Breaking News

News

ຊົມເຊີຍ! ບັນດານັກຮຽນເກັ່ງລະດັບປະເທດ 2018 #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ

ໃນວັນທີ 28 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການປະກາດຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2017-2018, ຄັ້ງວັນທີ 24-27 ເມສາ 2018. (ຂໍຊົມເຊີຍນ້ອງໆນັກຮຽນເກັ່ງທຸກໆຄົນ #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ)  ສຳລັບລາຍຊື່ນັກຮຽນເກັ່ງມີດັ່ງຕໍ່ໄປນີ້: ສາຍວິຊາ ພາສາລາວ ວັນນະຄະດີ: ອັນດັບທີ1 ນາງວັນວິໄລ ເພັດສະໄພວັນ ຈາກ ມສ ໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ; ອັນດັບ2 ນາງຈັນຕຸລາ ພົນວິໃສ ຈາກມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ ແລະອັບດັບ3 ນາງວັນ ສຸດທິດາ ມສ ນະຄອນໄຊ ເມືອງຄຳເກິດ ແຂວງບໍລິຄຳໄຊ. ສາຍວິຊາ  ຄະນິດສາດ ອັບດັບ 1 ທ້າວ ຮີຢ່າງ ຈາກມສ ໄຊຍະບູລີ …

Read More »

ດວງປະຈຳວັນ ພະຫັດ ວັນທີ 3 ພຶດສະພາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ຖ້າຫາກບໍ່ມີສະຕິຈະເຮັດໃຫ້ເກີດຄວາມຜິດພາດ, ດ້ານການເງິນໃນຊ່ວງນີ້ດີເປັນພິເສດຈະເຮັດຫຍັງກໍ່ມີລາຍໄດ້ເຂົ້າມາແບບງົງໆ, ດ້ານຄວາມຮັກບໍ່ຄ່ອຍມີເວລາໃຫ້ກັນ ຕ່າງຄົນຕ່າງຕັ້ງໃຈເຮັດວຽກຂອງໃຜລາວ. ວັນຈັນ ດ້ານວຽກງານຢູ່ໃນເກນມາດຕະຖານ ເຈລະຈາເລື່ອງວຽກກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຍັງຕ້ອງດິ້ນລົນ ຊອກຫາຊ່ອງທາງຕໍ່ໄປ, ດ້ານຄວາມຮັກຈະມີເກນດີ ຄົນທີ່ມີຄູ່ອາດຈະມີຂ່າວໄວໆນີ້. ວັນອັງຄານ ດ້ານວຽກງານໃນມື້ນີ້ຈະເກີດການປ່ຽນແປງໃນຫຼາຍໆດ້ານ ຈົ່ງກຽມຮັບມືໄວ້ເລີຍ, ດ້ານການເງິນຈະລໍ້າລວຍ ເງິນທອງໄຫຼມາເທມາ ຈົນໜ້າເຫຼືອເຊື່ອ, ດ້ານຄວາມຮັກກໍ່ຈະມີສິ່ງດີໆເຂົ້າມາ ຈະສຸກສົມຫວັງກັນຖ້ວນໜ້ານັບຈາກນີ້. ວັນພຸດ ດ້ານວຽກງານໃນມື້ນີ້ຈະມີເລື່ອງໃຫ້ຕ້ອງຄິດຫຼາຍ ແລະ ວຸ້ນວາຍເລັກໜ້ອຍ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ບາງເທື່ອກໍ່ເຮັດໃຫ້ເຈັບຫົວໄປຕາມໆກັນ, ດ້ານຄວາມຮັກຊ່ວງນີ້ຕ້ອງເອົາໃຈຄົນຮັກເປັນພິເສດ. ວັນພະຫັດ ດ້ານວຽກງານຈະສົມໃຈດັ່ງຫວັງ ລົມວຽກກັບຜູ້ໃຫ່ຍກໍ່ຈະຜ່ານໄປໄດ້ດ້ວຍດີ, ດ້ານການເງິນຈະເສຍເງິນໄປກັບການເບິ່ງແຍງສຸຂະພາບ, ດ້ານຄວາມຮັກຍັງຄົງຕ້ອງປັບຕົວໃຫ້ເຂົ້າໃຈເຊິ່ງກັນແລະກັນ. ວັນສຸກ ດ້ານວຽກງານຊ່ວງນີ້ຢ່າເອົາແຕ່ໃຈຕົວແຕ່ເກີນງາມ ຄວນຟັງເພື່ອນຮ່ວມງານ ຫຼື ຄົນອ້ອມຂ້າງແດ່, ດ້ານການເງິນຢູ່ໃນເກນທີ່ມີລາຍຈ່າຍຫຼາຍ ແຕ່ລາຍຮັບເທົ່າເກົ່າ, ດ້ານຄວາມຮັກຕ້ອງມີຄວາມເຊື່ອໃຈເຊິ່ງກັນແລະກັນ. ວັນເສົາ ດ້ານວຽກງານໃນມື້ນີ້ເລື່ອງບາງເລື່ອງທີ່ເຮົາບໍ່ໄດ້ກໍ່ ແຕ່ເຮົາຈະໄດ້ຮັບຜິດຊອບໜ້າວຽກນັ້ນ ເພາະເພື່ອນຮ່ວມງານເຮັດໄດ້ບໍ່ດີ, ດ້ານການເງິນຈະເສຍເງິນໄປກັບການເບິ່ງແຍງສຸຂະພາບ, ດ້ານຄວາມຮັກມີຄົນເຂົ້າມາລຸມ ມາຈີບ ຈົນບໍ່ຮູ້ຈະເລືອກໃຜ.  

