ວັນອາທິດ ດ້ານວຽກງານໃນມື້ນີ້ຕ້ອງມີສະຕິ ແລະ ຕັດສິນໃຈຢ່າງຮອບຄອບ, ດ້ານການເງິນມີລາຍຈ່າຍຫຼາຍ ຈົນບາງເທື່ອກໍ່ທໍ້ແທ້ໃຈ ເພາະມີລາຍຮັບທີ່ບໍ່ພໍໃຊ້, ດ້ານຄວາມຮັກຊ່ວງນີ້ກໍ່ຍັງຕ້ອງລໍຖ້າຄົນທີ່ແມ່ນຕໍ່ໄປ. ວັນຈັນ ດ້ານວຽກງານໃນມື້ນີ້ບໍ່ຄວນຕັ້ງຄວາມຫວັງຫຼາຍຈົນເກີນໄປ ເພາະອາດຈະມີບາງສິ່ງທີ່ເຮັດໃຫ້ເກີດຜິດພາດ, ດ້ານການເງິນຍັງຢູ່ໃນເກນປົກກະຕິ ຈະໄດ້ເລີ່ມຕົ້ນເຮັດທຸລະກິດໃໝ່ໆ, ດ້ານຄວາມຮັກຍັງຄິດຫຼາຍ ແລະ ຄິດໄປເອງຝ່າຍດຽວ. ວັນອັງຄານ ດ້ານວຽກງານໃນມື້ນີ້ຍັງບໍ່ສົມຫວັງໃນເລື່ອງທີ່ຕັ້ງໃຈ ຈົ່ງລໍຖ້າຕໍ່ໄປ, ດ້ານການເງິນມີເລື່ອງທີ່ດີ ຈະມີຂ່າວດີເລື່ອງການເງິນໃນໄວໆນີ້, ດ້ານຄວາມຮັກຢ່າຟ້າວຝັ່ງ ໃຫ້ລໍຖ້າ ດຽວຈະເຈິຄົນທີ່ພໍໃຈໄວໆນີ້. ວັນພຸດ ດ້ານວຽກງານໃນມື້ນີ້ຄວນມີສະຕິ ຢ່າຫູເບົາ, ດ້ານການເງິນມີລາຍຈ່າຍທີ່ເຂົ້າມາເລື້ອຍໆ ບໍ່ສົມດຸນກັບລາຍຮັບເທົ່າທີ່ຄວນ, ດ້ານຄວາມຮັກເຂົ້າໃຈກັັນດີ ມີເກນຈະໄດ້ໄປທ່ອງທ່ຽວຮ່ວມກັນ. ວັນພະຫັດ ດ້ານວຽກງານໃນມື້ນີ້ຕ້ອງທຳໃຈ ເພາະຈະມີເລື່ອງບັນຫາຈຸກຈິກເຂົ້າມາໃຫ້ແກ້ໄຂ ແຕ່ກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຈະມີການປ່ຽນແປງເກີດຂຶ້ນໄດ້ຕະຫຼອດເວລາ ແລ້ວແຕ່ບຸນວາດສະໜາທີ່ເຮັດມາ, ດ້ານຄວາມຮັກຈະມີບັນຫາກັນເລັກໜ້ອຍ ແຕ່ກໍ່ຖືເປັນເລື່ອງປົກກະຕິ ແລະ ຍັງຮັກກັນດີ. ວັນສຸກ ດ້ານວຽກງານໃນມື້ນີ້ຈະມີເກນຈະເລີນກ້າວໜ້າ ສົມຫວັງທຸກປະການ, ດ້ານການເງິນກໍ່ມີໃຊ້ມີຈ່າຍລົ້ນມື ແລະ ຍັງຈະມີລາຍຮັບເຂົ້າມາເລື້ອຍໆ ເອີ້ນໄດ້ວ່າ ນໍ້າຂຶ້ນໃຫ້ຮີບຕັກ, ດ້ານຄວາມຮັກຈະຫຼົງກົນຄົນທີ່ມີເຈົ້າຂອງ ເຂົາເຂົ້າມາເຮັດດີນຳກໍ່ເຜີໃຈໄປແລ້ວ …
Read More »News
ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ສາວແອກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນ!!!
“ອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນຢາກເປັນ ແລະ ຍັງຕັ້ງສາຍາໃຫ້ວ່າເປັນນາງຟ້າໃນເຄື່ອງບິນນັ້ນ ຄືເຮົາຮູ້ຫັ້ນແຫຼະເນາະວ່າ ກ່ອນທີ່ໃຜຈະເຂົ້າໄປຢູ່ຈຸດນັ້ນໄດ້ມັນບໍ່ແມ່ນເລື່ອງງ່າຍໆ” ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess)ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮອດສາວແອ (Air hostess) ຄົນທີ 2 ແລ້ວ ນາງຊື່ວ່າ ຈາລິຍາ ນາເໝືອງຮັກ (ປ໋ອກ) ອາຍຸ 26 ປີ ຈົບການສຶກສາ ຈາກສະຖາບັນການທະນາຄານ ສາຂາ ການເງິນ-ການບັນຊີ ແລະ ພາສາອັງກິດ ລະດັບປະລິນຍາຕີ ນອກຈາກນາງມີຮູບຮ່າງໜ້າຕາທີ່ງົດງາມແລ້ວ ນາງຍັງມີນໍ້າສຽງດີ ມີນໍ້າສຽງທີ່ມ່ວນຫູອີກ ຈົນນາງໄດ້ເປັນນັກຮ້ອງປະຈໍາສາຍການບິນ …
Read More »ວາລະສານ ຂວັນໃຈ ມອບເງິນຊ່ວຍເຫຼືອສັງຄົມ 74 ລ້ານກວ່າກີບ ໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ
ໃນຕອນບ່າຍມື້ນີ້ ວັນທີ 3 ພຶດສະພາ 2018, ຢູ່ທີ່ ສູນກາງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ຍອດເງິນບໍລິຈາກ ທັງໝົດ 74.382.000 ກີບ ຈາກໂຄງການ ປັ່ນລົດຖີບເພື່ອການກຸສົນ BIKE FOR HER 2018 ທີ່ຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສວນເຈົ້າອານຸວົງ, ຈັດຂຶ້ນໂດຍ ວາລະສານ ຂວັນໃຈ ຮ່ວມກັບ ສະຫະພັນລົດຖີບນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ. ໂດຍການກ່າວມອບຂອງທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານຂວັນໃຈ ແລະ ທ່ານ ນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານ ຂວັນໃຈ ພ້ອມດ້ວຍທີມງາມຮັບຜິດຊອບຈັດງານ ແລະ ໃຫ້ກຽດກ່າວຮັບໂດຍທ່ານ …
Read More »ງົດງາມ! ຕາມແບບສະບັບ ຈີ່ຈີ້ ເນັດໄອດໍ້ ທຣິບນີ້ຕ້ອງຂໍຍອມເພິ່ນ!!
ເປັນອີກໜຶ່ງສາວທີ່ມັກທ່ອງທ່ຽວເປັນຊີວິດຈິດໃຈ ຫຼ້າສຸດສາວ ຈີ່ຈິ້ ພອຍໄຍລິນ ສີວິໄລ ຫຼື ແຟນໆຮູ້ກັນໃນນາມ ເນັດໄອດໍ້ຕະຫຼອດການ ກໍ່ໄດ້ເດີນທາງທ່ອງທ່ຽວທີ່ ປະເທດ ອອສເຕຍ (Austria), ແຖມຍັງໂພສຮູບງາມໆ ເຊັກຊີ່ໆ ບົ່ງບອກເຖິງໄລ້ສະຕາຍຕາມແບບສະບັບຂອງນາງ ອັບເດດໃຫ້ແຟນໆໄດ້ເບິ່ງເປັນໄລຍະໆ… make me believe again? A post shared by CHICHI (@chichisvl) on May 3, 2018 at 1:34am PDT (ເອົ້າ…ບໍ່ເວົ້າກັນຍືດຍາວ ລອງມາເບິ່ງຮູບງາມໆຂອງ ສາວ ຈີ່ຈີ້ ພອຍໄພລິນ ບອກເລີຍທຣິບນີ້ຕ້ອງຂໍຍອມເພິ່ນ…ເລີດໆ!) ຮູບພາບຈາກ: chichisvl
Read More »ເພີ່ມສະເໜ່ໄດ້ບໍ່ຍາກ! ດ້ວຍການເປັນຄົນມີ Passion.
Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ …
Read More »