ມີແຟນໆຫຼາຍຄົນທີ່ຄຸ້ນໜ້າຄຸ້ນຕາກັບສາວລາວຄົນເກັ່ງ ເມ ວະລິສະລາ ຕັງສຸວັນ ບາງຄົນກໍ່ຮູ້ນາງຈາກເວທີການປະກວດນັ້ນນີ້ ປີນີ້ໄປເວທີນັ້ນ ປີນັ້ນໄປເວທີນີ້ ແຕ່ຍັງບໍ່ຮູ້ເບື້ອ້ງເລິກວ່າສາວ ເມ ຄົນນີ້ເພິ່ນເປັນໃຜ ມີຄວາມສາມາດແນວໃດ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ແບບເນັ້ນໆ ໄປສາລະແນ… ເອີ້ຍ!!! ໄປຊ໋ອກແຊ໊ກເອົາຂໍ້ມູນຂອງສາວງາມຄົນເກັ່ງຄົນນີ້ມາຝາກກກກ!!! ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ລວງສູງ 170 ຊັງຕີແມັດ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາ ພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ມີຄວາມສາມາດເວົ້າໄດ້ 3 ພາສາ ອັງກິດ, ຈີນ ແລະ ໄທ, ເປັນເດັກກິດຈະກຳ ແລະ ມີຄວາມຝັນຢາກຈະເຮັດວຽກກັບອົງກອນໃຫ່ຍໆ ທີ່ເປັນອົງການຊ່ວຍເຫຼືອສັງຄົມ. ຜ່ານມານາງມີຜົນງານໃນວົງການບັນເທີງມາກໍ່ຫຼາຍເລີຍໄດ໋ ທັງເດີນແບບ ຖ່າຍແບບ ຂຶ້ນປົກຕາມວາລະສານດັງໆມາແລ້ວ …
Read More »News
ໄດ້ແລ້ວວວ! ສາວງາມຈາກ Brazil ຄວ້າມົງກຸດ Miss Tourism Queen International 2018
ມາສ່ອງອີກໜຶ່ງເວທີນັ້ນກໍ່ຄື Miss Tourism Queen International 2018 ທີ່ປະກາດຜົນກັນແບບສົດໆຮ້ອນໆ ໃນຄໍ່າຄືນຂອງວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ແລະ ແຟນໆອາດຈະໄດ້ຮູ້ກັນໄປຄ່າວໆແລ້ວວ່າສາວງາມທີ່ຄວ້າມົງກຸດໃນປີນີ້ກໍ່ຄື Camilla Reis Cavalcanti Gois ສາວງາມຈາກປະເທດ Brazil ຜູ້ມີຄວາມເໝາະສົມ ແຖມມີຮອຍຍິ້ມທີ່ຫວານບາດໃຈ ຄວ້າມົງກຸດ Miss Tourism Queen International 2018 ໄປນອນກອດແບບສະບາຍໆໆ (ຍິນດີນຳຫຼາຍໆເດີ້) ສ່ວນລາງວັນຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Victoria Romanova ຈາກປະເທດ ທາທາສຖານ (Tatarstan) ຮອງອັນດັບ 2 Rachel Corinne Nimegeersຈາກປະເທດ ເບວຢ່ຽມ (Belgium) ຮອງອັນດັບ 3 Andrea – Sinziana Sirghi ຈາກປະເທດ ໂຣມາເນຍ (Romania) ຮອງອັນດັບ …
Read More »ບໍ່ເຮັດໃຫ້ຄົນລາວຜິດຫວັງ! ນາງງາມຈາກລາວຄວ້າລາງວັນໃນເວທີ Miss Tourism Queen International 2018!!!
