Breaking News

News

ດວງປະຈຳວັນ ສຸກ, ວັນທີ 11 ພຶດສະພາ 2018

• ວັນອາທິດ ການເງິນ: ຍັງຢູ່ໃນເກນທີ່ຊົງຕົວ ແລະ ຕ້ອງພ້ອມລະມັດລະວັງໃນການໃຊ້ຈ່າຍ ວາງແຜນການໃຊ້ເງິນໃຫ້ດີຈະເຮັດໃຫ້ສາມາດເກັບເງິນໄດ້ ວຽກງານ: ລະມັດລະວັງຢ່າງເລັ່ງດ່ວນຫຼາຍເກີນໄປ ຈົນເຮັດໃຫ້ເກີດຄວາມຜິດພາດ ແລະ ເມື່ອຕ້ອງແກ້ໄຂຍິ່ງຈະໃຊ້ເວລາຫຼາຍກວ່າເກົ່າ ຄວາມຮັກ: ສາມາດພັດທະນາຄວາມສໍາພັນໃຫ້ຢູ່ເກນທີ່ດີກວ່າເກົ່າໃນໄລຍະນີ້ ຫຼື ຜູ້ທີ່ແຕ່ງງານແລ້ວຈະມີຂ່າວດໃນເລື່ອງການມີລູກ • ວັນຈັນ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໄລຍະນີ້ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ຈະແຈ້ງ ວຽກງານ: ເລັ່ງດ່ວນໃນເລື່ອງຂອງວຽກ ແຕ່ກໍຈະເກີດຄວາມສໍາເລັດທີ່ດີດ້ວຍຄວາມດຸໝັ່ນ ແລະ ຄວາມສາມາດໃນການເຮັດທຸລະກິດວຽກງານໃຫ້ມີຄວາມກ້າວໜ້າ ມີຫຸ້ນສ່ວນທີ່ດີຄອຍສົ່ງເສີມກັນ ຄວາມຮັກ: ໄລຍະນີ້ມີຄວາມຫວັງໃນການທີ່ຈະພັດທະນາຄວາມສໍາພັນດ້ານຄວາມຮັກ ເປັນການໃຊ້ເວລາເພື່ອພິສູດ ແລະເບິ່ງໃຈກັນໄປນັ້ນເອງ • ວັນອັງຄານ ການເງິນ: ໄລຍະນີ້ຊອກເຂົ້າມາໄດ້ຢ່າງຕໍ່່ເນື່ອງ ແລະ ອາດຈະມີຜູ້ໃຫຍ່ໃຫ້ການອຸປະຖໍາທາງດ້ານການເງິນກໍເປັນໄປໄດ້ ວຽກງານ: ເມື່ອຍໃນເລື່ອງຂອງວຽກໃນໄລຍະນີ້ ແຕ່ກໍ່ຄຸ້ມຄ່າໃນຄວາມພະຍາຍາມ ການລົງນາມເອກະສານສັນຍາຕ່າງໆໃນໄລຍະນີ້ ຄວນກວດກາໃຫ້ດີກ່ອນ ຄວາມຮັກ: ຄົນທີ່ມີຄົນຮັກແລ້ວພາບລວມຍັງຄົງຢູ່ໃນສະຖານະການທີ່ດີ ສ່ວນຜູ້ທີ່ຍັງບໍ່ມີໃຜມີໂອກາດພົບຄົນເກັ່ງ ມີຄວາມສາມາດ ມີສະເໜ່ • ວັນພຸດ ການເງິນ: ສະຖານະການດ້ານການເງິນຍັງຄົງຕົວ …

Read More »

(ບໍ່ຫຍຸ້ງຍາກອີກແລ້ວ) ແຈ້ງການ! ຍົກເລີກຂຽນແບບຟອມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ

