Breaking News

News

ດວງປະຈຳວັນ ພະຫັດ ວັນທີ 26 ເມສາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ຕ້ອງເຂັ້ມແຂງ ເພາະຈະມີເລື່ອງເຂົ້າມາແບບບໍ່ຈົບບໍ່ສິ້ນ, ດ້ານການເງິນຊ່ວງນີ້ມີລາຍຈ່າຍຫຼາຍ ແຕ່ລາຍໄດ້ໜ້ອຍ, ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ປວດໃຈໄປຕາມໆກັນ. ວັນຈັນ ດ້ານວຽກງານດີ ມີຄົນລໍຖ້າອຸປະຖໍາ ກຽມຍື່ນມືເຂົ້າມາຊ່ວຍເມື່ອມີບັນຫາ, ດ້ານການເງິນມີລາຍໄດ້ທີ່ໜ້າພໍໃຈເຂົ້າມາເລື້ອຍໆ , ດ້ານຄວາມຮັກຍັງບໍ່ສົມຫວັງໃນຊ່ວງນີ້. ວັນອັງຄານ ດ້ານວຽກງານໃນມື້ນີ້ລະວັງຈະມີຄົນຫາເລື່ອງມາໃສ່ ແລະ ເວົ້າຕິສິນນິນທາໃນທາງເສຍຫາຍ, ດ້ານການເງິນຢູ່ໃນເກນທີ່ດີ ມີເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງໂສດລອຍໄປລອຍມາ ບໍ່ສົມຫວັງ. ວັນພຸດ ດ້ານວຽກງານຢູ່ໃນເກນດີ ລາຍລື່ນບໍ່ມີອຸປະສັກ, ດ້ານການເງິນດີ ບໍ່ມີຝືດເຄືອງ ແຕ່ກໍ່ຍັງມີລາຍຈ່າຍເຂົ້າມາຫຼາຍ, ດ້ານຄວາມຮັກດີ ເຂົ້າໃຈກັນເປັນພິເສດ. ວັນພະຫັດ ດ້ານວຽກງານໃນມື້ນີ້ບໍ່ສະບາຍໃຈ ເພາະມີຄົນແອບອ້າງເອົາຜົນງາຍໄປແອບອ້າງ, ດ້ານການເງິນຢູ່ໃນເກນທີ່ເຮັດວຽກຫຼາຍ ແຕ່ມີລາຍໄດ້ບໍ່ຄືບໜ້າ ແອບນ້ອຍໃຈແດ່, ດ້ານຄວາມຮັກຍັງຄົງວຸ້ນວາຍໃຈ ຄິດຫຼາຍ. ວັນສຸກ ດ້ານວຽກງານຈະດີຖ້າບໍ່ອາລົມຮ້ອນເກີນໄປ ແລະ ຄວນຫຼຸດອັກຄະຕິບໍ່ດີ ແລະ ເຫັນແກ່ສ່ວນລວມຫຼາຍຂຶ້ນ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງເທົ່າເກົ່າ, ດ້ານຄວາມຮັກຍັງຄິດເອງ ລະເມີໄປຄົນດຽວ. ວັນເສົາ ດ້ານວຽກງານຄວນມີສະຕິ ໃນການແກ້ໄຂບັນຫາໃຫ້ດີ …

Read More »

ຟ້າໃສ ຈິນນາລີ ເຊັກຊີ່ທ້າລົມຮ້ອນ (ເຫັນຫຸ່ນນາງແລ້ວຢາກວາງຂອງກິນ ແລ້ວໄປອອກກຳລັງກາຍດ່ວນ…) 

