Breaking News

News

ດຣ່າມ່າ! ສາວໂວຍ…ໂພສເດືອດປະຈານສະຖານທີ່ທ່ອງທ່ຽວດັງ!!

ໃນວັນທີ 20 ພຶດສະພາ ໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງນາມວ່າ N Bua Soulisa ໄດ້ໂພສເຖິງສະຖານທີ່ທ່ອງທ່ຽວຊື່ດັງ ເຊິ່ງພໍແຕ່ໂພສເຮັດໃຫ້ມີກະແສວິພາກວິຈານ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ມີການກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ເຊິ່ງເນື້ອໃນທີ່ສາວຄົນນີ້ໄດ້ໂພສມີຢູ່ວ່າ: “ມື້ນີ້ມີເລື່ອງ ມາເລົ່າສູ່ຟັງ  ທີ່⛲ຫີນຄັນນາ  ວັນທີ່ 20.5.2018 ກົງກັບວັນອາທິດ ຂ້ອຍໄດ້ໄປພັກຜ່ອນກິນເຂົ້າແບບທຳມະຊາດເພື່ອພັກຜ່ອນ ຄ່າເຂົ້າສະຖານທີ່ແຫຼ່ງທ່ອງທ່ຽວ 45.000ກີບ ຄ່າຕູບ 30.000 ຄ່າສາດ 20.000 ຄ່າຫ້ອງເຂົ້າ 2000 ນ້ອງສາວຂໍເງິນໄປເຂົ້າຫ້ອງນໍ້າ 2000 ກີບ ຂ້ອຍເລີຍໃຫ້ໄປໃບ 20.000 ເຂົ້າຫ້ອງນໍ້າອອກມາກຳລັງຈ່າຍເງີນຄ່າເຂົ້າຫ້ອງນໍ້າ 2000 ແລ້ວພະນັກງານວ່າ ຂໍຄ່າຕົ່ງນໍ້າແນ່ຕຸກລະ 5000 ກີບ ນ້ອງກະຈ່າຍໄປເດັກນ້ອຍບໍ່ຮູ້ຫຍັງກະຈ່າຍໄປຕາມທຳມະດາ ຄິດວ່າເພີ່ນສິບໍ່ໄລ່ຄ່ານໍ້າ 2 ຕຸກທີ່ເອົາໄປຕົ່ງຢູ່ຫ້ອງນຳນັ້ນ ອອກມາລະວ່າ… ຂໍເກັບເງິນຄ່ານໍ້າແນ່ເດີ້ ຕຸກລະ 5000 ກີບ ນ້ອງຂ້ອຍກະຈ່າຍ ມາຮອດຕູບ ລະນ້ອງສາວມາບອກວ່າ ເຮົາໄປຕົ່ງນໍ້າຢູ່ຫ້ອງນໍ້າເຂົາເກັບເງິນຄ່ານໍ້າຕຸກລະ 5000 #ຂ້ອຍຫະ ຄ່າເຂົ້າໄປຂີ້ກະເສຍເງິນແລ້ວ …

Read More »

ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!

 ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ …

Read More »

ງາມແຮງ ແພງຫຼາຍ! ບໍ່ອະລັງການ ບໍ່ແມ່ນ…ລູກນໍ້າ ທິດາລັດ!

ໃນຊ່ວງທ້າຍອາທິດທີ່ຜ່ານມາວົງການບັນເທີງບ້ານເຮົາຄຶກຄື້ນເປັນພິເສດ ເພາະມີງານເດີນແຟຊັ່ນໂຊ “Vientiane Wow Fashion Week 2018” ແລະ ໃນງານນີ້ຈະຂາດສາວຄົນນີ້ແມ່ນບໍ່ໄດ້ເລີຍ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງແຖວໜ້າ ເຊິ່ງງານນີ້ ລູກນໍ້າ ອອກມາເສີດສາຍໃນຊຸດສີຂາວ ເບິ່ງແລ້ວສຸດແສນຈະເພີເຟັກ ໂດຍຊຸດຂອງລູກນໍ່້າອອກແບບໂດຍ ນັກອອກແບບໜຸ່ມນ້ອຍ ບິນລີ່ ສີອຳພັນ ແລະ ໄດ້ຊ່າງແຕ່ງໜ້າສີມືດີ ອາເລັກ ອະລິຍາ ມາເນລະມິດໃຫ້ລູກນໍ້າເຈີດຈະຫຼັດໃນເວທີດັງກ່າວ, ງານນີ້ຄະແນນເຕັມ 10 ໄປເລີຍ!!! ລຸກນີ້ ສາວ ລູກນໍ້າ ງາມແຮງ ແພງຫຼາຍອີ່ຫລີຂໍຍອມມມມ! ບໍ່ແມ່ນແຕ່ໃນເວທີທີ່ນາງເລີດ ນອກເວທີນາງກໍ່ເລີດເຊັ່ນກັນເດີ້ແຟນໆໆ ຮູບພາບ: Louknum Vongsili