ແຈ້ງການຍົກເລີກ ຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ ທີ່ອາໃສຢູ່ໃນ ສປປ ລາວ (ດ່ານສາກົນສະໜາມບິນ 4 ແຫ່ງ)  ນັກເດີນທາງມີເຮ…ຕໍ່ຈາກນີ້ຈະບໍ່ມີຄວາມຫຍຸ້ງຍາກ ຈະເດີນທາງໄປໃສມາໃສກໍຈະສະດວກສະບາຍຂຶ້ນແລ້ວເດີ້ ເພາະບໍ່ໄດ້ຂຽນຟອມເຂົ້າ-ອອກເມືອງໃຫ້ຫຍຸ້ງຍາກຄືເກົ່າແລ້ວ. ທາງກົມໃຫຍ່ສັນນິບານ ກະຊວງປ້ອງກັນສະຫງົບ ໄດ້ອອກແຈ້ງການໃນວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໄດ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສ ຢູ່ ສປປ ລາວ. ຢູ່ສະເພາະ 4 ດ່ານຂອງສະໜາມບິນ ຄື: ສະໜາມສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ສ່ວນດ່ານສາກົນອື່ນໆແມ່ນຕ້ອງໄດ້ຂຽນແບບຟອມຄືເກົ່າ. ສຳລັບ, ຄົນຕ່າງປະເທດ ແລະ ບໍ່ມີສັນຊາດ ແມ່ນຍັງໄດ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການຄືເກົ່າ, ຈົນກວ່າຈະມີແຈ້ງການເພີ່ມຕື່ມ.

Read More »

ເປັນກຳລັງໃຈໃຫ້ນາງງາມຈາກລາວແດ່!!! ສາວລາວເດີນທາງປະກວດ Miss Tourism Queen International 2018

(ລາວສູ້ໆ…ເຊຍລາວສູ້ໆໆໆ) ເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ກັນແດ່ພີ່ນ້ອງຊາວລາວ, ຫຼ້າສຸດສາວຄົນນີ້ກໍ່ເດີນທາງເປັນສາວງາມຈາກປະເທດລາວເຮົາເພື່ອປະກວດໃນເວທີ “Miss Tourism Queen International 2018” ເຊິ່ງໄດ້ຈັດຂຶ້ນຢູ່ທີ່ປະເທດໄທ ແລະ ມີສາວງາມຈາກທົ່ວທຸກມຸມໂລກໄປຮ່ວມແຂ່ງຂັນເຖິງ 67 ປະເທດ (ໂອ້!! ວ້າວວວ), ແຕ່ງານນີ້ຮັບຮອງເລີຍວ່າ ສາວ ເມ ຂອງເຮົາກໍ່ມີຄວາມພ້ອມແບບລ້ານເປີເຊັນ ເພາະສາວຄົນນີ້ກໍ່ບໍ່ແມ່ນໜ້າໃໝ່ໃນການປະກວດໃນເວທີນາງງາມ ມີປະສົບການມາແລ້ວຫຼາຍຕໍ່ຫຼາຍເວທີ…ເຊື່ອວ່າຕ້ອງມີຄວາມໝັ້ນໃຈ ແລະ ເຮັດອອກມາໄດ້ດີແນ່ນອນ. ສຳລັບການປະກວດ  “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh

Read More »

