“ຄວາມອົດທົນ ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess” ເຊື່ອບໍ່? ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ຂວັນໃຈເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮູ້ຈັກກັບ ພິດສາຄອນ ພົມສະຫວັນ (ປຸ້ຍ) ສາວສູງຍາວເຂົ່າດີ ສາວແອລະດັບ ເພິເຊີ (Purser) ຜູ້ທີ່ມີຊົ່ວໂມງບິນຫຼາຍກວ່າ 5000 ຊົ່ວໂມງ ຜູ້ທີ່ເດີນທາງຕາມຫາຄວາມຝັນຈາກອາຊີບເລຂາສູ່ອາຊີບທີ່ຫຼາຍຄົນເອີ້ນວ່າ ນາງຟ້າເທິງຍົນ ປະຈໍາການຢູ່ທີ່ສາຍການບິນລາວແອລາຍ (Laos Airline) ເລື່ອງລາວຂອງນາງກໍມີຄວາມຕື່ນເຕັ້ນແບບບໍ່ດ້ອຍໜ້າໃຜ ກວ່າຈະມາຮອດມື້ນີ້ໄດ້ບອກເລີຍວ່າຍ້ອນຄວາມກ້າ ຄວາມສາມາດສະເພາະຕົວລ້ວນໆ ເອົາລະບໍ່ເວົ້າກັນຍາວ ລອງມາເບິ່ງເລື່ອງລາວແຮງບັນດານໃຈດີໆຈາກການບອກເລົ່າຂອງສາວ ປຸ້ຍ ພິດສາຄອນ Airhostess ຄົນນີ້ລອງເບິ່ງ… ຍ້ອນຄວາມຝັນທີ່ມີ …
Read More »News
ຮູ້ໄວ້ບໍ່ເສຍປຽບ! ວິທີການຄິດໄລ່ເງິນ OT ຫຼືວຽກເພີ່ມໂມງ
ເພື່ອໃຫ້ເຂົ້າກັບວັນ ກຳມະກອນສາກົນ (INTERNATIONAL LABOUR DAY) ຂວັນໃຈ ເຮົາຈຶ່ງໄດ້ໄປຊອກຄວາມຮູ້ດີໆມາຝາກໝູ່ເພື່ອນທຸກຄົນ, ເວລາທີ່ເຮັດວຽກເພີ່ມໂມງ ຫຼື OT ແລ້ວ ເຄີຍສົງໄສບໍ່ວ່າ ເພິ່ນມີວິທີຄິດໄລ່ເງິນ OT ໃຫ້ເຮົາແນວໃດ? ຫຼືບາງຄົນອາດຢາກລອງຄິດໄລ່ເງິນ OT ດ້ວຍຕົນເອງ ເພື່ອປ້ອງກັນການຖືກເອົາປຽບ ຈາກນາຍຈ້າງ ກໍສາມາດເບິ່ງຕາມສູດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ໄດ້ດັ່ງນີ້: ມາດຕາ 114. ຄ່າເຮັດວຽກເພີ່ມໂມງ: “ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 17 ໂມງ ຫາ 22 ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 150% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 22 ໂມງ ຫາ 6 ໂມງເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 200% …
Read More »ເລີດໄດ້ອີກ! ຫຼິງຫຼິງ ປິຍະດາ ແລະ ຊົມພູ່ ອາຣາຍາ 2 ເຈົ້າແມ່ແຟຊັ່ນລວມຕົວ ຮ່ວມເຟມຖ່າຍຮູບ!
ເລີດໄດ້ອີກ! ເມື່ອ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວ ແລະ ຊົມພູ່ ອາຣາຍາ ເອຮາເກັດ ນັກສະແດງແຖວໜ້າ-ແຟຊັ່ນນິດຕ້າຂອງປະເທດເພື່ອນບ້ານ ຮ່ວມເຟມຖ່າຍຮູບຮ່ວມກັນ ຢູ່ທີ່ ຊຽງໃໝ່ (ປະເທດເພື່ອນບ້ານ) ໂດຍຮູບດັ່ງກ່າວໄດ້ຖືກໂພສຜ່ານ ເຟສບຸກ ແລະ ອິນສະຕາແກມ ຂອງ ສາວ ຫຼິງຫຼິງ ແລະ ນາງຍັງຂຽນແຄັບຊັ່ນບອກໃຫ້ແຟນໆໄດ້ຮູ້ວ່າ “ຍິ້ມບໍ່ຫຸບເລີຍ ແມ່ຊົມໜ້າຮັກຫຼາຍ”, ແລະ ນອກຈາກນັ້ນ ຫຼິງຫຼິງ ຍັງໄດ້ຖ່າຍຮູບ ນ້ອງ ສາຍຟ້າ ລູກຊາຍ ຂອງ ແມ່ ຊົມພູ່ ມາຝາກອີກດ້ວຍ, ຂໍບອກເລີຍວ່າໜ້າຮັກຫຼາຍໆ… ຮູບພາບ: Pitadar Lingling Inthavong
Read More »ຮືຮາກັນຖ້ວນໜ້າ! ເມື່ອ Sinon Loresca ເຈົ້າຂອງສາຍາ “King Of Catwalk” ເຊັກອິນທີ່ປະເທດລາວ!