ບໍ່ເຄີຍເຮັດໃຫ້ຄົນລາວຜິດຫວັງ! ສຳລັບ ເມວະລິສະລາ ຕັງສຸວັນ ນາງງາມຕົວແທນຈາກປະເທດລາວລາວ ທີ່ໄປປະກວດໃນເວທີ Miss Tourism Queen International 2018 ແລະ ຍັງສາມາດນຳເອົາລາງວັນພິເສດກັບມາຝາກພີ່ນ້ອງຊາວລາວ ໂດຍນາງໄດ້ລາງວັນພິເສດໃນການແຂ່ງຂັນນີ້ກໍ່ຄຶ ລາງວັນ “Miss Skin Beauty” ພຸ້ນເດີ້… (ຊົມເຊີຍເກັ່ງຫຼາຍໆ) ສຳລັບ ເມ ວະລິສະລາ ສາວງາມນັກສູ້ຄົນນີ້ ເອີ້ນໄດ້ວ່າໄປປະກວດເວທີໃດເພິ່ນກໍ່ບໍ່ເຄີຍພາດລາງວັນເລີຍ ເພາະນາງມີຄວາມສາມາດ ກ້າສະແດງອອກ ມີຄວາມສາມາດດ້ານພາສາທັງ ພາສາ ອັງກິດ ແລະ ຈີນ, ແລະ ໃນເວທີ Miss Tourism Queen International 2018 ເຖິງສາວ ເມ ເພິ່ນຈະບໍ່ໄດ້ສວມມົງກຸດລາງວັນທີ 1 ແຕ່ຖືວ່າເຮັດໄດ້ດີຫຼາຍໆ ສາມາດສ້າງຊື່ສຽງໃຫ້ແກ່ປະເທດລາວ ແຖມຍັງເອີ້ນຄວາມສົນໃຈຈາກທາງກອງປະກວດ ແລະ ສື່ມວນຊົນຕ່າງຊາດໄດ້ເປັນຢ່າງດີ. ຮູບພາບ: Varissara May …
Read More »ດວງປະຈຳວັນ ພະຫັດ, ວັນທີ 17 ພຶດສະພາ 2018
• ວັນອາທິດ ການເງິນ: ວາງແຜນການໃຊ້ຈ່າຍຢ່າງຮອບຄອບດີພໍສົມຄວນ ໄລຍະນີ້ຈະຍັງໃຊ້ເງິນເທື່ອລະຫຼາຍໆ ຍັງຄົງເຮັດບໍ່ໄດ້ດັ່ງໃຈປານໃດ ວຽກງານ: ໄລຍະນີ້ຕ້ອງຫວັງເພິ່ງພາຕົນເອງຫຼາຍໆ ຢ່າຫວັງເພິ່ງຄົນອື່ນງ່າຍໆ ແລະບໍ່ຄວນທີ່ຈະໄວ້ໃຈໃຜຫຼາຍ ຄວາມຮັກ: ລະວັງເລື່ອງຄວາມກັງວົນໃຈດ້ານຄວາມຮັກ ທີ່ສົ່ງຜົນເຮັດໃຫ້ຄວາມສໍາພັນທີ່ດີນັ້ນຖອຍລົງ ຫຼີກລ່ຽງການຂັດແຍ່ງຈະດີທີ່ສຸດ • ວັນຈັນ ການເງິນ: ຕ້ອງເມື່ອຍຫຼາຍຈັກໜ້ອຍ ຈະສາມາດຊອກເງິນ ຫຼືມີໂຊກເຂົ້າມາເພີ່ມຕຶ່ມຫຼາຍຂຶ້ນ ສາມາດຊອກເງິນໄດ້ຢ່າງເປັນກອບເປັນກໍາ ມີເງິນເຫຼືອເກັບຫຼາຍຂຶ້ນ ວຽກງານ: ມີຄວາມມຸ່ງໝັ້ນທີ່ຈະເເຮັດໃຫ້ເີດຄວາມກ້າວໜ້າຢ່າງທີ່ຕັ້ງໃຈໄວ້ ຫາກກໍາລັງຖ້າຕໍາແໜ່ງຢູ່ມີໂອກາດໄດ້ຮັບຂ່າວດີ ຄວາມຮັກ: ໂດດເດັ່ນຫາກຈະພົບໃຜໃນໄລຍະນີ້ຈະເປັນທີ່ອ່ອນໄຫວທາງດ້ານອາລົມ ມີລັກສະນະຜິວຂາວ • ວັນອັງຄານ ການເງິນ: ຈະພົບຄວາມກັງວົນໃຈກ່ອນແລ້ວຈຶ່ງຈະມີໂຊກເຂົ້າມາ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນໄດ້ຢ່າງເປັນໂຊກໃຫ້ກັບຕົນເອງ ວຽກງານ: ການຕິດຕໍ່ວຽກ ການເຈລະຈາເຕັມໄປດ້ວຍຄວາມສະຫຼາດເວົ້າ ມີຄວາມກ້າວໜ້າເພາະຕົນເອງມີຄວາມກະຕືລືລົ້ນສະເໝີ ຄວາມຮັກ: ມີໂອກາດພົບຄົນທີ່ມີສະເໜ ເກັ່ງ ແລະມີຄວາມສາມາດ ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້ • ວັນພຸດ ການເງິນ: ວາງແຜນເລື່ອງລາຍຈ່າຍດີຢູ່ແລ້ວ ແຕ່ສຸດທ້າຍກໍຈະມີເຫດທີ່ຕ້ອງຈ່າຍເງິນອອກໄປທຸກເທື່ອ ວຽກງານ: ຈະເຮັດທຸລະກິດໃດໆໃນໄລຍະນີ້ຈະເກີດໂຊກດີຂຶ້ນໄດ້ຕະຫຼອດ …
Read More »Stop Now! ຜູ້ຊາຍ 5 ປະເພດ ທີ່ຄວນໜີໃຫ້ໄກໆ ຖ້າບໍ່ຢາກເຈັບ!!!