(ເຫັນຫຸ່ນນາງແລ້ວຢາກວາງຂອງກິນແລ້ວໄປອອກກຳລັງກາຍດ່ວນ 555) ເຮັດເອົາແຟນຄລັບລະລາຍເມື່ອ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ໄດ້ໂພສຮູບອວດບໍດີ້ງາມໆຜ່ານ ອິນສະຕາແກຼມ, ຍິ່ງຊ່ວງນີ້ອາກາດຮ້ອນອົບເອົ້າ ຫຼາຍຕໍ່ຫຼາຍຄົນກໍ່ຄົງຈະໜີຮ້ອນ ໄປພັກຜ່ອນຕາມສະຖານທີ່ຕ່າງໆ ແລະ ໜຶ່ງໃນນັ້ນກໍ່ແມ່ນ ສາວ ຟ້າໃສ ທີ່ເດີນທາງໄປທ່ອງທ່ຽວທະເລ ພ້ອມທັງໃສ່ຊຸດລອຍນໍ້າ ໂຊບໍດີ້ສຸດເຊັກຊີ່ທ້າລົມຮ້ອນກັນຈັກບາດ… (ອ໋ອຍ! ຮ້ອນກວ່າອາກາດກໍ່ໜ້າຈະເປັນ ສາວ ຟ້າໃສ ຈິນນາລີ ນິແຫລະເດີ້ Wow Wow WOWWW ເຊັກຊີ້ບໍດີ້ກູດດດດດ) ຮູບພາບ: IG/fasai_missgrandlaos

Read More »

“ແມ່” ຄືກຳລັງໃຈທີ່ເຮັດໃຫ້ ແພັດ ເພັດດາວອນ ຄວ້າເງິນ 265 ລ້ານກີບ ໃນ (ສຶກວັນດວນເພງ)

ຄວາມກະຕັນຍູມັກສົ່ງຜົນໃຫ້ຄົນປະສົບຜົນສຳເລັດ ແພັດ ເພັດດາວອນ ຄຳມະນີວົງ ສາວລາວທີ່ໄປສ້າງປະຫວັດສາດແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ”(ປະເທດເພື່ອນບ້ານ) ແລະ ສາມາດຄວ້າເງິນ 1 ລ້ານບາດ ຫຼື 265 ລ້ານກີບ ແບບສົດໆຮ້ອນໆໃນຄໍ່າຄືນຂອງ ວັນທີ 24 ເມສາ 2018 ທີ່ຜ່ານມາ. ຫຼາຍຄົນຄົງຍັງບໍ່ຮູ້ວ່າ ແຮງບັນດານໃຈທີ່ເຮັດໃຫ້ ສາວ ແພັດ ເພິ່ນກ້າທີ່ຈະກ້າວຂາໄປແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ” ຈົນຄວ້າເງິນ 1 ລ້ານບາດ ມາໄດ້ນັ້ນກໍຄື “ແມ່” ແລະ ແພັດຍັງຕ້ອງການປຸກບ້ານໃໝ່ໃຫ້ແມ່ ແລະ ຄົນໃນຄອບຄົວໄດ້ຢູ່ແບບສະບາຍ. ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແພັດ ທີ່ຍັງບໍ່ມີໃຜເຫັນ, ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້!!! ຮູບພາບບາງສ່ວນຈາກ: Pat phetdavone khammanivong

Read More »

ນາງຮ້າຍໜ້າຫວານ! ນົກ ອຸສະນີ ນັກສະແດງຊື່ດັງ ເຊັກອິນທີ່ປະເທດລາວ

ເດີນທາງມາຢ້ຽມຢາມປະເທດລາວເຮົາອີກໜຶ່ງຄົນ ນົກ ອຸສະນີ ວັດທະນາ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ ໃນວັນທີ 24 ເມສາ 2018 ທີ່ຜ່ານມາ, ເຊິ່ງ ນົກ ອຸສະນີ ກໍ່ໄດ້ເດີນທາງໄປກາບໄຫ້ວ ພຣະທາດຫຼວງວຽງຈັນ ແລະ ແວ່ຖ່າຍຮູບຢູ່ທີ່ ປະຕູໄຊ. ไหว้พระธาตุหลวงที่ลาวค่ะ ?? A post shared by Usanee Wattana (@nokusanee) on Apr 23, 2018 at 6:18am PDT ສຳລັບ ນົກ ອຸສະນີ ແມ່ນເປັນນັກສະແດງແຖວໜ້າຂອງວົງການບັນເທີງປະເທດເພື່ອນບ້ານ, ປັດຈຸບັນອາຍຸ 36 ປີ ມີຜົນງານການສະແດງມາແລ້ວຢ່າງຫຼວງຫຼາຍ ແລະ ບົດບາດການສະແດງທີ່ເດັ່ນໆຂອງເພິ່ນທີ່ໄດ້ຮັບຄຳຍ້ອງຍໍນັ້ນກໍຄືບົດບາດນາງລ້າຍ ຈົນໄດ້ຮັບສາຍາ ນາງຮ້າຍໜ້າຫວານ, ຢ່າງໃດກໍ່ຂໍຕ້ອນຮັບເຂົ້າສູ່ປະເທດລາວ. ຮູບພາບຈາກ: IG/nokusanee …

