Breaking News

News

ໂສດແບບມີ Style ໂສດຢ່າງມີຄວາມສຸກ Kookai ໂສດແບບບໍ່ເດືອດຮ້ອນໃຜ!

“ ຄຸນຄ່າຂອງແມ່ຍິງ ບໍ່ໄດ້ຂຶ້ນກັບສະຖານະພາບວ່າ ໂສດ ຫຼືແຕ່ງງານ ແຕ່ເຮົາຕ້ອງເລືອກຢູ່ໃນຈຸດທີ່ເຮົາຮູ້ສຶກມີຄຸນຄ່າ ແລະມີຄວາມສຸກທີ່ສຸດ” ສາວໂສດ ກຸກໄກ່ ພູມວິໄລ ສິຣິພົນເດດ ອາຍຸ 38 ປີ ນາງຈົບສຶກສາລະດັບ ປະລິນຍາໂທ ສາຂາແມ່ຍິງສຶກສາ (Women’s Studies) ຫຼືເອີ້ນອີກຢ່າງໜຶ່ງວ່າ ເປັນຜູ້ຊ່ຽວຊານບົດບາດຍິງ-ຊາຍ (Gender Specialist) ເຊິ່ງຈາກປະສົບການເຮັດວຽກທີ່ສ່ວນໃຫຍ່ ແມ່ນຊ່ວຍພັດທະນາສົ່ງເສີມບົດບາດແມ່ຍິງ ລວມທັງວາງແຜນປັບປຸງແກ້ໄຂບັນຫາແມ່ຍິງ ໃຫ້ຫຼາຍໆອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມງານກັບພາກລັດຖະບານ ນັບແຕ່ລະດັບນະໂຍບາຍ ອົງການ ຊຸມຊົນ ໄປຈົນເຖິງລະດັບບຸກຄົນ ສະນັ້ນ ຈຶ່ງເຮັດໃຫ້ກຸກໄກ່ ເຂົ້າໃຈບັນຫາຊີວິດຂອງແມ່ຍິງລາວແທບເອີ້ນໄດ້ວ່າ ໃນທຸກມິຕິກໍວ່າໄດ້ .. ແລ້ວຍ້ອນຮູ້ຫຼາຍໂພດບໍ່ນໍ້ ຈຶ່ງເຮັດໃຫ້ນາງຍັງຄອງສະຖານະພາບໂສດ ຈົນເຖິງປະຈຸບັນ? ເຮົາໄປເຈາະຈີ້ມພ້ອມໆກັນເລີຍ ຈັ່ງແມ່ນສັງຄົມມັກຕັ້ງຄຳຖາມກັບສາວໂສດ ແປກຄືກັນເນາະ ວ່າຄວາມໂສດຂອງເຮົາ ແທນທີ່ຈະເປັນເລື່ອງສ່ວນຕົວ ພັດບໍ່ແມ່ນ ເພາະສັງຄົມ ແລະຄົນອ້ອມຂ້າງ ເຂົາຈະຄອຍຖາມ ຄອຍເປັນຫ່ວງ ຄືກັບວ່າເປັນບັນຫາການເມືອງທີ່ທຸກຄົນຕ້ອງຊ່ວຍກັນແກ້ໄຂ ທັ້ງທີ່ບາງຄົນຊີວິດຄອບຄົວຕົນເອງກໍມີບັນຫາ …

Read More »

ດວງປະຈຳວັນ ສຸກ ວັນທີ 27 ເມສາ 2018.

