Breaking News

ດວງປະຈຳວັນ ພະຫັດ ວັນທີ 3 ພຶດສະພາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານໃນມື້ນີ້ຖ້າຫາກບໍ່ມີສະຕິຈະເຮັດໃຫ້ເກີດຄວາມຜິດພາດ, ດ້ານການເງິນໃນຊ່ວງນີ້ດີເປັນພິເສດຈະເຮັດຫຍັງກໍ່ມີລາຍໄດ້ເຂົ້າມາແບບງົງໆ, ດ້ານຄວາມຮັກບໍ່ຄ່ອຍມີເວລາໃຫ້ກັນ ຕ່າງຄົນຕ່າງຕັ້ງໃຈເຮັດວຽກຂອງໃຜລາວ.

  • ວັນຈັນ

ດ້ານວຽກງານຢູ່ໃນເກນມາດຕະຖານ ເຈລະຈາເລື່ອງວຽກກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຍັງຕ້ອງດິ້ນລົນ ຊອກຫາຊ່ອງທາງຕໍ່ໄປ, ດ້ານຄວາມຮັກຈະມີເກນດີ ຄົນທີ່ມີຄູ່ອາດຈະມີຂ່າວໄວໆນີ້.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ຈະເກີດການປ່ຽນແປງໃນຫຼາຍໆດ້ານ ຈົ່ງກຽມຮັບມືໄວ້ເລີຍ, ດ້ານການເງິນຈະລໍ້າລວຍ ເງິນທອງໄຫຼມາເທມາ ຈົນໜ້າເຫຼືອເຊື່ອ, ດ້ານຄວາມຮັກກໍ່ຈະມີສິ່ງດີໆເຂົ້າມາ ຈະສຸກສົມຫວັງກັນຖ້ວນໜ້ານັບຈາກນີ້.

  • ວັນພຸດ

ດ້ານວຽກງານໃນມື້ນີ້ຈະມີເລື່ອງໃຫ້ຕ້ອງຄິດຫຼາຍ ແລະ ວຸ້ນວາຍເລັກໜ້ອຍ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ບາງເທື່ອກໍ່ເຮັດໃຫ້ເຈັບຫົວໄປຕາມໆກັນ, ດ້ານຄວາມຮັກຊ່ວງນີ້ຕ້ອງເອົາໃຈຄົນຮັກເປັນພິເສດ.

  • ວັນພະຫັດ

ດ້ານວຽກງານຈະສົມໃຈດັ່ງຫວັງ ລົມວຽກກັບຜູ້ໃຫ່ຍກໍ່ຈະຜ່ານໄປໄດ້ດ້ວຍດີ, ດ້ານການເງິນຈະເສຍເງິນໄປກັບການເບິ່ງແຍງສຸຂະພາບ, ດ້ານຄວາມຮັກຍັງຄົງຕ້ອງປັບຕົວໃຫ້ເຂົ້າໃຈເຊິ່ງກັນແລະກັນ.

  • ວັນສຸກ

ດ້ານວຽກງານຊ່ວງນີ້ຢ່າເອົາແຕ່ໃຈຕົວແຕ່ເກີນງາມ ຄວນຟັງເພື່ອນຮ່ວມງານ ຫຼື ຄົນອ້ອມຂ້າງແດ່, ດ້ານການເງິນຢູ່ໃນເກນທີ່ມີລາຍຈ່າຍຫຼາຍ ແຕ່ລາຍຮັບເທົ່າເກົ່າ, ດ້ານຄວາມຮັກຕ້ອງມີຄວາມເຊື່ອໃຈເຊິ່ງກັນແລະກັນ.

  • ວັນເສົາ

ດ້ານວຽກງານໃນມື້ນີ້ເລື່ອງບາງເລື່ອງທີ່ເຮົາບໍ່ໄດ້ກໍ່ ແຕ່ເຮົາຈະໄດ້ຮັບຜິດຊອບໜ້າວຽກນັ້ນ ເພາະເພື່ອນຮ່ວມງານເຮັດໄດ້ບໍ່ດີ, ດ້ານການເງິນຈະເສຍເງິນໄປກັບການເບິ່ງແຍງສຸຂະພາບ, ດ້ານຄວາມຮັກມີຄົນເຂົ້າມາລຸມ ມາຈີບ ຈົນບໍ່ຮູ້ຈະເລືອກໃຜ.

 

ແບ່ງປັນ