ພະນັກງານ Office ທັງຫຼາຍເອີຍ! ການເຮັດວຽກເພີ່ມໂມງ ຫຼື Overtime (OT) ເປັນສິ່ງທີ່ເກີດຂຶ້ນໄດ້ໃນທຸກໆບໍລິສັດ ແລະອົງການຈັດຕັ້ງ ສະນັ້ນ ເງື່ອນໄຂ ແລະຂອບເຂດຂອງການເຮັດວຽກເພີ່ມໂມງ ທີ່ຖືກຕ້ອງຕາມ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ຂອງບ້ານເຮົາ ຈຶ່ງເປັນສິ່ງທີ່ເຮົາຄວນຮູ້ ແລະ ເຂົ້າໃຈໄວ້ ເພື່ອປ້ອງກັນການຖືກເອົາປຽບ ຫຼືຖືກໃຊ້ເຮັດວຽກເກີນຂອບເຂດທີ່ກົດໝາຍເພິ່ນກຳນົດໄວ້ ລາຍລະອຽດຈະມີແນວໃດ ໄປເບິ່ງພ້ອມກັນເລີຍ: ມາດຕາ 53. ການເຮັດວຽກເພີ່ມໂມງ: ໃນກໍລະນີ ມີຄວາມຈຳເປັນ ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍເສຍກ່ອນ. ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງ ບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງ ບໍ່ໃຫ້ເກີນ 3 ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4 ວັນ ຕິດຕໍ່ກັນ …
Read More »News
ລະວັງ! ສາວໆທີ່ມັກເຮັດເລັບເຈວຄວນອ່ານ ກ່ອນຈະສາຍເກີິນແກ້!!!
ດຽວນີ້ການເຮັດເລັບເຈວກຳລັງເປັນທີ່ນິຍົມກັນຂອງບັນດາສາວໆ ນອກຈາກເຮົາຈະໄດ້ເລັບທີ່ງົດງາມແລ້ວ ມັນຍັງຕິດທົນ ທາກໍ່ແຫ້ງໄວ ບໍ່ຫຼຸດອອກງ່າຍ ຟັງເບິ່ງຂໍ້ມີແຕ່ຂໍ້ດີໆເນາະວ່າບໍ່ສາວໆ ແຕ່ຢ່າຟ້າວດີໃຈໄປເພາະຂໍ້ເສຍກໍ່ມີເດີ້ ເພາະມັນຈະເຮັດໃຫ້ເລັບຂອງເຮົາບາງ ແລະ ສາວໆເອງບາງເທື່ອກໍ່ບໍ່ຮູ້ແມ່ນບໍ່ວ່າຈະຮູ້ໄດ້ແນວໃດວ່າເລັບເຮົາບາງ ຫຼື ເບິ່ງແນວໃດວ່າເລັບເຮົາເສຍ ແລະ ຄວນລະວັງຫຍັງແດ່ເມື່ອເຮັດເລັບເຈວ ລອງມາເບິ່ງຄຳຕອບກັນເລີຍ!!! 1. ເລັບຈີກຂາດງ່າຍ ສັນຍານເຕືອນຂໍ້ທຳອິດທີ່ສາວໆ fc ເລັບເຈວທັງຫຼາຍຕ້ອງສັງເກດຄື ເລັບຂອງເຮົາຫັກ ຫຼື ຈີກຂາດງ່າຍຫຼືບໍ່ ຫາກພົບພໍ້ວ່າເລັບຈີກງ່າຍ ຫຼື ລ້າງເລັບອອກມາແລ້ວເລັບແຕກ ຄວນຢຸດພັກການເຮັດເລັບເຈວໄປກ່ອນປະມານ 3-4 ເດືອນ 2. ເລັບຫັກງໍ ຂໍ້ສັງເກດອີກຢ່າງໜຶ່ງເລີຍກໍ່ຄືໃຫ້ສາວໆລອງຈິກປາຍເລັບຂອງຕົວເອງລອງເບິ່ງ ຖ້າຫາກວ່າມັນຢຸບ ຫຼື ຫັກໄດ້ງ່າຍໆນັ່ນກໍ່ໝາຍຄວາມວ່າ ໜ້າເລັບຂອງສາວໆກຳລັງຕ້ອງການໆພັກຜ່ອນຢ່າງດ່ວນນນນ 3. ຫຼຽມໜ້າເລັບຫາຍໄປ ເຄີຍສັງເກດເລັບຂອງຕົວເອງຫຼືບໍ່ວ່າມັນຈະມີເສັ້ນຄ້າຍໆ ຫຼ່ຽມຢູ່ ຫາກເສັ້ນນັ້ນເລີ່ມຫາຍໄປ ຫຼື ເບິ່ງບໍ່ຄ່ອຍເຫັນແລ້ວ ແປວ່າໜ້າເລັບຂອງສາວໆເລີ່ມບາງລົງ ຕ້ອງເວັ້ນການເຮັດເລັບເຈວໄປຈັກໄລຍະແລ້ວລະ ຖ້າສາວໆລອງລ້າງເລັບອອກມາ ແລ້ວພົບວ່າມີສັນຍານເຕືອນຂໍ້ໃດ ຂໍ້ໜຶ່ງ ຫຼື ຄົບທັງ …
Read More »ແມ່ຍິງລາວຜົນງານແຕ້ມຮູບດັງໄກລະດັບໂລກ ໃຜວ່າແມ່ຍິງເປັນສິລະປິນບໍ່ໄດ້?