ດວງປະຈຳວັນ ພະຫັດ, ວັນທີ 10 ພຶດສະພາ 2018

• ວັນອາທິດ ການເງິນ: ຍັງຢູ່ໃນສະພາວະຊົງຕົວ ແຕ່ກໍ່ຍັງບໍ່ສາມາດໃຊ້ເງິນເປືອງໄດ້ຄືແຕ່ກ່ອນໄດ້ນັ້ນເອງ ວຽກງານ: ວຽກຄ້ອນຂ້າງຫຍຸ້ງ ແລະ ເລັ່ງດ່ວນຫຼາຍ ແລະ ໃນໄລຍະນີ້ຈະພົບອຸປະສັກຕ່າງໆ ໃນເລື່ອງຂອງວຽກ ເປັນເລື່ອງຂອງເອກະສານສັນຍາ ການເຈລະຈາສົ່ງຜົນເຮັດໃຫ້ເກີດຄວາມຊັກຊ້າ ຄວາມຮັກ: ຈະພົບຄົນເກັ່ງ ໃຈຮ້ອນ ມີຄວາມສາມາດ ມີລັກສະນະເປັນຜູ້ນໍາ ຈະພົບຄົນທີ່ຖືກໃຈໃນໄລຍະນີ້ກໍ່ເປັນໄດ້ • ວັນຈັນ ການເງິນ: ມີຄວາມກັງວົນໃຈໃນການໃຊ້ຈ່າຍ ແລະ ການໃຊ້ເງິນ ໃນໄລຍະນີ້ຕ້ອງວາງແຜນການໃຊ້ຈ່າຍໃຫ້ຮອບຄອບ ແລະ ຮັດກຸມ ວຽກງານ: ມີຄວາມກັງວົນໃຈໃນເລື່ອງຂອງວຽກ ແລະ ເມື່ອຍເພາະພາລະຄ້ອນຂ້າງຫຼາຍໃນໄລຍະນີ້ ຈຶ່ງສົ່ງຜົນເຮັດໃຫ້ວຽກເກີດຄວາມລ່າຊ້າ ຄວາມຮັກ: ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ແຕ່ຖ້າຫາກໄດ້ພົບໃຜເຂົ້າມາໃນໄລຍະນີ້ຈະເປັນຄົນອາຍຸຫຼາຍກວ່າ • ວັນອັງຄານ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກ ໃນໄລຍະນີ້ດວງຊະຕາດ້ານການເງິນຈະຄ່ອຍໆດີຂຶ້ນເລື້ອຍໆ ວຽກງານ: ມີເປົ້າໝາຍໃນການເຮັດວຽກທີ່ຈະນໍາພາຕົນເອງໄປສູ່ຄວາມສໍາເລັດໄດ້ສະເໝີ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕໍາແໜ່ງ ແລະ ຖືກເວົ້າເຖິງໃນທາງທີ່ດີ ຄວາມຮັກ: ຍັງບໍ່ມີເຫດການໃດໆປ່ຽນແປງປານໃດ ສະຖານະການຍັງຢຸດນິ່ງ …

Read More »

(ຈາກເຄີຍຄິດວ່າຕົວເອງຂີ້ລ້າຍ ຈຶ່ງບໍ່ກ້າຝັນສູງ)  ສູ່ການກ້າວໄປເປັນ ສາວລາວຄົນທຳອິດທີ່ໄດ້ເປັນ Air-Hostess ໃນສາຍການບິນລະດັບໂລກ

“ບໍ່ກ້າບອກໃຜ ວ່າຂ້ອຍຢາກເປັນ ນາງຟ້າ ຄິດວ່າຕົນເອງຂີ້ລ້າຍ ການມີຝັນແບບນັ້ນ ເປັນສິ່ງທີ່ສູງເກີນເອື້ອມ”  ມາອີກແລ້ວກັບບົດຄວາມດີໆ…ສ້າງປະໂຫຍດ ແລະ ທີ່ສຳຄັນແມ່ນຈະເປັນບົດຄວາມທີ່ສ້າງແຮງບັນດານໃຈໃຫ້ໝູ່ເພື່ອນທຸກຄົນ ໃນມື້ນີ້ເຮົາຈະມາສຳພາດເປີດໃຈອີກໜຶ່ງສາວລາວຄົນເກັ່ງ ມີດີກຼີເປັນເຖິງ ສາວລາວຄົນທຳອິດ ທີ່ກ້າວໄປເປັນນາງຟ້າໃນສາຍການບິນລະດັບໂລກ, ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບຈາກປະສົບການຕົວຈິງຂອງນາງຟ້າອິນເຕີ ສາວປຸ ສຸມາໄລ ໂພທິສານ ອາຍຸ: 30 ປີ ຈາກສາຍການບິນກາຕ້າ (Qutar Airways) ທີ່ອ່ານແລ້ວ ສາວໆທີ່ມີຝັນຈະຮູ້ສຶກມີພະລັງ ແລະ ກະຕືລືລົ້ນຫຼາຍກວ່າເກົ່າ… ຄວາມໃຝ່ຝັນ ເກີດຈາກຄວາມປະທັບໃຈທຳອິດ ຈຸດເລີ່ມຕົ້ນຂອງຄວາມໃຝ່ຝັນຢາກເປັນ “ນາງຟ້າ” ສາຍການບິນ ຂອງສາວປຸ …

Read More »