ວັນອາທິດ ດ້ານວຽກງານຍັງບໍ່ລົງຕົວ ຍັງມີວຽກທີ່ຕ້ອງສະສາງມາຕັ້ງແຕ່ມື້ວານ, ດ້ານການເງິນມີເງິນເຂົ້າມາເປັນໄລຍະ, ດ້ານຄວາມຮັກຍັງບໍ່ເຂົ້າໃຈກັນ. ວັນຈັນ ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ ແລະ ຍັງບໍ່ລົງໂຕ ຕ້ອງລໍຖ້າໄປອີກຈັກໜ້ອຍ, ດ້ານການເງິນຍັງມີບັນຫາວຸ້ນວາຍ ກ່ຽວກັບເລື່ອງລາຍຈ່າຍ , ດ້ານຄວາມຮັກຍັງບໍ່ສົມຫວັງ ແຕ່ກໍ່ໂສດແບບມີຄວາມສຸກ. ວັນອັງຄານ ດ້ານວຽກງານໃນມື້ນີ້ຈະເຈີກັບບັນກາເກົ່າໆຊໍ້າຊາກກັບໝູ່ຮ່ວມງານທີ່ເວົ້າກັນບໍ່ເຂົ້າໃຈ, ດ້ານການເງິນຍັງບໍ່ເດືອດຮ້ອນ ເພາະມີເງິນເຫຼືອເກັບມາແຕ່ເດືອນກ່ອນ, ດ້ານຄວາມຮັກຍັງພົບເຈິບັນຫາທີ່ບໍ່ເຂົ້າໃຈກັນ. ວັນພຸດ ດ້ານວຽກງານໃນມື້ນີ້ເມື່ອຍເປັນພິເສດ ແຕ່ຍັງດີທີ່ມີຄົນເຂົ້າມາຊ່ວຍ, ດ້ານການເງິນຍັງດີທີ່ມີລາຍຈ່າຍ ແລະ ລາຍຮັບທີ່ດຸ່ນດ່ຽງກັນ, ດ້ານຄວາມຮັກມີເລື່ອງໃຫ້ຄິດໜັກ ຕ່າງຄົນຕ່າງຫັນຫຼັງ ບໍ່ຍອມປິ່ນໜ້າເຂົ້າຫາກັນ. ວັນພະຫັດ ດ້ານວຽກງານໃນມື້ນີ້ຕ້ອງລວມຄວາມກ້າ ຢ່າຄິດອາຍ ລຸຍໂລດ ປະສົບຜົນສຳເລັດແນ່ນອນ, ດ້ານການເງິນຍັງມີເກນທີ່ດີ, ດ້ານຄວາມຮັກຊ່ວງນີ້ເປັນຄົນສາຍເປ ມັກ ຮັກ ໃຜກໍ່ຈະທຸ້ມເທເປັນພິເສດ. ວັນສຸກ ດ້ານວຽກງານໃຫ້ລະວັງເລື່ອງສຸູນເສຍເລື່ອງຂໍ້ມູນຂ່າວສານ, ດ້ານການເງິນຍັງດີ ມີເກນມີລາຍຈ່າຍເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງບໍ່ເຂົ້າໃຈກັນ ຍັງມີເລື່ອງເຂົ້າມາໃຫ້ວຸ້ນວາຍໃຈກັນຍາວໄປ. ວັນເສົາ ດ້ານວຽກງານໃນມື້ນີ້ມີເລື່ອງເຂົ້າມາໃຫ້ສັບສົນ ຕ້ອງໄດ້ແກ້ບັນຫາແບບດ່ຽວໆ, ດ້ານການເງິນເຮັດວຽກຫຼາຍ ແຕ່ລາຍຈ່າຍຍັງເທົ່າເດີມ, ດ້ານຄວາມຮັກຄິດຫຼາຍ …

Read More »

ໃຜວ່າໂສດມີຂໍ້ເສຍ? ໂສດແບບ ອາຈານ Noy ເອົາເວລາໄປພັດທະນາຕົນເອງໃຫ້ກ້າວໜ້າ

“ບາງຄົນຄິດວ່າໂສດມັນອາດຈະເຫງົາ ບາງຄົນກໍຄິດວ່າຕົນເອງຂາດຫຍັງຈັກຢ່າງໃນຊີວິດ ອັນນີ້ມັນແມ່ນຈິດຂອງເຮົາປຸງແຕ່ງຂຶ້ນເອງ” ສາວໂສດຢ່າງມີຄຸນຄ່າທີ່ເຮົາຢາກແນະນຳໃຫ້ຮູ້ຈັກແມ່ນ  ຄໍາແພງ ພັນທະດາວົງ (ອາຈານນ້ອຍ) ອາຍຸ 37 ປີ, ຜູ້ອໍານວຍການ ວິທະຍາໄລແສງສະຫວັນ ຂວັນໃຈຂອງບັນດາລູກສິດ ວິທະຍາໄລແສງສະຫວັນ ທີ່ທັງເກັ່ງ ທັງໃຈດີ ດີກຣີ (Degree) ວ່າທີ່ປະລິນຍາເອກ ດ້ານການພັດທະນາອົງກອນ ແລະຊັບພະຍາກອນມະນຸດ ປະຈຸບັນນາງຮັບຜິດຊອບເປັນຜູ້ອຳນວຍການວິທະຍາໄລ ພ້ອມທັງເປັນຮອງປະທານກຸ່ມການສຶກສາແສງສະຫວັນ ເຊິ່ງປະກອບດ້ວຍ 4 ໂຮງຮຽນສາມັນ, 1 ໂຮງຮຽນນາໆຊາດ, 1 ວິທະຍາໄລ, 1 ໂຄງການສຶກສາ ແລະນາງຢືນຢັນວ່ານາງໂສດ 100%!! ມື້ນີ້ ອາຈານນ້ອຍ ຈະມາເປີດໃຈມຸມມອງຄວາມໂສດຂອງນາງ ທີ່ບໍ່ເຄີຍເປີດເຜີຍຢູ່ໃສມາກ່ອນໄປອ່ານກັນເລີຍເນາະ ແມ່ຍິງທີ່ຮຽນສູງແລ້ວຊອກຜົວຍາກແທ້ບໍ່? ແຕ່ອາຈານນ້ອຍ ພັດຄິດຕ່າງ ນາງບອກວ່າ ຍ້ອນນາງບໍ່ມີຜົວຈຶ່ງມີໂອກາດໄດ້ຮຽນສູງ ໄດ້ສະແດງຄວາມສາມາດທີ່ໂດດເດັ່ນ ເຖິງວ່າພາບທີ່ສັງຄົມມັກເບິ່ງ ແມ່ຍິງທີ່ຮຽນສູງ ແລະເກັ່ງວ່າຊອກຜົວຍາກນັ້ນ ອາຈານນ້ອຍຄິດວ່າ ອາດຍ້ອນແມ່ຍິງເຫຼົ່ານັ້ນເລືອກທີ່ຈະໂສດ ເພາະເຂົາຮູ້ສຶກອີ່ມເຕັມ …

