Breaking News

ຊົມເຊີຍ! ບັນດານັກຮຽນເກັ່ງລະດັບປະເທດ 2018 #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ

ແບ່ງປັນ

ໃນວັນທີ 28 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການປະກາດຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2017-2018, ຄັ້ງວັນທີ 24-27 ເມສາ 2018. (ຂໍຊົມເຊີຍນ້ອງໆນັກຮຽນເກັ່ງທຸກໆຄົນ #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ) 

ສຳລັບລາຍຊື່ນັກຮຽນເກັ່ງມີດັ່ງຕໍ່ໄປນີ້:

ສາຍວິຊາ ພາສາລາວ ວັນນະຄະດີ:
ອັນດັບທີ1 ນາງວັນວິໄລ ເພັດສະໄພວັນ ຈາກ ມສ ໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ; ອັນດັບ2 ນາງຈັນຕຸລາ ພົນວິໃສ ຈາກມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ ແລະອັບດັບ3 ນາງວັນ ສຸດທິດາ ມສ ນະຄອນໄຊ ເມືອງຄຳເກິດ ແຂວງບໍລິຄຳໄຊ.

ສາຍວິຊາ  ຄະນິດສາດ
ອັບດັບ 1 ທ້າວ ຮີຢ່າງ ຈາກມສ ໄຊຍະບູລີ ເມືອງ ແລະ ແຂວງໄຊຍະບູລີ, ອັນດັບ2 ທ້າວຈັນລີ ມສ ສັນຕິພາບ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະ ອັນດັບ3 ທ້າວເຢັ້ງຊົ່ງ ເນັ່ງທ້ອງ ມສ ວຽງຈັນ ນະຄອນຫຼວງວຽງຈັນ

ສາຍວິຊາ  ຟິສິກສາດ
ອັບດັບທີ1 ທ້າວຄຳເກັ່ງ ໜໍຕຣືວື່ ຈາກມສ ລ້ອງຊານ ເມືອງລ້ອງຊານ ແຂວງໄຊສົມບູນ, ອັນດັບ2 ທ້າວພູທອນ ໄຊມົນຕີ ຈາກ ຈາກມສ ຫນອງຜຳ ເມືອງຈຳປາສັກ ແຂວງຈຳປາສັກ ແລະ ອັບດັບ3ທ້າວ ເຈເລົ່າ ຕົ່ງລາວລໍ່ ຈາກມສ ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ.

ສາຍວິຊາ  ເຄມີສາດ
ອັນດັບ1 ທ້າວເນັ່ງເຮີ ເຈ່ຍມາ ຈາກມສພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ, ອັນດັບ2 ທ້າວວັນນະສິດ ລັດຕະນະຄົມ ຈາກມສ ປ່ອງຄຳ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະອັນດັບ3 ທ້າວຄານທັນວາ ລິນທະລາດ ມປ ພອນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ.

ຮູບພາບບາງສ່ວນ: GooD Students in LPB ນັກຮຽນເກັ່ງ ແຂວງຫຼວງພະບາງ

ແບ່ງປັນ