Breaking News

News

ຈະເກີດຫຍັງຂຶ້ນ? ເມື່ອ ໂນດ ອຸດົມ ເຈິກັບເດັກນ້ອຍລາວ! (ງານນີ້ກຽມຮາ…555) ມີຄລິບ

ມາເບິ່ງ! ຈະເກີດຫຍັງຂຶ້ນເມື່ອ ໂນດ ອຸດົມ ນັກດ່ຽວໄມໂຄໂຟນຊື່ດັງຈາກເພື່ອນບ້ານ ໄດ້ແວະມາຢ້ຽມຢາມນ້ອງໆເດັກນ້ອຍລາວ ເຖິງໂຮງຮຽນ, (ຂໍບອກງານນີ້ກຽມຮາ…555) เกาะดมชมลาวยาวๆ ไป Ep.2 อุดมแวะเยี่ยมเยียนและดูงานระบบการศึกษาของโรงเรียนต่างแดน เตรียมความพร้อมสู่การเป็นรัฐมนตรีกระทรวงศึกษาฯ โพสต์โดย เดี่ยว เมื่อ 3 พฤษภาคม 2018   ສຳລັບ ໂນດ ອຸດົມ ເຊື່ອວ່າແຟນໆຊາວລາວກໍ່ຄົງຈະຄຸ້ນໜ້າ ຄຸ້ນຕາກັນດີ ເພາະເອີ້ນໄດ້ວ່າ ອ້າຍເພິ່ນກໍ່ເປັນອີກໜຶ່ງບຸກຄົນທີ່ມີຊື່ສຽງ ແລະ ໂດ່ງດັງມາຈາກ “ດ່ຽວ” ໄມໂຄໂຟນນັ້ນເອງ. ຄລິບຈາກ: เดี่ยว

Read More »

ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ຮ່ວມເສີດສາຍພົມແດງໃນງານ Cannes film festival 2018

ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ເອຮາເກັດ ດາລາ-ນັກສະແດງແຖວໜ້າປະເທດເພື່ອນບ້ານ ຮ່ວມເສີດສາຍພົມແດງໃນງານ “Cannes film festival 2018” ທີ່ປະເທດ ຝຣັ່ງ, ແລະ ໃນປີນີ້ ຊົມພູ່ ອາຣາຍາ ເຈົ້າແມ່ແຟຊັ່ນກໍ່ຈັດເຕັມໃນມື້ເດີນພົມແດງມື້ທຳອິດ (DAY 1) ມາໃນຊຸດສີແດງແຮງລິດສຸດເລີດ ພ້ອມດ້ວຍເຄື່ອງປະດັບສຸດຫຼູຫຼາ… ເຊິ່ງປີນີ້ກໍ່ເດີນທາງມາຮອດປີທີ 6 ແລ້ວ ທີ່ດາລາສາວໄດ້ໄປຮ່ວມໃນງານດັ່ງກ່າວ, ສຳລັບລຸກໃນມື້ຕໍ່ໆໄປຈະເປັນແນວໃດ ລໍຖ້າຕິດຕາມກັນເບິ່ງເດີ້ແຟນໆ!!!   ຮູບພາບຈາກ: ig/nuttjibii

Read More »

ເລີດອະລັງການສຸດໆ! ກັບແຟຊັ່ນຂອງ Rihanna ໃນງານ Met Gala 2018

ຂຶ້ນຊື່ວ່າເປັນໂຕ Top ຂອງວົງການບັນເທິງ Hollywood ມີຫວ໋າຈະເຮັດໃຫ້ແຟນໆຜິດຫວັງ ບອກເລີຍວ່າງານນີ້ Rihanna ເອີ້ນສຽງຮືຮາ ຄວາມສົນໃຈຈາກເຫຼົ່າຊ່າງພາບ ແລະ ຄົນໃນງານ Met Gala 2018 ໄປແບບສະບາຍໆ ເພາະນາງປະກົດກາຍໃນລຸກທີ່ແບບວ່າ ອະລັງການສົມກັບເປັນຕົວແມ່ອີ່ຫລີ… ເຊິ່ງໃນງານ Met Gala 2018 ມາໃນຕຣີມ (Fashion and the Catholic Imagination), ບອກເລີຍງານນີ້ຕ້ອງຂໍຍອມໃນແຟຊັ່ນຄອສຕູມຂອງ  Rihanna ແທ້ໆ, ລອງມາເບິ່ງກັນເບິ່ງເດີ້…ເລີດອະລັງການສຸດໆ! ຂໍຂອບໃຈຮູບພາບຈາກ: IG/Badgalriri