Hello ໝູ່ເພື່ອນທຸກໆຄົນ ເວົ້າເຖິງເລື່ອງສິລະປະເປັນຫຍັງທີ່ຍາກທີ່ຈະອະທິບາຍ ແຕ່ກໍ່ບໍ່ຍາກທີ່ຈະເຂົ້າໃຈ, ມື້ນີ້ພິເສດແດ່ເພາະຈະພາທຸກໆຄົນມາຊອກຫາແຮງບັນດານໃຈ ໂດຍມີແມ່ຍິງລາວຄົນເກັ່ງອີກໜຶ່ງຄົນທີ່ຈະແນະນຳໃຫ້ຮູ້ຈັກນີ້ມາເປັນຕົ້ນແບບໃຫ້..ຫັ້ນແນ່ຍາກຮູ້ຈັກກັບນາງແລ້ວແມ່ນບໍ່? Ok ໄດ້ເລີຍນຳມາຕິດໆເລີຍໄວໆໆ!!! ມາຮູ້ຈັກ! ນັກແຕ້ມຮູບຮ່ວມສະໄໝ ແມ່ຍິງລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ ວິຣະວົງ ສະໂກວິວ (ໂອເລ້) ອາຍຸ 39 ປີ, ອາຊີບ ນັກແຕ້ມ ເປັນອີກໜຶ່ງແມ່ຍິງລາວຄົນເກັ່ງທີ່ ຂວັນໃຈ ເຮົາຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກ ແລະ ມື້ນີ້ເຮົາກໍມີໂອກາດໄດ້ນຳເອົາເລື່ອງລາວຂອງແມ່ຍິງທີ່ຊື່ ໂອເລ້ ຄົນນີ້ໃນເສັ້ນທາງການເປັນນັກແຕ້ມທີ່ບອກເລີຍວ່າບໍ່ໄດ້ໂຮຍດ້ວຍກີບກຸຫຼາບ…ແຟນໆອ່ານແລ້ວອາດຈະໄດ້ໄອເດຍ ໄດ້ມີແຮງບັນດານໃຈດີໆ ໃນການສ້າງຝັນຂອງຕົວເອງຈົນສຳເລັດຕໍ່ໄປ… ສິລະປິນຮ່ວມສະໄໝ ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ ເມື່ອເອີ່ຍຊື່ ໂອເລ້ ວິຣະວົງ ສະໂກວິວ ສິລະປິນແຕ້ມຮູບຮ່ວມສະໄໝ ທີ່ມີແນວທາງເປັນເອກະລັກຂອງຕົນເອງ ດ້ວຍລວດລາຍ ແລະສີສັນອັນໂດດເດັ່ນ ຜົນງານຂອງລາວສ້າງຄວາມປະທັບໃຈໃຫ້ກັບຊາວຕ່າງປະເທດ ທີ່ໄດ້ພົບເຫັນມາຫຼວງຫຼາຍ ບໍ່ວ່າຈະເປັນ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອົດສະຕາລີ, ສະເປນ ຮ່ອງກົງ ແລະໄທ ແຕ່ໃນລາວເອງ …
Read More »ຕ່າຍ ອໍລະໄທ ນັກຮ້ອງດັງທ່ອງທ່ຽວລາວ ຂຶ້ນເໜືອ-ລົງໃຕ້ ຫຼ້າສຸດເຊັກອິນຢູ່ທີ່…?
ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ , ຫຼ້າສຸດທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ເປີດເຜີຍວ່າ ໃນເວລານີ້ ຕ່າຍ ອໍລະໄທ ກຳລັງທ່ອງທ່ຽວໃນລາວຫຼາຍແຂວງເຊັ່ນ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ ແລະ ຫຼ້າສຸດລົງໃຕ້ໄປເຊັກອິນທີ່ ແຂວງ ຈຳປາສັກ. ໂດຍໃນແຕ່ລະສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ໄປນາງຍັງໄດ້ເກັບຮູບພາບບັນຍາກາດ ທຳມະຊາດ ອາຫານການກິນ ແລະ ຍັງຮ່ວມເຮັດບຸນໃສ່ບາດ ແຖມນຸ່ງເຄື່ອງໄໝລາວງາມໆຂອງລາວເຮົາອີກດ້ວຍ, ລອງໄປເບິ່ງຮູບພາບຂອງ ເອື້ອຍ ຕ່າຍ ອໍລະໄທ ໃນປະເທດລາວເຮົາເບິ່ງເດີ້ ບອກເລີຍນາງທົວລາວແຕ່ເໜືອ-ຮອດໃຕ້ກັນເລີຍ!!! ຕ່າຍ ອໍລະໄທ ໃນຫຼວງພະບາງ ຕ່າຍ ອໍລະໄທ ໃນວັງວຽງ, ແຂວງ ວຽງຈັນ ຕ່າຍ ອໍລະໄທ ໃນນະຄອນຫຼວງວຽງຈັນ ຕ່າຍ ອໍລະໄທ ໃນ ແຂວງ ຈຳປາສັກ (ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕ່າຍ ອໍລະໄທ ເຂົ້າສູ່ປະເທດລາວ) …
Read More »ດວງປະຈຳວັນ ສຸກ, ວັນທີ 18 ພຶດສະພາ 2018
• ວັນອາທິດ ການເງິນ: ມີເລື່ອງທີ່ຕ້ອງຈ່າຍຕະຫຼອດ ໃນໄລຍະນີ້ບໍ່ສາມາດຫຼີກລ່ຽງລາຍຈ່າຍຕ່າງໆໄດ້ເລີຍ ເພາະເປັນເລື່ອງທີ່ຈໍາເປັນນັ້ນເອງ ວຽກງານ: ເຖິງຈະຕິດຂັດອຸປະສັກແນ່ ແຕ່ເມື່ອຜ່ານໄປຈະສາມາດສ້າງຜົນງານທີ່ດີໄດ້ ຫຼືມີຄວາມສໍາເລັດທີ່ໜ້າພໍໃຈ ຄວາມຮັກ: ຕ້ອງໃຊ້ຄວາມໃຈເຢັນ ຢ່າໃຊ້ຄວາມໃຈຮ້ອນ ເລື່ອງຄວາມສໍາພັນດ້ານຄວາມຮັກກໍຈະດີຂຶ້ນ ແລະຄວນໄປເຮັດບຸນກັບຄົນຮັກແດ່ ເພາະຜົນບຸນກຸສົນຈະຊ່ວຍໃຫ້ຄວາມສໍາພັນທີ່ມີຕໍ່ກັນດີຂຶ້ນໄດ້ • ວັນຈັນ ການເງິນ: ມີໂອກາດໃຊ້ຈ່າຍເງິນອອກໄປເພື່ອເຂົ້າສັງຄົມ ຫຼືການສັງສັນກັບໝູ່ຄູ່ ຫຼືບໍລິວານໃນໄລຍະນີ້ ວຽກງານ: ສະຖານະການໃນດ້ານວຽກໄລຍະນີ້ສົ່ງຜົນຕໍ່ຄວາມບໍ່ແນ່ນອນ ຈຶ່ງຄວນມີທີ່ປຶກສາທີ່ດີ ແລະຊ່ວຍວາງແຜນໃນການເຮັດວຽກໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ: ຢາກຈະຕັດສິນໃຈເລືອກໃຜຈັກຄົນ ແຕ່ກໍຍັງລັງເລ ເພາະຍັງບໍແນ່ໃຈວ່າຈະເປັນຄວາມສໍາພັນທີ່ໝັ້ນຄົງແທ້ບໍ່ນັ້ນເອງ • ວັນອັງຄານ ການເງິນ: ຈະໄລຍະນີ້ມີເລື່ອງຈ່າຍອອກໄປຕະຫຼອດ ມີຄ່າໃຊ້ຈ່າຍຫຼາຍ ຕ້ອງໃຊ້ເງິນຫຼາຍເປັນພິເສດຢ່າງບໍ່ອາດຫຼີກລ່ຽງໄດ້ນັ້ນເອງ ວຽກງານ: ໄລຍະນີ້ຈະໂຊກດີ ເພາະໄດ້ພົບທີມງານ ຫຼືບໍລິວານດ້ານວຽກທີ່ຄອຍຊ່ວຍເຫຼືອກັນຢ່າງເປັນໂຊກ ມີປະສິດທິພາບ ແລະເກີດຄວາມສໍາເລັດ ຄວາມຮັກ: ຖ້າຈະພົບໃຜໃນໄລຍະນີ້ທີ່ເຂົ້າມາ ຈະຫຼາຍກວ່າໜຶ່ງຄົນ ຈຶ່ງຈໍາເປັນຕ້ອງເລືອກໃຜຄົນໃດຄົນໜຶ່ງ ກໍມີໂອກາດເປັນໄປໄດ້ • ວັນພຸດ ການເງິນ: …
Read More »