ສ້າງຄວາມຮືຮາ Surprise! ແຟນໆຊາວລາວກັນສຸດໆ ເມື່ອ Sinon Loresca ຫຼື ເຈົ້າຂອງສາຍາ “King Of Catwalk” ໄດ້ໂພສຄລິບຜ່ານເພສເຟສບຸກຫຼັກຂອງເພິ່ນ ແລະ ຍັງເດີນແບບວາດລວດລາຍການເດີນແບບສຸດອໍລະຊອນ ພ້ອມທັງຈູງນ້ອງໝາ ຢູ່ທີ່ ປະຕູໄຊ ນະຄອນຫຼວງວຽງຈັນ, ໃນວັນທີ 29 ເມສາ 2018 ທີ່ຜ່ານມາ… My Famous Catwalk in the Exotic Country LAOS ?? #laos #sinonloresca #kingofcatwalk #thekingofcatwalk #fashionshow #catwalk #viralFor Work Inquiries Please Email Me thekingofcatwalk88@hotmail.com โพสต์โดย Sinon Loresca เมื่อ 29 เมษายน 2018 …
Read More »ດວງປະຈຳວັນ ຈັນ ວັນທີ 30 ເມສາ 2018.
ວັນອາທິດ ດ້ານວຽກງານຍັງດີບໍ່ມີບັນຫາ ເຮັດຫຍັງກໍ່ດີ ຜູ້ໃຫ່ຍຮັກ, ດ້ານການເງິນຈະມີໂຊກເຂົ້າມາໃຫ້ໄດ້ເຮກັນຍາວໄປ, ດ້ານຄວາມຮັກຍັງຄົງເບິ່ງແຍງເອົາໃຈໃສ່ກັນດີ. ວັນຈັນ ດ້ານວຽກງານໃນມື້ນີ້ຕ້ອງເອົາໃຈໃສ່ດ້ານວຽກງານເປັນພິເສດ ເພາະຈະມີເລື່ອງເຮັດໃຫ້ສັບສົນວຸ້ນວາຍກັນແດ່ຈັກໜ້ອຍ, ດ້ານການເງິນຄວາມປ່ຽນແປງທຸກຢ່າງ ເກີດຂຶ້ນໄດ້, ດ້ານຄວາມຮັກຍັງມີເລື່ອງທີ່ເຮັດໃຫ້ບໍ່ເຂົ້າໃຈກັນ. ວັນອັງຄານ ດ້ານວຽກງານລະວັງໃຫ້ດີຊ່ວງນີ້ຈະມີຄົນທີ່ອິດສາ, ດ້ານການເງິນຈະໄດ້ກຳໄລງາມ ຈາກທຸລະກິດທີ່ເຮັດຢູ່, ດ້ານຄວາມຮັກບໍ່ເຂົ້າໃຈກັນ ຍັງມີເລື່ອງທີ່ຕ້ອງເຄີຍກັນ. ວັນພຸດ ດ້ານວຽກງານຍັງມີເລື່ອງທີ່ຕ້ອງເຮັດໃຫ້ເຈັບຫົວ ເພາະໝູ່ຮ່ວມງານເຮັດວຽກບໍ່ເປັນທີມ, ດ້ານການເງິນຍັງຄົງຕ້ອງວິ່ງເຕັ້ນຊອກຫາລາຍໄດ້ເພີ່ມ ຄວນຊອກຫາວຽກພິເສດເຮັດເສີມ ເພື່ອລາຍໄດ້ທີ່ໝັ້ນຄົງ, ດ້ານຄວາມຮັກຈະມີຄົນເຂົ້າມາເຮັດໃຫ້ຫົວໃຈຫວັນໄຫວ. ວັນພະຫັດ ດ້ານວຽກງານຕ້ອງມີຄວາມລະອຽດ ຈະເຮັດຫຍັງກໍ່ຕ້ອງຮອບຄອບ, ດ້ານການເງິນຍັງມີເຂົ້າມາບໍ່ຫຼາຍ ດັ່ງທີ່ຄິດໄວ້, ດ້ານຄວາມຮັກຍັງມີຄວາມຮັກດີໆຈົນຄົນອ້ອມຂ້າງອິດສາ. ວັນສຸກ ດ້ານວຽກງານຢູ່ໃນເກນດີ ໝັ້ນຄົງ, ດ້ານການເງິນຈະມີວຽກເຂົ້າມາ ເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ, ດ້ານຄວາມຮັກເປັນຊ່ວງເວລາແຫ່ງຄວາມສຸກ ທຸກຢ່າງຢູ່ໃນເກນທີ່ດີ. ວັນເສົາ ດ້ານວຽກງານຍັງຄົງວຸ້ນວາຍ ກັບວຽກງານທີ່ເຂົ້າມາ, ດ້ານການເງິນຍັງຄ່ອງໂຕ ຈະເຮັດຫຍັງກໍ່ເງິນທອງໄຫຼມາເທມາເລື້ອຍໆຊ່ວງນີ້, ດ້ານຄວາມຮັກລະວັງໃຈຕົນເອງທີ່ມີຄວາມຄິດຢາກໄດ້ຄົນທີ່ມີເຈົ້າຂອງແລ້ວມາເປັນຂອງຕົວເອງ.
Read More »