Read More »

ດວງປະຈໍາວັນ ພຸດ, ວັນທີ 9 ພຶດສະພາ 2018

ວັນອາທິດ. ການເງິນ: ດີຂຶ້ນເລື້ອຍໆ ຈະໄດ້ເງິນກ້ອນໃຫຍ່ ແລະ ໄດ້ໂຊກແບບບໍ່ທັນຕັ້ງຕົວ ວຽກງານ: ຈະໄດ້ຂ່າວດີເລື່ອງວຽກ ຫຼື ເຈົ້ານາຍມອບວຽກໃຫ້ທ່ານໄດ້ສະແດງສີມືຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ຈະມີຄົນແນະນໍາໃຫ້ຮູ້ຈັກກັບຄົນທີ່ໜ້າສົນໃຈ ແຕ່ຈະກາຍເປັນຮັກສາມເສົ້າ ສ່ວນຄົນມີຄູ່ ພໍມີຄົນອື່ນເຂົ້າມາລົມດີນໍາທ່ານກໍລືມແຟນຈົນເຖິງຂັ້ນຢາກເລີກກັບແຟນ • ວັນຈັນ. ການເງິນ: ການເງິນດີຂຶ້ນເລື້ອຍໆ ເພາະມີລາຍໄດ້ພິເສດເຂົ້າມາ ວຽກງານ: ລະວັງໝູ່ຮ່ວມວຽກ ຈະນໍາເລື່ອງເດືອດຮ້ອນໃຈມາໃຫ້ ຄວາມຮັກ: ຄົນໂສດ ຄວາມຮັກຍັງບໍ່ຄ່ອຍໂດດເດັ່ນ ມີແຕ່ຄົນຕົວະໃຊ້ ສ່ວນຄົນມີຄູ່ ແຟນມັກໃຊ້ຄໍາຫວານຕົວະໃຫ້ທ່ານຕາຍໃຈ ແລະ ຍັງໄປວ່ານສະເໜ່ ວັນອັງຄານ. ການເງິນ: ບໍ່ຄ່ອຍດີ ມີແຕ່ຄົນເອົາປຽບດ້ານການເງິນ ວຽກງານ: ມີເກນໄດ້ຂ່າວດີເລື່ອງວຽກ ມີໂອກາດເລື່ອນຂັ້ນເລື່ອນຕໍາແໜ່ງ ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນຕ່າງໄວ ແຕ່ກໍເຂົ້າໃຈກັນໄດ້ດີ ສ່ວນຄົນີຄູ່ ນ້ອຍໃຈ ເພາະແຟນບໍ່ຄ່ອຍມີເວລາໃຫ້ ແຕ່ຍັງດີທີ່ສາມາດປັບຄວາມເຂົ້າໃຈກັນໄດ້ • ວັນພຸດ. ການເງິນ: …

Read More »