Read More »

ແບກໃຈທີ່ເຈັບຊໍ້າໄປຖິ້ມ ອອກໄປທ່ອງທ່ຽວກັນດີກວ່າ…

ພາເອົາໃຈທີ່ອິດເມື່ອຍ ໄປໃຫ້ໄກຈາກຄົນຫຼາຍໃຈ ຖ້າສາວໆຄົນໃດກໍາລັງ Hurt ມາຟັງທາງນີ້! ອົກຫັກແລ້ວຈະເສົ້າໄປເຮັດຫຍັງ ເພາະຊີວິດຍັງມີຄວາມໝາຍກວ່າທີ່ຈະໄປເສຍເວລາ ກັບຜູ້ຊາຍທີ່ເຂົາບໍ່ຮັກເຮົາແລ້ວ ຖ້າເບື່ອກັບການໃຊ້ຊີວິດໃນເມືອງທີ່ແສນຈະວຸ່ນວາຍ ເບື່ອກັບການຕ້ອງຕື່ນນອນແຕ່ເຊົ້າໄປເຮັດວຽກ ກັບຕອນແລງ ຊີວິດວົນວຽນກັບສິ່ງຊໍ້າໆ ແຖມຍັງຕ້ອງມາເສຍໃຈກັບຄົນທີ່ທຳຮ້າຍຈິດໃຈເຮົາ ມື້ນີ້ຂັວນໃຈເລີຍຈະຂໍແນະນໍາສາວໆ ໃຫ້ລອງອອກໄປທ່ອງທ່ຽວໄກໆ ອອກໄປສໍາຜັດກັບທໍາມະຊາດ ສໍາຜັດກັບອາຍກິ່ນຫຍ້າ ແລະ ອາກາດບໍລິສຸດ ໄປໃນບ່ອນທີ່ບໍ່ເຄີຍໄປກັບເຂົາຄົນນັ້ນ ບໍ່ຕ້ອງເອົາຫຍັງໄປຫຼາຍ ພຽງແຕ່ຈັບກະເປົາຈັກ 2 ໜ່ວຍ ຫອບເສື້ອຜ້າໃສ່ ແບກໃຈທີ່ເຈັບຊໍ້າໄປຖິ້ມ ໄປເບິ່ງແຕ່ສິ່ງງາມໆ ທີ່ເຮັດໃຫ້ສະບາຍໃຈ ແລ້ວກັບມາພ້ອມກັບໃຈດວງໃໝ່ ທີ່ປາສະຈາກຄວາມເຈັບປວດ ມາເລີ່ມຕົ້ນສິ່ງໃໝ່ໆ ລືມສິ່ງທີ່ເຮັດໃຫ້ເສຍໃຈ ເມື່ອໄດ້ລອງແລ້ວ ສາວໆຈະຮູ້ສຶກວ່າ ຜ່ານມາເຮົາໄປຫຼົງທາງຢູ່ໃສ? ເຮົາທໍາຮ້າຍຕົວເອງໄປຫຼາຍສໍ່າໃດ? ປ່ອຍໃຫ້ຫົວໃຈຈົມກອງທຸກດົນປານນີ້ຫວາ? ເພາະທີ່ຈິງແລ້ວ ຄວາມສຸກມັນຢູ່ອ້ອມຕົວເຮົາເອງ ເຮົາເປັນຄົນເລືອກເອງ ບໍ່ມີໃຜທີ່ຈະມາໃຫ້ຄວາມສຸກທີ່ໝັ້ນຄົງກັບເຮົາໄດ້, ຢ່າລືມວ່າເຮົານັ້ນມີຄ່າ ບໍ່ມີໃຜຈະເຫັນຄຸນຄ່າເຮົາ ຖ້າເຮົາບໍ່ເຫັນຄຸນຄ່າຂອງຕົວເອງ. ທີ່ມາ: ວາລະສານ ຂວັນໃຈ

