລະກິດ ແຕ່ກໍ່ສາມາດຊອກເຂົ້າມາໄດ້ທົດແທນ ແລະ ເປັນຈໍານວນຫຼາຍກວ່າເກົ່າ ວຽກງານ: ມີຄວາມເປັນອິດສະຫຼະຫຼາຍຂຶ້ນ ການຕິດຕໍ່ເຈລະຈາເປັນເລື່ອງເປັນສິ່ງສຳຄັນໃນໄລຍະນີ້ ມີຄວາມກ້າວໜ້າທາງດ້ານທຸລະກິດວຽກງານຢ່າງໝັ້ນຄົງ ຄວາມຮັກ: ຈະພົບໃຜທີ່ເຂົ້າມາໃນໄລຍະນີ້ ເປັນຄົນຜິວຂາວ ແຕ່ຍັງບໍ່ຄ່ອຍມີເວລາໃຫ້ເລື່ອງຄວາມຮັກ ເພາະຍັງໃຫ້ຄວາມສໍາຄັນດ້ານທຸລະກິດຫຼາຍກວ່າ • ວັນອັງຄານ ການເງິນ: ຊອກເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນຢ່າງເປັນໂຊກດີໃນໄລຍະນີ້ ມີຄວາມກັງວົນໃຈຢູ່ແນ່ ແຕ່ກໍ່ຈະພົບເລື່ອງທີ່ເຮັດໃຫ້ດີໃຈເລື່ອງການເງິນເຂົ້າມາຢູ່ ວຽກງານ: ເຮັດວຽກສິ່ງໃດໃນໄລຍະນີ້ເກີດຄວາມເລັ່ງດ່ວນ ແຕ່ກໍ່ຕ້ອງບໍ່ລືມຄວາມຮອບຄອບນໍາ ແຕ່ກໍ່ຈະມີບໍລິວານຊ່ວຍເຫຼືອໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ: ເບິ່ງຄືຈະດີແຕ່ກໍ່ຍັງບໍ່ແມ່ນ ໃຫ້ລະວັງເລື່ອງຂັດແຍ່ງກັບຄົນຮັກໃນໄລຍະນີ້ ໃຫ້ໃຊ້ເຫດຜົນຄົບກັນເພື່ອປະຄັບປະຄອງຄວາມສໍາພັນກັນໄວ້ • …

Read More »