ດວງປະຈຳວັນ ອັງຄານ ວັນທີ 8 ພຶດສະພາ 2018

ວັນອາທິດ ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງສັບສົນ ແລະ ຄິດແກ້ໄຂບັນຫາຕໍ່ໄປ, ດ້ານການເງິນມີເລື່ອງໃໝ່ໆ ແລະ ລາຍຮັບໃໝ່ໆເຂົ້າມາໃຫ້ໄດ້ລຸ້ນຢູ່ສະເໝີ, ດ້ານຄວາມຮັກຈະຊອກຄົນໄດ້ດັ່ງໃຈແມ່ນຍັງບໍ່ມີໃນຊ່ວງນີ້. ວັນຈັນ ດ້ານວຽກງານອາດມີທໍ້ແທ້ໃຈແລະມີບັນຫາກັບເພື່ອນຮ່ວມງານເລັກໜ້ອຍ, ດ້ານການເງິນມີລາຍຈ່າຍແລະລາຍຮັບທີ່ຍັງບໍ່ສົມດຸນກັນ ຄວນຫາລາຍໄດ້ເພີ່ມ, ດ້ານຄວາມຮັກຈະເຈິຄົນທີ່ຖືກໃຈ ເພາະມີໝູ່ແນະນຳຄົນດີໆໃຫ້. ວັນອັງຄານ ດ້ານວຽກງານໃນມື້ນີ້ມີຄວາມສັບສົນ ແລະ ຄິດໜັກ ທັງໆທີ່ຍັງບໍ່ເກີດເລື່ອງ ແຕ່ຄິດໜັກໄວ້ກ່ອນແລ້ວ, ດ້ານການເງິນຍັງມີລາຍຈ່າຍເຂົ້າມາຫຼາຍ ເຮັດໃຫ້ເຈັບຫົວ, ດ້ານຄວາມຮັກມີຄວາມຄິດຫຼາຍ ເອົາແຕ່ໃຈຕົນ. ວັນພຸດ ດ້ານວຽກງານບໍ່ແນ່ໃຈໃນບາງເລື່ອງຈົນເຮັດໃຫ້ເກີດຄວາມສັບສົນໃນການແກ້ບັນຫາສະເພາະໜ້າ, ດ້ານການເງິນຍັງຄົງເປັນຕົວຫຼັກຂອງບ້ານທີ່ຕ້ອງຫາລາຍໄດ້ເຂົ້າບ້ານຢ່າງໜັກໜ່ວງ, ດ້ານຄວາມຮັກພີ່ນ້ອງທັງສອງຝ່າຍບໍ່ຄ່ອຍຈະພໍໃຈທີ່ເຫັນພວກເຈົ້າຮັກກັນ. ວັນພະຫັດ ດ້ານວຽກງານໃນມື້ນີ້ຈະມີການດຳເນີນວຽກໄປໄດ້ຢ່າງສະດວກສະບາຍ, ດ້ານການເງິນມີລາຍຈ່າຍ ແລະ ລາຍຮັບທີ່ໜ້າພໍໃຈ, ດ້ານຄວາມຮັກຫວານຊື່ນຈົນຄົນອ້ອມຂ້າງອິດສາ. ວັນສຸກ ດ້ານວຽກງານໃນມື້ນີ້ຄວາມເປັນຈິງບາງຢ່າງກຳລັງຖືກປ່ຽນແປງໄປ ຈະພົບເຈິເລື່ອງທີ່ເຮັດໃຫ້ພັດທະນາຕົວເອງໄດ້ເພີ່ມຂຶ້ນ, ດ້ານການເງິນຍັງພໍມີໂຊກເລັກໆໜ້ອຍໆ ແຕ່ບໍ່ຄວນສ່ຽງໂຊກຢ່າງໜັກເພາະຈະເຮັດໃຫ້ໝົດຕົວໄດ້, ດ້ານຄວາມຮັກຊ່ວງນີ້ຮູ້ສຶກເຫງົາ ບາງເທື່ອຄິດນ້ອຍໃຈ ແລະ ຢາກເຈິຄວາມຮັກທີ່ດີ. ວັນເສົາ ດ້ານວຽກງານໃນມື້ນີ້ເກີດເລື່ອງຂຶ້ນເລັກໜ້ອຍ ແຕ່ບໍ່ມີບັນຫາຫຍັງຮ້າຍແຮງ, ດ້ານການເງິນເກັບເງິນຢູ່ຊ່ວງນີ້ ເພາະເຮັດວຽກຫຼາຍຈົນບໍ່ມີເວລາໃຊ້ຈ່າຍ, ດ້ານຄວາມຮັກມີເຂົ້າມາໃຫ້ໄດ້ເວົ້າໄດ້ລົມ ແຕ່ຍັງບໍ່ແມ່ນ.

Read More »