Read More »

5 ຂໍ້ທີ່ຈະຊ່ວຍເສີມສ້າງສະເໜ່ ໄປໃສໃຜກໍ່ຮັກກໍ່ຫອມ…

ແຕ່ງຕົວໃຫ້ມີສະຕາຍ ມີລົດສະນິຍົມໃນການແຕ່ງຕົວ ເລືອກເສຶ້ອຜ້າ ຈະຊ່ວຍເພີ່ມໃຫ້ເປັນສາວທີ່ມີສະເໜ່ ໜ້າຄົ້ນຫາ ບໍ່ຈຳເປັນຕ້ອງຊື້ເຄື່ອງແບຼນເນມມາໃສ່ ແຕ່ຄວນເບິ່ງໃຫ້ເຂົ້າກັບບຸກຂະລິກ ແລະ ເລືອກໃສ່ເສື້ອຜ້າທີ່ໃສ່ແລ້ວເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ ອອກກຳລັງກາຍເປັນປະຈຳ ສຸຂະພາບທີ່ດີຈະເຮັດໃຫ້ຜິວພັນຂອງທ່ານສົດໃສ ເຕັ່ງຕຶງ ໂດຍບໍ່ຕ້ອງເພິ່ງພາຄີມລາຄາແພງ ນອກຈາກນີ້ການອອກກຳລັງກາຍຍັງສົ່ງຜົນໃຫ້ຮູບຮ່າງຂອງທ່ານສົມສ່ວນໃສ່ເສຶ້ອຜ້າກໍງາມ ຫຸ່ນດີແລ້ວແບບນີ້ຈະບໍ່ເປັນຄົນງາມໄດ້ແນວໃດລະວ່າບໍ່? ຮູ້ຈັກມັກສະອາດ ເຫັນຫຼາຍຄົນທີ່ແຕ່ງໜ້າແຕ່ງຕົວງາມໆ ອອກຈາກເຮືອນແຕ່ໃຜຊິໄປຮູ້ວ່າສະພາບເຮືອນນັ້ນຮົກໆ ແຖມຍັງບໍ່ມັກອາບນ້ຳ ແບບນີ້ບໍ່ດີເດີ້ ສຸຂະອະນາໄມເປັນເລື່ອງສຳຄັນຫຼາຍ ສະນັ້ນງາມ ແລະ ຕ້ອງສະອາດນຳເດີ້ທ່ອງເອົາໄວ້ເລີຍ. ບຸກຂະລິກດີ ບຸກຂະລິກເປັນສິ່ງທີ່ບໍ່ຄວນເບີ່ງຂ້າມ ບາງຄົນໜ້າຕາດີຫຼາຍແຕ່ຍ່າງຫຼັງກົ່ງ ເບີ່ງແລ້ວບໍ່ມີສະເໜ່ຊວນແນມເລີຍ ລອງປ່ຽນຕົວເອງເບີ່ງເດີ້ຢືດບ່າໃຫ້ຊື່ ຫຼື ເຝິກການນັ່ງເຝິກໃຫ້ເປັນນິໄສ ນອກຈາກຈະເປັນຕາເບີ່ງແລ້ວທ່ານຈະບໍ່ມີບັນຫາເລຶ່ອງເຈັບຫຼັງນຳອີກ. ຄິດບວກ ເລຶ່ອງນີ້ສຳຄັນຫຼາຍເຖີງວ່າເບີ່ງແຍງຕົວເອງໃຫ້ດີພຽງໃດແຕ່ຖ້າທ່ານເປັນຜູ້ຍິງທີ່ມີຄວາມທຸກໝົ່ນໝອງຢູ່ອ້ອມຕົວ ຄົງຈະບໍ່ມີໃຜຢາກເຂົ້າໃກ້ ການເປັນຄົນຄິດບວກບໍ່ໄດ້ໝາຍຄວາມວ່າໃຫ້ທ່ານຕົວະຕົວເອງ ແຕ່ໝາຍເຖິງວ່າໃຫ້ທ່ານຍອມຮັບບັນຫາ ແລະ ຢູ່ຮ່ວມກັບບັນຫານັ້ນໆໄດ້ຢ່າງບໍ່ເປັນທຸກ ຈື່ໄວ້ວ່າຖ້າຈິດໃຈທ່ານງາມ ທ່ານກໍຄືແມ່ຍິງທີ່ງາມ.

Read More »