Read More »

ດວງປະຈຳວັນ ຈັນ, ວັນທີ 21 ພຶດສະພາ 2018

• ວັນອາທິດ ການເງິນ: ມີຄວາມສະບາຍໃຈຂຶ້ນທາງດ້ານການເງິນ ມີຄວາມໝັ້ນຄົງຂຶ້ນ ຫຼື ຈະໄດ້ຂອງຝາກ ເຄື່ອງທີ່ຖືກໃຈເຂົາມາແບບບໍ່ທັນຕັ້ງຕົວ ວຽກງານ: ການຕິດຕໍ່ເຈລະຈາ ແລະການໃຊ້ວາທະສິນເປັນເລື່ອງສໍາຄັນ ມີຄວາມພະຍາຍາມທີ່ຈະສ້່າງໂອກາດ ຫຼືຄວາມສໍາເລັດທີ່ດີສົ່ງຜົນດີ ແຕ່ກໍ່ຕ້ອງຝ່າຟັນອຸປະສັກອີກຫຼາຍຂັ້ນຕອນ ຄວາມຮັກ: ຄວາມສໍາພັນດ້ານຄວາມຮັກຢູ່ໃນສະຖານະການທີ່ດີ ຫຼືຖືກພັດທະນາໄປໃນທາງທີ່ເລິກເຊິ່ງຫຼາຍຂຶ້ນ • ວັນຈັນ ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກເລື້ອຍໆໃນໄລຍະນີ້ ໄດ້ເຂົ້າມາງ່າຍໆ ຫຼືໄດ້ຈາກການສ່ຽງໂຊກ ວຽກງານ: ໄລຍະນີ້ມີການເດີນທາງເພື່ອຕິດຕໍ່ວຽກກໍ່ເປັນໄດ້ ບໍ່ວ່າຈະເປັນປະເທດ ຫຼື ນອກປະເທດ ຄົນຮັກຈະມີສ່ວນຊ່ວຍສົ່ງເສີມທາງດ້ານວຽກໄດ້ເປັນຢ່າງດີ ຄວາມຮັກ: ສຸກສົມຫວັງເລື່ອງພາບລວມດ້ານຄວາມຮັກ ເກີດຄວາມສຸກ ຄູ່ທີ່ແຕ່ງງານແລ້ວຈະມີຂ່າວດີເລື່ອງການມີລູກ • ວັນອັງຄານ ການເງິນ: ຊອກເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນຢ່າງເປັນໂຊກດີໃນໄລຍະນີ້ ມີຄວາມກັງວົນໃຈຢູ່ແນ່ ແຕ່ກໍ່ຈະພົບເລື່ອງທີ່ເຮັດໃຫ້ດີໃຈເລື່ອງການເງິນເຂົ້າມາຢູ່ ວຽກງານ: ເຮັດວຽກສິ່ງໃດໃນໄລຍະນີ້ເກີດຄວາມເລັ່ງດ່ວນ ແຕ່ກໍ່ຕ້ອງບໍ່ລືມຄວາມຮອບຄອບນໍາ ແຕ່ກໍ່ຈະມີບໍລິວານຊ່ວຍເຫຼືອໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ: ເບິ່ງຄືຈະດີແຕ່ກໍ່ຍັງບໍ່ແມ່ນ ໃຫ້ລະວັງເລື່ອງຂັດແຍ່ງກັບຄົນຮັກໃນໄລຍະນີ້ ໃຫ້ໃຊ້ເຫດຜົນຄົບກັນເພື່ອປະຄັບປະຄອງຄວາມສໍາພັນກັນໄວ້ • …

Read More »

ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)

ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!! ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. …

Read More »