Read More »

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+      ໃນວັນທີ 28 ເມສາ 2018, ຢູ່ທີ ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ ກຸ່ມບໍລິສັດ ທຽນພູກວາງໂຈ (ປະເທດຈີນ) ໄດ້ຈັດງານ ເປີດໂຕຜະລິດຕະພັນລໍາໂພງ ຍີຫໍ້ M+ ໃນລາວ ພ້ອມກັບລົງນາມເຊັນສັນຍາ ກັບນາງ ແກ້ວຕາ ພອນປະເສີດ ມາເປັນ presenter ໃຫ້ກັບລຳໂພງດັ່ງກ່າວ. ໂດຍການເປັນປະທານຂອງທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ.   ພາຍໃນງານທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ ໄດ້ກ່າວວ່າ: ການລົງນາມເຊັນສັນຍາກັບ ນາງສາວເເກ້ວຕາ ພອນປະເສີດ ມາເປັນ brand …

Read More »

ບິໂບ່ ດວງພະໄທ ນາງສາວລາວ 2017 ຮ່ວມເປີດໂຕສະປາລະດັບຫຼູຫຼາ “Senses Day Spa Vientiane” ທີ່ ໂຮງແຮມ ຄຣາວ ພລາຊ່າ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ເປີດຕົວ ສະປາ ແຫ່ງໃໝ່ ເຊັນເຊັສ ເດ ສະປາ ວຽງຈັນ (Senses Day Spa Vientiane)  ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 2 ພຶດສະພາ 2018 ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ໄດ້ ເປີດຕົວສະປາ ລະດັບຫຼູທີ່ດີທີ່ສຸດໃນເມືອງ ເພື່ອເປັນຕົວເລືອກສຳລັບແຂກທີ່ຕ້ອງການບຳບັດ ແລະ ຜ່ອນຄາຍດ້ວຍວິທີທຳມະຊາດ. ທ່ານ ອໍລິເວີ້ ຣອນ ຜູ້ຈັດການໃຫ່ຍຂອງ ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ແລະ ນາງສາວລາວ 2017 ນາງ ດວງພະໄທ ເມກສີທອງ ໄດ້ໃຫ້ກຽດຕັດໂບເພື່ອເປີດໂຕຢ່າງເປັນທາງການ, ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ຕັ້ງຢູ່ເທິງຊັ້ນ 3 …