ໃຜໆກໍຮູ້ວ່າ ເລື່ອງຮັກໆນັ້ນບໍ່ເຂົ້າໃຜອອກໃຜ ຍິ່ງໄປກວ່ານັ້ນຫົວໃຈຂອງເຮົາກໍເປັນສິ່ງທີ່ບັງຄັບຍາກທີ່ສຸດ ຈະສັ່ງໃຫ້ຄົນອື່ນມາຮັກເຮົາກໍບໍ່ໄດ້ ຖ້າໃຈບໍ່ຢາກຮັກ ຫຼືຈະສັ່ງຫ້າມບໍ່ໃຫ້ຮັກຄົນທີ່ເຮັດບໍ່ດີກັບເຮົາກໍບໍ່ໄດ້ອີກ ສະນັ້ນ ຂວັນໃຈ ເລີຍຢາກຈະມາແນະນໍາຜູ້ຊາຍທີ່ ເຖິງໃຈຈະຢາກໄດ້ເກືອບຕາຍ ກໍຄວນຫັກຫ້າມໃຈບໍ່ໃຫ້ໄປຫຼົງຮັກເດັດຂາດ ໂດຍສະເພາະຜູ້ຊາຍ 5 ປະເພດນີ້ ຜູ້ຊາຍມີເຈົ້າຂອງ ອັນດັບທໍາອິດທີ່ສາວໆຄວນຫ້າມໃຈບໍ່ໃຫ້ໄປຮັກເດັດຂາດ ເຖິງເຂົາຈະເປັນຝ່າຍເຂົ້າມາຫາເຮົາກ່ອນ ຫຼືເປັນເພາະເຮົາເອງທີ່ໄປຫຼົງຮັກຄົນມີເຈົ້າຂອງກໍຕາມ ແນ່ນອນຖ້າສາວໆເຜີໃຈໄປຮັກຄົນມີເຈົ້າຂອງແລ້ວ ບໍ່ວ່າຈະເປັນຍ້ອນລາວກໍາລັງເລີກກັບແຟນ, ກໍາລັງປະເມຍ, ແຍກກັນຢູ່, ກໍາລັງແຍກທາງກັນ, ຍ້ອນແຟນ ຫຼືເມຍເປັນແນວນັ້ນແນວນີ້ ຈົນລາວພະຍາຍາມເລີກ ໄລຍະເວລານັ້ນເຖິງເຈົ້າຈະຢູ່ໃນຖານະໃດກໍຕາມຖ້າເຂົ້າໄປມີສ່ວນກ່ຽວຂ້ອງ ເພາະສຽງປະນາມທີ່ເຈົ້າຈະໄດ້ຮັບນັ້ນ ຄືຄວາມຈິງທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້. ສັກສີລູກຜູ້ຍິງຄວນຮັກສາ ເພື່ອໃຫ້ເຮົາສາມາດພາກພູມໃຈໃນຕົວເອງໄດ້ຢ່າງເຕັມທີ່ ແລະ ແທ້ຈິງ ຍັງມີຄົນທີ່ເກີດມາເພື່ອເຮົາ ແລະ ກໍາລັງຖ້າເຮົາຢູ່ ຂໍພຽງເຮົາເກັບຕົວ, ເກັບໃຈໄວ້ພົບກັບເຂົາເທົ່ານັ້ນ ແລະ ຖ້າຫ້າມໃຈຕົວເອງບໍ່ໄດ້ແທ້ໆກໍລອງຄິດເອົາໃຈເພິ່ນມາໃສ່ໃຈຕົວເບິ່ງວ່າ ຖ້າມື້ໜຶ່ງມີຄົນມາຍາດຄົນທີ່ເຮົາຮັກໄປເຮົາຈະຮູ້ສຶກແນວໃດ? ຜູ້ຊາຍປາກບໍ່ມີແນວອັດ ບໍ່ວ່າຜູ້ຊາຍທີ່ເຮົາມັກຈະເວົ້າເກັ່ງ, ປາກບໍ່ມີແນວອັດ ບ້າໄບ່ ເວົ້າຫຼາຍບໍ່ມີຈຸດມີຈ້ຳ ແບບສັນຍາແລ້ວບໍ່ເຮັດ, ສາບານແລ້ວບໍ່ໃສ່ໃຈ ປະຊົດທໍາຮ້າຍຈິດໃຈເກືອບທຸກປະໂຫຍກຄໍາເວົ້າ ລວມເຖິງນໍາເລື່ອງຂອງເຮົາ …
Read More »