Read More »

ດວງປະຈຳວັນ ພຸດ ວັນທີ 25 ເມສາ 2018.

ວັນອາທິດ ດ້ານວຽກງານຄວນມີສະຕິ ແລະ ຄິດໄຕ່ຕອງໃຫ້ດີ , ດ້ານການເງິນຍັງຢູ່ໃນເກນທີ່ດີ , ດ້ານຄວາມຮັກຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ. ວັນຈັນ ດ້ານວຽກງານຈະມີເລື່ອງເຂົ້າມາໃຫ້ຕ້ອງແກ້ໄຂແບບກະທັນຫັນ, ດ້ານການເງິນມີລາຍຈ່າຍຫຼາຍ ຈົນໝູນເງິນບໍ່ທັນ , ດ້ານຄວາມຮັກຈະຖືກຖອຍຫ່າງ ເພາະເຂົາຄິດວ່າເຮົາບໍ່ມີເວລາໃຫ້. ວັນອັງຄານ ດ້ານວຽກງານໃນມື້ນີ້ຈະມີເພື່ອນຮ່ວມງານ ຫຼື ຫົວໜ້າ ເຂົ້າມາເຮັດດີຈົນແປກໃຈ , ດ້ານການເງິນດີ ມີລາຍໄດ້ເຂົ້າມາຕະຫຼອດ ອາດເປັນຍ້ອນຄວາມດຸໝັ່ນຂອງທ່ານເອງ , ດ້ານຄວາມຮັກຫວານເລື້ອຍໆສຳລັບຄົນມີຄູ່ ສ່ວນຄົນໂສດຫົວໃຈກໍ່ບໍ່ເຫງົາ ເປັນຄົນໂສດທີ່ບໍ່ສະໜິດ. ວັນພຸດ ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ ຈະມີການຕັດສິນໃຈແບບກະທັນຫັນ, ດ້ານການເງິນເຖິງຈະຍັງມີລາຍໄດ້ເຂົ້າມາແບບສະດວກ ແຕ່ກໍ່ຍັງບໍ່ພໍສຳລັບລາຍຈ່າຍ , ດ້ານຄວາມຮັກຍັງຄົງຄິດຫຼາຍ ແລະ ເກີດມີປາກສຽງຕໍ່ກັນ. ວັນພະຫັດ ດ້ານວຽກງານມີວຽກເຂົ້າມາຈົນລົ້ນມື ແຕ່ຍັງດີທີ່ແກ້ໄຂບັນຫາທັນ, ດ້ານການເງິນຈະມີບັນຫາກັບຫຸ້ນສ່ວນ ເລື່ອງເງິນໆທອງໆ ທີ່ແກ້ໄຂແບບບໍ່ເຂົ້າບໍ່ອອກ , ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ສຸດທ້າຍກໍ່ເຈັບເອງ…ຫາເລື່ອງແທ້ໆ. ວັນສຸກ ດ້ານວຽກງານມີແຕ່ຄົນໃຫ້ຄວາມສຳຄັນ ຈະເຮັດຫຍັງກໍ່ຈະເປັນມື້ທີ່ໂຊກດີໄປໝົດ, ດ້ານການເງິນບໍ່ເດືອດຮ້ອນ ມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຫຼັງຈາກທີ່ມີເລື່ອງບໍ່ເຂົ້າໃຈກັນ …

Read More »