Read More »

ດວງປະຈຳວັນ ພຸດ ວັນທີ 2 ພຶດສະພາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ຫຍຸ້ງຍາກລຳບາກໃຈກັບເພື່ອນຮ່ວມງານ, ຈະມີໂຊກດີໄດ້ສິ່ງຂອງທີ່ຖືກໃຈຈາກເພດກົງກັນຂ້າມ, ດ້ານຄວາມຮັກຍັງຄິດແຕ່ເລື່ອງເກົ່າໆ ແລະ ນ້ອຍໃຈໄປເອງ. ວັນຈັນ ດ້ານວຽກງານໃນມື້ນີ້ທຸກເລື່ອງທີ່ເຄີຍມີບັນຫາ ຈະດີຂຶ້ນ ເຈລະຈາເລື່ອງວຽກກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຍັງຢູ່ໃນເກນທີ່ດີ ມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງຄົງຫວານ ແລະ ເຂົ້າໃຈກັນດີ. ວັນອັງຄານ ດ້ານວຽກງານໃນມື້ນີ້ຕ້ອງມີສະຕິ ເພາະຈະມີເລື່ອງເຂົ້າມາໃຫ້ເຈັບຫົວກັນເລື້ອຍໆ, ດ້ານການເງິນເຮັດວຽກຫຼາຍຈົນບໍ່ມີເວລາໃຊ້ຈ່າຍເງິນ ຍັງພໍມີເງິນເກັບຢູ່ໃນຊ່ວງນີ້, ດ້ານຄວາມຮັກຕ້ອງມີຄວາມໜັກແໜ້ນແດ່ ຢ່າຫູເບົາ. ວັນພຸດ ດ້ານວຽກງານໃນມື້ນີ້ຍາກທີ່ຈະເຂົ້າໃຈ ເພາະສະມາທິບໍ່ຢູ່ກັບຕົວ, ດ້ານການເງິນມີລາຍຈ່າຍຫຼາຍແຕ່ລາຍໄດ້ຍັງເທົ່າເກົ່າ, ດ້ານຄວາມຮັກຖ້າມັກຮັກໃຜລຸຍໂລດ ສົມໃຈແນ່ນອນ. ວັນພະຫັດ ດ້ານວຽກງານບໍ່ຄືບໜ້າເທົ່າທີ່ຄວນ ຢູ່ໃນເກນຢູ່ຕົວ, ດ້ານການເງິນຍັງຕ້ອງຊອກຊ່ອງທາງໃໝ່ໆ ເພື່ອໃຫ້ມີລາຍໄດ້ເສີມ, ດ້ານຄວາມຮັກຢ່າເປັນຄົນທີ່ເອົາແຕ່ໃຈເກີນເຫດ ອາດເຮັດໃຫ້ຄົນຮັກເບື່ອໜ່າຍ. ວັນສຸກ ດ້ານວຽກງານຈະມີເລື່ອງເຮັດໃຫ້ສະເທືອນໃຈ ແຕ່ບໍ່ມີຫຍັງຮ້າຍແຮງ, ດ້ານການເງິນມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຈະແອບຮັກຄົນໃກ້ຕົວ ແຕ່ເົຂາມີເຈົ້າຂອງແລ້ວ. ວັນເສົາ ດ້ານວຽກງານບໍ່ມີຫຍັງໜ້າຫ່ວງ ເພື່ອນຮ່ວມງານຊ່ວງນີ້ກໍ່ດີກັບເຮົາເປັນພິເສດ, ດ້ານການເງິນມີລາຍໄດ້ທີ່ຄົງທີ່ ຄວນຊອກຫາລາຍໄດ້ເສີມກໍ່ເປັນການດີ, ດ້ານຄວາມຮັກມີສະເໜ່ດຶງດູດສຸດໆຊ່ວງນີ້ ໃຜເຫັນກໍ່ຢາກເວົ້າຢາກລົມ.

Read More »